4 ບ້ານ ກຸ່ມທອງມີໄຊ ທັດສະນະສຶກສາ ການປູກມັນສາຄູເປັນສິນຄ້າ

ໃນວັນທີ 4-5 ທັນວາ 2022 ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ ແຂວງບໍລິຄໍາໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ສົມທົບກັບບໍລິສັດພັດທະນາເຂດພູດອຍ MOD ສສ ຫວຽດນາມ ປະຈໍາຢູ່ເມືອງວຽງທອງ ໄດ້ນໍາພາຄະນະບ້ານໃນກຸ່ມບ້ານທອງມີໄຊ 4 ບ້ານ ຄື: ບ້ານ ນາເພີນ, ບ້ານ ສີວິໄລ, ບ້ານ ທອງມີໄຊ ແລະ ໂຮມຈະເລີນ ໄປທັດສະນະການປູກມັນສາຄູ ແລະ ໂຮງງານປຸງແຕ່ງມັນສາຄູ ຂອງບໍລິສັດ ໂກເອໂກ ທີ່ຕັ້ງຢູ່ບ້ານນໍ້າສຽມ ເມືອງຜາໄຊ ແຂວງຊຽງຂວາງ.

ຈຸດປະສົງໃນການໄປຄັ້ງນີ້ ເພື່ອເຮັດໃຫ້ຄະນະບ້ານຮັບຮູ້ວິທີປູກ, ວິທີເກັບກູ້ ແລະ ນໍາເຂົ້າໂຮງງານເພື່ອຈະໄດ້ນໍາມາເຜີຍແຜ່ໃຫ້ປະຊາຊົນພາຍໃນບ້ານຂອງຕົນ ທີ່ສະໝັກໃຈປູກມັນສາຄູເປັນສິນຄ້າ ເພາະກຸ່ມບ້ານດັ່ງກ່າວ ເໝາະສົມໃນການປູກ ແລະ ອີກຢ່າງໜຶ່ງ ບໍລິສັດພັດທະນາເຂດພູດອຍ MOD ຈະໄດ້ຕັ້ງໂຮງງານຂຶ້ນຢູ່ກຸ່ມບ້ານດັ່ງກ່າວ, ການປູກມັນສາຄູຢູ່ເມືອງຜາໄຊ ມີ 2 ບ້ານ ຄື: ບ້ານນໍ້າສຽມ ແລະ ບ້ານ ນໍ້າເສ້ຍ ມີ 124 ຄອບຄົວ ປູກໃນເນື້ອທີ85 ເຮັກຕ່າ, ຜົນຜະລິດ 50 ໂຕ່ນ/1 ເຮັກຕ່າ, ຂາຍເຂົ້າໂຮງງານໃນລາຄາ 730 ກີບ/ ກິໂລ, ສໍາລັບໂຮງງານປຸງແຕ່ງມັນສາຄູນໍ້າສຽມສ້າງຕັ້ງໃນປີ 2017 ເປັນໂຮງງານຂະໜາດນ້ອຍ ມີກໍາມະກອນ 30 ກ່ວາຄົນ, ກໍາລັງຜະລິດເປັນແປ້ງ 60 ໂຕ່ນ/ມື້ ແລະ ຜະລິດເປັນເສັ້ນລ້ອນ 1 ໂຕ່ນ/ມື້, ສໍາລັບຜະລິດຕະພັນທີ່ຜະລິດອອກແມ່ນຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ໃນລາຄາ 48,000/ ກິໂລ.

About admins16