ເມືອງຄໍາເກີດ ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI

ໃນລະຫວ່າງວັນທີ 24-25 ພຶດສະພາ 2021  ເມືອງຄຳເກີດ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢູ່ຫ້ອງປະຊຸມຂອງເມືອງ ໂດຍການເຂົ້າຮ່ວມ ແລະ  ເຜີຍແຜ່ເອກະສານຂອງບັນດາສະຫາຍຄະນະປະຈໍາພັກເມືອງ, ມີຄະນະພັກ, ສະມາຊິກພັກ ແລະ ພະນັກງານ ພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຫັນວ່າ ສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊືມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ.

ບົດລາຍງານການເມືອງສະບັບນີ້ ຍັງໄດ້ຍົກໃຫ້ເຫັນບັນດາວຽກງານ ໃນບົດລາຍງານການເມືອງ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງແຮງໃນຕໍ່ໜ້າ ເພຶ່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກ ຂອງສັງຄົມ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ, ຍຸຕິທຳ ແລະ ອື່ນໆ.

ພ້ອມກັນນັ້ນ ໃນກອງປະຊຸມ ຍັງໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ ເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ມະຕິເລກທີ 02/ລບ, ລົງວັນທີ 26 ເມສາ 2021 ກ່ຽວກັບ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ເມສາ 2021.

About admin11