6 ຄອບຄົວ ບ້ານປາກປຶງ ຖືກຮັບຮອງເປັນຄອບຄົວ ປກຊ ເຂັ້ມແຂງ

ໃນຕອນເຊົ້າຂອງວັນທີ 9 ຕຸລາ 2020 ຢູ່ສະໂມສອນ ບ້ານປາກປຶງ, ເມືອງປາກຊັນ, ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ ບ້ານປາກປຶງ ຈຳນວນ 6 ຄອບຄົວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸພາລັກ ໄຊສະນະສີ ຮອງເຈົ້າເມືອງປາກຊັນ, ທ່ານ ພັທ ແກ້ວອຸດອນ ເພັງພະຈັນ ຫົວໜ້າການເມືອງກອງບັນຊາການທະຫານເມືອງປາກຊັນ, ມີຄະນະພັກ, ຄະນະຮາກຖານກອງບັນຊາການທະຫານແຂວງບໍລີຄຳໄຊ, ປກສ ເຂດເທດສະບານ 1 ພ້ອມດ້ວຍອຳນາດການປົກຄອງບ້ານປາກປຶງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານເມືອງປາກຊັນ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວປ້ອງຊາດເຂັ້ມແຂງບ້ານປາກປຶງ ສະບັບເລກທີ 591/ກມຊ ລົງວັນທີ 30 ກັນຍາ 2020 ໂດຍມອບໃຫ້ 6 ຄອບຄົວ ຄື: ຄອບຄົວທ່ານ ທອງເພັດ ນຸວັນດາ, ທ່ານ ໄມວັນ ໄຊຍະວົງ, ທ່ານ ໝຸດ ວັນນະລາດ, ທ່ານ ຄຳພາ ວົງສະຫວັນ, ທ່ານ ຄອນສະຫວັນ ຕາມີນ ແລະ ຄອບຄົວທ່ານ ແອ ແຫວນວົງສັກ.

ໃນຕອນທ້າຍກອງປະຊຸມ ທ່ານ ສຸພາລັກ ໄຊສະນະສີ ຮອງເຈົ້າເມືອງປາກຊັນ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ແກ່ອຳນາດການປົກຄອງບ້ານປາກປຶງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຈົ່ງເອົາໃຈໃສ່ນຳພາພໍ່ແມ່ປະຊາຊົນເຮັດໜ້າທີ່ ແລະ ເອົາໃຈໃສ່ເກັບກຳສະພາບການຕ່າງໆໃນຂອບເຂດທີ່ຕົນເອງຮັບຜິດຊອບ ເພື່ອບໍ່ໃຫ້ກຸ່ມຄົນບໍ່ຫວັງດີ ສ້າງຄວາມປັ່ນປ່ວນໃຫ້ບ້ານເມືອງບໍ່ມີຄວາມສະຫງົບ.

About admins16