9 ໜ່ວຍພັກຂອງຄະນະພັກຮາກຖານພະແນກ ຍທຂ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 9 ໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ເມສາ 2021 ຢູ່ຫ້ອງປະຊຸມຂອງຕົນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວິໄຊ ພູມີ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະພັກຮາກຖານ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ວ່າດ້ວຍການຮັບຮອງເອົາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຈຳນວນ 9 ໜ່ວຍພັກ ຄື: ໜ່ວຍພັກ ຂະແໜງຈັດຕັ້ງ-ບໍລິຫານ, ໜ່ວຍພັກຂະແໜງຄຸ້ມຄອງທາງນ້ຳ, ໜ່ວຍພັກຂະແໜງຄຸ້ມຄອງການຂົນສົ່ງ, ໜ່ວຍພັກຂະແໜງ ເຄຫາຜັງເມືອງ-ສິ່ງແວດລ້ອມ, ໜ່ວຍພັກ ລັດວິສາຫະກິດ ກໍ່ສ້າງຂົວທາງ ແລະ ຊົນລະປະທານ, ໜ່ວຍພັກຂະແໜງຄຸ້ມຄອງພາຫະນະ ແລະ ການຂັບຂີ່, ໜ່ວຍພັກຂະແໜງຂົວທາງ, ໜ່ວຍພັກຂະແໜງ ແຜນການ-ງົບປະມານສະຖິຕິ ແລະ ໜ່ວຍພັກ ລັດວິສາຫະກິດນ້ຳປະປາແຂວງ, ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 9 ໜ່ວຍພັກ ດັ່ງກ່າວ ໂດຍແມ່ນ ສະຫາຍ ວິໄຊ ພູມີ ເປັນຜູ້ຂື້ນມອບ.

ນອກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຍ້ອງຍໍລະເສີນໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນຂະບວນການ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງບໍລິຄຳໄຊ ຄື: ມອບໃບຍ້ອງຍໍ ຈຳນວນ 161 ກົມກອງ ແລະ 2.632 ທ່ານ, ມອບໃບຊົມເຊີຍ ຈຳນວນ 40 ກົມກອງ ແລະ 2.624 ທ່ານ.

ຂໍ້ຕົກລົງຂອງສູນກາງສະຫະພັນກຳມະບານລາວ ວ່າດ້ວຍການຍ້ອງຍໍ ແລະ ຊົມເຊີຍ ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານກຳມະບານ ໃນໄລຍະ 1 ປີຜ່ານມາ ຂອງບັນດາສະມາຊິກກຳມະບານທີ່ຂື້ນກັບ ສະຫະພັນກຳມະບານແຂວງບໍລິຄຳໄຊ ຄື: ມອບໃບຍ້ອງຍໍ ໃຫ້ແກ່ ບຸກຄົນ ຈຳນວນ 7.248 ທ່ານ ແລະ ມອບໃບຊົມເຊີຍ ຈຳນວນ 761 ທ່ານ.

About admins16