2022 ເມືອງຄຳເກີດ ມີຫຼາຍວຽກງານພົ້ນເດັ່ນ ແລະ ໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ

ທ່ານ ເພັດສະໄໝ ໄຊຍະທິຈັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຄຳເກີດ ໄດ້ລາຍງານການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະປີ 2022 ຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 10 ສະໄໝທີ 7 ທີ່ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ.

ສະເພາະເມືອງຄຳເກີດ ໃນການຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ມີ 13 ໂຄງການ, ການຄຸ້ມຄອງການລົງທຶນຂອງລັດ ມີ 27 ໂຄງການ ມູນຄ່າ 5 ຕື້ກວ່າກີບ, ໃນນັ້ນ ຂັ້ນເມືອງຄຸ້ມຄອງ 9 ໂຄງການ ມູນຄ່າ 671 ລ້ານກວ່າກີບ, ການຊ່ວຍເຫຼືອຈາກພາຍໃນ ແລະ ສາກົນ ແຜນງານ ລາວ 030 ມີ 2 ໂຄງການ ມູນຄ່າ 929 ລ້ານກວ່າກີບ, ລົງມອບເຂົ້າສານ ແລະ ເຂົ້າສານໜຽວ ໃຫ້ຄອບຄົວທຸກຍາກ ແລະ ອານາຖາ 223 ຄອບຄົວ ມູນຄ່າ 103 ລ້ານກວ່າກີບ, ມອບເຕົາປະຢັດປະສິດທິພາບສູງ ມູນຄ່າ 2,7 ຕື້ກວ່າກີບ ໃນ 27 ບ້ານເປົ້າໝາຍຂອງແຜນງານລາວ/030, ໂຄງການພັດທະນາຂະແໜງສຶກສາ (EESDP) ໃນການໃຫ້ທຶນຊ່ວຍເຫຼືອກໍ່ສ້າງໂຮງຮຽນ ຈຳນວນ 5 ຫຼັງ ມູນຄ່າ 7,8 ຕື້ກວ່າກີບ ສຳເລັດ 50%.

ບັນດາທະນາຄານລະດົມເງິນຝາກໄດ້ 744 ຕື້ກວ່າກີບ, ປ່ອຍສິນເຊື່ອໄດ້ 50 ຕື້ກວ່າກີບ, ເກັບລາຍຮັບເຂົ້າງົບປະມານໄດ້ 10 ຕື້ກວ່າກີບ ລື່ນແຜນການປີ 17,96%, ຕິດຕາມການກໍ່ສ້າງສ້ອມແປງເສັ້ນທາງ 8 ເສັ້ນ ແລະ ຂົວ 1 ແຫ່ງ ລວມມູນຄ່າ 5 ຕື້ກວ່າກີບ, ໃນນັ້ນ ທຶນສົມທົບຂອງປະຊາຊົນ 210 ລ້ານກີບ, ພິເສດ ສຳເລັດກໍ່ສ້າງທາງເບຕົ່ງແຕ່ 4 ແຍກ 1E ຫາ 3 ແຍກ ສອນໄຊ ສຳເລັດ 100%, ສໍາເລັດໂຄງການກໍ່ສ້າງນໍ້າປະປາໜອງກອກ, ຊຸກຍູ້ປະຊາຊົນສົ່ງເສີມປູກເຂົ້ານາປີປະຕິບັດໄດ້ 6.893 ເຮັກຕ່າ ເທົ່າກັບ 100%, ປູກເຂົ້ານາແຊງໄດ້ 165,2 ເຮັກຕ່າ ລື່ນແຜນການປີ 30%, ປູກພືດລະດູແລ້ງໄດ້ 3.921 ເຮັກຕ່າ, ປູກພືດລະດູຝົນໄດ້ 5,805 ເຮັກຕາ, ເຂົ້ານາສັກ 20 ເຮັກຕ່າ, ເນື້ອທີ່ໄຮ່ 216 ເຮັກຕ່າ ລວມຜົນຜະລິດທັງໝົດ 30 227,92 ໂຕນ/ ພົນລະເມືອງ 75.547 ຄົນ ເທົ່າກັບ 400,12 ກິໂລ/ຄົນ/ປີ, ສົ່ງເສີມການປູກຜັກເຮືອນຮົ່ມ 159 ຫຼັງ, ສາທິດການປູກໝາກເລັ່ນໄດ້ 252 ຕາແມັດ, ມີຄວາຍ ເພີ່ມຂຶ້ນ 0,249%, ງົວ ເພີ່ມຂຶ້ນ 0,498%, ໝູ ເພີ່ມຂຶ້ນ 0,99%, ແບ້ ເພີ່ມຂຶ້ນ 0,99%, ສັດປີກ ເພີ່ມຂຶ້ນ 0,75%.

ກໍ່ສ້າງຊົນລະປະທານຝາຍເບຕົ່ງເສີມເຫຼັກນໍ້າກົວະບ້ານຊຳເຕີຍ ມູນຄ່າ 350 ລ້ານກີບ ສຳເລັດ 100%, ເກັບກຳຂໍ້ມູນຄອບຄົວທຸກຍາກ ແລະ ຄອບຄົວພັດທະນາ ໄດ້ 23 ບ້ານມີ 5.477 ຄອບຄົວ ເທົ່າກັບ 37,32% ຂອງຈໍານວນຄອບຄົວທັງໝົດ, ໃນນັ້ນ ມີບ້ານພັດທະນາ 47 ບ້ານ, ຄອບຄົວພັດທະນາ 11.433 ຄອບຄົວ ກວມ 77,92%, ຄອບຄົວທຸກຍາກ 344 ຄອບຄົວ, ມີຄອບຄົວຕົວແບບທັງໝົດ 24 ຄອບຄົວ ສ້າງລາຍຮັບໄດ້ 950 ລ້ານກີບ/ປີ, ປູກຢາງພາລາໄດ້ 82,100 ເບ້ຍ ເນື້ອທີ່ 169,28 ເຮັກຕາ, ລົງກວດກາການຖາງປ່າເຮັດໄຮ່ໄດ້ 203 ຕອນ, ມີ 191 ຄອບຄົວ ເນື້ອທີ່ 150,519 ເຮັກຕ່າ ແກ້ໄຂແລ້ວ 44 ຕອນ, ເນື້ອທີ່ 20,75 ເຮັກຕ່າ, ຂະຫຍາຍໝໍ້ນັບໄຟຟ້າໃໝ່ໄດ້ 283 ໜ່ວຍ, ທົ່ວເມືອງມີລະບົບຕາຂ່າຍໄຟຟ້າຖາວອນ ເຂົ້າເຖິງທຸກບ້ານ ບ້ານທີ່ໄດ້ຊົມໃຊ້ ກະແສໄຟຟ້າ 62 ບ້ານ ເທົ່າກັບ 100%, ມີຜູ້ຊົມໃຊ້ໄຟຟ້າ 12.915 ຫຼັງຄາເຮືອນ ກວມ 99,44% ຂອງຄອບຄົວທັງໝົດ, ກວດກາ-ວັດແທກດິນ ອອກເອກະສານ ແລະ ປ່ຽນໃບແຈ້ງເນື້ອທີ່ດິນເພື່ອເສຍພາສີໄດ້ 1,005 ຕອນ ເທົ່າ 101%, ກວດກາ-ວັດແທກດິນອອກໃບຕາດິນແບບເປັນລະບົບໄດ້ 2 ບ້ານ ມີ 1,394 ຕອນ ເທົ່າກັບ 107% ຂອງແຜນການປີ.

About admins16