5 ວັນອັນຕະລາຍ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ບໍລິຄໍາໄຊ ມີອຸປະຕິເຫດເກີດຂື້ນ 14 ກໍລະນີ

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ວັນ ແຕ່ວັນທີ 29 ທັນວາ 2022 ຫາ ວັນທີ 2 ມັງກອນ 2023 ທີ່ເປັນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ຕ້ອນຮັບປີໃໝ່ ສາກົນ ຄສ 2023 ທົ່ວແຂວງ ບໍລິຄໍາໄຊມີອຸປະຕິເຫດເກີດຂື້ນ 14 ຄັ້ງ, ຜົນເສຍຫາຍມີພາຫະນະເປ່ເພທັງໝົດ 26 ຄັນ, ໃນນີ້ເປ່ເພເລັກໜ້ອຍ 17 ຄັນ, ເປ່ເພສົມຄວນ 9 ຄັນ, ມີຄົນໄດ້ຮັບເຄາະຮ້າຍທັງໝົດ 25 ຄົນ, ໃນນີ້້ມີຜູ້ໄດ້ຮັບບາດເຈັບເລັກໜ້ອຍ 19 ຄົນ, ບາດເຈັບສົມຄວນ 06 ຄົນ, ສົມທຽບໃສ່ປີຜ່ານມາເຫັນວ່າເກີດຂື້ນ 14 ລາຍເທົ່າກັນ ແລະ ຜູ້ເສຍຊີວິດຫຼຸດລົງ 02 ຄົນ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງ ໃຫ້ຮູ້ຕື່ມວ່າ: ອຸປະຕິເຫດທີ່ເກີດຂື້ນ 14 ລາຍນີ້ ເກີດຂື້ນຢູ່ເມືອງ ປາກຊັນ 1 ຄັ້ງ, ເມືອງທ່າພະບາດ 1 ຄັ້ງ, ເມືອງບໍລິຄັນ 5 ຄັ້ງ, ເມືອງ ປາກກະດິງ 1 ຄັ້ງ, ເມືອງ ຄໍາເກີດ 3 ຄັ້ງ, ເມືອງ ວຽງທອງ 3 ຄັ້ງ, ສາເຫດທີ່ພາໃຫ້ເກີດອຸປະຕິເຫດແມ່ນເກີດຈາກເມົາ ແລ້ວຂັບຂີ່ພາຫະນະ 4 ລາຍ, ໃຊ້ຄວາມໄວເກີນກໍານົດ 2 ລາຍ, ແຊງບໍ່ຮັບປະກັນ 1 ລາຍ, ປ່ຽນທິດທາງເດີນ 2 ລາຍ, ໃຊ້ຄວາມໄວບໍ່ຮັກສາໄລຍະຫ່າງ 2 ລາຍ, ບໍ່ປ່ອຍສິດ 2 ລາຍ, ສັນຈອນບໍ່ຖືກທິດທາງ 1 ລາຍ.

ເສັ້ນທາງທີ່ເກີດອຸປະຕິເຫດມີຄື: ເກີດຂຶ້ນຢູ່ເສັ້ນທາງ 13 ໃຕ້ 3 ລາຍ, ເສັ້ນທາງເລກທີ 21 ຈໍານວນ 3 ລາຍ, ເສັ້ນທາງ 5107 ຈໍານວນຮ 2 ລາຍ, ເສັ້ນທາງ 8 A ຈໍານວນ 2 ລາຍ, ເສັ້ນທາງ1E ຈໍານວນ 1 ລາຍ, ເສັ້ນທາງ 1D ຈໍານວນ 3 ລາຍ, ປະເພດພາຫະນະທີ່ເກີດອຸປະຕິເຫດມີລົດຈັກຕໍາກັນ 3 ລາຍ, ລົດຈັກຕໍາລົດກະບະ 2 ລາຍ, ລົດຈັກຕໍາລົດຈິບ 1 ລາຍ, ລົດບັນທຸກຕໍາລົດຈັກ 1 ລາຍ, ລົດກະບະຕໍາລົດຈັກ 2 ລາຍ, ລົດເກັ໋ງຕໍາລົດຈັກ 1 ລາຍ, ລົດກະບະຕໍາເສົາໄຟຟ້າ 1 ລາຍ, ລົດກະບະຕໍາລົດຈິບ 1 ລາຍ ແລະ ລົດຈັກຕໍາຄົນຍ່າງ 1 ລາຍ.

About admins14