6 ວຽກໃຫຍ່ ທີ່ຕ້ອງໄດ້ປະຕິບັດ ໃນການຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ກອງປະຊຸມຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍຸງຍາກທາງດ້ານເສດຖະກິດການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີຄະນະປະຈໍາພັກແຂວງ, ສະພາປະຊາຊົນແຂວງ, ຫົວຫນ້າພະແນກການ, ກົມກອງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະຮັບຜິດຊອບ ຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບຜັນຂະຫຍາຍພາຍໃນວາລະ ແລະ ຄຳສັ່ງແນະນຳຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມທຸກຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄຳໄຊ.

ໃນມະຕິຕົກລົງ ໄດ້ແບ່ງອອກເປັນ 3 ພາກສ່ວນ ຄື: ພາກສ່ວນໂຄສະນາສຶກສາອົບຮົມ, ປຸກລະດົມ ແລະ ເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບວາລະແຫ່ງຊາດ, ພາກສ່ວນດຳເນີນການປະຕິບັດຕົວຈິງທາງດ້ານວິຊາສະເພາະຕາມແຜນງານ, ໂຄງການ ທີ່ ປກສ ແຂວງກຳນົດອອກ ແລະ ພາກສ່ວນດຳເນີນຄະດີ ແລະ ປະຕິບັດຕາມກົດໝາຍຕໍ່ຜູ້ກະທຳຜິດ.

ທຸກໆເດືອນ ຈະໄດ້ມີການລາຍງານຈາກພາກສ່ວນຮັບຜິດຊອບແຕ່ລະໜ້າວຽກ ແລ້ວມອບໃຫ້ກອງເລຂາຊ່ວຍວຽກຂອງຄະນະ ສະຫຼຸບລາຍງານໃຫ້ຄະນະຊີ້ນຳ ແລະ ສະຫາຍເລຂາ-ຮອງເລຂາພັກແຂວງ ເພື່ອຮັບຊາບ.

ໃນຕອນທ້າຍກອງປະຊຸມ ທ່ານປະທານ ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ 6 ວຽກງານໃຫຍ່ ຄື: ວຽກງານສຶກສາອົບຮົມ ປູກຈິດສຳນຶກໃຫ້ເຂົ້າເຈົ້າຮັບຮູ້ ແລະ ຜົນຮ້າຍຂອງຢາເສບຕິດ, ປັບປຸງບັນດານິຕິກຳໃຫ້ສອດຄ່ອງ, ປັບປຸງຍົກລະດັບການເຄື່ອນໄຫວວຽກງານໃຫ້ສູງຂຶ້ນ, ໂຄງການສ້າງສູນບຳບັດ ແລະ ການສ້າງວຽກເຮັດງານທຳ, ການຮ່ວມມືພາຍໃນ ແລະ ຕ່າງປະເທດ, ການແກ້ໄຂດ້ານວຽກງານວິຊາສະເພາະ ພ້ອມທັງຍົກສູງຄວາມຮັບຜິດຊອບ ຈັດຕັ້ງຜັນຂະຫຍາຍ ເປັນມາດຕະການ ພ້ອມທັງຕິດຕາມ, ກວດກາປະເມີນຜົນ ແລະ ຖອດຖອນບົດຮຽນຢ່າງເປັນປົກກະຕິ.

ຈຸດປະສົງ ກໍ່ເພຶ່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ແກ້ໄຂວຽກງານໃນຕໍ່ໜ້າ ໄດ້ຮັບການປັບປຸງປ່ຽນແປງ ມີຄວາມຖືກຕ້ອງສອດຄ່ອງ ເຂັ້ມງວດ ໂປ່ງໃສ ຖືກຕ້ອງຕາມລະບຽບການ ແລະ ທິດຊີ້ນໍາທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ.

About admins16