
ໃນວັນທີ 27 ຕຸລາ 2021 ຢູ່ຫ້ອງການບ້ານ ຄອນຕ່າວ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປະກາດມອບໝາຍໜ້າທີ່ໃຫ້ບັນດາກົມກອງທີ່ຂຶ້ນກັບກອງພັນໃຫຍ່ 621 ລົງກໍ່ສ້າງຮາກຖານການເມືອງ ປະຈໍາບ້ານ ນາໂທ ແລະ ບ້ານ ຄອນຕ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີທ່ານ ພັອ ຈູມສີ ສີທະນົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 621, ມີຄະນະພັກ, ຄະນະບັນຊາ, ພະນັກງານພາຍໃນກົມກອງ ແລະ ການຈັດຕັ້ງບ້ານ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກອງພັນໃຫຍ່ 621 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ຄະນະຮັບຜິດຊອບ ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ສອງບ້ານ ພ້ອມທັງຜ່ານແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ໃນປີ 2021.
ຈຸດປະສົງ ກໍ່ເພື່ອຫັນເອົາພະນັກງານລົງສົມທົບກັບອໍານາດການປົກຄອງບ້ານຕິດຕາມກວດກາ, ເກັບກໍາຂໍ້ມູນສະພາບການຕົວຈິງຂອງບ້ານ ເພື່ອເຮັດໃຫ້ບ້ານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຕິດພັນກັບຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານໃຫ້ໝົດໄປ.









Users Today : 804
Users Yesterday : 1815
This Month : 24166
This Year : 322851
Total Users : 1082303
Who's Online : 20