-
ຂ່າວໃໝ່
- ປະທານສະພາແຫ່ງຊາດ ຢ້ຽມຢາມເຂື່ອນໄຟຟ້ານ້ຳຕົກ ນ້ຳເທີນ 1
- ຮອງເລຂາພັກແຂວງຕ້ອນຮັບການເຂົ້າຢ້ຽມຢາມຮອງປະທານສູນກາງສະຫະພັນແມ່ຍິງລາວ
- ເມືອງໄຊຈຳພອນ ຈັດກິດຈະກຳຍ່າງເພື່ອສຸຂະພາບ
- ຂະບວນການແຂງຂັນກິລາກະຕໍ້ຊາຍ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ
- ຕຳຫຼວດຈະລາຈອນ ປກສ ແຂວງ ສົມທົບກັບ ປກສ ທ່າພະບາດ ລົງເຜີຍແຜ່ລະບຽບການສັນຈອນທາງບົກ ຢູ່ເມືອງທ່າພະບາດ
- ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊື່ອມຊຶມວຽກງານແນວຄິດການເມືອງ ທົ່ວປະເທດ ຄັ້ງທີ 5
- ຍົກລະດັບຄຸນນະພາບສິນຄ້າ ເພື່ອສ້າງມູນຄ່າເພີ່ມໃຫ້ເຄື່ອງຫັດຖະກຳຕ່ຳຫູກ-ທໍໄໝ ບ້ານໂພນງາມ
- ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມການຜະລິປະຊາຊົນບ້ານນາຫາດ
- ທ່າພະບາດ ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ
- ເມືອງປາກກະດິງ ສະຫຼຸບກອງທຶນສິນເຊື້ອເງິນສົດຂັ້ນບ້ານ ປະຈຳສົກປີ 2021-2022
- ພະແນກວິຊາສະເພາະຫ້ອງຕຳຫຼວດ ປກສ ແຂວງ ເຄື່ອນໄຫວລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ
- ທະຫານແຂວງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິບັດລາວ ຄົບຮອບ 68 ປີ
- ພະແນກກະສິກຳແຂວງຮັບຟັງການເຊື່ອມຊືມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V
- ປກສ ແຂວງ ຮັບຟັງເຜີຍແຜ່ຜົນສຳເລັດກອງປະຊຸມ ສສຊ ເທື່ອທີ4 ຂອງສະພາແຫ່ງຊາດ ຊຸດທີ IX – ສສຂ ຊຸດທີII
ກ່ຽວກັບແຂວງ
ແຈ້ງການ
ບົດກາວີ
ເຊື່ອມຕໍ່ເວັບໄຊອື່ນ
ຜູ້ເຂົ້າຊົມເວັບໄຊ
Users Today : 197
Users Yesterday : 264
This Month : 10849
This Year : 27780
Total Users : 272782
Who's Online : 5
ເບິ່ງຂ່າວເກົ່າ
Archive for September, 2022
-
ເມືອງທ່າພະບາດ ເຜີຍແຜ່ ເຊື່ອມຊືມ ນິຕິກຳສຳຄັນຂອງພັກ – ລັດຖະບານ ແລະ ຂອງແຂວງ
Posted on September 29, 2022 | No Commentsໃນຕອນເຊົ້າຂອງວັນທີ 26 ແລະ 28 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊືມ ນິຕິກຳສຳຄັນຂອງພັກ, ລັດຖະບານ ແລະ ຂອງແຂວງບໍລິຄຳໄຊ ໃຫ້ກຽດເຜີຍແຜ່ໂດຍທ່ານ ສົມສົດ ແສງອາພອນ ກໍາມະການພັກແຂວງ ເຈົ້າເມືອງທ່າພະບາດ ແລະ […] -
ເມືອງຄຳເກີດ ເຜີຍແຜ່ ເຊື່ອມຊືມ ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ
Posted on September 29, 2022 | No Commentsໃນຕອນເຊົ້າວັນທີ 28 ກັນຍາ 2022 ຢູ່ຫ້ອງປະຊຸມ ສູນວັດທະນະທຳເດັກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ 2 ເອກກະສານ ສຳຄັນ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທຳ […] -
ປະກາດແຕ່ງຕັ້ງຄະນະກໍາມະການ ປກຊ – ປກສ ເມືອງວຽງທອງ
Posted on September 29, 2022 | No Commentsໃນວັນທີ 28 ກັນຍາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະກາດແຕ່ງຕັ້ງຄະນະກໍາມະການ ປກຊ – ປກສ ຂັ້ນເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົຈວ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ, ຮອງປະທານກໍາມະການ […] -
ເມືອງວຽງທອງ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ – ຫວຽດນາມ 2022
Posted on September 29, 2022 | No Commentsໃນຄືນຂອງວັນທີ 27 ກັນຍາ 2022 ຢູ່ເດີ່ນສໍານັກງານ ບໍລິສັດພັດທະນາເຂດພູດອຍ MOD ປະຈໍາ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດງານພົບປະສ້າງສັນສະເຫຼີມສະຫຼອງປີສາມະຄີມິດຕະພາບລາວ – ຫວຽດນາມ 2022, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັອ ຄຳແພນ ວິລືທຳ ເຈົ້າເມືອງວຽງທອງ, ທ່ານ […] -
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ໜ່ວຍພັກບ້ານຜາໂປງ
Posted on September 28, 2022 | No Commentsກອງປະຊຸມໃຫຍ່ບ້ານຜາໂປງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຄັ້ງທີ VIII ໄດ້ຈັດຂຶ້ນ ໃນວັນທີ 27 ກັນຍາ 2022 ຢູ່ວັດບ້ານຜາໂປງ, ພາຍໃຕ້ການເປັນປະທານຂອງ ທ່ານ ກູ່ ຈັນທະວົງ ນາຍບ້ານຜາໂປງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມສົດ ແສງອາພອນ […] -
ເມືອງປາກຊັນ ກະກຽມຈັດງານຊ່ວງເຮືອອອກພັນສາປະຈຳປີ 2022
Posted on September 28, 2022 | No Commentsໃນຕອນເຊົ້າຂອງວັນທີ 27 ກັນຍາ 2022 ຢູ່ສະໂມສອນປົກຄອງເມືອງປາກຊັນ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອການຫ້າງຫາກະກຽມຈັດງານບຸນຊ່ວງເຮືອປະເພນີ ປະຈຳປີ 2022 ໃນໂອກາດບຸນອອກພັນສາປະວໍລະນາ ປະຈຳປີ ພສ 2565 ໃຫ້ມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວົງສີ ທອງສີອິນທິປັນຍາ […] -
ຍົກລະດັບການສ້າງຄວາມເຂັ້ມແຂງໃຫ້ຄະນະສິນເຊື່ອ 10 ບ້ານຂອງໂຄງການລາວ 030 ທີ່ເມືອງ ວຽງທອງ
Posted on September 28, 2022 | No Commentsວັນທີ 26 ກັນຍາ 2022 ຢູ່ຫ້ອງການບ້ານນ້ຳຢ້າງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຝືກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກອງທຶນສິນເຊື່ອບ້ານ ຂອງແຜນງານລາວ 030 ໃຫ້ 10 ບ້ານ ທີ່ນອນຢູ່ໃນໂຄງການ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, […] -
ເມືອງວຽງທອງ ຈັດກິດຈະກຳເຕະບານມິດຕະພາບ ສະເຫຼີມສະຫຼອງປີສາມັກຄີ ລາວ-ຫວຽດນາມ
Posted on September 28, 2022 | No Commentsໃນຕອນແລງຂອງວັນທີ27ກັນຍາ2022ຢູ່ເດີນກິລາບານເຕະມະໄລລັກບ້ານທ່າແພເມືອງວຽງທອງແຂວງບໍລິຄຳໄຊ, ການນຳເມືອງວຽງທອງ ສົມທົບກັບສະມະຄົມນັກທຸລະກິດໜຸ່ມຂອງເມືອງ ໄດ້ແຂ່ງຂັນກິລາເຕະບານມິດຕະພາບກັບບໍລິສັດພັດທະນາເຂດພູດອຍ MOD ແລະ ນັກທຸລະກິດຊາວຫວຽດນາມທີ່ມາເຄື່ອນໄຫວເຮັດທຸລະກິດຢູ່ເມືອງວຽງທອງ ເພື່ອສະເຫຼີມສະຫຼອງປີສາມະຄີລາວ-ຫວຽດນາມປີ2022 ໂດຍມີ ທ່ານ ອາລຸນສັກ ປະທໍາມະວົງຮອງ ເຈົ້າເມືອງວຽງທອງ, ມີຄະນະອຳນວຍການ ບໍລິສັດພັດທະນາເຂດພູດອຍ MOD ພ້ອມດ້ວຍນັກກິລາທັງສອງທີມ ແລະ ຜູ້ຊົມຜູ້ເຊຍເຂົ້າຮ່ວມ. ການແຂງຂັນກິລາຄັ້ງນີ້ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງປີສາມະຄີມິດຕະພາບລາວ-ຫວຽດນາມ,ຫວຽດນາມ-ລາວ […] -
ສສຊ,ສສຂ ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງເມືອງທ່າພະບາດ
Posted on September 28, 2022 | No Commentsໃນລະຫວ່າງ ວັນທີ 19 – 22 ກັນຍາ 2022 ຜ່ານມານີ້ ທ່ານ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ ຮ່ວມກັບຄະນະ ສະມາຊິກສະພາປະຊາຊົນແຂວງ […] -
ພິທີປະກາດການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍປະຈໍາ ຫ້ອງການຍຸຕິທຳເມືອງ
Posted on September 28, 2022 | No Commentsໃນລະຫວ່າງວັນທີ 20 – 23 ກັນຍາ 2022 ຫ້ອງການຍຸຕິທໍາ 3 ເມືອງ ພາຍໃນແຂວງ ບໍລິຄຳໄຊ ໄດ້ຈັດພິທີເປິດຫ້ອງການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ເມືອງ ທ່າພະບາດ, ເມືອງ ປາກກະດິງ ແລະ ເມືອງໄຊຈໍາພອນ ພ້ອມທັງເຜີຍແຜ່ດໍາລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ […] -
ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 11 ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX
Posted on September 28, 2022 | No Commentsໃນວັນທີ 19 – 21 ກັນຍາ 2022 ຢູ່ຫ້ອງການບ້ານ ເມືອງມ່ວນ, ບ້ານ ວັງຫີນ, ບ້ານ ຈອມທອງ, ບ້ານສົບນາ, ບ້ານກົກຂາມ, ບ້ານຫ້ວຍຫອຍ, ບ້ານໂພນດູ່, ບ້ານ ໂພນເມືອງ, ບ້ານ ນໍ້າຢ້າງ […] -
ກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ຄຳເກີດ
Posted on September 28, 2022 | No Commentsໃນຕອນເຊົ້າຂອງວັນທີ 26 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງຄໍາເກີດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງ ປະຈຳສົກຮຽນ 2021 – 2022 ໂດຍການເປັນປະທານຂອງທ່ານ ອາຈານ ວຽງພອນ ແສງຈັນທະຜິວ ຫົວຫນ້າຫ້ອງການສຶກສາທິການ […] -
ປກສ ແຂວງ ບໍລິຄໍາໄຊ ຢຶດກະເຟປະສົມສານເສບຕິດຫຼາຍຮ້ອຍຊອງ
Posted on September 28, 2022 | No Commentsເຈົ້າໜ້າທີ່ ປກສ ແຂວງ ບໍລິຄໍາໄຊໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 26 ກັນຍາ 2022 ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວຄ້າ – ຂາຍ ແລະ ຂົນສົ່ງຢາເສບຕິດປະເພດກະເຟທີ່ປະສົມສານເສບຕິດ ( ກະເຟມ່ວນ ) ມາຈາກນະຄອນຫຼວງວຽງຈັນ ໄປຫາບ້ານ ວຽງຄໍາ […] -
ປກສ ແຂວງບໍລິຄຳໄຊ ປາຖະກະຖາວັນສ້າງຕັ້ງກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດປ້ອງກັນຄວາມສະຫງົບ ຄົບຮອບ 20 ປີ
Posted on September 28, 2022 | No Commentsໃນຕອນເຊົ້າວັນທີ 23 ກັນຍາ 2022 ທີ່ຫ້ອງປະຊຸມເບີ 01 ຂອງກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແຫ່ງການກຳເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດປ້ອງກັນຄວາມສະຫງົບ ຄົບຮອບ 20 ປີ ( 09 ສີງຫາ […] -
ກອງປະຊຸມວຽກງານອົງການປົກຄອງ 7, 8, 9 ເມືອງ ໄຊຈຳພອນ
Posted on September 28, 2022 | No Commentsໃນຕອນເຊົ້າ ຂອງວັນທີ 27 ກັນຍາ 2022 ຢູ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ໄດ້ຈັດກອງປະຊຸມວຽກງານອົງການປົກຄອງ ປະຈໍາເດືອນ 7,8,9 ປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈໍາພອນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, […] -
ກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງທ່າພະບາດ
Posted on September 28, 2022 | No Commentsກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງທ່າພະບາດ ປະຈໍາປີ 2022 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-21 ກັນຍາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງ ພາຍໃຕ້ການເປັນປະທານຂອງທ່ານ ໂສພາ ບານທະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນກຽດເຂົ້າຮ່ວມ ທ່ານ ພູວົງ ພີມມະສອນ […] -
ຫົວໜ້າ ປກສ ເມືອງວຽງທອງ ມອບເຄື່ອງໃຫ້ແກ່ກອງພັນປ້ອງກັນເຄື່ອນທີ່
Posted on September 28, 2022 | No Commentsໃນວັນທີ 20 ກັນຍາ 2022 ທ່ານ ພັນໂທ ຈອນ ອຸດລະຍັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ນໍາເອົາຕູ້ໃສ່ນ້ຳເຢັນ – ນ້ຳຮ້ອນ ມູນຄ່າ 2.000.000 ກີບ ມາມອບໃຫ້ເເກ່ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ […] -
ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ 7 ສະໄໝທີ III
Posted on September 28, 2022 | No Commentsກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ຄັ້ງທີ 7 ສະໄໝທີ III ໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 20 – 21 ກັນຍາ 2022 ຢູ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງ ສະຫາຍ […] -
ມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຊາວໜຸ່ມຮາກຖານ ພະແນກສຶກສາແຂວງບໍລິຄຳໄຊ
Posted on September 28, 2022 | No Commentsໃນວັນທີ 23 ກັນຍາ 2022 ຢູ່ຫ້ອງປະຊຸມສູນພັດທະນາຄູ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໂດຍການເປັນປະທານ ສະຫາຍ ພູວົງ ລໍວັນໄຊ ເລຂາຊາວໜຸ່ມຮາກຖານພະແນກສຶກສາແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ […] -
ຄອບຄົວຂາດເຂີນ ທາງດ້ານກໍາລັງແຮງ ແລະ ດ້ານປັດໃຈໃນການປີ່ນປົວ ໄດ້ຮັບການຊ່ວຍເຫລືອ 3 ລ້ານກ່ວາກີບ
Posted on September 28, 2022 | No Commentsໃນວັນທີ 27 ກັນຍາ 2022 ທ່ານ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ ບໍລິຄຳໄຊ ພ້ອມດ້ວຍທີມງານຄະນະຊາວບໍລິຫານງານຊາວໜຸ່ມແຂວງ ໄດ້ສົມທົບກັບອົງການແນວລາວສ້າງຊາດ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ສະຫະພັນນັກຮົບເກົ່າແຂວງ ແລະ ທ່ານ ນາງ ນຸດ ຄຸນພະໄຊ […] -
ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ຊ່ວຍສ້ອມແປງໂຮງຮຽນປະຖົມສົມບູນ ມູນຄ່າເກືອບ 50 ລ້ານກີບ
Posted on September 27, 2022 | No Commentsໃນວັນທີ່ 22 ກັນຍາ 2022 ກອງທຶນໜຶ່ງກວງໃຈ ບໍລິຄໍາໄຊຊວ່ຍເຫຼືອສັງຄົມ ໄດ້ຈັດພິທີມອບ – ຮັບໂຮງຮຽນປະຖົມສົມບູນ ບ້ານປາກກະດິງເໜືອ ໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ພູເຂົາເງິນ […] -
ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ມອບເຮືອນສາຍໃຈໃຫ້ຄອບຄົວພະນັກງານບໍານານ
Posted on September 27, 2022 | No Commentsເພື່ອເປັນການປະຕິບັດ ຕາມແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ່ V ແລະ ສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊີ່ງ, ໃນວັນທີ 23 ກັນຍາ 2022 […] -
ປະກາດການຈັດຕັ້ງ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ປະຈຳຫ້ອງການຍຸຕິທຳ ເມືອງປາກກະດິງ
Posted on September 27, 2022 | No Commentsເພື່ອໃຫ້ທຸກຄົນສາມາດເຂົ້າເຖີງກົດໝາຍ ແລະ ຂະບວນການຍຸຕິທຳ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຄວາມສະເໝີພາບຂອງພົນລະເມືອງຕໍ່ຫນ້າກົດໝາຍ, ໃນວັນທີ 21 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ປະກາດການຈັດຕັ້ງ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ປະຈຳຫ້ອງການຍຸຕິທຳເມືອງ, ເຂົ້າຮ່ວມໂດຍ ທ່ານ […] -
ຄະນະພັກ – ຄະນະກອງບັນຊາການ ປກສ ແຂວງ ລົງຢ້ຽມຍາມພະນັກງານລາພັກປີ່ນປົວສຸຂະພາບ
Posted on September 27, 2022 | No Commentsໂດຍປະຕິບັດນະໂຍບາຍ ທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດ ໃນຖັນແຖວກໍາລັງປ້ອງກັນຄວາມສະຫົງບ ໃນວັນທີ 19 ກັນຍາ 2022 ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ຕາງໃຫ້ຄະນະພັກ-ຄະນະກອງບັນຊາການ, ນາຍ ແລະ ພົນຕໍາຫຼວດ ປກສ […] -
ປະຊາຊົນບ້ານຄໍາມ່ວນສຸມໃສ່ການບົວລະບັດເຂົ້ານາປີ
Posted on September 27, 2022 | No Commentsທ່ານ ບົວວັນ ປາໝ່ອນມະນີ ນາຍບ້ານຄໍາມ່ວນ ເມືອງຄຳເກີດ ໃຫ້ສໍາພາດຕໍ່ນັກຂ່າວ ວ່າ: ບ້ານຄໍາມ່ວນ ແມ່ນບ້ານໜຶ່ງ ທີ່ນອນຢູ່ໃນກຸ່ມພັດທະນາຄໍາມ່ວນ ມີ 141 ຫຼັງຄາເຮືອນ 151 ຄອບຄົວ ມີພົນລະເມືອງທັງໝົດ 725 ຄົນ ຍິງ 323 […] -
ບໍລິຄຳໄຊ ຈັດສຳມະນາການເຂົ້າເຖິງຕະຫຼາດຂໍ້ມູນຂ່າວສານພາກພື້ນອາຊ່ຽນຜ່ານເວັບໄຊ້
Posted on September 27, 2022 | No Commentsກອງປະຊຸມສໍາມະນາເຜີຍແຜ່ການເຂົ້າເຖິງຕະຫຼາດຂໍ້ມູນຂ່າວສານພາກພື້ນອາຊ່ຽນຜ່ານເວັບໄຊ້ ອາຊ່ຽນເອັກເຊດສ໌ (WWW.ASEANACCESS.COM) ໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ 2022 ຢູ່ໂຮງແຮມດອກຈໍາປາ ເມືອງປາກຊັນ, ເປັນປະທານໂດຍ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ […] -
ບໍລິຄຳໄຊ ເລີ່ມຈັດຕັ້ງປະຕິບັດໂຄງການຜະລິດເຫັດເປັນອາຫານ ແລະ ເປັນຢາ
Posted on September 26, 2022 | No Commentsໂຄງການຜະລິດເຫັດເປັນອາຫານ ແລະ ເປັນຢາ ຂອງແຂວງບໍລິຄຳໄຊ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດຢ່າງເປັນທາງການ ໃນວັນທີ 26 ກັນຍາ 2022 ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ເຂົ້າຮ່ວມໂດຍ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍລິຄຳໄຊ ສປປ […] -
ຮອງປະທານກຳມາທິການວັດທະນະທຳ – ສັງຄົມ ສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ
Posted on September 26, 2022 | No Commentsໃນຕອນເຊົ້າຂອງວັນທີ 26 ກັນຍາ 2022 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍລິຄຳໄຊ ທ່ານ ດຣ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ – ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວວຽກງານຢູ່ສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ, […] -
ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບກຳມາທິການວັດທະນະທຳ – ສັງຄົມ ສະພາແຫ່ງຊາດ
Posted on September 26, 2022 | No Commentsໃນຕອນເຊົ້າຂອງວັນທີ 26 ກັນຍາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ດຣ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ – ສັງຄົມ […] -
ທິມສະໂມສອນປາກຊັນ ແລະ ມັດທະຍົມສົມບູນສີທ່ານາໄຊ ຄວ້າແຊ້ມການແຂ່ງຂັນບານເຕະ ອາຍຸບໍ່ເກີນ 17 ປີ ຊິງຂັນທ່ານເຈົ້າແຂວງ
Posted on September 25, 2022 | No Commentsການແຂ່ງຂັນບານເຕະອາຍຸບໍ່ເກີນ 17 ປີ ທີມຊາຍ ຊິງຂັນທ່ານເຈົ້າແຂວງບໍລິຄຳໄຊ ຕິດພັນກັບການສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ລາວ – ຫວຽວນາມ 2022 ນັດຊິງຊະນະເລີດ ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2022 ຢູ່ເດີ່ນກິລາເມືອງປາກຊັນ, ເຂົ້າຮ່ວມໂດຍ ທ່ານ ຄໍາເພັດ […] -
ປະທານກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ກອງຮ້ອຍ 254
Posted on September 25, 2022 | No Commentsໃນວັນທີ 22 ກັນຍາ 2022 ປະທານກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ສົມທົບກັບ ສະພາປະຊາຊົນແຂວງບໍລິຄໍາໄຊ, ການນໍາຂອງເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ລົງເຮັດວຽກ ແລະ ຢ້ຽມຢາມກອງຮ້ອຍທະຫານຊາຍແດນ 254 ຢູ່ດອນຄອນລາດ […] -
ມອບເງິນນະໂຍບາຍ ໃຫ້ນາຍທະຫານພັກການຮັບບໍານານ ຢູ່ກອງບັນຊາການທະຫານແຂວງບໍລິຄໍາໄຊ
Posted on September 25, 2022 | No Commentsໃນວັນທີ 21 ກັນຍາ 2022 ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດຕັ້ງພິທີມອບເງິນນະໂຍບາຍ ໃຫ້ນາຍທະຫານພັກການຮັບບໍານານ ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີທ່ານ ພົນຈັດຕະວາ ຈວງຈັນ ລາດຊະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ບັນດາຄະນະພັກກອງບັນຊາການ, ຄະນະຫ້ອງ, […] -
9 ເດືອນຜ່ານມາ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຕິບັດໄດ້ເກືອບ 400 ຕື້ກີບ ເທົ່າກັບ 64%
Posted on September 25, 2022 | No Commentsກອງປະຊຸມລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 9 ເດືອນ ແລະ ແຜນການ 3 ເດືອນ ທ້າຍ ປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ກັນຍາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງບໍລິຄໍາໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ […] -
ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເຜີຍແຜ່ນິຕິກໍາສໍາຄັນຂອງພັກ
Posted on September 25, 2022 | No Commentsໃນຕອນເຊົ້າຂອງວັນທີ 23 ກັນຍາ 2022 ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ນິຕິກໍາທີ່ສໍາຄັນຂອງພັກ, ລັດຖະບານ ແລະ ຂອງແຂວງ ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ວິໄຊ ພູມີ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະນຳ […] -
ໄດ້ແລ້ວ 4 ທິມສຸດທ້າຍ ຂອງການແຂ່ງຂັນບານເຕະ ອາຍຸບໍ່ເກີນ 17 ປີ ຊິງຂັນທ່ານເຈົ້າແຂວງບໍລິຄຳໄຊ
Posted on September 25, 2022 | No Commentsການແຂ່ງຂັນບານເຕະອາຍຸບໍ່ເກີນ 17 ປີ ທີມຍິງ ແລະ ທີມຊາຍ ຊິງຂັນທ່ານເຈົ້າແຂວງບໍລິຄຳໄຊ ໃນວັນທີ 22 ກັນຍາ 2022 ຍັງສືບຕໍ່ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ດຸເດືອດ, ເພາະເປັນເກມຕັດສິນວ່າ ທີມໄດ້ຈະຜ່ານເຂົ້າໄປສູ່ຮອບ 4 ທີມສຸດທ້າຍ. ຄູ່ທຳອີດຂອງມື້ທີ 3 […] -
ຖວທ ບໍລິຄຳໄຊ ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ
Posted on September 25, 2022 | No Commentsພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ຮ່ວມກັບອົງການກາແດງແຂວງ ຈັດພິທີບໍລິຈາກເລືອດຊ່ວຍເຫຼືອສັງຄົມ ຂຶ້ນໃນວັນທີ 23 ກັນຍາ 2022 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງບໍລິຄຳໄຊ, ເຂົ້າຮ່ວມໂດຍ ທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກ ຖວທ […] -
ວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ ເປີດສົກຮຽນປະຈຳປີ 2022-2023
Posted on September 23, 2022 | No Commentsພິທີເປີດສົກຮຽນປະຈຳປີ 2022-2023 ຂອງວິທະຍາໄລ ບໍລິຫານ ທຸລະກິດ ຄອມບີຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ກັນຍາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສີສົມເພັດ ສີສຸກແສນບັນດິດ […] -
ຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນ ລົງນາມເຊັນບົດບັນທຶກ ກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ
Posted on September 23, 2022 | No Commentsພິທີເຊັນບົດບັນທຶກການປະສານງານ ລະຫວ່າງ ຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 21 ກັນຍາ 2022 ຢູ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ໂດຍທ່ານ ສີສະຫວາດ ທັນທະບຸນ ປະທານຄະນະກຳມະການເສດຖະກິດແຜນການ […] -
ຜົນການແຂ່ງຂັນ ມື້ທີ 2 ການແຂ່ງຂັນບານເຕະເຍົາວະຊົນ ອາຍຸບໍ່ເກີນ 17 ປີ ຍິງ-ຊາຍ ຊິງຂັນທ່ານເຈົ້າແຂວງ
Posted on September 23, 2022 | No Commentsໃນວັນທີ 21 ກັນຍາ 2022 ເຊີ່ງເປັນມື້ທີ 2 ຂອງການແຂ່ງຂັນບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ຍິງ-ຊາຍ ຊີງຂັນທ່ານເຈົ້າແຂວງບໍລິຄຳໄຊ ຍັງສືບຕໍ່ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ແຕ່ລະທີມກໍ່ຫຼີນຢ່າງເຕັມທີ່ ເພື່ອຍາດເອົາໄຊຊະນະ ແລະ ເຂົ້າໄປສູ່ການແຂ່ງຂັນຮອບຕໍ່ໄປໃຫ້ໄດ້. ຄູ່ທຳອີດຂອງມື້ທີ 2 ທີມບານເຕະຊາຍ ຢູ່ເດີ່ນກິລາເມືອງປາກຊັນ […] -
ຊາວໜຸ່ມໜ່ວຍຮາກຖານພະແນກຍຸຕິທໍາແຂວງ ມອບເຄຶ່ອງອຸປະກອບການຮຽນ ໃຫ້ແກ່ນ້ອງນັກຮຽນ 2 ເມືອງ
Posted on September 23, 2022 | No Commentsເພື່ອເປັນການປະກອບສ່ວນຊຸກຍູ້ ວຽກງານການສຶກສາຮໍ່າຮຽນຂອງນ້ອງນັກຮຽນ, ໃນວັນທີ 20 ກັນຍາ 2022 ຢູ່ສຳນັງງານຫ້ອງການຊາວໜຸ່ມແຂວງບໍລິຄໍາໄຊ, ຊາວໝຸ່ມຮາກຖານພະແນກຍຸຕິທໍາແຂວງ ໄດ້ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມຈຳນວນໝື່ງ ລວມມູນຄ່າ 1,000,000 ກີບ ໃຫ້ແກ່ນ້ອງນ້ອຍນັກຮຽນ ແລະ ເຍົາວະຊົນ ໂດຍສະເພາະແມ່ນໂຮງຮຽນທີ່ຢູ່ເຂດຫາ່ງໄກສອກຫຼີກ ຢູ່ ເມືອງບໍລິຄັນ […] -
ເຜີຍແຜ່ບົດຄົ້ນຄວ້າທາງດ້ານໂພຊະນາການລະດັບຊາດ ໃຫ້ແກ່ນັກຂ່າວທົ່ວປະເທດ
Posted on September 23, 2022 | No Commentsກອງປະຊຸມ ເຜີຍແຜ່ບົດຄົ້ນຄວ້າທາງດ້ານໂພຊະນາການລະດັບຊາດ ໃຫ້ແກ່ນັກຂ່າວທົ່ວປະເທດ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 20 – 25 ກັນຍາ 2022 ຢູ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ […] -
ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ
Posted on September 23, 2022 | No Commentsໃນຕອນເຊົ້າ ວັນທີ 21 ກັນຍາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໂດຍການເປັນປະທານ ຂອງທ່ານ ໜູພັນ ອຸດສາ […] -
ເລີ່ມແລ້ວການແຂ່ງຂັນບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ຍິງ-ຊາຍຊິງຂັນທ່ານເຈົ້າແຂວງ ປະຈໍາປີ 2022
Posted on September 23, 2022 | No Commentsການແຂ່ງຂັນບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ຍິງ-ຊາຍ ຊີງຂັນທ່ານເຈົ້າແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາ 2022 ຢູ່ເດີນເຕະບານເມືອງປາກຊັນ ແລະ ເດີ່ນກິລາໂຮງຮຽນມັດທະຍົມຕົ້ນໂພສີ ໂດຍມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝືກ ແລະ ທີມນັກກິລາ ຕາງໜ້າຂອງໂຮງຮຽນທົ່ວແຂວງ ເຂົ້າຮ່ວມ. ທ່ານ ຄໍາມອນ […] -
ໂຄສະນາອົບຮົມແຂວງ ຍົກລະດັບການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ
Posted on September 23, 2022 | No Commentsພິທີເປີດຊຸດອົບຮົມວຽກງານໄອທີ ລະບົບເຄືອຂ່າຍເອເລັກໂຕນິກ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 20 ກັນຍາ 2022 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານສູນກາງພັກ ແລະ ທ່ານ ອຸດອນ ສອນສຸລິນ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີກົມຂໍ້ມູນຂ່າວສານສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ. […] -
ເມືອງປາກຊັນ ພົບປະແລກປ່ຽນບົດຮຽນ ກັບນະຄອນຮ່າຕິ້ງ ທີ່ ສສ ຫວຽດນາມ
Posted on September 20, 2022 | No Commentsໃນລະຫວ່າງວັນທີ 15 – 17 ກັນຍາ 2022 ຜ່ານມາ ຄະນະຜູ້ແທນເມືອງປາກຊັນ ນຳໂດຍທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະ ແລກປ່ຽນບົດຮຽນ ກັບຄະນະຜູ້ແທນນະຄອນຮ່າຕິ້ງ ສາທາລະນະລັດສັງຄົມນິຍົມຫວຽດນາມ. ໃນການຢ້ຽມຢາມຄະນະຜູ້ແທນເມືອງປາກຊັນ […] -
ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ຢູ່ເມືອງໄຊຈໍາພອນ
Posted on September 20, 2022 | No Commentsໃນຕອນເຊົ້າ ຂອງວັນທີ 19 ກັນຍາ 2022 ຢູ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໂດຍການເປັນປະທານ ຂອງທ່ານ ເລື່ອນວິໄລ ຈັນທະລາພັນ […] -
ມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຜູ້ເກົ່າ ແລະ ຜູ້ໃໝ່
Posted on September 20, 2022 | No Commentsຕອນເຊົ້າ ວັນທີ 19 ກັນຍາ 2022 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ໄດ້ຈັດພິທີ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ຂັ້ນນຳພາ-ບັນຊາ ປກສ ເມືອງທ່າພະບາດ ຂື້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພັນໂທ ສົມສົດ […] -
ຊາວໜຸ່ມແຂວງ ລົງຊຸກຍູ້ວຽກງານຊາວໜຸ່ມ-ເຍົາວະຊົນຢູ່ເມືອງບໍລິຄັນ
Posted on September 20, 2022 | No Commentsໃນຕອນເຊົ້າຂອງວັນທີ 16 ກັນຍາ2022 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ລົງຊຸກຍູ້ວຽກງານຊາວໜຸ່ມ-ເຍົາວະຊົນຢູ່ເມືອງບໍລິຄັນ ເຊິ່ງນຳພາໂດຍສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງພ້ອມດ້ວຍຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງຂັ້ນແຂວງ ເຊິ່ງໄດ້ເຂົ້າພົບທ່ານ ບຸນມີ ວໍລະຈັກ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນເມືອງ, ມີຄະນະຊາວໜຸ່ມເມືອງ ແລະ ພະນັກງານຂອງຊາວໜຸ່ມເມືອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນ […] -
ສະພາປະຊາຊົນແຂວງບໍລິຄໍາໄຊ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX
Posted on September 20, 2022 | No Commentsໃນຕອນເຊົ້າ ວັນທີ 19 ກັນຍາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໂດຍການເປັນປະທານ ຂອງທ່ານ ນາງ ປິ່ງຄໍາ […] -
ຄະນະສິລະປະກອນໂຮງລະຄອນກອງທັບປະຊາຊົນຫວຽດນາມ ສະແດງມິດຕະພາບຢູ່ແຂວງບໍລິຄຳໄຊ
Posted on September 20, 2022 | No Commentsການສະແດງຂອງຄະນະສິລະປະກອນ ໂຮງລະຄອນກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 19 ກັນຍາ 2022 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ ເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ພົ.ວ ຈວງຈັນ ລາດຊະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ແລະ ທ່ານ […] -
ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ 2 ບ້ານຂອງເມືອງປາກຊັນ
Posted on September 20, 2022 | No Commentsພິທີເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານ ຫົງໄຊ ແລະ ບ້ານ ປາກກະດັນ ເມືອງປາກຊັນ ໄດ້ຈັດຂື້ນໃນວັນທີ 16 ກັນຍາ 2022 ເປັນປະທານໂດຍ ທ່ານ ພັນໂທ ບົວສອນ ກຽດຕະວົງ ຮອງຫົວໜ້າກອງບັນຊາການ ປກສ […] -
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປາກກະດິງ
Posted on September 19, 2022 | No Commentsກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປາກກະດິງ ແຂວງບໍລິຄຳໄຊ ປະຈໍາສົກຮຽນ 2021 – 2022 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 15 – 16 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ ພາຍໄຕ້ການເປັນປະທານຂອງ ທ່ານ ເພັງ […] -
ການຄ້າ 4 ແຂວງ ຍົກລະດັບການຂຽນບົດຄົ້ນຄວ້າ, ບົດວິໄຈ ແລະ ການເປັນຄູຝຶກ
Posted on September 19, 2022 | No Commentsກອງປະຊຸມຝຶກອົບຮົມການຂຽນບົດຄົ້ນຄວ້າ, ບົດວິໄຈ ແລະ ການຝືກເປັນຄູຝຶກ ກ່ຽວກັບວຽກງານອຸດສາຫະກຳ – ການຄ້າ ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2022 ທີ່ຫ້ອງປະຊຸມ ຮ້ານຫາອານເຈເຈແບກເກີລີ່ ບ້ານໂພນໄຊເໜືອ ເມືອງປາກຊັນ, ໃຫ້ກຽດເປັນປະທານໂດຍ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ […] -
ປກສ ປາກກະດິງ ປະເມີນຜົນຈັດຕັ້ງມະຕິ 111-112 ຂອງກົມການເມືອງສູນກາງພັກ
Posted on September 19, 2022 | No Commentsວັນທີ 14 ກັນຍາ 2022 ກອງບັນຊາການ ປກສ ເມືອງປາກກະດີງ ແຂວງບໍລິຄຳໄຊ ໄດ້ເປີດພິທີການປະເມີນຜົນ ມະຕິ 111-112/ກມສພ ແລະ ທິດທາງແຜນການປີ 2023 ຂອງ ປກສ ເມືອງປາກກະດີງ, ໂດຍການເປັນປະທານຂອງທ່ານພັນເອກ ຜາຂົງ ດອກມະນີຈັນ […] -
ປິດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງລະບົບ 10 ວັນ ຊຸດທີ XX ຂອງແຂວງບໍລິຄຳໄຊ
Posted on September 19, 2022 | No Commentsພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ – ການປົກຄອງ ລະບົບ 10 ວັນໃຫ້ແກ່ເລຂາພັກບາ້ນ, ຄະນະໜ່ວຍພັກບ້ານ ຊຸດທີ XX ຂອງແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 17 ກັນຍາ 2022 ຢູ່ໂຮງຮຽນທິດສະດີການເມືອງ – ການປົກຄອງ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ […] -
ສະພາປະຊາຊົນແຂວງ ບໍລິຄຳໄຊ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3
Posted on September 19, 2022 | No Commentsໃນວັນທີ 14 ກັນຍາ 2022 ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໂດຍການເປັນປະທານຂອງ ທ່ານ ເລື່ອນວິໄລ […] -
ໂຍທາ ແລະ ປກສ ແຂວງ ສືບຕໍ່ລົງໂຄສະນາກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພຢູ່ ມສ ຜາເມືອງ ເມືອງ ບໍລິຄັນ
Posted on September 16, 2022 | No Commentsໃນວັນທີ 15 ກັນຍາ 2022 ພະແນກໂຍທາທິການ ແລະ ຂົນສົ່ງ ສົມທົບກັບພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ສືບຕໍ່ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ທີ່ໂຮງຮຽນ ມໍສໍ ຜາເມືອງ ເມືອງບໍລິຄັນ ນໍາພາໂດຍ ທ່ານ […] -
3 ເດືອນຜ່ານມາ ໜຶ່ງດວງໃຈ ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ
Posted on September 16, 2022 | No Commentsກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານກອງທຶນ ໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ 3 ເດືອນ ( 7, 8, 9 ) ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ແອງ […] -
ກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາສົກຮຽນ 2022 – 2023 ທົ່ວເມືອງໄຊຈໍາພອນ
Posted on September 16, 2022 | No Commentsວັນທີ 15 ກັນຍາ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຜູ້ບໍລິຫານວຽກງານສຶກສາທິການ ແລະ ກິລາທົ່ວເມືອງ ປະຈຳສົກຮຽນ 2022 – 2023 ໂດຍພາຍໄຕ້ການເປັນປະທານຂອງທ່ານ ເພັດສະໝອນ ເພັດວົງສັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, […] -
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານບໍລິການ ທີ່ຕິດພັນກັບການທ່ອງທ່ຽວ ຢູ່ເມືອງ ທ່າພະບາດ
Posted on September 16, 2022 | No Commentsກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ ບໍລິການທີ່ຕິດພັນກັບການທ່ອງທ່ຽວຂອງເມືອງ ທ່າພະບາດ ປະຈຳສົກປີ 2021 – 2022 ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ, ໃຫ້ກຽດເຂົ່າຮ່ວມໂດຍ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ, ມີຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານວິຊາການທີ່ກ່ຽວຂ້ອງ, […] -
ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ລົງເຜີຍແຜ່ນິຕິກຳຢູ່ເມືອງວຽງທອງ
Posted on September 16, 2022 | No Commentsກອງປະຊຸມເຜີຍແຜ່ນິຕິກໍາ ໃຫ້ຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ, ເຂົ້າຮ່ວມໂດຍ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງ ວຽງທອງ ແລະ ທ່ານ ລັງສີ […] -
ສະມາຊິກສະພາແຫ່ງຊາດ ເຂດ 11 ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3ະດິງ
Posted on September 16, 2022 | No Commentsໃນວັນທີ 13 ກັນຍາ 2022 ທ່ານ ປອ ສຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະພໍ່ແມ່ປະຊາຊົນບ້ານນ້ຳສາງ, ບ້ານນ້ຳຄູ້ ແລະ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ […] -
ຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ເຂື່ອນໄຟຟ້ານ້ຳເທີນ 1
Posted on September 16, 2022 | No Commentsໃນວັນທີ 13 ກັນຍາ 2022 ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄໍາໄຊ ໄດ້ລົງໂຄສະນາເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານ ອັກຄີໄພ ຢູ່ບໍລິສັດ ອີແອນອີ ເອັນຈີເນຍລິ່ງ ແອນເຊີວິດ ຈໍາກັດ ເຂື່ອນໄຟຟ້ານ້ຳເທີນ 1 […] -
ການຄ້າແຂວງ ຍົກລະດັບການສ້າງນິຕິກຳ ແລະ ຫຼັກການສ້າງເອກະສານທາງລັດຖະການ
Posted on September 16, 2022 | No Commentsຊຸດຝຶກອົບຮົມການສ້າງນິຕິກຳ ແລະ ຫຼັກການສ້າງເອກະສານທາງລັດຖະການ ສຳລັບຂະແໜງການຄ້າ ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2022 ຢູ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄໍາໄຊ, ເຂົ້າຮ່ວມໂດຍ ທ່ານ ທອນ ສິງຄໍາ ສຸວັນຄໍາ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ […] -
ບໍລິຄຳໄຊ ເຜີຍແຜ່ຜົນການສຳຫຼວດ ແຫຼ່ງທ່ອງທ່ຽວສີຂຽວ
Posted on September 16, 2022 | No Commentsໃນວັນທີ 14 ກັນຍາ 2022 ຢູ່ທີ່ໂຮງແຮມສຸນັນທາ ເມືອງປາກຊັນ ແຂວງບໍລິຄຳໄຊ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການສຳຫຼວດ ແຫຼ່ງທ່ອງທ່ຽວສີຂຽວ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ […] -
ກອງປະຊຸມຊຸກຍູ້ວຽກງານສຶກສາ – ສາທາລະນະສຸກ ຢູ່ເມືອງ ໄຊຈຳພອນ
Posted on September 14, 2022 | No Commentsກອງປະຊຸມຊຸກຍູ້ວຽກງານສຶກສາ – ສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ສະໂມສອນເມືອງ ໄຊຈຳພອນ ພາຍໃຕ້ການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທໍາສັງຄົມ, ມີບັນດາຫົວຫນ້າພະແນກການທີ່ກ່ຽວຂ້ອງ, ການນໍາ ແລະ ພະນັກງານຫລັກແຫລ່ງຂອງເມືອງ ເຂົ້າຮ່ວມ. ໃນພິທີ […] -
ຄະນະສື່ມວນຊົນກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຄື່ອນໄຫວວຽກງານຢູ່ກ້ອງບັນຊາການ ປກສ ແຂວງບໍລິຄຳໄຊ
Posted on September 14, 2022 | No Commentsເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ, ໃນວັນທີ 12 ກັນຍາ 2022 ຄະນະສື່ມວນຊົນກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ລົງເຄື່ອນໄຫວຫວຽກງານ ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ສປປ ລາວ ເຊິ່ງນໍາພາໂດຍ ສະຫາຍ ພັຈວ ຫງວຽນ ແທັງຟອງ, […] -
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງແນວລາວສ້າງຊາດບ້ານອຸດົມ
Posted on September 14, 2022 | No Commentsໃນວັນທີ 13 ກັນຍາ 2022 ຢູ່ຫ້ອງການບ້ານອຸດົມ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງການແນວລາວສ້າງຊາດ ຂັ້ນບ້ານຕົນຂຶ້ນ ໂດຍການເປັນປະທານຂອງ ທ່ານ ຊຽງຄູນ ດວງຈະເລີນໄຊ ປະທານແນວລາວສ້າງຊາດບ້ານອຸດົມ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳໝັ້ນ ໄຊຍະວົງ […] -
ກອງປະຊຸມວຽກງານປ້ອງກັນຄວາມສະຫງົບຂະແໜງທ່ອງທ່ຽວ ເມືອງປາກກະດິງ
Posted on September 14, 2022 | No Commentsກອງປະຊຸຸມ ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂະແໜງການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງການເສດຖະກິດເມືອງປາກກະດິງ ເຂົ້າຮ່ວມໂດຍ ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ມີທ່ານ ພັນໂທ ສົມບູນ ວົງນະລາດ ຄະນະພັກຮາກຖານ, […] -
ທ່າພະບາດ ປະກາດແຕ່ງຕັ້ງ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາ ເມືອງ ສະໄໝທີ I
Posted on September 14, 2022 | No Commentsພິທີປະກາດ ແຕ່ງຕັ້ງ ປະທານ, ຮອງປະທານ, ຄະນະບໍລິຫານງານ ແລະ ສະມາຊິກສະພາການຄ້າ ເມືອງທ່າພະບາດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໂດຍພາຍໃຕ້ການເປັນ ປະທານຮ່ວມ ຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ, […] -
ປກສ ແຂວງ ບໍລິຄໍາໄຊ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນນໍາພາ – ບັນຊາ
Posted on September 14, 2022 | No Commentsພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນນໍາພາ – ບັນຊາ ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ, ເປັນປະທານໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ […] -
2 ບ້ານ ເມືອງປາກຊັນ ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ
Posted on September 14, 2022 | No Commentsໃນວັນທີ 8 ກັນຍາ 2022 ກອງບັນຊາການ ປກສ ເມືອງປາກຊັນ ໄດ້ສືບຕໍ່ລົງເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານ ທົ່ງຫວ້ານ ແລະ ບ້ານ ນາຂາມ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັທ ລາຕີ ພິລາວົງ […] -
ທ່າພະບາດ ຫວນຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ
Posted on September 14, 2022 | No Commentsໃນວັນທີ 9 ກັນຍາ 2022 ຢູ່ຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ ເລົ່າຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 20 ປີ ໃຕ້ຮົ່ມທຸງຂອງພັກ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັອ ອຸ່ນເຮືອນ ສີຈັນເດືອນ ຮອງປະທານກວດກາສະຫະພັນນັກຮົບເກົ່າແຂວງບໍລິຄໍາໄຊ ແລະ […] -
ຄຳເກີດ ຝຶກອົບຮົມການນໍາໃຊ້ຄອມພິວເຕີ ໃຫ້ 7 ບ້ານເປົ້າໝາຍ
Posted on September 14, 2022 | No Commentsໃນວັນທີ 8 ກັນຍາ 2022 ທີ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທຶນເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມໃຫ້ຮູ້ບໍາລຸງຮັກສາ ແລະ ນໍາໃຊ້ຄອມພິວເຕີ ໃຫ້ບ້ານເປົ້າໝາຍໂດຍການເປັນປະທານຂອງທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ, ມີຫ້ອງການ, ພ້ອມດ້ວຍຄູຝຶກ ແລະ ນັກສໍາມະນາກອນ ບ້ານເປົ້າຫມາຍ 7 […] -
ປຶກສາຫາລື ແຜນຈັດສັນຄຸ້ມຄອງນຳໃຊ້ ທີ່ດິນກະສິກຳ ແລະ ປ່າໄມ້ ພາຍໃນ ແລະ ບໍລິເວນລຽບຕາມເຂດແດນປ່າສະຫງວນແຫ່ງຊາດນ້ຳກະດິງ
Posted on September 14, 2022 | No Commentsໃນວັນທີ 9 ກັນນາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ໄດ້ຈັດກອງປະຊຸມ ປຶກສາຫາລືແຜນຈັດສັນຄຸ້ມຄອງນຳໃຊ້ ທີ່ດິນກະສິກຳ ແລະ ປ່າໄມ້ ພາຍໃນ ແລະ ບໍລິເວນລຽບຕາມເຂດແດນປ່າສະຫງວນແຫ່ງຊາດນ້ຳກະດິງ ຮູບແບບມີສ່ວນຮ່ວມ, ເຂົ້າຮ່ວມໂດຍ ທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ, […] -
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເຜີຍແຜ່ດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ
Posted on September 14, 2022 | No Commentsໃນວັນທີ 13 ກັນຍາ 2022 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ຂອງພັກ ແລະ ລັດ ໂດຍໃຫ້ກຽດເຜີຍແຜ່ ທ່ານ ສົນທອງ ວີບຸນກວາງ ຫົວໜ້າພະແນກ ຖວທ ແຂວງ, ມີພະນັກງານ ລັດຖະກອນພາຍໃນພະແນກ […] -
ປະກາດບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽ ແຂວງບໍລິຄຳໄຊ
Posted on September 14, 2022 | No Commentsຕອນບ່າຍຂອງວັນທີ 13 ກັນຍາ 2022 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດ ບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານຂອງພະແນກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ, ມີຄະນະພະແນກ, […] -
ປະກາດຮັບຮອງບ້ານຈອມທອງ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ
Posted on September 13, 2022 | No Commentsໃນວັນທີ 7 ກັນຍາ 2022 ທີ່ບ້ານຈອມທອງ ໄດ້ຈັດພິທີປະກາດຮັບຮອງ ບ້ານຈອມທອງ ເປັນບ້ານພັດທະນາດ້ານແຮງງານ ແລະສະຫວັດດີການສັງຄົມ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ – ສັງຄົມ ແລະ ທ່ານ ອຸດອນ […] -
ມອບ – ຮັບໜ້າທີ່ ຫົວໜ້າການທະຫານເມືອງວຽງທອງ
Posted on September 13, 2022 | No Commentsໃນວັນທີ 8 ກັນຍາ 2022 ຢູ່ກອງບັນຊາການທະຫານເມືອງວຽງທອງ ໄດ້ຈັດພິທີ ມອບ – ຮັບໜ້າທີ່ຫົວໜ້າການທະຫານກອງບັນຊາການທະຫານເມືອງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາສາຍ ພັນດານຸວົງ ຄະນະປະຈໍາພັກ, ຫົວໜ້າຫ້ອງການເມືອງ […] -
ວຽງທອງ ປະຊາສໍາພັນອອກໃບຕາດິນໃຫ້ປະຊາຊົນບ້ານທ່າແພ
Posted on September 13, 2022 | No Commentsໃນວັນທີ 8 ກັນຍາ 2022 ຢູ່ຫ້ອງການບ້ານ ທ່າແພ ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຈັດກອງປະຊຸມປະຊາສໍາພັນອອກໃບຕາດີນແບບເປັນລະບົບໃຫ້ປະຊາຊົນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີພາກສ່ວນທີ່ກ່ຽວຂ້ອງ, ພໍ່, ແມ່ປະຊາຊົນພາຍໃນບ້ານ ແລະ […] -
ກອງປະຊຸມປຶກສາຫາລືແຜນຄຸ້ມຄອງ, ຕິດຕາມກວດກາສິ່ງແວດລ້ອມ ແລະ ການດໍາເນີນງານຂອງໂຄງການເຂື່ອນໄຟຟ້ານໍ້າເທິນ1
Posted on September 13, 2022 | No Commentsໃນວັນທີ 7 ກັນຍາ 2022 ຢູ່ຫ້ອງວ່າການເມືອງວຽງທອງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຜ່ານແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມແລະການດໍາເນີນງານຂອງໂຄງການເຂື່ອນໄຟຟ້ານໍ້າເທິນ 1 ຢູ່ເມືອງປາກກະດິງ ແລະ ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ […] -
ພະແນກແຜນການ ແລະ ການລົງທຶນແຂວງ ມອບອຸປະກອນໄອທີໃຫ້ 7 ບ້ານຢູ່ເມືອງວຽງທອງ
Posted on September 13, 2022 | No Commentsໃນວັນທີ 7 ກັນຍາ 2022 ຢູ່ຫ້ອງການແຜນການ ແລະ ການລົງທຶນ ເມືອງວຽງທອງ ແຂວງບໍລິຄຳໄຊ ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ນໍາເອົາອຸປະກອນໄອທີ ມາມອບໃຫ້ 7 ບ້ານ ຢູ່ເມືອງວຽງທອງ ໃຫ້ກຽດມອບເຄື່ອງໂດຍ ທ່ານ ສີສຸວັນ […] -
ທ່າພະບາດ ທຳລາຍຊິ້ນສ່ວນສັດປ່າ ທີ່ຫ້າມລ່າ ແລະ ຊື້ – ຂາຍ
Posted on September 13, 2022 | No Commentsໃນວັນທີ 8 ກັນຍາ 2022 ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ທໍາລາຍ ຊີ້ນສ່ວນສັດປ່າ ທີ່ມີການລັກລອບລ່າ ຊື້ – ຂາຍ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ພາຍໃນເມືອງທ່າພະບາດ ໃຫ້ກຽດເຂົ້າຮ່ວມພິທີທຳລາຍໂດຍທ່ານ ກອນ […] -
ບ້ານໂພນໄຊເໜືອ ແລະ ໜອງສາມານ ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ
Posted on September 13, 2022 | No Commentsພິທີເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານໂພນໄຊເໜືອ ແລະ ບ້ານໜອງສາມານ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2022, ໂດຍໃຫ້ກຽດເຂົ້າຮ່ວມເປີດຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງປາກຊັນ. ໃນພິທີ ໄດ້ຮັບຟັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຕາມຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ຄັ້ງທີ່ VII […] -
ວິທະຍາໄລກະສິກໍາປ່າໄມ້ ແຂວງ ບໍລິຄໍາໄຊ ຮັບຟັງການເຜີຍແຜ່ກົດລະບຽບຈະລາຈອນ
Posted on September 13, 2022 | No Commentsໃນວັນທີ 7 ກັນຍາ 2022 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ບໍລິຄໍາໄຊ ສົມທົບກັບພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ທີ່ວິທະຍາໄລ ກະສິກໍາ – ປ່າໄມ້ ແຂວງບໍລິຄໍາໄຊ, […] -
ບໍລິຄໍາໄຊ ຫວນຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າ
Posted on September 13, 2022 | No Commentsພິທີປາຖະກະຖາມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າ ຕະຫຼອດໄລຍະ 20 ປີ ໃຕ້ຮົ່ມທຸງຂອງພັກ ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ, ເປັນປະທານ ແລະ ຫວນຄືນມູນເຊື້ອໂດຍ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ມີອາດີດນັກຮົບ, ພະນັກງານອະວຸໂສບໍານານ, […] -
ບ້ານທົ່ງນ້ອຍ ເປີດຂະບວນການກໍ່ສ້າງເສັ້ນທາງເບຕົງ ເຂົ້້າຫາວັດດານສູງ ວະນາຣາມ
Posted on September 13, 2022 | No Commentsເພື່ອປະຕິບັດຕາມທິດທາງແຜນພັດທະນາເສດຖະກິດ – ສັງຄົມ ແລະ ເປັນການພັດທະນາເສັ້ນທາງ ໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ໃຫ້ມີຄວາມສະດວກຂຶ້ນ ໃນວັນທີ 9 – 10 ກັນຍາ 2022 ຢູ່ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຂະບວນການກໍ່ສ້າງເສັ້ນທາງເບຕົງ ເຂົ້າຫາວັດດານສູງວະນາຣາມ ໂດຍເປັນກຽດເຂົ້າຮ່ວມກ່າວເປີດຂອງທ່ານ ສຸພາລັກ […] -
ບໍລິຄຳໄຊ ຍົກລະດັບການຈັດສັນການລົງທຶນຂອງລັດ ໃຫ້ມີປະສິດທິພາບສູງ
Posted on September 9, 2022 | No Commentsກອງປະຊຸມການຈັດສັນການລົງທຶນຂອງລັດ ໃຫ້ມີປະສິດທິພາບສູງ ແລະ ມີຄວາມຍືນຍົງ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນປະທານໂດຍ ທ່ານ ໄຊອໍາພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບ, ພະແນກການ, ເມືອງ ແລະ […] -
ສະເຫຼີມສະຫຼອງປີສະມັກຄີມິດຕະພາບ ລາວ – ຫວຽດນາມ
Posted on September 8, 2022 | No Commentsພີທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ ທີ່ແຂວງບໍລິຄຳໄຊ ສປປ ລາວ ໄດ້ຈັດຂຶ້ນໃນຕ້ອນເຊົ້າ […] -
ຝຶກອົບຮົມຄວາມຮູ້ພື້ນຖານການນຳໃຊ້ຄອມພິວເຕີຂັ້ນຕົ້ນ ໃຫ້ກັບບ້ານເປົ້າໝາຍ ຂອງແຜນງານລາວ /030
Posted on September 8, 2022 | No Commentsໃນຕອນເຊົ້າຂອງວັນທີ 7 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທືນເມືອງ ໄດ້ຈັດພິທີ ຝຶກອົບຮົມຄວາມຮູ້ພື້ນຖານການນຳໃຊ້ຄອມພິວເຕີຂັ້ນຕົ້ນໃຫ້ກັບບ້ານເປົ້າໝາຍ ຂອງແຜນງານລາວ /030 ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ ທັງເປັນຄະນະຊີ້ນຳແຜນງານລາວ/030, ມີທີມງານຄະນະປະສານງານຂັ້ນແຂວງ ພ້ອມໂດຍນັກສໍາມະນາກອນ 07 ບ້ານເປົ້າໝາຍ […] -
ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ 2 ບ້ານ ເມືອງປາກຊັນ
Posted on September 8, 2022 | No Commentsໃນລະຫວ່າງ ວັນທີ 5 – 6 ກັນຍາ 2022 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ສືບຕໍ່ຈັດພິທີເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານ ໂພນໄຊໃຕ້ ແລະ ບ້ານໂພນໂຮມ ເມືອງປາກຊັນ ໂດຍການເປັນປະທານຂອງ […] -
ປກສ 2 ເມືອງ ປະເມີນຜົນຈັດຕັ້ງມະຕິ 111-112 ຂອງກົມການເມືອງສູນກາງພັກ
Posted on September 8, 2022 | No Commentsວັນທີ 06 ກັນຍາ 2022 ກອງບັນຊາການ ປກສ ເມືອງ ທ່າພະບາດ ແລະ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດ ມະຕິເລກທີ 111/ກມສພ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫົງບໃນສະພາບການໃໝ່, ມະຕິເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ […] -
ເມືອງປາກກະດິງ ປາຖະກະຖາ 3 ວັນປະຫວັດສາດ
Posted on September 8, 2022 | No Commentsໃນຕອນເຊົ້າວັນທີ 7 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ໄດ້ຈັດພິທີປາຖະກະຖາ 3 ວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ຄື: ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 72 ປີ ( 13 ສິງຫາ 1950 […] -
ເຈົ້າໜ້າທີ່ ປກສ ເມືອງທ່າພະບາດ ກັກຜູ້ຖືກຫາ 04 ຄົນ ພ້ອມຂອງກາງ ຄັນຊາອັດແທ່ງ 1.600 ກິໂລກຼາມ
Posted on September 8, 2022 | No Commentsເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 06 ກັນຍາ 2022 ໄດ້ທຳການລັດກວດລົດບັນທຸກຄັນໜຶ່ງ ເປັນລົດບັນທຸກ 06 ລໍ້, ຍີ່ຫໍ້ສະກັດໂຊເວີສີແດງ ໝາຍເລກທະບຽນ ອຸດົມໄຊ ບກ 2636, ຜ່ານການກວດຄົ້ນ ພົບເຫັນຄັນຊາອັດແທ່ງຊຸກເຊື່ອງໄວ້ໃນລົດຄັນດັ່ງກ່າວ […] -
ການນຳແຂວງບໍລິຄຳໄຊ ຕ້ອນຮັບ ຄະນະຜູ້ແທນແຂວງຮ່າຕິ້ງ, ແຂວງເຫງະອານ ສສ ຫວຽດນາມ
Posted on September 8, 2022 | No Commentsໃນວັນທີ 8 ກັນຍາ 2022 ຢູ່ໂຮງແຮມດອກຈຳປາ ສະຫາຍ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ໄດ້ເປັນກຽດຕ້ອນຮັບຄະນະຜູ້ແທນແຂວງຮ່າຕິ້ງ ນຳໂດຍສະຫາຍຮວ່າງຈຸງຢູ່ງ ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ປະຈໍາແຂວງຮ່າຕິ້ງ, ຄະນະຜູ້ແທນແຂວງເຫງະອານ […] -
ສະພາປະຊາຊົນແຂວງບໍລິຄໍາໄຊ ຖອດຖອນບົດຮຽນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II
Posted on September 8, 2022 | No Commentsໃນວັນທີ 6 ກັນຍາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ຜ່ານຮູບແບບປົກກະຕິ ແລະ ຮູບແບບວິດີໂອທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ […] -
ກຳມາທິການຕ່າງປະເທດ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກ ຢູ່ແຂວງບໍລິຄໍາໄຊ
Posted on September 7, 2022 | No Commentsໃນວັນທີ 4 ກັນຍາ 2022 ຢູ່ຫ້ອງປະຊຸມໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄໍາໄຊ – ບຶງການ ) ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ […] -
ກົມກວດກາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລົງເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ
Posted on September 7, 2022 | No Commentsໃນວັນທີ 7 ກັນຍາ 2022 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ທ່ານ ນາງ ບົວມະນີ ໄຊທິລາດ ກຳມະການພັກກະຊວງ ຫົວໜ້າກົມກວດກາ ກະຊວງ ຖວທ ພ້ອມຄະນະ ໄດ້ລົງມາເຄື່ອນໄຫວເຮັດວຽກຢູແຂວງບໍລິຄໍໄຊ, ໃຫ້ກຽດຕ້ອນຮັບໂດຍ ທ່ານ […] -
ເປີດຝືກອົບຮົມວຽກງານກວດກາພັກ – ລັດ ໃຫ້ແກ່ຜູ້ຮັບຜິດຊອບວຽກງານກວດກາຂັ້ນບ້ານ
Posted on September 7, 2022 | No Commentsເພື່ອປັບປຸງ ວຽກງານກວດກາພັກ – ກວດກາລັດ ຂັ້ນບ້ານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕອບສະໜອງກັບເງຶ່ອນໄຂຂອງການພັດທະນາປະເທດຊາດ ໃນໄລຍະໃໝ່, ໃນວັນທີ 5 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດເປີດຝືກອົບຮົມວຽກງານກວດກາພັກ – ລັດ ໃຫ້ແກ່ຜູ້ຮັບຜິດຊອບວຽກງານກວດກາຂອງໜ່ວຍພັກບ້ານ ພາຍໃນເມືອງຄໍາເກີດ, […] -
ປາຖະກະຖາມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ 20 ປີໄຕ້ຮົ່ມທຸງຂອງພັກ
Posted on September 7, 2022 | No Commentsໃນຕອນເຊົ້າວັນທີ 2 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ ໄຕ້ຮົ່ມທຸງຂອງພັກ ( 09 ກັນຍາ 2002 – 09 ກັນຍາ […] -
ດ່ານສາກົນນ້ຳພາວ ອວຍພອນວັນຊາດ ສສ ຫວຽດນາມ
Posted on September 7, 2022 | No Commentsໃນວັນທີ 02 ກັນຍາ 2022 ຢູ່ທີ່ດ່ານສາກົນເກົ່າແຈວ ທ່ານ ພັທ ປອ ຄຳຜັນ ບຸນມີໄຊ ຫົວໜ້າຄຸ້ມຄອງດ່ານຊາຍແດນສາກົນນ້ຳພາວ ໄດ້ນຳພາຄະນະນຳແຕ່ລະຂະແໜງການພາຍໃນດ່ານ ເຂົ້າອວຍພອນສະຫາຍ ຟານດັງລອງ ຮອງຫົວໜ້າຄະນະຄຸ້ມຄອງເສດຖະກິດແຂວງ, ຄະນະຄຸ້ມຄອງດ່ານສາກົນເກົ່າແຈວພ້ອມຄະນະ ເນື່ອງໃນໂອກາດ ສະເຫຼີມສະຫລອງວັນຊາດ ສສ ຫວຽດນາມ […] -
ບໍລິຄຳໄຊ ຈັດພິທີສະແດງສີລະປະ ແລະ ຖາມ – ຕອບວິທະຍາສາດ ສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ – ຫວຽດນາມ
Posted on September 5, 2022 | No Commentsງານສະແດງສີລະປະ ແລະ ຖາມ – ຕອບ ວິທະຍາສາດ ສະເຫຼີມສະຫຼອງປີສະມັກຄີ ລາວ – ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາ 2022 ຢູ່ສະໂມສອນໃຫຍ່ແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, […] -
ຮອງເຈົ້າແຂວງພ້ອມດ້ວຍຄະນະ ຕ້ອນຮັບປະທານສູນກາງສະຫະພັນແມ່ຍິງລາວ
Posted on September 5, 2022 | No Commentsໃນວັນທີ 2 ກັນຍາ 2022 ຢູ່ທີ່ຫ້ອງຮັບຮອງຂອງແຂວງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄຳໄຊ, ພ້ອມດ້ວຍຄະນະປະທານສະຫະພັນແມ່ຍິງແຂວງ ໄດ້ຕ້ອນຮັບການມາຢ້ຽມຢາມເຮັດວຽກຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວພ້ອມຄະນະ. ຈຸດປະສົງໃນການລົງມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອຊຸກຍູ້ […] -
ພິທີເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານນາອ້ອຍໜູ
Posted on September 5, 2022 | No Commentsຕອນເຊົ້າ ວັນທີ 01 ກັນຍາ 2022 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານ ນາອ້ອຍໜູ ເມືອງປາກຊັນ ແຂວງບໍລິຄໍາໄຊ ຢູ່ທີ່ອາຣາມວັດຂອງບ້ານ ໂດຍການເປັນປະທານຂອງ ທ່ານ […] -
ເປີດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ທີ່ບ້ານພຽງດີ ແລະ ບ້ານສົບຄີ
Posted on September 5, 2022 | No Commentsໃນລະຫວ່າງວັນທີ 1-2 ກັນຍາ 2022 ຢູ່ທີ່ຫ້ອງການບ້ານພຽງດີ ແລະ ບ້ານສົບຄີ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີຂື້ນ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພັກ-ພະນັກງານ ແລະ ທ່ານ […] -
ປກສ ແຂວງບໍລິຄໍາໄຊ ລົງເຜີຍແຜ່ກົດລະບຽບຈະລາຈອນ ຢູ່ຄ້າຍທະຫານ ຄໍ 255
Posted on September 5, 2022 | No Commentsວັນທີ 1 ກັນຍາ 2022 ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ທີ່ປອດໄພ ຢູ່ທີ່ຄ້າຍທະຫານ ຄໍ 255, ໂດຍການນໍາພາຂອງ ທ່ານ ພັນໂທ ທິບຊົມພູ ຈັນທະລັງສີ ຮອງຫົວໜ້າພະເເນກຕໍາຫຼວດຈະລາຈອນ […] -
ໄຊຈຳພອນ ຝຶກອົບຮົມ ການສົ່ງເສີມດ້ານໂພຊະນາການ
Posted on September 5, 2022 | No Commentsໃນລະຫວ່າງວັນທີ 29 ສິງຫາ – 01 ກັນຍາ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດຝຶກອົບຮົມການຕິດຕາມຈະເລີນເຕີບໂຕຂອງເດັກ, ການປ່ຽນແປງພຶດຕິກຳຂອງສັງຄົມດ້ານໂພຊະນາການ ແລະ ການສາທິດປຸງແຕ່ງອາຫານ ຂອງໂຄງການ ການຮ່ວມມືເພື່ອການປັບປຸງວຽກງານໂພຊະນາການຂອງຊຸມຊົນ ທີ່ມີຄວາມສ່ຽງທາງດ້ານການຂາດສານອາຫານ ໂດຍການໃຫ້ກຽດເປັນປະທານຂອງທ່ານ ນາງ ຄູນວິໄລ ໄຊຍະຈັກ […] -
ກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ມອບທຶນ ສ້ອມແປງໂຮງຮຽນປະຖົມສົມບູນ ໄຊສະຫວັນເມືອງທ່າພະບາດ
Posted on September 5, 2022 | No Commentsກອງທຶນໜຶ່ງດວງໃຈ ບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ໄດ້ມອບທຶນບູລະນະສ້ອມແປງໂຮງຮຽນປະຖົມສົມບູນ ໄຊສະຫວັນ ເມືອງທ່າພະບາດ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2022 ຢູ່ທີ່ໂຮງຮຽນປະຖົມສົມບູນ ໄຊສະຫວັນ ເມືອງທ່າພະບາດ, ໃຫ້ກຽດເຂົ້າຮ່ວມພິທີມອບໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄໍາໄຊ, ທ່ານ […] -
ມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຊາວໜຸ່ມໜ່ວຍຮາກຖານ ທະນາຄານພັດທະນາລາວ ສາຂາພາກແຂວງບໍລິຄຳໄຊ
Posted on September 5, 2022 | No Commentsພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໜ່ວຍຮາກຖານ ທະນາຄານພັດທະນາລາວ ສາຂາພາກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2022 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານໂດຍ ສະຫາຍ ນາງ ວົງພະຈັນ ມີເສດ […] -
ສະຫະພັນແມ່ຍິງແຂວງ ຝຶກອົບຮົມການຄຸ້ມຄອງ – ບໍລິຫານການເງິນ
Posted on September 5, 2022 | No Commentsໃນລະຫວ່າງວັນທີ 31 ສິງຫາ – 2 ກັນຍາ 2022 ຢູ່ທີ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ ໄດ້ຈັດພິທີຝຶກອົບຮົມການຄຸ້ມຄອງ – ບໍລິຫານການເງິນຂອງໂຄງການ ທີ່ສະໜັບສະໜູນຈາກອົງການ UNFPA ເຊິ່ງຈັດຂຶ້ນໂດຍ ສູນກາງສະຫະແມ່ຍິງລາວ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວຽງແກ້ວ ຈັນທະວົງ […] -
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ
Posted on September 5, 2022 | No Commentsກອງປະຊຸມໃຫຍ່ ຄັັ້ງທີ III ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກັນຍາ 2022 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸທອນ ສິງຫາດວງປັນຍາ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ປະທານກຳມະບານຮາກຖານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, […] -
ສະຫະພັນແມ່ຍິງແຂວງ ຈັດຝຶກອົບຮົມພາວະການເປັນຜູ້ນຳ ໃຫ້ແມ່ຍິງເມືອງບໍລິຄັນ
Posted on September 5, 2022 | No Commentsໃນລະຫວ່າງວັນທີ 31 ສິງຫາ – 2 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ເມືອງບໍລິຄັນ ແຂວງບໍລິຄຳໄຊ ສະຫະພັນແມ່ຍິງແຂວງ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານປູກຈິດສຳນຶກກ່ຽວກັບພາວະການເປັນຜູ້ນໍາ ໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ, ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍທ່ານ ບຸນມີ ວໍລະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີສະຫະພັນແມ່ຍິງເມືອງ […] -
ຈະລາຈອນແຂວງ ເຜີຍແຜ່ລະບຽບການສັນຈອນ ຢູ່ໂຮງຮຽນ ປກສ ຊັ້ນຕົ້ນ
Posted on September 2, 2022 | No Commentsໃນວັນທີ 31 ສິງຫາ 2022 ພະແນກຕໍາຫຼວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ທີ່ປອດໄພ ຢູ່ທີ່ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ໂດຍການນໍາພາຂອງ ທ່ານ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕຳຫຼວດຈະລາຈອນ […] -
ມັງກອນລັດສະໝີໂຊກ ຊຸກຍູ້ວຽກງານ ປກສ 4 ລ້ານກວ່າກີບ
Posted on September 2, 2022 | No Commentsວັນທີ 1 ກັນຍາ 2022 ຢູ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ທ່ານ ຍາວ ຈະເລີນສຸກ ເຈົ້າຂອງຮ້ານຂາຍລົດໃຫຍ່ມັງກອນລັດສະໝີໂຊກ ບ້ານຫົງໄຊ ເມືອງປາກຊັນ ໄດ້ນຳເອົາເງິນຈຳນວນ 4.500.000 ກີບ ມາມອບໃຫ້ແກ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເພື່ອເປັນການປະກອບສ່ວນເຂົ້າໃນການປັບປຸງບູລະນະກົມກອງ, ກ່າວຮັບໂດຍທ່ານ ພັທ […] -
ເມືອງຄຳເກີດ ປິດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ
Posted on September 2, 2022 | No Commentsພິທີປິດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ຊຸດທີ V ຂອງເມືອງຄໍາເກີດ ຊຸດທີ 56 ຂອງແຂວງ ໄດ້ຈັດຂຶ້ນໃນວັນ 30 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການງເມືອງ, ໃຫ້ກຽດເປັນປະທານຂອງສະຫາຍ ວິໄລ ສີສະມຸດ […] -
ພະແນກ ອຄ ແຂວງ ແລະ ອຄ ເມືອງ ທ່າພະບາດ ແບ່ງຂັ້ນຄຸ້ມຄອງວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ.
Posted on September 2, 2022 | No Commentsພິທີເຊັນບົດບັນທຶກການແບ່ງຂັ້ນຄຸ້ມຄອງວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ( ອຄ ) ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ທ່າພະບາດ ໄດ້ໄຂຂຶ້ນ ວັນທີ 31 ສິງຫາ […] -
ການນຳເມືອງຄຳເກີດ ອວຍພອນວັນຊາດ ສສ ຫວຽດນາມ
Posted on September 2, 2022 | No Commentsໃນວັນທີ 30 ສິງຫາ 2022 ການນຳເມືອງຄຳເກີດ ເຊີ່ງນຳໂດຍ ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງຄຳເກີດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມອວຍພອນວັນຊາດຫວຽດນາມ ( ວັນທີ 2 ກັນຍາ 1945 […] -
ມອບ-ໂອນ ວຽກງານຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ
Posted on September 2, 2022 | No Commentsໃນວັນທີ 1 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງປາກກະດິງ ໄດ້ຈັດພິທີ ມອບ – ໂອນ ວຽກງານຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ລະຫວ່າງພະແນກອຸດສາຫະກຳ – ການຄ້າ ແຂວງບໍລິຄຳໄຊ ແລະ ຫ້ອງການອຸດສາຫະກຳ – […] -
ເມືອງປາກກະດິງ ເປີດຝຶກອົບຮົມການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາ
Posted on September 2, 2022 | No Commentsໃນວັນທີ 30 ສິງຫາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ເປີດຝຶກອົບຮົບການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຕາມດຳລັດ 348/ລບ ເປັນກຽດເຂົ້າຮ່ວມຂອງທ່ານ ພູເຂົາເງີນ ອິນທະວົງ ເຈົ້າເມືອງປາກກະດິງ, ມີຄະນະຮັບຜິດຊອບການປະເມີນ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ. ໃນພິທີໄດ້ຜ່ານຂໍ້ຕົກລົງເຈົ້້າເມືອງປາກກະດິງ ເລກທີ 294/ມປດ, ລົງວັນທີ […] -
ລົງເຜີຍແຜ່ກົດລະບຽບຈະລາຈອນ ຢູ່ກອງບັນຊາການທະຫານແຂວງ
Posted on September 2, 2022 | No Commentsໃນວັນທີ 30 ສິງຫາ 2022 ພະແນກຕໍາຫຼວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ທີ່ປອດໄພ ຢູ່ທີ່ກອງບັນຊາການທະຫານແຂວງ ບໍລິຄໍາໄຊ ໂດຍການນໍາພາຂອງ ທ່ານ ພັນໂທ ທິບຊົມພູ ຈັນທະລັງສີ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ, […] -
ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນພະສົງທົ່ວປະເທດ ສະໄໝທີ 8 ຢູ່ແຂວງບໍລິຄໍາໄຊ
Posted on September 1, 2022 | No Commentsບັ້ນເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ 8 ສູນກາງອົງການພຸດທະສາະໜາສຳພັນແຫ່ງ ສປປ ລາວ ຢູ່ແຂວງບໍລິຄຳໄຊ ຈັດຂຶ້ນໃນວັນທີ 31 ສິງຫາ 2022 ຢູ່ຫໍພະສິມມາ ວັດບ້ານອານຸສອນໄຊ ເມືອງປາກຊັນ ນຳພາໂດຍພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານ ສູນກາງອົງການພຸດທະສາສະໜາສັມພັນ […] -
ແຂວງ ຮ່າຕິ້ງ ສສ ຫວຽດນາມ ຈັດພີທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວຫວຽດນາມ ຄົບຮອບ 45 ປີ
Posted on September 1, 2022 | No Commentsພີທີສະເຫຼີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ ທີ່ແຂວງ ຮ່າຕິ້ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕ້ອນເຊົ້າ ຂອງວັນທີ […] -
ຄະນະການນໍາແຂວງບໍລິຄໍາໄຊ ເຂົ້າຮ່ວມຮັບຊົມງານພົບປະແລກປ່ຽນສີລະປະ ລາວ – ຫວຽດນາມ
Posted on September 1, 2022 | No Commentsໃນຕອນຄໍ່ຳຂອງວັນທີ 29 ສິງຫາ 2022 ຢູ່ສະຖານີວິທະຍຸ – ໂທລະພາບແຂວງຮ່າຕິ້ງ ຄະນະການນໍາແຂວງບໍລິຄໍາໄຊ ນໍາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ໃຫ້ກຽດເຂົ້າຮ່ວມຮັບຊົມ ການສະແດງງານພົບປະ ແລກປ່ຽນສິລະປະ ລາວ – ຫວຽດນາມ ໂດຍມີບັນດາການນໍາຂອງແຂວງຮ່າຕິ້ງ, […] -
ປຶກສາຫາລືຮ່າງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກຳມະການຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ ຂັ້ນບ້ານ
Posted on September 1, 2022 | No Commentsກອງປະຊຸມປຶກສາຫາລືຮ່າງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກຳມະການຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ ຂັ້ນບ້ານ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2022 ຢູ່ຫ້ອງການບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ, ເປັນປະທານໂດຍ ທ່ານ ສຸພາລັກ ໄຊຊະນະສີ ຮອງເຈົ້າເມືອງປາກຊັນ, ມີຄະນະກຳມະການຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ, ພະແນກການ, ເມືອງ, […] -
ບໍລິຄຳໄຊ -ບຶງການ ຈັດກອງປະຊຸມ ກ່ຽວກັບການເກັບຄ່າບໍລິການ ຂົນສົ່ງ – ໂດຍສານ ຢູ່ດ່ານສາກົນ
Posted on September 1, 2022 | No Commentsກອງປະຊຸມກ່ຽວກັບການເກັບຄ່າບໍລິການຂົນສົ່ງທາງເຮືອບັກ, ເຮືອໂດຍສານ, ພາຫະນະເຂົ້າ – ອອກດ່ານສາກົນປາກຊັນ – ບຶງການ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2022 ຢູ່ໂຮງແຮມດອກຈໍາປາ ເມືອງປາກຊັນ, ຝ່າຍແຂວງບໍລິຄຳໄຊ ນຳໂດຍ ທ່ານ ສົມໃຈ ແກ້ວສຸວັນ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄໍາໄຊ ສປປ […] -
ຜົນການແຂ່ງຂັນກິລາຕີດອກປີກໄກ່ ຊີງຂັນທ່ານປະທານສະພາປະຊາຊົນແຂວງບໍລິຄຳໄຊ
Posted on September 1, 2022 | No Commentsການແຂ່ງຂັນກິລາດອກປີກໄກ່ ຊີງຂັນທ່ານປະທານສະພາປະຊາຊົນແຂວງ ເພື່ອສະເຫຼີມສະຫຼອງວັນລັດຖະທໍາມະນູນ ຄົບຮອບ 31 ປີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29 – 30 ສິງຫາ 2022 ຢູ່ສະໜາມກິລາດອກປີກໄກ່ຂອງແຂວງ ເຂົ້າຮ່ວມໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ ມີຄະນະຮັບຜິດຊອບ, ຄະນະກໍາມະການ […]