PTT ຫ້ວຍສຽດ ຊະນະ ປາກຊັນ FC ຄ້ວາແຊ້ມບານເຕະ ສ້າງຂະບວນການຕ້ອນຮັບວັນຊາດ 2 ທັນວາ

ເພື່ອເປັນການສ້າງຂະບວນການ ຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ໃຫ້ມີຄວາມໝາຍ, ຄວາມສຳຄັນ, ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ. ໃນລະຫວ່າງວັນທີ 30 ພະຈິກ – 1 ທັນວາ 2021 ສະຫະພັນບານເຕະແຂວງບໍລິຄຳໄຊ ໄດ້ຈັດຂະບວນການແຂ່ງຂັນກິລາຂຶ້ນ ຢູ່ເດີ່ນກິລາບານເຕະໂຮງຮຽນ ມ.ສ ສີທ່ານາໄຊ.

ການແຂ່ງຂັນກິລາບານເຕະຊາຍໃນຄັ້ງນີ້ ມີທັງໝົດ 4 ທີມເຂົ້າຮ່ວມແຂ່ງຂັນ ຄື : ປາກຊັນFC, ປໍ້າ PTTຫ້ວຍສຽດ, ສົມສັກ, ຫ້ວຍຄູນ FC. ຜ່ານການແຂ່ງຂັນບານເຕະຊາຍ ທັງ 4 ທີມ ແລະ ມີສອງທີມທີ່ໄດ້ເຂົ້າຊິງຊະນະເລີດ ມີ: ປາກຊັນ FC ແລະ ປໍ້າ PTT ຫ້ວຍສຽດ.

ການແຂ່ງຂັນ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເຊິ່ງຕ່າງຝ່າຍກໍ່ເປີດເກມບຸກໃສ່ກັນຢ່າງເຕັມທີ່ ເຊິ່ງທີມ ປໍ້າ PTT ຫ້ວຍສຽດ ເປັນຝ່າຍເຮັດໄດ້ດີກວ່າ ແລະ ສາມາດເອົາຊະນະ ປາກຊັນ FC ໄປໄດ້ ດ້ວຍສະກໍ 4 – 3 ປະຕູ.

ສຳລັບປະເພດລາງວັນແຕ່ລະປະເພດ ລາງວັນທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1 ລ້ານກີບ, ລາງວັນທີ 2 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 5 ແສນກີບ ແລະ ລາງວັນດາວຊັນໂວ 3 ແສນກີບ.

ໃຫ້ກຽດຂື້ນມອບຂັນລາງວັນທີ 1 ໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ປະທານສະຫະພັນບານເຕະແຂວງບໍລິຄໍາໄຊ ແລະ ລາງວັນທີ 2 ມອບໂດຍ ທ່ານ ລົມແພງສຸກ ຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ.

About admins16