7 ຕົວເມືອງທົ່ວແຂວງ ເປີດຂະບວນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ພິທີເປີດຂະບວນການ ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ກອງບັນຊາການ ປກສ 7 ຕົວເມືອງ ທົ່ວແຂວງບໍລິຄໍາໄຊ ຕາມຄໍາຂັວນທີ່ວ່າ “ການແກ້ໄຂບັນຫາຢາເສບຕິດ ແມ່ນບັ້ນຮົບທີ່ສໍາຄັນ ທີ່ພວກເຮົາທຸກຄົນຕ້ອງຮ່ວມກັນຕໍ່ສູ້ ແລະ ດັບສູນ” ໄດ້ເປັນເອກະພາບໄຂຂຶ້ນພ້ອມກັນ ໃນວັນທີ 15 ທັນວາ 2021 ທີ່ຫ້ອງການ ປກສ ກຸ່ມບ້ານ ຂອງແຕ່ລະກອງບັນຊາການ ປກສ ເມືອງ ເຊິ່ງຄະນະນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂັ້ນກອງບັນຊາການ ປກສ ແຂວງ ນໍາພາໂດຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມໂດຍ ບັນດາທ່ານເຈົ້າເມືອງ 7 ຕົວເມືອງ ທີ່ເປັນຫົວໜ້າຄະນະນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂັ້ນເມືອງ ພ້ອມດ້ວຍຄະນະ, ມີຫົວໜ້າກອງບັນຊາການ ປກສ ເມືອງ, ພະນັກງານ-ນັກຮົບ, ປກສ ກຸ່ມບ້ານ, ອໍານາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ ບັນດາຄະນະປະທານ ແລະ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ ລົງວັນທີ 26 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິຕົກລົງຂອງຄະນະປະຈໍາພັກແຂວງ, ຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະນໍາພາ-ຊີ້ນໍາ ແລະ ຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງແຕ່ລະກອງບັນຊາການ ປກສ 07 ຕົວເມືອງໃນທົ່ວແຂວງ.

ພ້ອມນັ້ນ ຍັງໄດ້ນໍາເອົາຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດມາເຜີຍແຜ່ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນ ແລະ ບັນດາກຸ່ມເປົ້າໝາຍໄດ້ຮັບຮູ້ເຂົ້າໃຈ, ເຊິ່ງຢາເສບຕິດທຸກຊະນິດລ້ວນມີຜົນກະທົບໂດຍກົງຕໍ່ບຸກຄົນ, ຄອບຄົວທີ່ພົວພັນຄ້າ-ຂາຍ ແລະ ເສບຢາເສບຕິດ, ຕໍ່ກັບຜູ້ເສບກໍ່ເຮັດໃຫ້ສຸຂະພາບຮ່າງກາຍຊຸດໂຊມຈ່ອຍຜອມ, ເກີດອາການປະສາດຫຼອນ, ເຮັດໃຫ້ການປະກອບອາຊີບເພື່ອພັດທະນາຄອບຄົວລຸດລົງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫົງບສຸກ, ສັງຄົມບໍ່ມີຄວາມສະຫງົບປອດໄພ, ເກີດການກໍ່ອາລະວາດຕີກັນ, ປຸ້ນຈີ້, ຊິງຊັບ, ລັກຊັບ, ຂົ່ມຂືນທໍາຊໍາເລົາ ແລະ ອື່ນໆ.

ຕໍ່ກັບຜູ້ທີ່ພົວພັນຄ້າຂາຍ ກໍ່ຈະຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍ, ຖືກສານຕັດສິນລົງໂທດຕັດອິດສາລະພາບຈໍາຄຸກຕາມສະຖານໜັກເບົາ, ໃນກໍລະນີຮ້າຍແຮງກໍ່ຈະຖືກຕັດສິນຈໍາຄຸກຕະຫຼອດຊີວິດ ຫຼື ຖືກປະຫານຊີວິດກໍ່ມີ.

ໃນໂອກາດດັ່ງກ່າວ ບັນດາຄະນະປະທານ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນ ໃຫ້ເຄົາລົບປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ບໍ່ໄປພົວພັນຄ້າ-ຂາຍ ຫຼື ເສບຢາເສບຕິດຢ່າງເດັດຂາດ, ພ້ອມກັນນັ້ນ ກໍ່ຈົ່ງໃຫ້ຄວາມຮ່ວມມືຊ່ວຍເຫຼືອເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ, ຕໍ່ກັບບຸກຄົນໃດ, ຄອບຄົວໃດທີ່ພົວພັນຄ້າ-ຂາຍ ຫຼື ເສບຢາເສບຕິດກໍ່ໃຫ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງຕາມບາດກ້າວຂັ້ນຕອນເພື່ອແນ່ໃສ່ເຮັດໃຫ້ທຸກຄົນຫຼຸດພົ້ນອອກຈາກການຕົກເປັນທາດຂອງຢາເສບຕິດຢ່າງສິ້ນເຊີງ.

ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງແຕ່ລະກອງບັນຊາການ ປກສ 7 ຕົວເມືອງທົ່ວແຂວງຄັ້ງນີ້, ບັນດາຄະນະຮັບຜິດຊອບທຸກຂັ້ນ ຈະໄດ້ຮ່ວມມືປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃນແຕ່ລະບ້ານ ເພື່ອເຮັດວຽກງານສອບສວນຂັ້ນພື້ນຖານ, ເກັບກໍາສະພາບລວມຂອງແຕ່ລະບ້ານ, ຄັດຈ້ອນ, ຂື້ນບັນຊີເປົ້າໝາຍ, ວິເຄາະ, ໄຈ້ແຍກ ແບ່ງປະເພດເປົ້າໝາຍ ເຊັ່ນ: ເປົ້າໝາຍຄ້າ-ຂາຍ, ຂົນສົ່ງ, ເປົ້າໝາຍເຄີຍຖືກຄະດີ, ເຄີຍຖືກສານຕັດສິນ, ເຄີຍຖືກດັດສ້າງ, ຖືກສຶກສາອົບຮົມ, ເປົ້າໝາຍຕ້ອງສົງໄສ ແລະ ເປົ້າໝາຍທີ່ເປັນຄົນຕ່າງປະເທດ ຢ່າງລະອຽດ, ຈະແຈ້ງ, ຮັດກຸມ, ເພື່ອແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມກ່າວເຕືອນ.

ຕໍ່ເປົ້າໝາຍທີ່ມີຄວາມຕື່ນຕົວສະໝັກໃຈລາຍງານ ກໍ່ຈະໄດ້ເຮັດບົດບັນທຶກມອບໃຫ້ພໍ່ແມ່ຜູ້ປົກຄອງ, ການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມໃຫ້ຢຸດເຊົາ, ຖ້າບໍ່ສາມາດຢຸດເຊົາດ້ວຍຕົວເອງກໍ່ຈະໄດ້ສົ່ງຕົວໄປບໍາບັດປິ່ນປົວ.

ຕໍ່ກັບເປົ້າໝາຍທີ່ບໍ່ໃຫ້ການຮ່ວມມື, ບໍ່ຈິງໃຈລາຍງານ ແມ່ນຈະໄດ້ໃຊ້ມາດຕະການທາງດ້ານກົດໝາຍ ເຊັ່ນ: ນໍາຕົວມາກວດນໍ້າປັດສະວະເພື່ອຊອກຫາສານເສບຕິດ, ນໍາຕົວມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ທັງໝົດນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ບັນຫາຢາເສບຕິດຢູ່ພາຍໃນແຂວງບໍລິຄໍາໄຊ ໄດ້ຮັບການສະກັດກັ້ນ, ແກ້ໄຂໃຫ້ໝົດສິ້ນໄປໂດຍໄວ.

ໃນຕອນທ້າຍ ຄະນະນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດກອງບັນຊາການ ປກສ ແຂວງ ໄດ້ຕາງໜ້າໃຫ້ແກ່ຄະນະນໍາພາ-ຊີ້ນໍາ ຂັ້ນແຂວງ ມອບເງິນສົດ ຈໍານວນໜຶ່ງ ໃຫ້ແກ່ ປກສ 07 ຕົວເມືອງ ເພື່ອນໍາໃຊ້ເຂົ້າໃນການປະຕິບັດ ວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

About admins14