6 ເດືອນຕົ້ນປີ 2021 ເມືອງປາກກະດິງ ມີຄະດີ 129 ເລື່ອງ

ໃນຕອນເຊົ້າວັນທີ 6 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຄົ້ນຄ້ວາປຶກສາຫາລື ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົບ ຈັນທະວົງ ຮອງເລຂາພັກເມືອງປາກກະດິງ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງປາກກະດິງ ສະບັບເລກທີ 602/ມປດ, ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນຳ ແລະ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຫລັງຈາກນັ້ນ ໄດ້ຮັບຟັງລາຍງານວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຢູ່ເມືອງປາກກະດິງ 6 ເດືອນຕົ້ນປີ 2021 ໂດຍມີຄະດີທັງໝົດ 129 ເລື່ອງ: ໃນນັ້ນ, ມີຄະດີແພ່ງ ຄ້າງມາ 19 ເລື່ອງ, ເຂົ້າໃໝ່ 04 ເລື່ອງ, ລວມ 23 ເລື່ອງ, ຈັດຕັ້ງປະຕິບັດສຳເລັດ 01 ເລື່ອງ, ສົ່ງພະແນກຍຸຕິທຳແຂວງ 1 ເລື່ອງ, ພວມຈັດຕັ້ງປະຕິບັດ 21 ເລື່ອງ, ເກັບເງີນໃຫ້ໂຈດໄດ້ 36.850.000 ກີບ ແລະ 27.000 ບາດ.

ມີຄະດີອາຍາ ຄ້າງມາ 56 ເລື່ອງ, ເຂົ້າໃໝ່ 52 ເລື່ອງ, ລວມ 108 ເລື່ອງ, ຈັດຕັ້ງປະຕິບັດສຳເລັດ 4 ເລື່ອງ, ບໍ່ສາມາດຈັດຕັ້ງປະຕິບັດໄດ້ 7 ເລື່ອງ, ພວມຈັດຕັ້ງປະຕິບັດ 97 ເລື່ອງ, ເກັບເງີນໃຫ້ໂຈດທາງແພ່ງໄດ້ 10.100.000 ກີບ ແລະ 2.000 ບາດ, ເກັບເງີນຄ່າປັບໄໝໄດ້ 950.000, ອອກໝາຍຮຽກທັງໝົດ 72 ສະບັບ, ເຂົ້າມາ 36 ສະບັບ, ບໍ່ເຂົ້າມາ 36 ສະບັບ.

ກອງປະຊຸມ ຍັງໄດ້ຜ່ານກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ນິຕິກຳທີ່ກ່ຽວຂ້ອງ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍ່ຍັງໄດ້ມີທັດສະນະປະກອບຄຳຄິດຄຳເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ປະທານກອງປະຊຸມຍັງໄດ້ໃຫ້ທິດຊີ້ນຳຢ່າງໜັ້ກແໜ້ນ, ແນໃສ່ໃຫ້ຄຳຕັດສິນຂອງສານ ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ ແລະ ໃຫ້ຄວາມຍຸຕິທຳທັງໂຈດ ແລະ ຈຳເລີຍ.

About admin11