-
ຂ່າວໃໝ່
- ປະທານສະພາແຫ່ງຊາດ ຢ້ຽມຢາມເຂື່ອນໄຟຟ້ານ້ຳຕົກ ນ້ຳເທີນ 1
- ຮອງເລຂາພັກແຂວງຕ້ອນຮັບການເຂົ້າຢ້ຽມຢາມຮອງປະທານສູນກາງສະຫະພັນແມ່ຍິງລາວ
- ເມືອງໄຊຈຳພອນ ຈັດກິດຈະກຳຍ່າງເພື່ອສຸຂະພາບ
- ຂະບວນການແຂງຂັນກິລາກະຕໍ້ຊາຍ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ
- ຕຳຫຼວດຈະລາຈອນ ປກສ ແຂວງ ສົມທົບກັບ ປກສ ທ່າພະບາດ ລົງເຜີຍແຜ່ລະບຽບການສັນຈອນທາງບົກ ຢູ່ເມືອງທ່າພະບາດ
- ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊື່ອມຊຶມວຽກງານແນວຄິດການເມືອງ ທົ່ວປະເທດ ຄັ້ງທີ 5
- ຍົກລະດັບຄຸນນະພາບສິນຄ້າ ເພື່ອສ້າງມູນຄ່າເພີ່ມໃຫ້ເຄື່ອງຫັດຖະກຳຕ່ຳຫູກ-ທໍໄໝ ບ້ານໂພນງາມ
- ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມການຜະລິປະຊາຊົນບ້ານນາຫາດ
- ທ່າພະບາດ ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ
- ເມືອງປາກກະດິງ ສະຫຼຸບກອງທຶນສິນເຊື້ອເງິນສົດຂັ້ນບ້ານ ປະຈຳສົກປີ 2021-2022
- ພະແນກວິຊາສະເພາະຫ້ອງຕຳຫຼວດ ປກສ ແຂວງ ເຄື່ອນໄຫວລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ
- ທະຫານແຂວງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິບັດລາວ ຄົບຮອບ 68 ປີ
- ພະແນກກະສິກຳແຂວງຮັບຟັງການເຊື່ອມຊືມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V
- ປກສ ແຂວງ ຮັບຟັງເຜີຍແຜ່ຜົນສຳເລັດກອງປະຊຸມ ສສຊ ເທື່ອທີ4 ຂອງສະພາແຫ່ງຊາດ ຊຸດທີ IX – ສສຂ ຊຸດທີII
ກ່ຽວກັບແຂວງ
ແຈ້ງການ
ບົດກາວີ
ເຊື່ອມຕໍ່ເວັບໄຊອື່ນ
ຜູ້ເຂົ້າຊົມເວັບໄຊ
Users Today : 209
Users Yesterday : 264
This Month : 10861
This Year : 27792
Total Users : 272794
Who's Online : 6
ເບິ່ງຂ່າວເກົ່າ
Archive for January, 2023
-
ຫຼາຍວຽກງານສໍາຄັນ ໃນປີ 2023 ທີ່ອົງການປົກຄອງແຂວງ ຕ້ອງເລັ່ງຈັດຕັ້ງປະຕິບັດ
Posted on January 31, 2023 | No Commentsເພື່ອຮັບປະກັນຜົນສຳເລັດຂອງວຽກງານພັດທະນາເສດຖະກິດ-ສັງຄົມ ອົງການປົກຄອງແຂວງຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານຈຳເປັນ ທ່ານ ໃສຄໍາ ທອງລັດ ຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານສະພາປະຊາຊົນແຂວງ ປະກອບຄໍາເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງບໍລິຄຳໄຊ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ […] -
ລວມຍອດຜະລິດຕະພັນພາຍໃນ ແຂວງບໍລິຄຳໄຊ ບັນລຸ 7 ພັນກວ່າຕື້ກີບ
Posted on January 31, 2023 | No Commentsໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ທີ່ໄດ້ໄຂຂຶ້ນໃນວັນທີ 31 ມັງກອນ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ໄຊອໍາພອນ ສີຫາວົງ ຫົວໜ້າພະແນກການແຜນການ ແລະ ການລົງທຶນແຂວງ ໄດ້ລາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022. […] -
2023 ບໍລິຄຳໄຊ ຈະເປັນແຂວງກຸ້ມໂຕເອງດ້ານງົບປະມານ
Posted on January 31, 2023 | No Commentsໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ທີ່ໄດ້ໄຂຂຶ້ນໃນວັນທີ 31 ມັງກອນ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ ໄດ້ລາຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ແລະ ທິດທາງແຜນການ […] -
1 ປີ ເສດຖະກິດບໍລິຄຳໄຊ ຂະຫຍາຍຕົວ 5,1%
Posted on January 31, 2023 | No Commentsເຖິງສະພາບການພັດທະນາເສດຖະກິດ-ສັງຄົມ ຈະພົບກັບຄວາມຫຍຸ້ງຍາກ ແຕ່ອົງການປົກຄອງແຂວງ ໄດ້ສຸມໃສ່ປະຕິບັດຫຼາຍວຽກງານທີ່ສຳຄັນ ແລະ ບັນດາຄາດໝາຍດ້ານເສດຖະກິດທີ່ເປັນຈຸດສຸມ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົນເດັ່ນ 1 ປີ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 4 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II […] -
ກອງປະຊຸມຄົບຄະນະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 11 ແຂວງບໍລິຄຳໄຊ
Posted on January 30, 2023 | No Commentsກອງປະຊຸມຄົບຄະນະ ປະຈຳປີ 2022 ຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 11 ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ມັງກອນ 2023 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດ […] -
ເມືອງວຽງທອງ ປິດບ້ານຈຸດສຸມຫຼໍ່ແຫຼມບ້ານວັງພຽງ
Posted on January 30, 2023 | No Commentsໃນວັນທີ 27 ມັງກອນ 2023 ຢູ່ຫ້ອງການບ້ານວັງພຽງ ເມືອງວຽງທອງ ໄດ້ຈັດພິທີປິດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຈຸດສຸມຫຼໍ່ແຫຼມບ້ານວັງພຽງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີເລຂາພັກບ້ານ, ການຈັດຕັ້ງພາຍໃນບ້ານ ແລະ ພະນັກງານກໍ່ສ້າງຮາກຖານ ປະຈໍາຈຸດຫຼໍ່ແຫຼມ ເຂົ້າຮ່ວມ. ທ່ານ ພັຕ […] -
ບໍລິຄຳໄຊ ສະຫຼຸບຖອດຖອນບົດຮຽນວຽກງານການຄຸ້ມຄອງພົນລະເມືອງ
Posted on January 30, 2023 | No Commentsໃນວັນທີ 26 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງພົນລະເມືອງ ແລະ ວຽກງານໂຄງການຈົດທະບຽນ-ສະຖິຕິພົນລະເມືອງປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສົມເພັດ ຄໍາມະນີ ຫົວໜ້າພະແນກພາຍໃນແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຜາສຸກ ຈູມມລາວົງ […] -
ບໍລິຄຳໄຊ ສະຫຼຸບວຽກງານ ປກຊ – ປກສ ປະຈໍາ 2022
Posted on January 30, 2023 | No Commentsວັນທີ 26 ມັງກອນ 2023 ຢູ່ຫ້ອງປະຊຸມຫ້ອງວ່າການເເຂວງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປກຊ – ປກສ ແຂວງບໍລິຄຳໄຊ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023 ໃຫ້ກຽດເປັນປະທານໂດຍ ທ່ານ ປອ ກອງເເກ້ວ ໄຊສົງຄາມ […] -
ສຶກສາເມືອງປາກກະດິງ ເຊື່ອມຊືມຫຼັກການສ້າງເອກະສານທາງການ
Posted on January 30, 2023 | No Commentsວັນທີ 26 ມັງກອນ 2023 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ, ຫ້ອງການສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານຍາມພັກແລ້ງ ແລະ ແນະນຳການສ້າງເອກະສານທາງການ ພາຍໃຕ້ການເປັນທານຂອງທ່ານ ເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ […] -
ກອງຮ້ອຍທະຫານຊາຍແດນ 251 ອ່ວຍພອນຄະນະພັກ-ຄະນະບັນຊາດ່ານຕາມເຫີບ
Posted on January 30, 2023 | No Commentsເນື່ອງໃນໂອກາດວັນບຸນປີໃໝ່ຂອງຊາວຫວຽດນາມ ໃນວັນທີ 25 ມັງກອນ 2023 ທ່ານ ພັນໂທ ບົວແກ້ວ ຄໍາພະໄຊ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 251 ສປປ ລາວ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂັວນ ແລະ ເຂົ້າສານໜຽວຈໍານວນສອງເປົາ ເຂົ້າອ່ວຍພອນ ຄະນະພັກ-ຄະນະບັນຊາດ່ານຕາມເຫີບ […] -
ບໍລິສັດວັນນະແສງການຄ້າ ໄດ້ຮັບລາງວັນທຸລະກິດດີເດັ່ນປະຈຳປີ 2022
Posted on January 30, 2023 | No Commentsໃນວັນທີ 23 ມັງກອນ 2023 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ໄດ້ຈັດພິທີມອບ-ຮັບລາງວັນທຸລະກິດດີເດັ່ນປະຈໍາປີ 2022, ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນແຕ່ລະປີ […] -
ພະແນກການຕ່າງປະເທດ ສະຫຼຸບວຽກງານປະຈຳປີ 2022
Posted on January 27, 2023 | No Commentsກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານການຕ່າງປະເທດ ແຂວງບໍລິຄຳໄຊ ປະຈຳປີ 2022 ແລະ ທິດທາງແຜນການ 2023 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ມັງກອນ 2023 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ອຸດົມ ວົງໄກສອນ […] -
ຖວທ ບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ
Posted on January 27, 2023 | No Commentsເພື່ອລະນຶກເຖີງຄຸນງາມຄວາມດີ ຂອງນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ກາຍ ແລະ ໃຈ ເພື່ອພາລະກິດປົດປ່ອຍຊາດ ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2023 […] -
ທະນາຄານນະໂຍບາຍ ໜ່ວຍບໍລິການປະຈໍາເມືອງໄຊຈໍາພອນ ສະຫຼຸບປະຈໍາປີ 2022
Posted on January 26, 2023 | No Commentsໃນວັນທີ 25 ມັງກອນ 2023 ທະນາຄານນະໂຍບາຍ ໜ່ວຍບໍລິການປະຈໍາເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈໍາປີ 2022 ແລະ ຮັບຮອງແຜນສິນເຊື່ອ ປະຈໍາປີ 2023 ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈໍາພອນ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, […] -
ປກສ ແຂວງ ຝຶກອົບຮົມການສ້າງເອກະສານທາງການໃຫ້ແກ່ນາຍ ແລະ ພົນຕຳຫຼວດ
Posted on January 26, 2023 | No Commentsພິທີເປີດຝືກອົບຮົມວຽກງານຫຼັກການສ້າງນິຕິກຳ ແລະ ຫຼັກການໃນການສ້າງເອກະສານທາງການ ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ, ໄດ້ຈັດຂື້ນຕອນເຊົ້າວັນທີ 25 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມເບີ 01 ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພັນໂທ […] -
ໄຊຈຳພອນ ປະຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ
Posted on January 26, 2023 | No Commentsວັນທີ 26 ມັງກອນ 2023 ຢູ່ສະໂມສອນຫ້ອງວ່າການເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949 – 20 ມັງກອນ 2023 ) ໃຫ້ກຽດປາຖະກະຖາໂດຍທ່ານ […] -
ກອງພັນປ້ອງກັນເຄື່ອນທີ່ ສະຫລຸບວຽກງານ ປະຈໍາປີ 2022
Posted on January 26, 2023 | No Commentsໃນວັນທີ 23 ມັງກອນ 2023 ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ເປັນກຽດເຂົ້າຮ່ວມໂດຍ ທ່ານ […] -
ການນໍາເມືອງວຽງທອງ ອວຍພອນຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນ 617
Posted on January 26, 2023 | No Commentsໃນວັນທີ 20 ມັງກອນ 2023 ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ບັນດາຫົວໜ້າຫ້ອງການ, ກົມກອງ ໄດ້ນໍາເອົາກະຕ່າຂອງຂັວນໄປອວຍພອນ ຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນທະຫານ ກອງພັນ 617 ທະຫານ ແຂວງບໍລິຄຳໄຊ […] -
ເມືອງປາກຊັນ ສະຫລຸບຜົນການສອບເສັງຄັດເລືອກນັກຮຽນເກັ່ງ
Posted on January 26, 2023 | No Commentsການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງຂອງຊັ້ນປະຖົມສຶກສາ ປໍ5, ມໍ4 ແລະ ມໍ7 ປະຈຳສົກຮຽນ 2022 – 2023 ພາຍໃນເມືອງປາກຊັນ ໄດ້ຈັດຂຶ້ນ ແລະ ປິດລົງໃນຕອນບ່າຍຂອງວັນທີ 23 ມັງກອນ 2023 ຢູ່ສະໂມສອນປົກຄອງເມືອງປາກຊັນ ໂດຍໃຫ້ກຽດເຂົ້້າຮ່ວມເປັນປະທານຂອງທ່ານ ໂພຄຳ ຈັນທະສຸກ […] -
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊື່ອມຊຶມເອກະສານຕ້ານການສໍ້ລາດບັງຫຼວງ
Posted on January 26, 2023 | No Commentsພິທີເຜີຍແຜ່ເຊື່ອມຊຶມເອກະສານ ວຽກງານກວດກາ, ສະກັດກັ້ນ – ຕ້ານການສໍ້ລາດບັງຫຼວງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ( ຊສ ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມັງກອນ 2023 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມຂອງທ່ານ ພູມີພົນ ສຸວັນນະລາດ ຮອງຫົວໜ້າພະແນກ […] -
ເມືອງທ່າພະບາດ ຍົກລະດັບການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືວິຊາຄະນິດສາດ ຊັ້ນປະຖົມສຶກສາ ປີທີ 5
Posted on January 26, 2023 | No Commentsໃນລະຫວ່າງວັນທີ 24-25 ມັງກອນ 2023 ຢູ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຍົກລະດັບຄວາມຮູ້ ຄູສອນ ປ.5 ກ່ຽວກັບການນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືວິຊາຄະນິດສາດຊັ້ນປະຖົມສຶກສາປີທີ 5. ໂດຍການເປັນປະທານ ຂອງທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກສຶກສາທິການ […] -
ເຈົ້າແຂວງ ເນັ້ນ 5 ວຽກງານ ທີ່ຄະນະບໍລິຫານງານພັກແຂວງ ຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ
Posted on January 25, 2023 | No Commentsເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດງານໃນຕໍ່ໜ້າ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນ 5 ວຽກງານສຳຄັນ ໃນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ປະຈໍາປີ 2022 ຄັ້ງທີ 10 ສະໄໝທີ VII ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 […] -
ການນໍາແຂວງບໍລິຄຳໄຊ ຈັດກິດຈະກຳເຕະບານ ຊົມເຊີຍກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 7
Posted on January 25, 2023 | No Commentsກິດຈະກຳເຕະບານ ຊົມເຊີຍກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 7 ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2023 ຢູ່ທີ່ເດີ່ນເຕະບານແສງມີໄຊ, ນໍາໂດຍທ່ານ ປອ ກອງແກ້ວ […] -
ທ່ານຮອງນາຍົກລັດຖະມົນຕີ ເນັ້ນວຽກງານສໍາຄັນ ຕໍ່ກອງປະຊຸມວຽກງານ ຖວທ ທົ່ວປະເທດ
Posted on January 25, 2023 | No Commentsກອງປະຊຸມທາງໄກຜ່ານລະບົບວີດີໂອຄອນຟີເຣັ້ນ ສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປີ 2022 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 24 ມັງກອນ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ […] -
2022 ເມືອງຄຳເກີດ ມີຫຼາຍວຽກງານພົ້ນເດັ່ນ ແລະ ໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ
Posted on January 24, 2023 | No Commentsທ່ານ ເພັດສະໄໝ ໄຊຍະທິຈັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຄຳເກີດ ໄດ້ລາຍງານການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະປີ 2022 ຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 10 ສະໄໝທີ 7 ທີ່ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ. ສະເພາະເມືອງຄຳເກີດ […] -
ການນໍາເມືອງທ່າພະບາດ ເຂົ້າອວຍພອນຄະນະພັກ-ຄະນະບັນຊາ ກຳລັງປ້ອງກັນຊາດ
Posted on January 24, 2023 | No Commentsໃນລະຫວ່າງວັນທີ 18-20 ມັງກອນ 2023 ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມຄະນະ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ບັນດາກົມກອງທະຫານພາຍໃນເມືອງ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນປະຕິວັດລາວ ຄົບຮອບ 74 ປີ ( 20 […] -
ຄອບຄົວທຸກຍາກ ແລະ ອານາຖາ 2 ບ້ານ ເມືອງຄຳເກີດ ໄດ້ຮັບເຄື່ອງບັນເທົາທຸກ
Posted on January 23, 2023 | No Commentsໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ, ພຣະອາຈານ ພັນມະຫາ ວິທະຍາໄລ ປະທານ ອົງການພຸດທະສາດສະໜາເມືອງ ພ້ອມດ້ວຍບັນດານັກທຸລະກິດທີ່ມາຈາກນະຄອນຫຼວງ ແລະ ນັກທຸລະກິດພາຍໃນເມືອງຄໍາເກີດ ໄດ້ນໍາເຄື່ອງບັນເທົາທຸກເບື້ອງຕົ້ນ ໄປມອບໃຫ້ຄອບຄົວທຸກຍາກ-ຄອບຄົວອານາຖາ ຢູ່ […] -
ສິດເກົ່າບ້ານປ່າໄລ່ ມອບເຄື່ອງອຸປະກອນກໍ່ສ້າງ ໃຫ້ການຈັດຕັ້ງບ້ານ
Posted on January 23, 2023 | No Commentsໃນວັນທີ 22 ມັງກອນ 2023 ຢູ່ຫ້ອງການບ້ານປ່າໄລ ເມືອງທ່າພະບາດ ແຂວງບໍລິຄຳໄຊ ກຸ່ມສິດເກົ່າບ້ານປ່າໄລ່ ໄດ້ນໍາເອົາອຸປະກອນກໍ່ສ້າງ ມາມອບໃຫ້ແກ່ອຳນາດການປົກຄອງບ້ານປ່າໄລ່, ກ່າວຮັບໂດຍ ທ່ານ ວຽງສະຫວັນ ບານທະວົງ ນາຍບ້ານປ່າໄລ່ ໂດຍມີຄະນະບ້ານ ແລະ ກຸ່ມສິດເກົ່າບ້ານປ່າໄລ່ ເຂົ້າຮ່ວມເປັນສັກຂີພິຍານ. ເຄື່ອງທີ່ນຳມາມອບ […] -
ເລີ່ມລົງມືກໍ່ສ້າງແລ້ວ ສູນການຄ້າຕະຫຼາດນິຍົມລາວຈະເລີນຊັບ
Posted on January 23, 2023 | No Commentsໃນຕອນເຊົ້າຂອງວັນທີ 22 ມັງກອນ 2023 ທີ່ເດີ່ນຕະຫຼາດເກົ່າບ້ານຫຼັກ 20 ເມືອງຄໍາເກີດ ໄດ້ຈັດພິທີຕັ້ງເສົາເອກມຸງຄຸນ ສູນການຄ້າຕະຫຼາດນິຍົມລາວຈະເລີນຊັບ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີການນໍາຂອງເມືອງ, ຫ້ອງການ ແລະ ແຂກຖືກເຊີນ ເຂົ້າຮ່ວມ. […] -
ກອງປະຊຸມແລກປ່ຽນບົດຮຽນ ແລະ ແຮກສ່ຽວ ຊາວໜຸ່ມ 3 ຝ່າຍ
Posted on January 23, 2023 | No Commentsໃນວັນທີ 20 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ແຮກສ່ຽວ 3 ຝ່າຍ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ ແຂວງບໍລິຄໍາໄຊ, ສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ແລະ ຄະນະບໍລິຫານງານຊາວໜຸ່ມເມືອງຄູນຄໍາ ແຂວງຄໍາມ່ວນ, ເປັນປະທານໂດຍທ່ານ ຄໍາໝັ້ນ ໄຊຍະວົງ […] -
ບໍລິຄຳໄຊ ສະຫຼຸບວຽກງານພູສີທົນ ປະຈຳປີ 2022
Posted on January 23, 2023 | No Commentsໃນວັນທີ 20 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານພູສີທົນ ປະຈຳປີ 2022, ເປັນປະທານໂດຍທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ທັງເປັນຜູ້ຊີ້ນຳວຽກງານພູສີທົນ, ມີທ່ານ ຂາວ […] -
ປກສ ແຂວງ ບໍລິຄຳໄຊ ປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ
Posted on January 23, 2023 | No Commentsວັນທີ 19 ມັງກອນ 2023 ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ໃຫ້ນັກໂທດຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ຕາມກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ເນື່ອງໃນໂອກາດ ວັນຊາດທີ 02 ທັນວາ ຄົບຮອບ 47 […] -
ແນວລາວສ້າງຊາດບໍລິຄຳໄຊ ສ່ອງແສງວຽກງານ 6 ເດືອນທ້າຍປີ
Posted on January 23, 2023 | No Commentsກອງປະຊຸມສ່ອງແສງວຽກງານແນວລາວສ້າງຊາດ-ອົງການຈັດຕັ້ງມະຫາຊົນ ແລະ ວຽກງານສາສະຫນາ ທົ່ວແຂວງບໍລິຄຳໄຊ 6 ເດືອນທ້າຍປີ ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ 2023 ຢູທີ່ຫ້ອງປະຊຸມໃຫຍ່ຂອງເມືອງປາກກະດິງ ພາຍໃຕ້ການເປັນປະທານຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ 7 […] -
ວຽງທອງ ເຜີຍແຜ່ກົດໝາຍ ວ່າດ້ວຍທະບຽນຄອບຄອບຄົວ
Posted on January 23, 2023 | No Commentsໃນວັນທີ 18 ມັງກອນ 2023 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍທະບຽນຄອບຄອບຄົວ ໃຫ້ແກ່ອົງການປົກຄອງບ້ານທົ່ວເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຄະນະຮັບຜິດຊອບ, ຫ້ອງການທີ່ກ່ຽວຂ້ອງ, ບັນດານາຍບ້ານ 34 ບ້ານ ແລະ ແຂກຖືກເຊີນ […] -
ປີ 2022 ບໍລິຄຳໄຊ ມີການລົງທຶນທັງໝົດ 101 ໂຄງການ ມູນຄ່າ 2 ພັນກວ່າຕື້ກີບ
Posted on January 23, 2023 | No Commentsທ່ານ ໄຊອຳພອນ ສີຫາວົງ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ລາຍງານການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການລົງທຶນຂອງລັດ ປະຈຳປີ 2022 ແລະ ທິດທາງແຜນການຕໍ່ໜ້າ ຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 7 ທີ່ໄດ້ຈັດຂຶ້ນໃນວັນທີ […] -
ກອງປະຊຸມທາງໄກ ສະຫຼຸບວຽກງານ ຖວທ ທົ່ວປະເທດ ປີ 2022
Posted on January 23, 2023 | No Commentsກອງປະຊຸມທາງໄກຜ່ານລະບົບວີດີໂອຄອນຟີເຣັ້ນ ສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປີ 2022 ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຄະນະກະຊວງ, […] -
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 10 ສະໄໝ ທີ VII
Posted on January 23, 2023 | No Commentsກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 10 ສະໄໝ ທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 23 ມັງກອນ 2023 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, […] -
ບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ
Posted on January 20, 2023 | No Commentsເພື່ອລະນຶກເຖີງຄຸນງາມຄວາມດີ ຂອງນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ກາຍ ແລະ ໃຈ ເພື່ອພາລະກິດປົດປ່ອຍຊາດ ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ການນຳຂອງແຂວງ ນຳພາໂດຍທ່ານ ປອ ສຸວັນນີ […] -
ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເຊື່ອມຊຶມເອກະສານຕ້ານການສໍ້ລາດບັງຫຼວງ
Posted on January 19, 2023 | No Commentsພິທີເຜີຍແຜ່ເຊື່ອມຊຶມເອກະສານ ວຽກງານກວດກາ, ສະກັດກັ້ນ – ຕ້ານການສໍ້ລາດບັງຫຼວງ ຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ມັງກອນ 2023 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຫົວໜ້າ, […] -
ຄະນະກຳມາທິການເສດຖະກິດ ສະຫຼຸບວຽກງານໃນໄລຍະ 2 ປີຜ່ານມາ
Posted on January 19, 2023 | No Commentsກອງປະຊຸມຄົບຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 18 ມັງກອນ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ເຂົ້າຮ່ວມໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ແລະ ທ່ານ ສີສະຫວາດ ທັນທະບູນ ປະທານຄະນະກໍາມະການເສດຖະກິດແຜນການ […] -
ເປີດຝືກອົບຮົມວຽກງານພັກ – ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ຊຸດທີ II ປກສ 06 ແຂວງພາກກາງ
Posted on January 18, 2023 | No Commentsພິທີເປີດຝືກອົບຮົມວຽກງານພັກ – ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I, ຊຸດທີ II ໃຫ້ຄະນະພັກ ແລະ ນາຍຕໍາຫຼວດ ກອງບັນຊາການ ປກສແຂວງ – ນະຄອນຫຼວງ, ປກສ ເມືອງ – ນະຄອນ ຢູ່ […] -
01 ປີຜ່ານມາ ມີຄົນເຂົ້າ – ອອກເມືອງ ພາຍໃນແຂວງບໍລິຄໍາໄຊ 2 ແສນກວ່າຄົນ
Posted on January 18, 2023 | No Commentsໂດຍປະຕິບັດຕາມ 4 ແຜນງານ, 41 ໂຄງການ ກໍ່ຄືການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ເຈົ້າໜ້າທີ່ຕໍາຫຼວດພະແນກວິຊາສະເພາະ ຫ້ອງສັນຕິບານ ປກສ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: 01 ປີ ຜ່ານມາ ມີມວນຊົນທັງຄົນລາວ ແລະ ຄົນຕ່າງປະເທດ ເຂົ້າ […] -
ເຈົ້າແຂວງບໍລິຄຳໄຊ ເນັ້ນວຽກງານສຳຄັນ ໃນກອງປະຊຸມວຽກງານອົງການປົກຄອງແຂວງ ເປີດກວ້າງ 6 ເດືອນທ້າຍປີ
Posted on January 18, 2023 | No Commentsເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດງານໃນຕໍ່ໜ້າ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໜັກຫຼາຍວຽກງານສຳຄັນ ໃນກອງປະຊຸມວຽກງານອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2022 ທີ່ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2023 ຢູ່ຫ້ອງວ່າການແຂວງ ໂດຍມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ […] -
ຄວາມຄືບໜ້າໂຄງການກໍ່ສ້າງ – ສ້ອມແປງທາງ ເລກທີ 13 ໃຕ້ ແລະ ເສັ້ນທາງເທດສະບານເມືອງປາກຊັນ
Posted on January 17, 2023 | No Commentsທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ລາຍງານການກໍ່ສ້າງ-ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ເຂດແຂວງບໍລິຄຳໄຊ ແລະ ທາງພາຍໃນເທດສະບານ ເມືອງປາກຊັນ ຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2022 ທີ່ໄດ້ຈັດຂຶ້ນໃນວັນທີ […] -
ມອບ – ຮັບ ຫົວໜ້າ 2 ຫ້ອງການ ເມືອງວຽງທອງ
Posted on January 16, 2023 | No Commentsໃນຕອນບ່າຍວັນທີ 11 ມັງກອນ 2023 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ມີພີທີ ມອບ – ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ […] -
ເມືອງວຽງທອງ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
Posted on January 16, 2023 | No Commentsໃນຕອນເຊົ້າວັນທີ 12 ມັງກອນ 2023 ຢູ່ສະໂມສອນກອງບັນຊາການທະຫານເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ມີພິທີຈັດສົ່ງອັດຖິກະດູກທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວ ເຊີ່ງຂຸດຄົ້ນໄດ້ຢູ່ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍມວນຊົນ ແລະ […] -
ບໍລິຄຳໄຊ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢ່າງແຂງແຮງ
Posted on January 16, 2023 | No Commentsເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີ ໄລຍະຜ່ານມາໄດ້ສຸມໃສ່ຫາຍວຽກງານສໍາຄັນ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2022 ໄດ້ຈັດຂຶ້ນໃນວັນທີ 16 […] -
ບໍ່ຄຳ ຄຳເກີດແສນອຸດົມ ມອບເງິນຊົດເຊີຍເນື້ອທີ່ນາທີ່ໄດ້ຮັບຜົນກະທົບ
Posted on January 16, 2023 | No Commentsໃນຕອນບ່າຍຂອງວັນທີ 12 ທັນວາ 2023 ຢູ່ທີ່ຫ້ອງປະຊຸມຄະນະປະຈໍາຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ໄດ້ຈັດພິທີການມອບ-ຮັບເງິນຊົດເຊີຍຄ່າເຂົ້າ ປະຈຳປີ 2020 ແລະ 2021 ການຊົດເຊີຍເນື້ອທີ່ດິນນາທີ່ເສຍຫາຍ 100% ຂອງພໍ່ແມ່ປະຊາຊົນບ້ານຫຼັກ 12, ກ່າວມອບໂດຍທ່ານ ຄຳເພົ່າ ທອງເທພາຮັກ ຕາງໜ້າບໍລິສັດ […] -
ໂຮງໝໍຊຸມຊົນເມືອງວຽງທອງ ເປີດນຳໃຊ້ຫ້ອງຜ່າຕັດ
Posted on January 16, 2023 | No Commentsໃນຕອນເຊົ້າວັນທີ 12 ມັງກອນ 2023 ຢູ່ທີ່ໂຮງໝໍຊຸມຊົນເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ມີການເປີດບໍລິການຫ້ອງຜ່າຕັດ ຫຼັງຈາກໄດ້ກໍ່ສ້າງສຳເລັດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັອ ຄຳແພນ ວິລືທຳ ເຈົ້າເມືອງວຽງທອງ, ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາສະນາສຸກແຂວງ, ມີບັນດາການນຳເມືອງ, ທ່ານໝໍຊ່ຽວຊານ […] -
ການນຳແຂວງບໍລິຄຳໄຊ ອວຍພອນໜ່ວຍປະຕິບັດງານພິເສດຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
Posted on January 16, 2023 | No Commentsໃນຕອນຄ່ໍາຂອງວັນທີ 13 ມັງກອນ 2023 ຢູ່ຫໍບູຊາອັດຖິ ບັນດານັກຮົບວິລະຊົນ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ, ການນໍາແຂວງບໍລິຄຳໄຊ ນໍາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ […] -
6 ເດືອນທ້າຍປີ ບໍລິຄໍາໄຊ ໄດ້ສຸມໃສ່ຫຼາຍວຽກງານສໍາຄັນ
Posted on January 16, 2023 | No Commentsກອງປະຊຸມວຽກງານອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2022 ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2023 ຢູ່ຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ […] -
ຄະນະພັກຮາກຖານພະແນກ ຖວທ ແຂວງ ສະຫຼຸບວຽກງານປະຈຳໄຕມາດ 4
Posted on January 14, 2023 | No Commentsກອງປະຊຸມຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ປະຈຳໄຕມາດ 4 ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2023 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ສະຫາຍ ສົນທອງ ວີບຸນກວ້າງ ເລຂາຄະນະພັກຮາກຖາກ ຫົວໜ້າພະແນກ ຖວທ ແຂວງ […] -
ເຈົ້າແຂວງພ້ອມດ້ວຍຄະນະ ລົງພົບປະຢ້ຽມຢາມ 2 ກອງພັນ ເມືອງບໍລິຄັນ
Posted on January 14, 2023 | No Commentsເພຶ່ອແນ່ໃສເຮັດໃຫ້ສັງຄົມ ສຶບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບສຸກເປັນລະບຽບຮຽບຮ້ອຍ ປະກົດການຫຍໍ້ທໍ້ ໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ, ໃນວັນທີ 11 ມັງກອນ 2023 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານ ປກຊ – ປກສ ຂັ້ນແຂວງ ພ້ອມດ້ວຍຄະນະ […] -
ບໍລິຄຳໄຊ ມອບເງິນອັດສິດ ແລະ ໃບຍ້ອງຍໍໃຫ້ຄະນະນຳຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11
Posted on January 13, 2023 | No Commentsໃນຕອນບ່າຍຂອງວັນທີ 12 ມັງກອນ 2023 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ ໄດ້ຈັດພິທີສະຫຼຸບຜົນສຳເລັດຂອງຄະນະນຳຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້້າພາບ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ຜູ້ປະກອບການທຸລະກິດ, ຄະນະນຳ ຄູຝຶກ […] -
ບໍລິຄຳໄຊ ຈັດພິທີເຊັນສັນຍາສຳປະທານ ໂຄງການກໍ່ສ້າງສູນການຄ້ານິຍົມລາວ ຈະເລີນຊັບ
Posted on January 13, 2023 | No Commentsພິທີເຊັນສັນຍາສໍາປະທານ ໂຄງການກໍ່ສ້າງສູນການຄ້າ “ນິຍົມລາວ” ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2023 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າອໍານາດການປົກຄອງແຂວງບໍລິຄໍາໄຊ ເຊັນໂດຍ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ […] -
ຮອງປະທານສະພາປະຊາຊົນແຂວງ ຊຸກຍູ້ວຽກງານຢູ່ເມືອງວຽງທອງ
Posted on January 12, 2023 | No Commentsໃນຕອນເຊົ້າວັນທີ 10 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ທ່ານ ໃສຄຳ ທອງລັດ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳວຽກງານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ໄດ້ລົງຊຸກຍູ້, ຕິດຕາມ, ກວດກາ, ການພັດທະນາຊົນນະບົດຮອບດ້ານ […] -
ປກສ ເມືອງປາກຊັນ ເຜີຍແຜ່ເຊື່ອມຊືມເອກະສານ ເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ
Posted on January 12, 2023 | No Commentsຕອນເຊົ້າ ວັນທີ 10 ມັງກອນ 2023 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມເຜີຍແຜ່ເຊື່ອມຊືມ ຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 20/ປກສ ລົງວັນທີ 26 ກໍລະກົດ 2022 ແລະ ຄຳແນະນໍາ ຂອງກົມໃຫຍ່ການເມືອງ […] -
ຄະນະກຳມະການຍຸຕິທຳ ແລະ ປກຊ – ປກສ ຊຸກຍູ້ວຽກງານຢູ່ເມືອງວຽງທອງ
Posted on January 12, 2023 | No Commentsໃນຕອນເຊົ້າວັນທີ 10 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳຄະນະກຳມະການຍຸຕິທຳ ແລະ ປກຊ – ປກສ, ໄດ້ລົງຊຸກຍູ້, ຕິດຕາມ, […] -
ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ສ້າງກິດຈະກຳເພີ່ມພູນຜະລິດຜົນ
Posted on January 12, 2023 | No Commentsວັນທີ 06 ມັງກອນ 2023 ຢູ່ທີ່ ສູນປິນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ປກສ ແຂວງບໍລິຄຳໄຊ ໄດ້ນຳພາຜູ້ບໍາບັດຢາເສບຕິດ ສ້າງກິດຈະກຳອອກແຮງງານເພີ່ມພູມຜົນຜະລິດເຂົ້າສູ່ກົມກອງ, ພ້ອມນີ້ ຍັງເປັນການຝຶກວິຊາອາຊີບໃຫ້ແກ່ເຂົາເຈົ້າ, ການອອກແຮງງານໃນຄັ້ງນີ້ ຄຸ້ມຄອງຊີ້ນຳໂດຍ ທ່ານ ພັນໂທ ຄໍາຫຼ້າ ດວງສົງຄາມ […] -
ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ແຂວງບໍລິຄຳໄຊ
Posted on January 11, 2023 | No Commentsໃນວັນທີ 6 ມັງກອນ 2023 ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ຊຶ່ງນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານ ຢູ່ແຂວງບໍລິຄຳໄຊ, ເປັນກຽດຕ້ອນຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, […] -
ພິທີປະກາດຮັບຮອງເອົາ 4 ບ້ານ ກຸ່ມຈວນ ເປັນບ້ານປ້ອງກັນຊາດເຂັ້ມແຂງ
Posted on January 11, 2023 | No Commentsໃນວັນທີ 4 ມັງກອນ 2023 ຢູ່ສະໂມສອນບ້ານນາຍາງ, ກອງບັນຊາການທະຫານເມືອງວຽງທອງ ໄດ້ຈັດພິທີປະກາດຮັບຮອງເອົາຄອບຄົວ ແລະບ້ານໃນ 4 ບ້ານກຸ່ມຈວນ ຄື: ບ້ານ ນາຍາງ, ບ້ານ ນາຕັນ, ບ້ານວັງພຽງ ແລະ ບ້ານນໍ້າກູ້ ເປັນຄອບຄົວ ແລະ […] -
ປກສ ເມືອງ ວຽງທອງ ມອບໂຮງສີເຂົ້າທີ່ຄົນຮ້າຍລັກໄປຄືນເຈົ້າຂອງເດີມ
Posted on January 11, 2023 | No Commentsໃນວັນທີ 4 ມັງກອນ 2023 ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ວຽງທອງ ໄດ້ມອບໂຮງສີເຂົ້າຂະໜາດນ້ອຍຄືນໃຫ້ເຈົ້າຂອງເດີມ ໃຫ້ກຽດມອບໂດຍ ທ່ານ ຮອ ອານຸສົງ ພານຸວົງ ຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ແລະ ຮັບໂດຍ ທ່ານ ໃຈ […] -
ສະຖານີລ້າງມືໂດຍໃຊ້ສະບູ
Posted on January 11, 2023 | No Comments -
ກັກເກັບນ້ຳສະອາດໃວ້ໃຫ້ພຽງພໍສຳລັບລ້າງມືຢູ່ສະເໝີ
Posted on January 11, 2023 | No Comments -
ສືບຕໍ່ລ້າງມືດ້ວຍສະບູ ແລະ ນ້ຳສະອາດທຸກຄັ້ງ ໃນຊ່ວງເວລາທີ່ສຳຄັນ
Posted on January 11, 2023 | No Comments -
ມີຫຼາຍບ່ອນລ້າງ ລ້າງຫຼາຍເທື່ອກໍ່ສະອາດດີ
Posted on January 11, 2023 | No Comments -
ລ້າງມືໃຫ້ສະອາດຢ່າງຖືກວິທີຄວນລ້າງດ້ວຍສະບູ ແລະ ນ້ຳສະອາດ
Posted on January 11, 2023 | No Comments -
ບໍລິສັດ 999 ມອບເຄື່ອງຊຸກຍູ້ໂຮງຮຽນການເມືອງ – ການປົກຄອງແຂວງ
Posted on January 11, 2023 | No Commentsໃນຕອນບ່າຍຂອງວັນທີ 10 ມັງກອນ 2023 ບໍລິສັດ 999 ໄດ້ນຳເອົາເຄື່ອງມາມອບໃຫ້ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ, ເປັນກຽດມອບໂດຍທ່ານ ພົງສະທອນ ຕາງໜ້າບໍລິສັດ 999, ໃຫ້ກຽດຮັບໂດຍທ່ານ ສົມນຶກ ລ່ອງອ່ອນ ຮອງຫົວໜ້າອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ ໂດຍຊ້ອງໜ້າຄູອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ […] -
ຮອງເຈົ້າແຂວງບໍລິຄໍາໄຊ ລົງເຄື່ອນໄຫວຊຸກຍູ້ການຮຽນ – ການສອນ ຢູ່ໂຮງຮຽນເຕັກນິກວິຊາຊີບແຂວງ
Posted on January 11, 2023 | No Commentsໃນຕອນບ່າຍວັນທີ 10 ມັງກອນ 2023 ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຮ່ວມກັບຄູ – ອາຈານ ຢູ່ໂຮງຮຽນ ເຕັກນິກ ວິຊາຊີບ ແຂວງບໍລິຄໍາໄຊ ໂດຍການຕ້ອນຮັບຂອງທ່ານ ວິໂລດ ເລື່ອງຕະກຸນ ຜູ້ອໍານວຍການ […] -
ຮອງເລຂາພັກແຂວງບໍລິຄຳໄຊ ອວຍພອນນການນຳແຂວງ ເຫງະອານ ເນື່ອງໃນໂອກາດ ບຸນປີໃໝ່ຫວຽດນາມ ປະຈຳປີ ຄສ 2023
Posted on January 10, 2023 | No Commentsໃນຕອນບ່າຍຂອງວັນທີ 09 ມັງກອນ 2023 ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການປົກຄອງແຂວງ ເຫງະອານ ສສ ຫວຽດນາມ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ ສປປ ລາວ ພ້ອມດ້ວຍຄະນະພັກຄະນະບັນຊາ ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ນຳເອົາກະຕ່າດອກໄມ້ ແລະ […] -
ມ.ສ ສີທ່ານາໄຊ ເປີດງານແຂ່ງຂັນກິລາ-ສິລະປະ ຕ້ານສິ່ງເສບ ປະຈໍາສົກຮຽນ 2022-2023
Posted on January 10, 2023 | No Commentsພິທີເປີດການແຂ່ງຂັນກິລາ-ສິລະປະ ຕ້ານສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຄັ້ງທີ Ⅳ ສົກຮຽນ 2022 – 2023 ຂອງໂຮງຮຽນ ມ.ສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ມັງກອນ 2023 ຢູ່ເດີ່ນກິລາໂຮງຮຽນຂອງຕົນ […] -
ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າຢ້ຽມຢາມຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ
Posted on January 6, 2023 | No Commentsໃນຕອນເຊົ້າຂອງວັນທີ 06 ມັງກອນ 2023 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍໍລິຄຳໄຊ. ໂອກາດນີ້ […] -
ຊາວພຸດທະສາສະນິກະຊົນ ຮ່ວມໃຈໃສ່ບາດບຸນນະມັດສະການວັດພຣະທາດພຣະບາດ – ໂພນສັນ
Posted on January 6, 2023 | No Commentsເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ກັບຄົນລາວຊາວພຸດຕະຫຼອດໄປ ໃນວັນເພັງ 15 ເດືອນ 2 ພສ 2565, ກົງກັບວັນທີ 6 ມັງກອນ 2023 ຢູ່ທີ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີໃສ່ບາດຖວາຍສັງຄະທານ ນະມັດສະການວັດພຣະທາດພຣະບາດ – ໂພນສັນ, ເປັນກຽດເຂົ້າຮ່ວມພິທີໃສ່ບາດຄັ້ງນີ້ ນຳໂດຍທ່ານ […] -
ບໍລິຄຳໄຊ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ແລະ ຂັ້ນກາງ ຮຸ່ນທີ I
Posted on January 5, 2023 | No Commentsພິທີເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ແລະ ຂັ້ນກາງ ຮຸ່ນທີ I ຂອງໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ມັງກອນ 2023 ເປັນກຽດເຂົ້າຮ່ວມຂອງທ່ານ ຮຈ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ […] -
ບໍລິຄຳໄຊ ຈັດພິທີເຊັນສັນຍາຊອກຄົ້ນ – ສໍາຫຼວດ ແຮ່ຊີລີກາ ແລະ ຫິນແກ້ວການຊີສ
Posted on January 5, 2023 | No Commentsໃນວັນທີ 4 ມັງກອນ 2023 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການສຳຫລວດແຮ່ຊີລີລີກາ ຢູ່ເມືອງໄຊຈຳພອນ ແລະ ແຮ່ການຊີສ ຢູ່ເມືອງວຽງທອງ, ຕາງໜ້າອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອໍາພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ […] -
5 ວັນອັນຕະລາຍ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ບໍລິຄໍາໄຊ ມີອຸປະຕິເຫດເກີດຂື້ນ 14 ກໍລະນີ
Posted on January 5, 2023 | No Commentsເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ວັນ ແຕ່ວັນທີ 29 ທັນວາ 2022 ຫາ ວັນທີ 2 ມັງກອນ 2023 ທີ່ເປັນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 […] -
ປກສ ເມືອງປາກຊັນ ສຶກສາອົບຮົມກຸ່ມໄວລຸ່ນທີ່ມົ່ວສຸມເສບສານເສບຕິດ
Posted on January 5, 2023 | No Commentsວັນທີ 2 ມັງກອນ 2023 ຢູ່ຫ້ອງການພະເເນກຕໍາຫຼວດ ປກສ ເມືອງປາກຊັນ ໄດ້ສຶກສາອົບຮົມ ກຸ່ມໄວລຸ່ນ ມົ້ວສຸມ ສານເສບຕິດ (ປຸມເປົ້າບາລູນ ຫຼື ປຸມເປົ້າອັດແກັດ) ໃຫ້ການສຶກສາອົບຮົມກ່າວເຕືອນໂດຍທ່ານ ພັທ ທອງຕຸ່ນ ວົງສົມສຸກ ຫົວໜ້າພະເເນກຕໍາຫຼວດ ປກສ […] -
ເປີດແລ້ວງານຕະຫຼາດນັດ ບຸນປະເພນີນະມັດສະການ ພະທາດພະບາດ – ໂພນສັນ
Posted on January 3, 2023 | No Commentsງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ຕິດພັນກັບງານປະເພນີນະມັດສະການ ພະທາດພະບາດ – ໂພນສັນ ໄດ້ຈັດຂຶ້ນໃນວັນທີ 3 ມັງກອນ 2023 ຢູ່ເດີ່ນວັດພະບາດໂພນສັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ເມືອງ, […] -
ຫຼາຍພາກສ່ວນຮ່ວມສົບທົບທຶນ ເຂົ້າກອງທຶນໜຶ່ງດວງໃຈ ໃນງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່
Posted on January 2, 2023 | No Commentsເພື່ອເປັນການເປີດໂອກາດໃຫ້ແຕ່ລະພາກສ່ວນໃນສັງຄົມ ໄດ້ມີປະກອບສ່ວນຊ່ວຍເຫຼືອສັງຄົມ, ໃນງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ທີ່ໄດ້ຈັດຂຶ້ນໃນຄຳ່ຄືນວັນທີ 31 ທັນວາ 2022 ຢູ່ສວນສາທາລະນະທ່ານ ສີສົມພອນ ລໍວັນໄຊ ໄດ້ເປີດຮັບບໍລິຈາກເພື່ອສົມທົບທຶນຮອນເຂົ້າກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ເຫັນວ່າ ຫຼາຍບໍລິສັດ-ລັດວິສະຫະກິດ, […] -
ຊາວແຂວງບໍລິຄຳໄຊ ຮ່ວມກັນສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ດ້ວຍຄວາມເບີກບານມ່ວນຊື່ນ
Posted on January 2, 2023 | No Commentsງານລາຕີສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ຂອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຄ່ຳຄືນຂອງວັນທີ 31 ທັນວາ 2022 ຢູ່ສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ […]