6 ເດືອນຕົ້ນປີ ເສດຖະກິດບໍລິຄຳໄຊຂະຫຍາຍຕົວ 3,17%

ເຖິງຈະພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ດ້ານເສດຖະກິດມະຫາພາກ ຍັງສືບຕໍ່ຂະຫຍາຍຕົວ, ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ໄດ້ລາຍຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝ ທີ VII ທີ່ໄດ້ໄຂຂຶ້ນໃນວັນທີ 14 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

        6 ເດືອນຕົ້ນປີ ດ້ານເສດຖະກິດມະຫາພາກ ເຫັນວ່າ ລວມຍອດຜະລິດຕະພັນພາຍໃນ (GPP) ຕາມແຜນແມ່ນ 6.918 ຕື້ກີບ, ບັນລຸໄດ້ 6.902,3 ຕື້ກີບ, ອັດຕາການຂະຫຍາຍຕົວຂອງເສດຖະກິດ 3,17% ຕາມແຜນແມ່ນ 5%, ດ້ານລາຍຮັບ ປະຕິບັດໄດ້ 246,13 ຕື້ກີບ ເທົ່າກັບ 60,97% ຂອງແຜນການ 6 ເດືອນ, ໃນນັ້ນລາຍຮັບພູດສູນກາງ 148,44 ຕື້ກີບ ເທົ່າກັບ 24,73% ຂອງແຜນການປີ ແລະ ລາຍຮັບພູດທ້ອງຖິ່ນ 97,69 ຕື້ກີບ ເທົ່າກັບ 47,19% ຂອງແຜນການປີ ແລະ ສາມາດແກ້ໄຂຄອບຄົວທຸກຍາກໄດ້ 903 ຄອບຄົວ ລື່ນແຜນ 324 ຄອບຄົວ, ປັດຈຸບັນທົ່ວແຂວງມີຄອບຄົວພົ້ນທຸກກວມ 96,09%.

          ທ່ານ ບຸນເສັງ ປະທຳມະວົງ ຍັງໄດ້ລາຍງານຕື່ມອີກວ່າ ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງຕໍ່ກັບຂົງເຂດເສດຖະກິດ ທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ໂດຍສະເພາະການຜັນແປຢ່າງສັບສົນບັນຫາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ລາຄາພະລັງງານເພີ່ມສູງຂຶ້ນ, ຄ່າຄອງຊີບສູງຂຶ້ນ ໄດ້ສົ່ງຜົນກະທົບ ແລະ ຄວາມຫຍຸ້ງຍາກຫຼາຍດ້ານ ຕໍ່ການພັດທະນາເສດຖະກິດ – ສັງຄົມ, ເຮັດໃຫ້ການຂະຫຍາຍຕົວເສດຖະກິດຂອງແຂວງ ບໍ່ບັນລຸຕາມຄາດໝາຍທີ່ວາງໄວ, ພື້ນຖານການເກັບລາຍຮັບຫຼຸດລົງບໍ່ໄດ້ຕາມແຜນ, ນອກນີ້ ຍັງມີຜົນກະທົບຕໍ່ການສົ່ງອອກ ເຊັ່ນ: ມັນຕົ້ນ, ສິນຄ້າກະສິກຳ, ແຮ່ທາດ ຂອງບໍລິສັດຕ່າງໆ, ໂຄງການການລົງທຶນຂອງລັດ ໃນການພັດທະນາພື້ນຖານໂຄງລ່າງຍັງຊັກຊ້າ, ການຜະລິດກະສິກຳ ຍັງມີຂະໜາດນ້ອຍ ກະແຈກກະຈາຍ ຂຶ້ນກັບທຳມະຊາດ, ການກວດກາ, ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ລາຄານ້ຳມັນຊ່ວງຜ່ານມາ ຍັງບໍ່ທັນເຂັ້ມງວດ ແລະ ບັນຫາອື່ນໆ.

About admins14