6 ເດືອນຕົ້ນປີ ເມືອງທ່າພະບາດ ການພັດທະນາເສດຖະກິດມີຫຼາຍດ້ານພົ້ນເດັ່ນ.

ໃນວັນທີ 25 ກໍລະກົດ 2022 ຢູ່ຫ້ອງວ່າການເມືອງ ໄດ້ຈັດກອງປະຊຸມວຽກງານປົກຄອງເມືອງທ່າພະບາດ ຄັ້ງທີ I ປີ 2022 ເປັນປະທານໂດຍ ທ່ານ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ ແລະ ພຶດສະພາ 2022 ແລະ ເຜີຍແຜ່ມະຕິກອງປະຊຸມປົກຄອງແຂວງ ຄັ້ງທີ I ປີ 2022, ສະຫຼຸບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງແຕ່ລະຂະແໜງການເຊິ່ງໄດ້ຜັດປ່ຽນການຂື້ນລາຍງານ ເປັນຕົ້ນແມ່ນການລາຍງານມາດຕະການຊຸກຍູ້ການຜະລິດສະບຽງອາຫານການຊຸກຍູ້ການຜະລິດເຂົ້ານາປີ ປະຈຳປີ 2022 ໃຫ້ໄດ້ຕາມແຜນການ ພ້ອມທັງຍົກສູງສະມາດຕະພາບ ແລະ ຜົນຜະລິດໃຫ້ສູງຂື້ນ, ຊຸກຍູ້ການປູກຜັກອີນຊີ, ການລ້ຽງສັດໃຫ້ເພີ່ມຂື້ນ, ຫັນການປູກ ການລ້ຽງ ໃຫ້ເປັນລະບົບ ເປັນກຸມເປັນຟາມ, ວຽກງານການພິສູດຫຼັກຖານການອອກໃບແຈ້ງສິດນຳໃຊ້ທີດີນ, ປະຕິບັດໂຄງການອອກໃບຕາດີນ, ແກ້ໄຂຂໍ້ຂັດແຍ່ງທີດີນ ແລະ ບັນຫາຜົນກະທົບສິ່ງແວດລ້ອມຕ່າງໆໃຫ້ທັນການ ແລະ ວຽກງານການບໍລິການ ແລະ ສ້າງຄວາມເຂັ້ມແຂງຖານລາຍຮັບໂດຍສະເພາະແມ່ນການຊື້-ຂາຍ ຢາງພາລາ ແລະ ກຸ່ມຜະລິດຫັດຖະກຳຈັກສານເປັນສີ້ນຄ້າ, ຊຸກຍູ້ສົ່ງເສີມການພັດທະນາສີນຄ້າໂອດ໋ອບຂອງເມືອງຕໍ່ໄປເລື້ອຍໆ.

ກອງປະຊຸມໃນຄັ້ງນີ້ແມ່ນເປັນການກວດກາຕີລາຄາຄືນການນຳພາ-ຊີ້ນໍາ ຂອງແຕ່ລະຂົງເຂດວຽກງານໃນແຕ່ລະໄລຍະຜ່ານມາ ເຊິງໄດ້ສະແດງອອກເຖິງການຈັດຕັ້ງປະຕິບັດວຽກງານກໍ່ຄືການນຳພາ, ການຄຸ້ມຄອງ, ການປະສານງານ, ການເຄື່ອນໄຫວວຽກງານຂອງຕົນ ໂດຍພາຍໃຕ້ການຊີ້ນຳຂອງອົງຄະນະພັກເມືອງ ແມ່ນໄດ້ຊີ້ໃຫ້ເຫັນວ່າຄະນະພັກ, ການນຳແຕ່ລະຂັ້ນໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີຂອງແຕ່ລະຫ້ອງການກົມກອງໄດ້ມີທ່າກ້າວຂະຫບາຍຕົວດີຂື້ນ.

About admins14