3 ບ້ານ ເມືອງປາກຊັນ ເປີດຂະບວນການສ້າງຄອບຄົວ ແລະ ບ້ານແມ່ຍິງສາມດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ

ໃນຕອນເຊົ້າຂອງວັນທີ 25 ເມສາ 2023 ຢູ່ທີ່ສະໂມສອນ ບ້ານສີສະອາດ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເປີດຂະບວນການສ້າງຄອບຄົວ ແລະ ບ້ານແມ່ຍິງສາມດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງຂຶ້ນ ໂດຍການເປັນປະທານຂອງທ່ານ ນາງ ສີວັນ ຫຼວງໂສພາ ກໍາມະການພັກເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ມີທ່ານ ເລຂາພັກບ້ານ, ນາຍບ້ານ ສີສະອາດ, ນາຈິກ, ໂພນສະອາດ, ຄະນະຮັບຜິດຊອບວຽກງານການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງຂອງ 3 ບ້ານເຂົ້າຮ່ວມ

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ຄູ່ມືແນະນໍາຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 517/ ສສຍລ, ລົງວັນທີ 24 ທັນວາ 2021 ກ່ຽວກັບການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ແລະ ແນະນໍາວິທີການເກັບແບບຟອມໃຫ້ແກ່ຄະນະຮັບຜິດຊອບວຽກງານດັ່ງກ່າວຮັບຮູ້ເຂົ້າໃຈມີການເຄື່ອນໄຫວປະຕິບັດຕາມມາດຖານເງື່ອນໄຂຂອງສູນກາງສະຫະພັນແມ່ຍິງລາວວາງອອກ.

About admins16