GDP ໃນ 2020 ບໍລິຄຳໄຊ ບັນລຸໄດ້ 2,73% ແລະ ຄາດວ່າຈະໃຫ້ໄດ້ 5% ຂຶ້ນໄປ ໃນປີ 2021

ເຖິງສະພາບການພັດທະນາເສດຖະກິດ-ສັງຄົມ ຈະພົບກັບຄວາມຫຍຸ້ງຍາກ ຈາກຜົນກະທົບຂອງໄພທຳມະຊາດ ແລະ ພະຍາດລະບາດ ແຕ່ອົງການປົກຄອງແຂວງ ໄດ້ສຸມໃສ່ປະຕິບັດຫຼາຍວຽກງານທີ່ສຳຄັນ ແລະ ບັນດາຄາດໝາຍດ້ານເສດຖະກິດທີ່ເປັນຈຸດສຸມ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ແລະ ແຜນການ 2021 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 22 ທັນວາ 2020 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.

ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຫັນວ່າມີຫຼາຍວຽກງານພົ້ນເດັນ ເສດຖະກິດມີການຂະຫຍາຍ ຕົວໃນລະດັບ 2,73% ຄິດເປັນມູນຄ່າ 5.878 ຕື້ກີບ ເທົ່າກັບ 87,96% ຂອງແຜນການປີ, ສະເລ່ຍລາຍຮັບຕໍ່ຫົວຄົນ 18,33 ລ້ານກີບ ຫຼື 2.136 ໂດລ່າ, ຈັດເກັບລາຍຮັບເຂົ້າງົບປະມານ 11 ເດືອນ ປີ 2020 ປະຕິບັດໄດ້ 481,65 ຕື້ກີບ ເທົ່າກັບ 80,93%, ສາມາດດຶງດູດການລົງທຶນໄດ້ 1.187,88 ຕື້ກີບ ເທົ່າກັບ 57,97%, ມີເມືອງພົ້ນທຸກ 5 ເມືອງ, ຄອບຄົວພົ້ນທຸກ 49.879 ຄອບຄົວ ກວມເອົາ 93,19%, ບ້ານພົ້ນທຸກ 247 ບ້ານ, ຄອບຄົວພັດທະນາ 46.352 ຄອບຄົວ ເທົ່າກັບ 87% ແລະ ບ້ານພັດທະນາ 214 ບ້ານ ເທົ່າກັບ 73,54%. ສຳລັບການສະກັນກັ້ນພະຍາດໂຄວິດ-19 ໄດ້ເກັບຕົວຢ່າງເພື່ອສົ່ງກວດວິເຄາະຊອກຫາເຊື້ອ ທັງໝົດ 2.421 ຕົວຢ່າງ ໃຫ້ຜົນລົບທັງໝົດ, ພ້ອມນັ້ນ ຍັງໄດ້ເອົາໃຈໃສ່ສະກັດກັ້ນພະຍາດລະບາດຕ່າງໆ. ນອກນັ້ນ ຍັງໄດ້ສຸມທຸກກຳລັງແຮງທົ່ວສັງຄົມ ໃນການພັດທະນາແຂວງ ໃຫ້ມີການຫັນປ່ຽນຮອບດ້ານ ໂດຍສະເພາະແມ່ນການປັບປຸງຍົກລະດັບດ້ານການສຶກສາ, ສາທານະນະສຸກ ແລະ ວຽກງານອື່ນໆ ໃຫ້ມີຄຸນນະພາບ ແລະ ມີບາດກ້າວຂະຫຍາຍຕົວຂຶ້ນເທື່ອລະກ້າວ.

ສຳລັບປີ 2021 ແຂວງບໍລິຄຳໄຊ ຈະໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມ ຕາມເງື່ອນໄຂ ແລະ ທ່າແຮງທີ່ມີ ເພື່ອໃຫ້ບັນລຸຕາມຕົວເລກຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ໄດ້ຮັບຮອງ ດ້ວຍການເຕີບໂຕຂອງເສດຖະກິດທີ່ມີຄຸນນະພາບ ແລະ ຕາມທິດສົມດູນເທື່ອລະກ້າວ ຄາດຄະເນການຂະຫຍາຍຕົວລວມຍອດຜະລິດຕະພັນພາຍໃນ(GDP) ໃນລະດັບ 5% ຂຶ້ນໄປ, ຄິດເປັນມູນຄ່າ 5.921,34 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 2.186 ໂດລາສະຫະລັດ ໃນນີ້ຂະແໜງກະສິກຳ ຂະຫຍາຍຕົວ 2,7% ກວມເອົາ 24%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4,5% ກວມເອົາ 49% ແລະ ຂະແໜງບໍລິການ ຂະຫຍາຍຕົວ 8,2% ກວມເອົາ 27% ຂອງ GDP.

About admins16