3 ເດືອນຜ່ານມາ ພະແນກ ຖວທ ແຂວງ ມີຫຼາຍວຽກງານພົ້ນເດັ່ນ

ກອງປະຊຸມສະຫຼຸບວຽກງານຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ປະຈຳ 3 ເດືອນ 7-8-9 ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ຕຸລາ 2020 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງສະຫາຍ ອຸດອນ ສອນສຸລິນ ວ່າການເລຂາຄະນະພັກຮາກຖານພະແນກ ຖວທ ແຂວງ, ມີຄະນະພະແນກ ແລະ ສະມາຊິກພັກພາຍໃນພະແນກ ເຂົ້າຮ່ວມ.

ຄະນະພັກຮາກຖານພະແນກ ຖວທ ແຂວງ ປະກອບມີ 5 ໜ່ວຍພັກຂຶ້ນກັບ ຄື: ໜ່ວຍພັກຖະແຫຼງຂ່າວ, ວັດທະນະທຳ, ທ່ອງທ່ຽວ, ບໍລິຫານ-ຈັດຕັ້ງ ແລະ ໜ່ວຍພັກສະຖານີວິທະຍຸ-ໂທລະພາບ, ມີສະມາຊິກພັກທັງໝົດ 71 ສະຫາຍ ຍິງ 27 ສະຫາຍ, ສຳຮອງ 7 ສະຫາຍ ຍິງ 3, ໄລຍະ 3 ເດືອນຜ່ານມາ ຄະນະພັກໄດ້ເຂົ້າຮ່ວມຮ່ຳຮຽນ, ຄົ້ນຄວ້າເຊື່ອມຊຶມເອກະສານການເມືອງຂອງພັກ, ຂໍ້ກຳນົດກົດໝາຍ, ເຜີຍແຜ່ ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ ໃຫ້ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຢ່າງເປັນປົກກະຕິຕໍ່ເນື່ອງ, ຢູ່ແຕ່ລະໜ່ວຍພັກ, ແຕ່ລະຂະແໜງ, ແຕ່ລະກອງ ເຫັນວ່າມີຫຼາຍວຽກງານພົ້ນເດັ່ນເປັນຕົ້ນວຽກງານຖະແຫຼງຂ່າວ-ສື່ມວນຊົນ 3 ສື່: ວິທະຍຸ-ໂທລະພາບ, ໜັງສືພິມ ແລະ ເວບໄຊ, ສະເຫຼີມສະຫຼອງວັນສື່ມວນຊົນ-ພິມຈຳໜ່າຍຄົບຮອບ 70 ປີ, ສຳເລັດເກັບກຳຂ່າວ, ຂຽນຂ່າວກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7, ຝຶກອົບຮົມຍົກລະດັບຄວາມຮູ້ຂອງນັກຂ່າວເມືອງວຽງທອງໄດ້ 1 ຄັ້ງ, ສະເພາະວິທະຍຸ-ໂທລະພາບ ສາມາດອອກຂ່າວທາງໂທລະພາບໄດ້ 154 ຂ່າວ, ຂ່າວວິທະຍຸໄດ້ 160 ຂ່າວ, ເກັບກຳຂ່າວ ແລະ ຂຽນຂ່າວໄດ້ 284 ຂ່າວ, ເມືອງ ແລະ ພະແນກການສົ່ງໃຫ້ 169 ຂ່າວ, ສົ່ງໃຫ້ວິທະຍຸກະຈາຍສຽງແຫ່ງຊາດ 114 ຂ່າວ, ສົ່ງໃຫ້ໂທລະພາບແຫ່ງຊາດ 250 ຂ່າວ, ລາວສະສຕຣາ 2 ຂ່າວ, ອ່ານຂ່າວຕ່າງປະເທດໄດ້ 270 ຂ່າວ, ຜະລິດລາຍກການບໍລິຄຳໄຊພັດທະນາສົ່ງອອກໂທລະພາບແຫ່ງຊາດຊ່ອງ 1 ອອກອາກາດທຸກໆວັນສຸກ ທັງພາກເຊົ້າ ແລະ ຄ່ຳ.

ໜັງສືພິມບໍລິຄຳໄຊລາຍສັບປະດາ ຈັດພິມໜັງສືພິມໄດ້ 5.200 ສະບັບ, ຈຳໜ່າຍໄດ້ 3,731 ສະບັບ, ເກັບກຳຂ່າວໄດ້ 304 ຂ່າວ, ສົ່ງສູນກາງໄດ້ 155 ຂ່າວ.

ເວັບໄຊ ແລະ ສຳເນົາຟີ່ມ ສາມາດອັບເດດຂ່າວລົງໜ້າເວັບໄຊ້ໄດ້ 157 ຂ່າວ, ໃນນັ້ນ ແມ່ນຂ່າວການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19, ເອົາກາບກອນ-ກະວີລົງໜ້າເວັບໄຊ ໄດ້ 24 ກອນ, ຂຽນບົດເສດຖະກິດໄດ້ 31 ບົດ, ປະກາດຮັບຮອງບ້ານວັດທະນະທຳໄດ້ 1 ບ້ານ, ຄອບຄົວວັດທະນະທຳໄດ້ 25 ຄອບຄົວ, ມອບໃບຢັ້ງຢືນຄອບຄົວວັດທະນະທຳໃຫ້ເມືອງປາກຊັນໄດ້ 500 ໃບ, ເລັ່ງໃສ່ການສອນດ້ານວັດທະນະທຳໃຫ້ແກ່ເດັກ ເພື່ອພັດທະນາເດັກດ້ານສິນລະປະວັນນະຄະດີ ແລະ ການສະແດງອື່ນໆເປັນປົກກະຕິ, ມີເດັກເຂົ້າມາເຄື່ອນໄຫວຢູ່ສູນ 169 ເທື່ອຄົນ, ຈັດລາຍການວິທະຍຸໄດ້ 8 ຄັ້ງ, ມອບປື້ມໃຫ້ເມືອງໄຊຈຳພອນ 128 ຫົວ, ສະແດງຮັບໃຊ້ວັນສຳຄັນ 4 ຄັ້ງ 78 ເທື່ອຄົນ, ວຽກຫ້ອງສະໝຸດ ມີຈຳນວນຜູ້ອ່ານປື້ມ, ຄົ້ນຄວ້າ ແລະ ຍືມໄປອ່ານ 250 ເທື່ອຄົນ, ສຳເລັດການຈັດລາຍການ ທ່ອງທ່ຽວແບບຍືນຍົງ ອອກທາງວິທະຍຸຂອງແຂວງ ໄດ້ 4 ຄັ້ງ, ອອກອະນຸຍາດ ແລະ ສືບຕໍ່ດຳເນີນທຸລະກິດໄດ້ 1 ຫົວໜ່ວຍ.

ສຳລັບທິດທາງແຜນການໃນຕໍ່ໜ້າ ເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກ, ເສີມຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກເຂົ້າໃສ່ວຽກງານປັບປຸງ ແລະ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສະມາຊິກພັກ ແລະ ມະຫາຊົນທຸກສະຫາຍ ຈະໄດ້ຍຶດໝັ້ນອຸດົມການຂອງພັກ, ມີນ້ຳໃຈຮັກຊາດ, ມີຄວາມເຂົ້າໃຈເປັນເອກະພາບຕໍ່ທິດທາງແຜນການຂອງໜ່ວຍພັກ, ມີຄວາມຫ້າວຫັນໃນການປະຕິບັດວຽກງານທີ່ໄດ້ຮັບມອບໝາຍ, ສືບຕໍ່ຈັດຕັ້ງຮ່ຳຮຽນ ແລະ ເຜີຍແຜ່ເອກະສານຕ່າງໆຂອງພັກ-ລັດ ໃນທົ່ວພະແນກໄດ້ຮັບຮູ້ເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 2 ຂອງຄະນະພັກຮາກຖານ ແລະ ໜ່ວຍພັກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ. ກອງປະຊຸມຍັງໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອຈະໄດ້ພ້ອມກັນແກ້ໄຂ ໃຫ້ໄດ້ຮັບຜົນສຳເລັດ.

About admins16