3 ບໍລິສັດຈາກ ສສ ຫວຽດນາມ ມອບເງິນ 110.000.000 ກີບ ຕ້ານໂຄວິດຢູ່ແຂວງບໍລິຄໍາໄຊ

ໃນວັນທີ 15 ຕຸລາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ໄດ້ເປັນກຽດຮັບເງິນຈາກ 3 ບໍລິສັດ ທີ່ມາລົງທຶນປະກອບການທຸລະກິດຢູ່ແຂວງບໍລິຄຳໄຊ ຈຳນວນ 110.000.000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນຂະບວນການຕ້ານໂຄວິດ-19 ຢູ່ແຂວງ ບໍລິຄໍາໄຊ.

ໃນນັ້ນ ທ່ານ ໂຮວັນໂນ ຕາງໜ້າໃຫ້ກູ່ມບໍລິສັດໂກເອໂກ ເຂດ 4 ມອບເງິນ ຈຳນວນ 100.000.000 ກີບ, ບໍລິສັດການຄ້າຫລັກຮຸ່ງເກື່ອງ+ແທ໋ງກົງ ຊື້ຂາຍແຮ່ເຫຼັກມອບ 5.000.000 ກີບ, ບໍລິສັດ ທົງຖຸ໋ຍ ຊື້ຂາຍແຮ່ເຫຼັກມອບ 5.000.000 ກີບ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ ໄດ້ຍ້ອງຍໍຊົມເຊີຍມາຍັງ 3 ບໍລິສັດທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ໂດຍສະເພາະຢູ່ແຂວງ ບໍລິຄຳໄຊ ແລະ ທ່ານເຈົ້າແຂວງ ຍັງເປັນກຽດມອບໃບກຽດຕິຄຸນຂອງແຂວງ ໃຫ້ບໍລິສັດໂກເອໂກ, ມອບໃບຍ້ອງຍໍຂັ້ນແຂວງໃຫ້ບໍລິສັດການຄ້າຫລັກຮຸ່ງເກື່ອງ+ແທ໋ງກົງ ແລະ ບໍລິສັດທົງຖຸ໋ຍ ທີ່ມີຜົນງານປະກອບສາວນເຂົ້າໃນການສາ້ງສາພັດທະນາແຂວງບໍລິຄຳໄຊ ເວົ້າລວມ, ເວົ້າສະເພາະແມ່ນປະກອບສ່ວນເຂົ້າໃນຂະບວນການຕ້ານໂຄວິດ-19.

ສຳລັບຢູ່ແຂວງບໍລິຄຳໄຊ ມາຮອດປະຈຸບັນ ມີຜູ້ຕິດເຊື້ອສະສົມ ທັງໝົດ 350 ຄົນ, ໃນນັ້ນປີ່ນປົວຫາຍດີ 89 ຄົນ ແລະ ກຳລັງປີ່ນປົວ 261 ຄົນ. ບັນດາເມືອງແມ່ນມີສູນກັກກັນກູ່ມສ່ຽງ ແລະ ສູນປີ່ນປົວຜູ້ຕິດເຊື້ອ, ຂັ້ນແຂວງມີສູນປີ່ນປົວຫຼັກ 6, ສູນຊາວໜຸ່ມແຂວງ, ໂຮງແຮມປາກຊັນໃໝ່ ແລະ ສະໂມສອນດອກປີກໄກ່ແຂວງ ທີ່ຄະນະສະເພາະກິດແຂວງໄດ້ກຳນົດໄວ້.

About admins14