ໃນວັນທີ 6 ພະຈິກ 2020 ນີ້ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ກວດກາ ໂຄງການກໍ່ສ້າງ ໂຮງຮຽນ ມໍຕົ້ນ ບ້ານນ້ຳກ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ.
ໂຄງການກໍ່ສ້າງ ໂຮງຮຽນ ມໍຕົ້ນ ບ້ານນ້ຳກ້າງ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກໂຄງການລຸກຊຳບວກ 030 ເຊີ່ງໄດ້ເລີ່ມກໍ່ສ້າງ ໃນວັນທີ 07 ກັນຍາ 2020 ເປັນຕົ້ນມາ ຮອດປະຈຸບັນ ຫລາຍໜ້າວຽກ ໄດ້ຮັບການຈັດຕັ້ງປະຕິບັດ ເປັນສ່ວນຫລາຍແລ້ວ ເຊັ່ນ: ວຽກງານຖົມດິນປະຕິບັດໄດ້ 100%, ວຽກເບຕົງໄດ້ 65%, ວຽກກໍ່, ໂບກ 65%, ຫຼັງຄາ ແລະ ເພດານ 81%, ຕິດຕັ້ງລະບົບໄຟຟ້າ 40% ແລະ ການກໍ່ສ້າງຫ້ອງນໍ້າໄດ້ 64% ປະເມີນຜົນການກໍ່ສ້າງນັບແຕ່ມື້ລົງມືກໍ່ສ້າງມາຮອດວັນທີ 6 ພະຈິກ ແມ່ນສໍາເລັດ 65%.









Users Today : 400
Users Yesterday : 1356
This Month : 34287
This Year : 390200
Total Users : 1149652
Who's Online : 9