
ໃນວັນທີ 22 ກັນຍາ 2022 ປະທານກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ສົມທົບກັບ ສະພາປະຊາຊົນແຂວງບໍລິຄໍາໄຊ, ການນໍາຂອງເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ລົງເຮັດວຽກ ແລະ ຢ້ຽມຢາມກອງຮ້ອຍທະຫານຊາຍແດນ 254 ຢູ່ດອນຄອນລາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ການເຄື່ອນໄຫວໃນຄັ້ງນີ້ ກໍເພື່ອຕິດຕາມ ກວດກາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ ພ້ອມນີ້ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກອງຮ້ອຍທະຫານຊາຍແດນ 254.

ເນື່ອງໃນໂອກາດທີ່ທ່ານປະທານກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໄດ້ລົງເຄື່ອນໄຫວ ແລະ ຢ້ຽມຢາມຄັ້ງນີ້ ຍັງໄດ້ມອບປໍ້າດູດນໍ້າ, ເຂົ້າສານຈ້າວ, ນໍ້າດື່ມ, ອຸປະກອນການຮຽນ ແລະ ເຄື່ອງຫຼິ້ນກິລາ ຈໍານວນໜຶ່ງ ໃຫ້ກອງຮ້ອຍທະຫານຊາຍແດນ 254 ບ້ານດອນຄອນລາດ ແລະ ນັກຮຽນ ລວມມູນຄ່າ 10.000.000 ກີບ











Users Today : 510
Users Yesterday : 619
This Month : 32391
This Year : 180067
Total Users : 714031
Who's Online : 6