3 ເມືອງ 6 ບ້ານ ຂອງແຂວງບໍລິຄຳໄຊ ມີຄວາມສ່ຽງຈະເກີດການແພ່ລະບາດ ພະຍາດໂຄວິດ 19

                ຕາມການລາຍງານຂອງຄະນະສະເພາະກິດຂັ້ນແຂວງໄດ້ຮູ້ວ່າ: ການແຜ່ລະບາດພະຍາດ ໂຄວິດ 19 ຢູ່ພາຍໃນແຂວງບໍລິຄຳໄຊ ນັ້ນມີສູງ ເພາະວ່າປະຊາຊົນນັ້ນຍັງຖືເບົາ ຕໍ່ມາດຕະການປ້ອງກັນ, ຄວບຄູມ ແລະ ແກ້ໄຂ ພະຍາດໂຄວິດ 19 ຂອງລັດຖະບານ ແລະ ແຂວງວາງອອກ ໂດຍສະເພາະແມ່ນຜູ້ທີ່ເດີນທາງໄປເຂດກຸ່ມສ່ຽງ ທີ່ມີການລະບາດ ກັບມາບໍ່ກັກໂຕຕາມທີ່ຄະນະສະເພາະກິດວາງອອກ, ຖືເບົາຕໍ່ການປ້ອງກັນຕົນເອງ ຈື່ງເຮັດໃຫ້ມີການລະບາດໃນຊູມຊົນພາຍໃນແຂວງບໍລິຄຳໄຊ ເຊີ່ງມາຮອດປະຈຸບັນ ມີຜູ້ຕິດເຊື້ອສະສົມ 84 ຄົນ, ປີ່ນປົວດີແລ້ວ 62 ຄົນ, ກຳລັງປີ່ນປົວ 22 ຄົນ.

     ໂດຍສະເພາະແມ່ນທ້າຍເດືອນ ສິງຫາ ຫາທ້າຍເດືອນ ກັນຍາ 2021 ມີຜູ້ຕິດພະຍາດໂຄວິດ 19 ໃນຊູມຊົນເຖີງ 6 ຄົນ, ທາງການໄດ້ກຳນົດເປັນບ້ານແດງ 6 ບ້ານ ໃນນັ້ນ ເມືອງປາກກະດິງ 4 ບ້ານ, ບໍລິຄັນ 1 ບ້ານ, ປາກຊັນ 1 ບ້ານ ແລະ ມີບ້ານທີ່ມີຄວາມສ່ຽງຕໍ່ການລະບາດອີກຫຼາຍບ້ານ.

       ສະນັ້ນ, ຈື່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງຮ່ວມແຮງຮ່ວມໃຈກັນ ຮັກສາໄລຍະຫ່າງ, ບໍ່ຫຼີ້ນ-ບໍ່ທ່ຽວ, ບໍ່ໄປເຂດທີ່ມີຄວາມສ່ຽງ ພວກເຮົາຈື່ງປອດໄພ.

About admin11