5 ປີຜ່ານມາ ໄພພິບັດ ສ້າງຄວາມເສຍຫາຍໃຫ້ເມືອງປາກກະດິງ 6 ຕື້ກ່ວາກີບ

ໃນຕອນເຊົ້າວັນທີ 14 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ 5 ປີຜ່ານມາ ( 2016-2020 ) ແລະ ວາງທິດທາງແຜນການ 5 ປີຕໍ່ຫນ້າ ພ້ອມທັງປຶກສາຫາລືແຜນວຽກຈຸດສຸມ ແລະ ການກຽມຄວາມພ້ອມຕອບໂຕ້ໄພພິບັດ ປະຈຳປີ 2021. ໂດຍການເປັນປະທານຂອງທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ມີຄະນະຫ້ອງການອ້ອມຂ້າງເມືອງ, ຄະນະກອງບັນຊາການ ປກຊ-ປກສ ຂັ້ນເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງປາກກະດິງ ສະບັບເລກທີ 193/ມປດ, ລົງວັນທີ 27 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ພ້ອມທັງລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີຜ່ານມາ.,

ຢູ່ເມືອງປາກກະດິງ ໄດ້ມີເຫດການໄພພິບັດເກີດຂື້ນ 13 ຄັ້ງ: ນ້ຳຖ້ວມ 2 ຄັ້ງ, ໄຟໃໝ້ເຮືອນ 9 ຄັ້ງ ແລະ ລົມພະຍຸ 2 ຄັ້ງ. ລວມມູນຄ່າເສຍຫາຍ 6 ຕື້ກ່ວາກີບ ທີ່ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 7.681 ຄົນ. ນອກນີ້ຍັງສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງຂອງເມືອງ ເປັນຕົ້ນແມ່ນເສັ້ນທາງຫຼວງແຫ່ງຊາດ ແລະ ທາງຊົນນະບົດ 47 ບ້ານ ມູນຄ່າເສຍຫາຍ 4 ຕື້ກ່ວາກີບ. ຕໍ່ກັບຜົນກະທົບດັ່ງກ່າວນັ້ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໂດຍໄດ້ຮັບການຊີ້ນຳຈາກຂັ້ນເທີງ ກໍ່ໄດ້ລົງຕິດຕາມເປັນໄລຍະຢ່າງໃກ້ຊິດ, ພ້ອມທັງໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຕາມທ່າແຮງທີ່ມີ ແລະ ຟຶ້ນຟູພື້ນຖານໂຄງລ່າງຂອງເມືອງ ພາຍຫຼັງໄພພິບັດໃຫ້ດີຂື້ນ. ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືຮ່ວມກັນຢ່າງກົງໄປກົງມາ, ພ້ອມກັນວາງທິດທາງແຜນການ 5 ປີຕໍ່ໜ້າ(2021-2025) ແລະ ວາງແຜນຈຸດສູມ, ກຽມຄວາມພ້ອມຕອບໂຕ້ໄພພິບັດທີ່ອາດເກີດຂື້ນໃນປີ 2021ນີ້ ໃຫ້ໄດ້ຮັບຜົນດີ.

About admin11