8 ວຽກງານສໍາຄັນ ຈະໄດ້ຖືກລາຍງານ ແລະ ພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 30 ທັນວາ 2021 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ນາງ ຟອງສະໝຸດ ພົງວິຈິດ ເລຂາທິການສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຖະແຫຼງຂ່າວ ກ່ຽວກັບການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ເຊິ່ງຈະໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ມັງກອນ 2022 ທີ່ໃກ້ຈະມາເຖິງນີ້ ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ.

ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ, ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ດັັ່ງນີ້: ຮັບຟັງການລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດຂອງແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022, ພິຈາລະນາ, ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ພິຈາລະນາ, ຮັບຮອງເອົາການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022, ພິຈາລະນາ, ຮັບຮອງເອົາການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2020 ຂອງອົງການກວດສອບພາກກາງ ແລະ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2021, ທິດທາງແຜນການ ປະຈໍາປີ 2022 ແລະ ການແກ້ໄຂຜົນການກວດສອບໃນປີຜ່ານມາ ຂອງອົງການກວດກາລັດແຂວງ.

ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຂອງສະພາປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ ໂຄງການກໍ່ສ້າງ ແລະ ນໍາໃຊ້ຊົນລະປະທານເຂົ້າໃນການຜະລິກກະສິກໍາ ພາຍໃນແຂວງບໍລິຄໍາໄຊ ແລະ ພິຈາລະນາ, ຮັບຮອງເອົານິຕິກຳສຳຄັນຈຳນວນໜຶ່ງ ຕາມການສະເໜີຂອງອົງການປົກຄອງແຂວງ.

ພ້ອມນີ້, ໃນກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານ, ອະທິບາຍ ຊີ້ແຈງຂອງບັນດາພະແນກການຈໍານວນໜຶ່ງ ຕໍ່ຄໍາຖາມ, ຄຳຊັກຖາມ ແລະ ການປະກອບຄຳເຫັນຂອງສະມາຊິກສະພາປະຊາຊົນແຂວງ.

ໃນໄລຍະດຳເນີນກອງປະຊຸມຄັ້ງນີ້ ຈະໄດ້ອອກອາກາດຖ່າຍທອດສົດບາງເນື້ອໃນສໍາຄັນ ຜ່ານທາງສະຖານີວິທະຍຸຂອງແຂວງ ໃນລະບົບ FM 101.3 Mh ແລະ ເປີດກວ້າງການປະກອບຄໍາຄິດຄໍາເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ໂດຍບໍ່ເສຍຄ່າ.

About admins14