3 ເດືອນຜ່ານມາ ກອງທຶນໜຶ່ງດວງໃຈ ໄດ້ຊ່ວຍເຫຼືອສັງຄົມ 500 ລ້ານກວ່າກີບ

ກອງປະຊຸມສະຫຼຸບການເຄື່ອນໄຫວ ວຽກງານກອງທຶນ ໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ 3 ເດືອນທ້າຍປີ ( 10, 11, 12 ) ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ, ມີສະມາຊິກພາຍໃນກອງທຶນ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນໄລຍະ 3 ເດືອນຜ່ານມາ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ຮັບການຊຸກຍູ້ຈາກພາກສ່ວນຕ່າງໆໃນສັງຄົມ ລວມທັງໝົດ 37.530.000 ກີບ ແລະ 5.000 ໂດລ່າ, ພ້ອມນັ້ນກໍ່ໄດ້ເຄື່ອນໄຫວປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນໄດ້ອະນຸມັດສ້າງໃໝ່ໂຮງຮຽນ ມສ ຜາເມືອງ ເມືອງບໍລິຄັນ ຈຳນວນເງິນ 270 ລ້ານກວ່າກີບ, ສ້ອມແປງ ແລະ ຕໍ່ເຕີມ, ຊື້ເຄື່ອງຫຼີ້ນ, ຕັ່ງນັ່ງ, ຕະລູດ, ມ້າໝູນ ແລະ ໂອນຊາ ປະກອບໃຫ້ໂຮງຮຽນະອຸບານ ບ້ານເວີນທາດ ເມືອງທ່າພະບາດ 160 ລ້ານກວ່າກີບ, ຊື້ວັດຖຸກໍ່ສ້າງໂຮງຮຽນມໍຕົ້ນບ້ານແຈ້ງ ເມືອງໄຊຈຳພອນ ງວດທີ 2 ຈຳນວນ 75 ລ້ານກວ່າກີບ, ປະກອບສ່ວນຂອງຂວັນລາງວັນ ໃນງານເຕັ້ນແອໂລບີກສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກແຂວງ 17 ລ້ານກວ່າກີບ, ຊື້ເຄື່ອງອຸປະໂພກ-ບໍລິໂພກ ໄປຢ້ຽມຄົນເຈັບຢູ່ໂຮງໝໍທະຫານ ແລະ ໂຮງໝໍແຂວງ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 8 ລ້ານກວ່າກີບ, ຊື້ອຸປະກອນການສຶກສາ ໄປມອບໃຫ້ໂຮງຮຽນ ມສ ຜາເມືອງ ເມືອງບໍລິຄັນ ມູນຄ່າ 800.000 ກີບ, ລວມມູນຄ່າທັງໝົດ 533.089.738 ກີບ.

ສຳລັບທິດທາງແຜນການໃນຕໍ່ໜ້າ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ຈະໄດ້ສືບຕໍ່ລະດົມທຶນ ຈາກທຸກພາກສ່ວນໃນສັງຄົມ, ສ້າງກິດຈະກໍາຫາລາຍໄດ້ ເປັນຕົ້ນການສ້າງສິນຄ້າຂອງກອງທຶນ ເພື່ອນຳໄປຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ຜູ້ປະສົບໄພຕ່າງໆ, ລົງຕິດຕາມກວດກາບັນດາໂຄງການ ໃຫ້ສໍາເລັດຕາມກໍານົດເວລາທີ່ວາງໄວ້ ເປັນຕົ້ນແມ່ນການສ້າງໂຮງຮຽນມັດທະຍົມຕົ້ນບ້ານນາແຈງ ເມືອງໄຊຈໍາພອນ. ພ້ອມດຽວກັນນັ້ນ ຍັງຈະໄດ້ສືບຕໍ່ລົງຕິດຕາມ ແລະ ເກັບກໍາຂໍ້ມູນ ໃນການໃຫ້ການຊ່ວຍເຫຼືອ ແລະ ພັດທະນາ ຂົງເຂດສຶກສາ, ສາທາ ແລະ ຂົງເຂດອື່ນໆ ໃນ 7 ເມືອງ ໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າຫມາຍຂອງກອງທຶນ ແລະ ສືບຕໍ່ປະສານສົມທົບກັບຫ້ອງວ່າການແຂວງ ໃນການຄົ້ນຄວ້າຄັດເລືອກເປົ້າໝາຍ ທີ່ຈະໄດ້ຮັບການຊ່ວຍເຫຼືອ ໃນໂຄງການຕອບບຸນແທນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ຕໍ່ການປະຕິວັດ ເພື່ອສ້າງເຮືອນ “ ສາຍໃຈ “.

About admins14