60 ບ້ານ ເມືອງຄຳເກີດ ໄດ້ຮັບນາມມະຍົດ ບ້ານປ້ອງກັນຄວາມສະຫງົບດີ

 ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2022 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ບ້ານທີ່ໄດ້ຮັບນາມມະຍົດ 3 ປີ ຈໍານວນ 54 ບ້ານ ແລະ ສ້າງບ້ານປ້ອງກັນຄວາມສະຫງົບປີ 2021 ຈໍານວນ 6 ບ້ານ ໂດຍການເປັນປະທານຮ່ວມຂອງທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ, ມີຫົວໜ້າກອງບັນຊາການ ປກສ ເມືອງ, ພະແນກການກ່ຽວຂ້ອງ ແລະ ນາຍບ້ານ 60 ບ້ານ ພາຍໃນເມືອງ ເຂົ້າຮ່ວມ.

 ທ່ານ ພັນໂທ ລໍາເງິນ ພະບາດໄຊ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການກວດກາ ແລະ ສ້າງບ້ານປ້ອງກັນຄວາມສະຫງົບດີ ປະຈໍາປີ 2021 ແລະ ທິດທາງແຜນການ 2022 ທ່ານໃຫ້ຮູ້ວ່າ: ທົ່ວເມືອງຄໍາເກີດປະກອບມີ 8 ກຸ່ມບ້ານພັດທະນາ, ມີ 62 ບ້ານ,  14.297 ຫຼັງຄາເຮືອນ, 13.507 ຄອບຄົວ ແລະ ມີຈໍານວນພົນທັງໝົດ 76.855 ຄົນ.

ໄລຍະຜ່ານມາ ເມືອງຄໍາເກີດ ເຖິງຈະເປັນເມືອງຍຸດທະສາດແນວຫຼັງຂອງປະເທດ, ມີຄວາມສະຫງົບ ແລະ ມີສະຖຽນລະພາບທາງດ້ານການເມືອງໂດຍພື້ນຖານແລ້ວກໍ່ຕາມ ແຕ່ບັນດາອິດທິກໍາລັງປໍລະປັກ ກໍ່ບໍ່ໄດ້ລົດລະໃນຄວາມພະຍາຍາມແຊກແຊງເຂົ້າກິດຈະການພາຍໃນຂອງພັກ ແລະ ລັດເຮົາ, ພວກເຂົາຍັງໄດ້ຊອກທຸກວິທີທາງ, ທຸກເງື່ອນໄຂເພື່ອບຽດບຽນ, ໃສ່ຮ້າຍປາຍສີຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ ໂດຍນໍາເອົາບັນຫາສາດສະຫນາ, ການຄ້າຂາຍເຖື່ອນ, ຄ້າຂາຍຜິດກົດຫມາຍ, ຄ້າຂາຍ ແລະ ເສບຢາເສບຕິດ ເຂົ້າມາເຜີຍແຜ່ນໍາຫມູ່ມະຫາຊົນ, ເພື່ອສ້າງໃຫ້ກຸ່ມຄົນດັ່ງກ່າວນັ້ນ ເຄື່ອນໄຫວຜິດຕໍ່ລະບຽບກົດຫມາຍ ແລະ ສ້າງຄວາມບໍ່ສະຫງົບເກີດຂື້ນໃນສັງຄົມ, ເຊີ່ງເປັນບັນຫາທີ່ທາງກໍາລັງປ້ອງກັນຄວາມສະຫົງບເມືອງ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ຫມົດໄປຢ່າງສິ້ນເຊີງ.

 ຜ່ານການກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ບັນດາເງື່ອນໄຂ ຂອງການພັດທະນາເປັນບ້ານປ້ອງກັນຄວາມສະຫງົບດີ ເຫັນວ່າ ພາຍໃນເມືອງ ມີ 60 ບ້ານ ທີ່ສາມາດປະຕິບັດໄດ້.

ເພື່ອເປັນການຢັ້ງຢືນ ເຖິງຜົນງານທີ່ແຕ່ລະບ້ານຍາດມາໄດ້ນັ້ນ ເຈົ້າແຂວງບໍລິຄໍາໄຊ ໄດ້ອອກຂໍ້ຕົກລົງ ເລກທີ 105/ຂບຊ, ລົງວັນທີ 18 ກຸມພາ 2022 ວ່າດ້ວຍການອອກໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ 3 ປີຊ້ອນ ແຕ່ປີ 2018 – 2021 ໃຫ້ 60 ບ້ານພາຍໃນເມືອງຄຳເກີດ.

About admin11