3 ບ້ານ ເມືອງ ປາກຊັນ ເປີດຂະບວນການຕ້ານຢາເສບຕິດ

     ໃນຕອນເຊົ້າ ວັນທີ 29 ມີນາ 2022 ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບ ການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດ ຢູ່ 3 ບ້ານ ຄື ບ້ານໂພນໄຊເໜືອ, ບ້ານສີມຸງຄຸນ ແລະ ບ້ານບົວແວງຄໍາ  ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັທ ທະນູໄຊ ແສນອານົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ.

        ກອງປະຊຸມ ໄດ້ນຳເອົາເອກະສານທີ່ສໍາຄັນຕ່າງໆມາເຜີຍແຜ່ເຊື່ອມຊືມ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ ລົງວັນທີ 26 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຊີ້ນໍາ – ນໍາພາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ແຜນດຳເນີນງານຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງກອງບັນຊາການ ປກສ ເມືອງ ແລະ ເອກະສານໂຄງການດຳເນີນງານຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຕ້ານ ແລະ ແກ້ໄຂການແຜ່ລະບາດຂອງຢາເສບຕິດ, ມະຕິຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງ.

ຄະນະຮັບຜິດຊອບ ໄດ້ນໍາເອົາຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ມາເຜີຍແຜ່ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນ ແລະ ບັນດາກຸ່ມເປົ້າໝາຍໄດ້ຮັບຮູ້ເຂົ້າໃຈ, ເຊິ່ງຢາເສບຕິດທຸກຊະນິດ ລ້ວນແຕ່ມີຜົນກະທົບໂດຍກົງຕໍ່ບຸກຄົນ, ຄອບຄົວ ແລະ ສັງຄົມ, ຕໍ່ກັບຜູ້ເສບກໍ່ເຮັດໃຫ້ສຸຂະພາບຮ່າງກາຍຊຸດໂຊມຈ່ອຍຜອມ, ເກີດອາການປະສາດຫຼອນ, ເຮັດໃຫ້ການປະກອບອາຊີບເພື່ອພັດທະນາຄອບຄົວຫລຸດລົງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫົງບສຸກ, ສັງຄົມບໍ່ມີຄວາມສະຫງົບປອດໄພ, ເກີດການກໍ່ອາລະວາດຕີກັນ, ປຸ້ນຈີ້, ຊິງຊັບ, ລັກຊັບ, ຂົ່ມຂືນທໍາຊໍາເລົາ ແລະ ອື່ນໆ.

ຕໍ່ກັບຜູ້ທີ່ພົວພັນຄ້າຂາຍ ກໍ່ຈະຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍ, ຖືກສານຕັດສິນລົງໂທດ ຕັດອິດສະຫລະພາບຈໍາຄຸກ, ໃນກໍລະນີຮ້າຍແຮງກໍ່ຈະຖືກຕັດສິນຈໍາຄຸກຕະຫຼອດຊີວິດ ຫຼື ຖືກປະຫານຊີວິດກໍ່ມີ.

        ຕອນທ້າຍພິທີ ກໍ່ໄດ້ຮັບຟັງຄໍາເຫັນໂອ້ລົມຂອງທ່ານ ພັທ ທະນູໄຊ ແສນອານົງ ເຊີ່ງທ່ານໄດ້ກ່າວວ່າ: ເພື່ອເປັນການສຶບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບ ການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດໃຫ້ທົ່ວເຖິງ ແລະ ສໍາເລັດໃນທຸກບ້ານຂອງເມືອງປາກຊັນ ແຂວງ ບໍລິຄໍາໄຊ ທາງຄະນະຮັບຜິດຊອບ ແລະ  ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ນຳເອົາເອກະສານດັ່ງກ່າວມາເຜີຍແຜ່ ເພື່ອໃຫ້ບັນດາພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຊື່ອມຊື່ມ.

ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນໃຫ້ຄວາມຮ່ວມມືຊ່ວຍເຫຼືອເຈົ້າໜ້າທີ່ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ, ພ້ອມພາກັນຈັດຕັ້ງປະຕິບັດຕາມແຜນດຳເນີນງານຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ໂຄງການດຳເນີນງານຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຕ້ານ ແລະ ແກ້ໄຂການແຜ່ລະບາດຂອງຢາເສບຕິດ ໃຫ້ປະກົດຜົນເປັນຈິງ ແລະ ມີຄຸນນະພາບສູງສຸດ.

 

About admin11