3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານກອງບັນຊາການທະຫານ ເມືອງວຽງທອງ ສຳເລັດກອງປະຊຸມໃຫ່ຍ ຄັ້ງທີ່ II

   ໃນລະຫວ່າງວັນທີ 28 – 29 ມີຖຸນາ 2022 ຜ່ານມາ 3 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານກອງບັນຊາການທະຫານເມືອງວຽງທອງ ແຂວງບໍລິຄຳໄຊ ຄື: ໜ່ວຍພັກພະແນກການເມືອງ, ໜ່ວຍພັກພະແນກພະລາ, ໜ່ວຍພັກພະແນກເສນາທິການ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂື້ນ ຢູ່ຫ້ອງປະຊຸມຂອງກອງບັນຊາການດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກງານພັກ – ພະນັກງານ, ທ່ານ ພັນໂທ ສົມພົງ ພົມມະວາດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ມີເລຂາ, ຄະນະ​ໜ່ວຍ,​ ສະມາຊິກພັກພາຍໃນ 3 ໜ່ວຍພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

  ກອງປະຊຸມ ເລຂາໜ່ວຍພັກທັງ 3 ໜ່ວຍໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ ທີ່ໄດ້ຢັ້ງຢືນເຖິງຜົນງານ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕະຫລອດໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້,.

ຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ອ້າຍນ້ອງທະຫານ, ສະມາຊິກພັກຢ່າງເປັນປົກກະຕິ ໂດຍຖືເອົາການດໍາເນີນຊີວິດການເມືອງພາຍໃນໜ່ວຍພັກ ເປັນບ່ອນຕໍານິກໍ່ສ້າງ, ຈັດຕັ້ງການຄົ້ນຄ້ວາເຊື່ອມຊຶມ ແລະ ກໍາແໜ້ນຄໍາສັ່ງຕ່າງໆ ຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົດລະບຽບຂອງກົມກອງເຮັດໃຫ້ສະມາຊິກພັກ, ອ້າຍນ້ອງທະຫານໄດ້ມີຄວາມຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງການເມືອງຂອງພັກ-ລັດ, ຫັນເຂົ້າເປັນແຜນງານອັນລະອຽດສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ກອງປະຊຸມ ໄດ້ດໍາເນີນການປ່ອນບັດ ຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ທັງ 3 ໜ່ວຍ ໂດຍກອງປະຊຸມເຫັນດີເລືອກເອົາ: ສະຫາຍ ພັນໂທ ເສດຟອງ ສີສະເກດ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ຈື່ຝື ເຈີຢີຊົ່ວ ເປັນຮອງ ແລະ ສະຫາຍ ພັນໂທ ທອງສີ ໄຊສົມພູ ເປັນກຳມະການເປັນຜູ້ກວດກາໜ່ວຍພັກພະແນກການເມືອງ.

ສະຫາຍ ພັນໂທ ຈັນໄທ ໄຈປ່າວຫວ່າງ  ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ຄຳພັນ ແກ້ວບູນມີ ເປັນຮອງເລຂາ ແລະ ສະຫາຍ ພັນຕີ  ເພັດລຳມ່າ  ຫຼ້າໂນລາດ ເປັນກຳມະການ ເປັນຜູ້ກວດກາໜ່ວຍພັກພະແນກພະລາ

ແລະ ເລືອກເອົາສະຫາຍ ພັນໂທ ສົມດີ ນູລໍວ່າງ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ຈັນສະໝອນ ບຸດມີໄຊ ເປັນຮອງເລຂາ,​ ສະຫາຍ ພັນຕີ ແສງມະນີ ມຸງຄຸນສີຫາລາດ ເປັນກຳມະການ ເປັນຜູ້ກວດກາໜ່ວຍພັກພະແນກເສນາ.

 

About admin11