4 ບ້ານ ກຸ່ມໜອງອໍ້-ນາແປ່ ໄດ້ຮັບນາມມະຍົດ ບ້ານແບບຢ່າງປະຕິບັດກົດໝາຍ ປະຈຳປີ 2020

  

ໃນວັນທີ 8 ທັນວາ 2020 ນີ້, ຢູ່ທີ່ຫ້ອງການບ້ານຫຼັກ 7 ກຸ່ມໜອງອໍ້-ນາແປ່ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດ 4 ບ້ານ ເປັນບ້ານແບບຢ່າງປະຕິບັດກົດໝາຍ ປະຈຳປີ 2020, ເຂົ້າຮ່ວມເປັນປະທານ ໂດຍທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ມີບັນດາແຂກທີ່ຖືກເຊີນຫ້ອງການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ 4 ບ້ານຄື: ບ້ານໜອງອໍ້, ນາແປ່, ຫຼັກ 5 ແລະ ບ້ານຫຼັກ 7 ເຂົ້າຮ່ວມ.

ທົ່ວເຂດກຸ່ມໜອງອໍ້-ນາແປ່ ປະກອບມີ 9 ບ້ານ, 1,473 ຄອບຄົວ, ຜ່ານການກວດກາການຈັດຕັ້ງປະຕິບັດ ເປັນຄອບຄົວແບບຢ່າງປະຕິບັດກົດໝາຍ ຈຳນວນ 583 ຄອບຄົວ ສາມາດປະກາດເປັນບ້ານແບບຢ່າງປະຕິບັດກົດໝາຍໄດ້ 4 ບ້ານ ຄື: ບ້ານໜອງອໍ້ ມີ 135 ຄອບຄົວ, ເປັນຄອບຄົວແບບຢ່າງປະຕິບັດກົດໝາຍ 130 ຄອບຄົວ ເທົ່າກັບ 95%, ບ້ານນາແປ່ ມີ 235 ຄອບຄົວ ເປັນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 231 ຄອບຄົວ ເທົ່າກັບ 95%, ບ້ານຫຼັກ 5 ມີ 131 ຄອບຄົວ ເປັນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 127 ຄອບຄົວ ເທົ່າກັບ 95%, ບ້ານຫຼັກ 7 ມີ 128 ຄອບຄົວ ເປັນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 125 ຄອບຄົວ ເທົ່າກັບ 95%.

ເພື່ອເປັນການຢັ້ງຢືນ ເຖີງຜົນງານທີ່ປະຕິບັດໄດ້ນັ້ນ ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ກໍ່ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ແກ່ບ້ານແບບຢ່າງປະຕິບັດກົດໝາຍປະຈຳປີ 2020 ໂດຍມີການນຳ 4 ບ້ານຂຶ້ນຮັບຢ່າງສົມກຽດ.

ໃນຕອນທ້າຍ ທ່ານ ວິໄລ ສີສະມຸດ ກໍ່ໄດ້ໂອ້ລົມຕໍ່ພິທີ ໂດຍທ່ານໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ, ກອງກໍ່ສ້າງຮາກຖານ ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ປະຕິບັດລະບຽບກົດໝາຍ ແລະ ເອົາໃຈໃສ່ສ້າງຄອບຄົວທີ່ຍັງບໍ່ທັນໄດ້ເປັນຄອບຄົວແບບຢ່າງປະຕິບັດກົດໝາຍ, ຕ້ອງມີຄວາມພ້ອມ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ ເພື່ອນຳເອົາແນວທາງຂອງພັກ-ລະບຽບກົດໝາຍຂອງລັດລົງສູ່ຮາກຖານບ້ານ, ກຸ່ມບ້ານ ແລະ ປະຊາຊົນບັນດາເຜົ່າໃຫ້ມິສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ສູງຂື້ນ.

 

About admin11