
ກິດຈະກຳເຕະບານ ຊົມເຊີຍກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 7 ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2023 ຢູ່ທີ່ເດີ່ນເຕະບານແສງມີໄຊ, ນໍາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ ເຂົ້າຮ່ວມ.

ບັນຍາກາດໃນການເຕະບານຄັ້ງນີ້ ເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ ນອກຈາກຈະເປັນການອອກກຳລັງກາຍເພື່ອສຸຂະພາບທີ່ດີແລ້ວ ຍັງເປັນການສ້າງຄວາມສາມັກຄິມິດຕະພາບຮັກແພງເຊິ່ງກັນ ແລະ ກັນ ຂອງບັນດາການນຳພາຍໃນແຂວງ ພາຍຫລັງທີ່ອິດເມື່ອຍຈາກການປະຕິບັດໜ້າທີ່ການເມືອງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.









Users Today : 273
Users Yesterday : 1356
This Month : 34160
This Year : 390073
Total Users : 1149525
Who's Online : 6