4 ບ້ານ ເມືອງທ່າພະບາດ ຝຶກອົບຮົມກ່ຽວກັບວຽກງານການປັບປຸງດິນ ແລະ ຂະບວນການໄຖປົກຕໍເຟືອງ

  

ໃນວັນທີ 17-18 ທັນວາ 2020 ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບວຽກງານການປັບປຸງດິນ ແລະ ຂະບວນການໄຖປົກຕໍເຟືອງ ຂອງໂຄງການແລກປ່ຽນຄວາມຮູ້ດ້ານການຮ່ວມມືຫຼາຍຝ່າຍໃນການພັດທະນາກະສິກໍາ. ໃຫ້ກຽດເຂົ້າຮ່ວມຝຶກອົບຮົມໂດຍ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ, ທ່ານ ນາມມະກອນ ສຸກຈະເລີນ ຮອງຫົວໜ້າສູນ ພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ, ມີບັນດາທີມງານຄູຝຶກຈາກກົມຄຸ້ມຄອງພັດທະນາທີ່ດິນກະສິກໍາ, ຫົວໜ້າຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນັກສໍາມະນາກອນຈາກ 4 ຕົວເມືອງ ຄື: ເມືອງທ່າພະບາດ, ບໍລິຄັນ, ປາກຊັນ ແລະ ປາກກະດິງ ພ້ອມດ້ວຍຊາວກະສິກອນບ້ານທວາຍ ເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ຮຽນຮູ້ຄວາມຮູ້ພື້ນຖານກ່ຽວດິນ ເຊັ່ນ: ນິຍາມຂອງດິນ, ອົງປະກອບຂອງດິນ, ບົດບາດ ແລະ ຄວາມສໍາຄັນຂອງດິນ, ລັກສະນະຂອງດິນແຕ່ລະປະເພດ, ດິນດີ ແລະ ດິນບໍ່ດີເປັນດິນແນວໃດ, ນອກນັ້ນ ຍັງໄດ້ຮຽນຮູ້ການໄຖປົກຕໍເຟືອງເພື່ອການປັບປຸງດິນ, ການພັດທະນາເລື່ອງການປັບປຸງບໍາລຸງດິນ ແລະ ການເກັບຕົວຢ່າງ ແລະ ປະເມີນຄຸນນະພາບດິນສະເພາະພື້ນທີ່. ຫຼັງຈາກຝຶກອົບຮົມກ່ຽວກັບວຽກງານການປັບປຸງດິນ ແລະ ຂະບວນການໄຖປົກຕໍເຟືອງ.

ຫລັງຈາກສຳເລັດການອົບຮົມດ້ານທິດສະດີແລ້ວ ກໍ່ໄດ້ລົງປະຕິບັດຕົວຈິງຂະບວນການໄຖປົກຕໍເຟືອງ ຢູ່ບ້ານທວາຍ, ທັງນີ້ ກໍ່ເພື່ອເປັນການເພີ່ມທາດອາຫານ ແລະ ຄືນຄວາມອຸດຸສົມບູນກັບລົງສູ່ດິນ ແລະ ຫລຸດຜ່ອນການນຳໃຊ້ປຸຍເຂົ້າໃນການຜະລິດ.

 

About admin11