
ໃນວັນທີ 2 ກໍລະກົດ 2020 ຢູ່ຫ້ອງຮັບຮອງຫ້ອງວ່າການແຂວງ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 65.773.432 ກີບ ເພື່ອປະກອບສ່ວນສ້າງຂົວອູ່ ໃຫ້ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ຕາງໜ້າເມືອງກ່າວຮັບໂດຍທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ ມີພາກສ່ວນທີ່ກຽ່ວຂ້ອງ ແລະ ສະມາຊິກກອງທຶນໜຶ່ງດວງໃຈ ເຂົ້າຮ່ວມເປັນສັກຂີພິຍານ.
ກອງທຶນໜື່ງດວງໃຈບໍລິຄຳໄຊຊ່ວຍສັງຄົມ ຊ່ວຍສ້າງຂົວອູ່ໃຫ້ເມືອງໄຊຈຳພອນ ແມ່ນຊ່ວຍສ້າງຂົວອູ່ຂ້າມຫ້ວຍນ້ຳໄຄ້ ເສັ້ນທາງເຊື່ອມຕໍ່ລະຫວ່າງເຂດນາເຮືອງ ເມືອງຄຳເກີດ ຫາ ນ້ຳອ້ອນ ເມືອງໄຊຈຳພອນ ເຂດບ້ານນຳ້ປັນ ຫ່າງຈາກຕົວເມືອງໄຊຈຳພອນ ປະມານ 60 ກວ່າກິໂລແມັດ, ບ້ານດັ່ງກ່າວເແມ່ນມີ ນ້ຳໄຄ້ ໄຫຼຜ່ານກາງ ປັດຈຸບັນຍັງບໍ່ທັນມີຂົວຂ້າມ ເຮັດໃຫ້ການເດີນທາງໄປໂຮງຮຽນຂອງນັກຮຽນ ແລະ ການທຳມາຫາກິນ ຂອງພໍ່ແມ່ປະຊາຊົນ ພົບຄວາມຫຍຸ້ງຍ້າກ ເວລາຝົນຕົກລະດັບນ້ຳຈະຂຶ້ນສູງ ບໍ່ສາມາດຂ້າມໄປມາໄດ້. ຂົວອູ່ ດັ່ງກ່າວແມ່ນໄດ້ຮັບການອອກແບບຈາກວິຊາການໂຍທາທິການ ແລະ ຂົນສົ່ງ, ຈະມີຄວາມຍາດ 40 ແມັດ ອອກແບບສະເພາະ ຄົນຍ່າງ ແລະ ລົດຈັກ ສັນຈອນໄດ້ ໂດຍຈະໄດ້ເລີ່ມລົງມືກໍ່ສ້າງໃນກາງເດືອນກໍລະກົດ ແລະ ຄາດວ່າຈະໃຫ້ສຳເລັດໃນກາງເດືອນສິງຫາ, ສຳລັບການກໍ່ສ້າງແມ່ນພາກລັດ ຈະໄດ້ປະກອບສ່ວນວັດຖຸ-ອຸປະກອນກໍ່ສ້າງ ແລະ ພໍ່ແມ່ປະຊາຊົນ ປະກອບສ່ວນທາງດ້ານແຮງງານ.








Users Today : 366
Users Yesterday : 1356
This Month : 34253
This Year : 390166
Total Users : 1149618
Who's Online : 10