PTT ຝຶກອົບຮົມການສະກັດກັ້ນ ແລະ ຕ້ານ ອັກຄີໄພ

 
ຕອນບ່າຍ ວັນທີ 07 ສິງຫາ 2020 ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ຝຶກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານ ອັກຄີໄພ-ໄຟໄໝ້ ຢູ່ທີ່ປ້ຳນ້ຳມັນ PTT ລາວຈຳກັດ ບ້ານເວີນທາດ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ນໍາໂດຍ ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ແລະ ທ່ານ ພັນຕີ ບຸນຈັນ ຄຳມະວົງ ຮອງຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ, ມີພະນັກງານ ປະຈຳປ້ຳ ເຂົ້າຮ່ວມ.

 


ຍ້ອນເຫັນໄດ້ເຖິງຜົນເສຍຫາຍ ແລະ ໄພອັນຕະລາຍ ທີ່ອາດເກີດຈາກອັກຄີໄພ ໃນທຸກກໍລນີ ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈຶ່ງລົງມາຝຶກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ປ້ຳນ້ຳມັນ PTT ລາວຈຳກັດ ບ້ານເວີນທາດ ເມືອງທ່າພະບາດ ໃນຄັ້ງນີ້, ທັງນີ້ ກໍເພື່ອໃຫ້ ເຈົ້າຂອງປ້ຳນໍ້າມັນ, ຄະນະຮັບຜິດຊອບ ແລະ ພະນັກງານ ນໍາໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດ, ເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມທັງອະທິບາຍ ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ-ໄຟໄໝ້, ການຊ່ວຍເຫຼືອຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດ, ວິທີການນຳໃຊ້ອຸປະກອນຂັ້ນພື້ນຖານ ໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ຜົງເຄມີແຫ້ງ, ການນໍາໃຊ້ນໍ້າດັບໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ.

ພ້ອມນີ້ ຍັງໄດ້ອະທິບາຍເຖິງວິທີການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນ້ຳປະປາທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ຈາກນັ້ນ ກໍ່ໄດ້ມີການສາທິດ ການນຳໃຊ້ອຸປະກອນການມອດໄຟຂັ້ນພື້ນຖານ, ການຈຳລອງເວລາມີເຫດການໄຟໄໝ້ສາງເກັບມ້ຽນນ້ຳມັນຢູ່ປ້ຳນ້ຳມັນດັ່ງກ່າວໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ, ການແກ້ໄຂສະກັດກັ້ນຂັ້ນພື້ນຖານກ່ອນເຈົ້າໜ້າທີ່ດັບເພີງມາຊ່ວຍ, ວິທີການຊ່ວຍເຫຼືອຕົນເອງ ແລະ ຜູ້ເຄາະຮ້າຍ ອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

About admin11