4 ເມືອງ ມີທ່າອຽງຈະມີການລະບາດຂອງພະຍາດໄຂ້ຍຸງລາຍ

ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງພະແນກສາທາລະນະສຸກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດ ແລະ ສຳເລັດລົງໃນວັນທີ 22 ກໍລະກົດ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຫ້ອງການສາທາເມືອງ, ໂຮງໝໍແຂວງ-ເມືອງ ແລະ ຂະແໜງການພາຍໃນພະແນກສາທາແຂວງເຂົ້າຮ່ວມ.

ການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ 8 ແຜນງານໃນ 6 ເດືອນຕົ້ນປີ 2022 ຄື: ແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ ຊຸກຍູ້ທາງດ້ານວິຊາການ, ອຸປະກອນ, ວັກຊີນ ແລະ ງົບປະມານ ການເຄື່ອນໄຫວເຊື່ອມສານວຽກແມ່ ແລະ ເດັກ-ໃຫ້ວັກຊີນກັນພະຍາດໃຫ້ກູ່ມເປົ້າໝາຍ ໃນຮອບປົກກະຕິ ແລະ ເຄື່ອນໄຫວຂະບວນການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ຈຸດຕ່າງໆທັງຂັ້ນແຂວງ ແລະ ຂັ້ນເມືອງ, ບໍລິການວຽກແມ່ ແລະ ເດັກທັງເຄື່ອນທີ່ ແລະ ໃນສະຖານທີ່ບໍລິການແຕ່ລະຂັ້ນ, ເອົາໃຈໃສ່ເຝົ້າລະວັງ, ໂຕ້ຕອບ ພະຍາດໄຂ້ຍຸງລາຍທີ່ອາດຈະເກີດຂື້ນ ແລະ ມີທ່າອ່ຽງການລະບາດ ຢູ່ 4 ເມືອງ ຄື: ປາກຊັນ, ທ່າພະບາດ, ບໍລິຄັນ ແລະ ປາກກະດິງ ແລະ 61 ບ້ານເປົ້າໝາຍ, ກວດຫາພະຍາດກາຝາກລໍາໄສ້ຢູ່ໃນສະຖານທີ່ບໍລິການສຸຂະພາບຢູ່ຂັ້ນແຂວງ, ເມືອງ ແລະ ໂຮງໝໍນ້ອຍທີ່ມີເງື່ອນໄຂ ໄດ້ 79 ຄົນ, ພົບໄຂ່ກາຝາກ 38 ຄົນ, ອັດຕາກວດພົບໄຂ່ກາຝາກ 48%, ອັດຕາພົບພະຍາດໃບໄມ້ໃນຕັບ 16.5%, ປັບປຸງໂຄງລ່າງສະຖານທີ່ບໍລິການສາທາລະນະສຸກແຕ່ຂັ້ນແຂວງ ລົງຮອດໂຮງໝໍນ້ອຍ, ກໍ່ສ້າງ, ຕໍ່ເຕີມ ແລະ ສ້ອມແປງສະຖານທີບໍລິການໃຫ້ດີຂື້ນ.

ການຈັດຕັ້ງປະຕິບັດ 5 ດີ 1 ພໍໃຈ ຢູ່ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົມ ໃນ 6 ເດືອນຕົ້ນປີ 2022 ຕ້ອນ ຮັບດີ ປະຕິບັດໄດ້ 79.6%, ສະອາດດີ ປະຕິບັດໄດ້ 74.0%, ສະດວກດີ ປະຕິບັດໄດ້ 81.0%, ບົ່ງມະຕິດີ ປະຕິບັດໄດ້ 81.9%, ປີ່ນປົວດີ ປະຕິບັດໄດ້ 85.4%, ສະເລ່ຍ 79.9% ແຜນການ 80%, ລົງກວດກາບັນດາຮ້ານບໍລິການ ຈຳໜ່າຍ ຜະລິດຕະພັນເຄື່ອງສຳອາງ ຢູ່ເມືອງບໍລິຄັນ ເຂດຜາເມືອງ ແລະ ເຂດຫ້ວຍຄູນ ທັງໝົດ 20 ຮ້ານ, ໃນນີ້ພົບເຄື່ອງສຳອາງທີ່ບໍ່ຮັບປະກັນຄຸນນະພາບ ຢູ່ໃນ 6 ຮ້ານ ມີ 48 ລາຍການ ມູນຄ່າ 3.370.000 ກີບ, ກວດກາອາຫານ, ເຄື່ອງດື່ມສຳເລັດຮູບຕາມຮ້ານຂາຍເຄື່ອງຍ່ອຍ ແລະ ມິນິມາກ ລວມທັງໝົດ 355 ຮ້ານ, ໄດ້ກວດພົບອາຫານ ແລະ ເຄື່ອງດື່ມທີ່ໝົດອາຍຸ ຈຳນວນ 108 ຮ້ານ ມູນຄ່າ 31.787.000 ກີບ

ການຈັດຕັ້ງປະຕິບັດຕົວຊີ້ວັດ ເປີເຊັນ ຂອງຢາບໍ່ຈົດທະບຽນ 37,8%, ຮັບປະກັນຮ້ານຂາຍຢາ ປະຕິບັດຕາມ ລະບຽບໃຫ້ຖືກຕ້ອງ, ບໍ່ໃຫ້ຈຳໜ່າຍຢາບໍ່ມີຄຸນນະພາບ  ຢາໝົດອາຍຸ, ຢາຕ້ອງຫ້າມ, ຢາປອມ, ຢາຕົກມາດຕະຖານ  95%, ຈຳກັດການຂາຍເຄື່ອງສໍາອາງບໍ່ຖືກລະບຽບ, ມີຄວາມສ່ຽງ ແລະ ເປັນອັນຕະລາຍ ແກ່ຜູ້ຊົມໃຊ້ 95%, ຈໍາກັດການນໍາໃຊ້ຢາທີ່ບໍ່ຜ່ານການອະນຸຍາດຖືກຕ້ອງ ໃນຂົງເຂດລັດໄດ້ 95%, ໂຮງງານນໍ້າດື່ມທີ່ບໍ່ຈົດທະບຽນຫຼຸດລົງ ຍັງ 43,3%. ພ້ອມນີ້ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານບັນຫາທີ່ພົ້ນເດັ່ນຈາກບັນດາຂະແໜງການ, ເມືອງ ແລະ ການປະກອບຄຳຄິດເຫັນຂອງແຕ່ລະໜ້າວຽກ ເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.

About admins16