
ຕອນເຊົ້າວັນທີ 29 ຕຸລາ 2021 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ມີຄະນະພັກກອງບັນຊາການ, ມີບັນດາຫ້ອງອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 1947/ປກສ, ລົງວັນທີ 2 ຕຸລາ 2021 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ຕໍາຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ. ໃນນັ້ນເລື່ອນຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 31 ສະຫາຍ ຍິງ 13 ສະຫາຍ, ເລື່ອນຊັ້ນຮ້ອຍເອກຂຶ້ນພັນຕີ 20 ສະຫາຍ ຍິງ 03 ສະຫາຍ, ເລື່ອນຊັ້ນພັນຕີຂຶ້ນພັນໂທ 10 ສະຫາຍ ຍິງ 01 ສະຫາຍ.

ໂອກາດດັ່ງກ່າວ ທ່ານທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊໄດ້ກ່າວສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ ພ້ອມທັງຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານໃຫ້ມີການພັດທະນາຂຶ້ນເລື້ອຍໆ.









Users Today : 1354
Users Yesterday : 3846
This Month : 52925
This Year : 408838
Total Users : 1168290
Who's Online : 23