-
ຂ່າວໃໝ່
- ປະທານສະພາແຫ່ງຊາດ ຢ້ຽມຢາມເຂື່ອນໄຟຟ້ານ້ຳຕົກ ນ້ຳເທີນ 1
- ຮອງເລຂາພັກແຂວງຕ້ອນຮັບການເຂົ້າຢ້ຽມຢາມຮອງປະທານສູນກາງສະຫະພັນແມ່ຍິງລາວ
- ເມືອງໄຊຈຳພອນ ຈັດກິດຈະກຳຍ່າງເພື່ອສຸຂະພາບ
- ຂະບວນການແຂງຂັນກິລາກະຕໍ້ຊາຍ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ
- ຕຳຫຼວດຈະລາຈອນ ປກສ ແຂວງ ສົມທົບກັບ ປກສ ທ່າພະບາດ ລົງເຜີຍແຜ່ລະບຽບການສັນຈອນທາງບົກ ຢູ່ເມືອງທ່າພະບາດ
- ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊື່ອມຊຶມວຽກງານແນວຄິດການເມືອງ ທົ່ວປະເທດ ຄັ້ງທີ 5
- ຍົກລະດັບຄຸນນະພາບສິນຄ້າ ເພື່ອສ້າງມູນຄ່າເພີ່ມໃຫ້ເຄື່ອງຫັດຖະກຳຕ່ຳຫູກ-ທໍໄໝ ບ້ານໂພນງາມ
- ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມການຜະລິປະຊາຊົນບ້ານນາຫາດ
- ທ່າພະບາດ ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ
- ເມືອງປາກກະດິງ ສະຫຼຸບກອງທຶນສິນເຊື້ອເງິນສົດຂັ້ນບ້ານ ປະຈຳສົກປີ 2021-2022
- ພະແນກວິຊາສະເພາະຫ້ອງຕຳຫຼວດ ປກສ ແຂວງ ເຄື່ອນໄຫວລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ
- ທະຫານແຂວງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິບັດລາວ ຄົບຮອບ 68 ປີ
- ພະແນກກະສິກຳແຂວງຮັບຟັງການເຊື່ອມຊືມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V
- ປກສ ແຂວງ ຮັບຟັງເຜີຍແຜ່ຜົນສຳເລັດກອງປະຊຸມ ສສຊ ເທື່ອທີ4 ຂອງສະພາແຫ່ງຊາດ ຊຸດທີ IX – ສສຂ ຊຸດທີII
ກ່ຽວກັບແຂວງ
ແຈ້ງການ
ບົດກາວີ
ເຊື່ອມຕໍ່ເວັບໄຊອື່ນ
ຜູ້ເຂົ້າຊົມເວັບໄຊ
Users Today : 196
Users Yesterday : 264
This Month : 10848
This Year : 27779
Total Users : 272781
Who's Online : 4
ເບິ່ງຂ່າວເກົ່າ
Archive for November, 2021
-
ຄະນະບໍລິຫານງານຊ່ວໜຸ່ມແຂວງບໍລິຄຳໄຊ ອວຍພອນ ວັນຊາດທີ 2 ທັນວາ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ
Posted on November 30, 2021 | No Commentsເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 66 ປີ ໃຫ້ເປັນຂະບວນການຟົດຟື້ນ ໃນວັນທີ 26 ພະຈິກ 2021 ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ […] -
ຄະນະຈັດຕັ້ງແຂວງ ເຜີຍແຜ່ມະຕິ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ
Posted on November 26, 2021 | No Commentsພິທີເຜີຍແຜ່ມະຕິ ເລກທີ 04/ຄບສພ ລົງວັນທີ 30 ກັນຍາ 2020 ວ່າດ້ວຍການເພີ່ມທະວີ ການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ຂອງຄະນະຈັດຕັ້ງແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ພະຈິກ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຜີຍແຜ່ໂດຍທ່ານ ບຸນສົງ […] -
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ
Posted on November 26, 2021 | No Commentsກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ຜ່ານລະບົບວີດີໂອຄອນເຟີເຣັ້ນ ໄດ້ໄຂຂຶ້ນໃນວັນທີ 25 ພະຈິກ ແລະ ໄດ້ອັດລົງຢ່າງເປັນທາງການໃນວັນທີ 26 ພະຈິກ 2021 ຢູ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, […] -
ພະແນກແຜນການ ແລະ ການລົງທຶນແຂວງ ປະເມີນພະນັກງານ-ລັດຖະກອນ ປະຈຳປີ 2021
Posted on November 26, 2021 | No Commentsໃນຕອນເຊົ້າຂອງວັນທີ 26 ພະຈິກ 2021 ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຈັດກອງປະຊຸມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2021 ຂຶ້ນ ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ – ການລົງທຶນແຂວງ, ມີຄະນະພະແນກ, ຄະນະຮັບຜິດຊອບຂັ້ນແຂວງ […] -
ເຈົ້າແຂວງບໍລິຄຳໄຊ ມອບເຄື່ອງຊ່ວຍເຫຼືອຄອບຄົວທຸກຍາກ ເມືອງປາກຊັນ ເນັ້ນອຳນາດການປົກຄອງບ້ານ ນາຂາມ ເຂັ້ມງວດຕ້ານພະຍາດໂຄວິດ-19
Posted on November 26, 2021 | No Commentsໃນຕອນບ່າຍຂອງວັນທີ 22 ພະຈິກ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ 5 ຄອບຄົວທີ່ທຸກຍາກ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍມີ ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ […] -
ເປີດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ຢ່າງເປັນທາງການ
Posted on November 25, 2021 | No Commentsກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ຜ່ານລະບົບວີດີໂອຄອນເຟີເຣັ້ນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ພະຈິກ 2021 ພາຍໃຕ້ການເປັນປະທານຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, […] -
ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວເຜີຍແຜ່ວາລະແຫ່ງຊາດ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ຢູ່ແຂວງບໍລິຄຳໄຊ
Posted on November 25, 2021 | No Commentsພິທີເຜີຍແຜ່ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ຕິດພັນກັບຂະແໜງການເງິນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ພະຈິກ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ, […] -
ເມືອງວຽງທອງ ທໍາລາຍສວນຄັນຊາ ເກືອບ 10 ເຮັກຕ່າ
Posted on November 25, 2021 | No Commentsເພື່ອຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ລັດຖະບານ ແຫ່ງ ສປປ ລາວ ວາງອອກ ໃຫ້ປະກົດຜົນເປັນຈິງ ໃນວັນທີ 23 ພະຈິກ 2021 ເຈົ້າໜ້າທີ່ ປກຊ – ປກສ ເມືອງ, ຊາວໝຸ່ມເມືອງ, ພາກສ່ວນກ່ຽວຂ້ອງຂອງເມືອງ ແລະ […] -
ໄຊຈຳພອນ ປາຖະກະຖາ ວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຄົບຮອບ 21 ປີ
Posted on November 25, 2021 | No Commentsໃນຕອນເຊົ້າຂອງວັນທີ 24 ພະຈິກ 2021 ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດປາຖະກະຖາ ວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຄົບຮອບ 21 ປີ ( 25 ພະຈິກ 2000 – 25 […] -
ປະເມີນວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຈຸດສຸມໃຈກາງບ້ານນາໂທ
Posted on November 25, 2021 | No Commentsຕອນເຊົ້າຂອງວັນທີ 24 ພະຈິກ 2021 ຢູ່ຫ້ອງການບ້ານ ນາໂທ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະເມີນວຽກງານກໍ່ສ້າງຮາກຖານການເມືອງພັດທະນາຈຸດສຸມໃຈກາງບ້ານນາໂທ ປະຈໍາ 06 ເດືອນຕົ້ນປີ 2021 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, […] -
ພະແນກໂຍທາທິການ ແລະ ຂົນແຂວງ ປະເມີນພະນັກງານ-ລັດຖະກອນ ປະຈຳປີ 2021
Posted on November 24, 2021 | No Commentsໃນຕອນບ່າຍຂອງວັນທີ 24 ພະຈິກ 2021 ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດກອງປະຊຸມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2021 ຂຶ້ນ ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະພະແນກ […] -
ເຈົ້າແຂວງ ເນັ້ນໃຫ້ຂົງເຂດ ຍທຂ ເອົາໃຈໃສ່ດ້ານວຽກພັກ-ພະນັກງານ
Posted on November 24, 2021 | No Commentsໃນຕອນເຊົ້າຂອງວັນທີ 24 ພະຈິກ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຂົງເຂດໂຍທາທິການ ແລະ ຂົນສົ່ງແຂວງ. ທ່ານ ວິໄຊ ພູມີ ກຳມະການພັກແຂວງ […] -
ເມືອງວຽງທອງ ເຜີຍແຜ່ນິຕິກໍາຄຸ້ມຄອງພົນລະເມືອງ
Posted on November 24, 2021 | No Commentsຕອນເຊົ້າຂອງວັນທີ 23 ພະຈິກ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ພະແນກພາຍໃນແຂວງໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາ ວຽກງານຄຸ້ມຄອງພົນລະເມືອງ ໃຫ້ແກ່ຫົວໜ້າ ແລະ ຄະນະຫ້ອງການ ໂດຍການເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ, ທ່ານ ສົມເພັດ […] -
ບ້ານມີໄຊ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII
Posted on November 24, 2021 | No Commentsໃນວັນທີ 22 ພະຈິກ 2021 ບ້ານ ມີໄຊ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂື້ນ ຢູ່ຫ້ອງປະຊຸມຂອງບ້ານ ພາຍໃຕ້ການເປັນປະທານຂອງ ທ່ານ ໄມສູງ ວົງນາສານ ເລຂາພັກບ້ານ – ນາຍບ້ານມີໄຊ, […] -
ຫວນຄືນວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 21 ປີ
Posted on November 24, 2021 | No Commentsໃນວັນທີ 23 ພະຈິກ 2021 ນີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງຄົບຮອບ 21 ປີ (25 ພະຈິກ 2000 – 25 ພະຈິກ 2021)ໃຫ້ກຽດຫວນຄືນມູນເຊື້ອໃນຄັ້ງນີ້ໂດຍ ທ່ານ ວົງດອນ ປັນຍານຸວົງ ປະທານແນວລາວສ້າງຊາດ […] -
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກສະຫະພັນກຳມະບານແຂວງ
Posted on November 24, 2021 | No Commentsກອງປະຊຸມໃຫຍ່ ຄັັ້ງທີ V ຂອງໜ່ວຍພັກສະຫະພັນກຳມະບານແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ພະຈິກ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ດຳລົງ ທັບລາດ ເລຂາໜ່ວຍພັກສະຫະພັນກຳມະບານແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີສະມາຊິກພັກຈາກໜ່ວຍພັກອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ ແລະ […] -
ທ່າພະບາດ ເຜີຍແຜ່ບັນດາເອກະສານ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
Posted on November 24, 2021 | No Commentsກອງປະຊຸມໄດ້ໄຂຂຶ້ນ ໃນວັນທີ 17 ພະຈິກ ທີ່ຜ່ານມາ ຢູ່ທີ່ຫ້ອງວ່າການເມືອງ ທ່າພະບາດ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງ ບໍລິຄໍາໄຊ ແລະ ທ່ານ ສົມສົດ ແສງອາພອນ ກໍາມະການພັກແຂວງ ເຈົ້າເມືອງ […] -
ຮາກຖານພັກພະແນກ ຖວທ ແຂວງ ເປີດບັ້ນດຳເນີນຊີວິດການເມືອງ
Posted on November 24, 2021 | No Commentsບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວຮາກຖານພັກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ສົນທອງ ວີບຸນກວ້າງ […] -
ຮອງເຈົ້າແຂວງ ລົງກວດກາ ລະບົບຊົນລະປະທານຂອງຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1
Posted on November 24, 2021 | No Commentsເພື່ອເປັນການຊຸກຍູ້-ສົ່ງເສີມການການຜະລິດກະສິກໍາ ໃນການປູກພຶດລະດູແລ້ງ ປະຈໍາສົກປີ 2021 – 2022 ຢູ່ບັນດາຂອບເຂດຕ່າງໆຂອງເມືອງ ພາຍໃນແຂວງ ໃຫ້ເປັນຂະບວນການຟົດຟື້ນ ແລະ ທ່ວງທັນກັບລະດູການ ໃນວັນທີ 22 ພະຈິກ 2021 ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ໄດ້ສົມທົບກັບພະແນກການທີກ່ຽວຂ້ອງຂັ້ນແຂວງ, […] -
ຂົງເຂດວັດທະນະທຳ-ສັງຄົມ ເຊື່ອມຊືມເອກະສານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
Posted on November 23, 2021 | No Commentsກອງປະຊຸມ ເຜີຍແຜ່ເອກະສານ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ( 2021-2023 ) ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 22 ພະຈິກ 2021 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຜີຍແຜ່ໂດຍ ທ່ານ […] -
ກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປົກຄອງ
Posted on November 22, 2021 | No Commentsໃນຕອນເຊົ້າຂອງວັນທີ 22 ພະຈິກ 2021 ຢູ່ໂຮງແຮມສຸນັນທາ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ທາບທາມຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການປົກຄອງ ດ້ວຍການສະໜັບສະໜູນຂອງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຫົວໜ້າກົມແຜນການ ແລະ […] -
ສໍາເລັດການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ປະຊາຊົນຢູ່ເຂດບ້ານບົວແວງຄໍາ
Posted on November 22, 2021 | No Commentsໃນວັນທີ 19 ພະຈິກ 2021 ຢູ່ສູນການຮຽນຮູ້ຊຸມຊົນ ບ້ານບົວແວງຄໍາ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີປິດການຝືກອົບຮົມວິຊາຊີບຂັ້ນພື້ນຖານ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນມະຫາ ຜາງທະວົງ ຮອງຫົວຫນ້າພະແນກວິຊາຊີບ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂພເພັດ […] -
ເມືອງ ວຽງທອງ ໄດ້ຮັບເຄື່ອງປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19
Posted on November 22, 2021 | No Commentsຕອນບ່າຍຂອງວັນທີ 18 ພະຈິກ 2021 ຢູ່ສຳນັກງານຫ້ອງວ່າການ ເມືອງວຽງທອງ, ແຂວບໍລິຄໍາໄຊ ທ່ານ ດຣ ບຸນຍັງ ພົມມະຈັນ ຜູ້ອໍານວຍການໂຮງໝໍແຂວງ ບໍລິຄໍາໄຊ ໄດ້ນໍາເອົາເຄື່ອງຈຳ ນວນໜື່ງ ມາມອບໃຫ້ເມືອງວຽງທອງ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ […] -
ວຽທອງ – ໄຊຈຳພອນ ເຊື່ອມຊື່ມນິຕິກຳຂອງກຳມະບານແຂວງ
Posted on November 22, 2021 | No Commentsໃນວັນທີ 18 ພະຈິກ 2021 ຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງວຽງທອງ ສະຫະພັນກຳມະບານ ແຂວງບໍລິຄຳໄຊ ໄດ້ລົງເຜີຍແຜ່ແຜນດຳເນີນງານຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຜູ້ແທນກຳມະບານທົ່ວແຂວງບໍລິຄຳໄຊ ຄັ້ງທີ VII , ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VIII […] -
ປະທານກວດກາພັກ-ລັດແຂວງ ລົງຊຸກຍູ້ວຽກງານຕາມສາຍຕັ້ງ ຢູ່ເມືອງທ່າພະບາດ
Posted on November 22, 2021 | No Commentsໃນວັນທີ 18 ພະຈິກ 2021 ທ່ານ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ – ລັດ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຕາມສາຍຕັ້ງ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໂດຍມີປະທານກວດກາພັກ-ລັດເມືອງ ແລະ ຜູ້ກວດກາໜ່ວຍພັກອ້ອມຂ້າງເມືອງ ຕະຫຼອດຮອດເລຂາພັກບ້ານ […] -
ແນວລາວສ້າງຊາດ ທາບທາມເອກະສານກອງປະຊຸມໃຫຍ່ ຄັ້ງທີ 11 ຜ່ານລະບົບທາງໄກ
Posted on November 20, 2021 | No Commentsກອງປະຊຸມ ທາບທາມເອກະສານກອງປະຊຸມໃຫຍ່ ຄັ້ງທີ 11 ຂອງແນວລາວສ້າງຊາດ ຜ່ານລະບົບວີດີໂອຄອນເຟີເຣັ້ນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ພະຈິກ 2021 ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະກຳມະການແນວລາວສ້າງຊາດຈາກສູນກາງ ແລະ ບັນດາແຂວງ ເຂົ້າຮ່ວມ. […] -
ລັດຖະບານ ຣາຊະອານາຈັກ ລຸກຊໍາບວກ ແຜນງານລາວ 030 ມອບເຮືອນໃຫ້ກັບຄອບຄົວທຸກຍາກ ອານາຖາ ຢູ່ 2 ບ້ານ ຂອງ ເມືອງວຽງທອງ
Posted on November 20, 2021 | No Commentsໃນລະຫວ່າງວັນທີ 17-18 ພະຈິກ 2021 ທ່ານ ໄຊອໍາພອນ ສີຫາວົງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ຕ່າງໜ້າໃຫ້ກັບລັດຖະບານ ຣາຊະອານາຈັກ ລຸກຊໍາບວກ ແຜນງານລາວ 030 ໄດ້ມອບເຮືອນທີ່ປຸກສ້າງສໍາເລັດ ຈໍານວນ 7 […] -
ພະນັກງານຫຼັກແຫຼ່ງ 3 ເມືອງພູດອຍ ຮັບຟັງການເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ
Posted on November 20, 2021 | No Commentsໃນລະຫວ່າງວັນທີ 16-18 ພະຈິກ 2021 ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະ ໄດ້ລົງຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ຢູ່ແຂວງບໍລິຄໍາໄຊ ໄລຍະປີ 2021-2023 ໃຫ້ກັບພະນັກງານຫຼັກແຫຼ່ງ 3 ເມືອງພູອຍຂອງແຂວງ […] -
ຊາວໜຸ່ມແຂວງ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ພະນັກງານ-ລັດຖະກອນ ປີ 2021
Posted on November 20, 2021 | No Commentsເພື່ອເປັນການກວດກາຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນ 1 ປີຜ່ານມາ ໃນວັນທີ 18-19 ພະຈິກ 2021 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈໍາປີ 2021 ຂຶ້ນ ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍການເປັນປະທານຂອງ ສະຫາຍ ທອງມະນີ ໂຄດປັນຍາ […] -
ຄະນະພັກຮາກຖານຫ້ອງວ່າການແຂວງ ປະກາດກົງຈັກການຈັດຕັ້ງພັກ
Posted on November 20, 2021 | No Commentsພິທີປະກາດກົງຈັກການຈັດຕັ້ງພັກ, ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ 5 ຂອງຄະນະພັກຮາກຖານຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ພະຈິກ 2021 ຢູ່ຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, […] -
ຄັງເງິນແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
Posted on November 19, 2021 | No Commentsກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຄັງເງິນປະຈຳແຂວງ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພັກຮາກຖານ, ສະມາຊິກພັກ ແລະ ພະນັກງານພາຍໃນເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດ […] -
ປະກາດແຕ່ງຕັ້ງຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ
Posted on November 18, 2021 | No Commentsພິທີປະກາດການຈັດຕັ້ງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ພະຈິກ 2021 ຢູ່ຫ້ອງປະຊຸມຂອງພະແນກ ຮຮສ ແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນຈາກພະແນກການອ້ອມຂ້າງ […] -
ວຽງທອງ ເຜີຍແຜ່ເອກະສານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍູ້ງຍາກທາງດ້ານເສດຖະກິດ-ການເງິນ
Posted on November 18, 2021 | No Commentsຕອນເຊົ້າຂອງວັນທີ 17 ພະຈິກ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ບັນດາເອກະສານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍູ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ມີເລຂາພັກເມືອງ-ເຈົ້າເມືອງ, ບັນດາຄະນະປະຈໍາພັກເມືອງວຽງທອງ, […] -
ຊາວໜຸ່ມຮາກຖານ ປກສ ແຂວງບໍລິຄໍາໄຊ ປະກອບສ່ວນແຮງງານສ້າງເຮືອນສາຍໃຈ
Posted on November 18, 2021 | No Commentsໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະຊາວໜຸ່ມຮາກຖານ ປກສ ແຂວງບໍລິຄໍາໄຊ, ສະຫາຍ ພັທ ກອງລະສັກ ສີສຸກລາດ ຄະນະປະຈໍາຊາວໜຸ່ມແຂວງ ເລຂາຄະນະຊາວໜຸ່ມຮາກຖານ ປກສ ແຂວງບໍລິຄໍາໄຊ ໄດ້ນໍາພາສະມາຊິກຊາວໜຸ່ມຕະລຸມບອນ ຮາກຖານ ປກສ ແຂວງ ຈໍານວນ 10 ສະຫາຍ, ອອກແຮງງານປຸກສ້າງເຮືອນສາຍໃຈ ຊ່ວຍຄອບຄົວພະນັກງານຜູ້ທີ່ມີຄຸນງາມຄວາມດີໃນການປົກປັກຮັກສາ […] -
ໂຮງຮຽນທະຫານຊາຍແດນ 712 ມອບເງິນ 10 ລ້ານກວ່າກີບ ສົມທົບທຶນກໍ່ສ້າງທາງເບຼຕົງເຂົ້າວັດໂພນສັນ
Posted on November 18, 2021 | No Commentsພິທີມອບເງິນ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງທາງເບຼຕົງ ເຂົ້າວັດໂພນສັນ (ນາຄານິມິດ)ຂອງ ໂຮງຮຽນທະຫານຊາຍແດນ 712 ໃນຕອນເຊົ້າຂອງວັນທີ 16 ພະຈິກ 2021 ນີ້ ຢູ່ທີ່ຫ້ອງວ່າການເມືອງທ່າພະບາດ ໂດຍໃຫ້ກຽດຕາງໜ້າມອບໂດຍທ່ານ ສັກສົມບັດ ແກ້ວສິດທິວົງ ຫົວໜ້າການທະຫານໂຮງຮຽນຊາຍແດນ 712 ພ້ອມດ້ວຍຄະນະ ຕາງໜ້າຮັບເອົາໂດຍທ່ານ ສົມສົດ […] -
ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ໃນ ສປປ ລາວ
Posted on November 18, 2021 | No Commentsກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2021 ເປັນກຽດໃນພິທີເປີດ ກອງປະຊຸມຄັ້ງນີ ມີພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອາຄີມ ສະໄຕເນີ (Achim […] -
ພະນັກງານຂົງເຂດປົກຄອງ ເມືອງວຽງທອງ ຮ່ວມໃຈບໍລິຈາກເລືອດດ້ວຍຄວາມສະໝັກໃຈ
Posted on November 17, 2021 | No Commentsໃນຕອນເຊົ້າວັນທີ່ 16 ພະຈິກ 2021 ຢູ່ທີ່ຫ້ອງວ່າການເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ທີມງານອົງການກາແດງ ແຂວງບໍລິຄໍາໄຊ ສົມທົບກັບຫ້ອງການ ຮສສ ເມືອງວຽງທອງ ເປີດຮັບບໍລິຈາກເລືອດແບບຄວາມສະໝັກໃຈ ໂດຍບໍ່ຮຽກຮ້ອງເອົາຄ່າຕອບແທນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ […] -
ກອງປະຊຸມ ເປີດໂຄງການ ຟື້ນຟູປ່າໄມ້ເຂດພູແຄນ ໂດຍປະຊາຊົນເປັນເຈົ້າ
Posted on November 17, 2021 | No Commentsຕອນເຊົ້າຂອງວັນທີ 16 ພະຈິກ 2021 ຢູ່ຫ້ອງການບ້ານນໍ້າຢ້າງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ເປີດໂຄງການຟື້ນຟູປ່າໄມ້ເຂດພູແຄນ ໂດຍປະຊາຊົນເປັນເຈົ້າ ເປັນກຽດເຂົ້າຮ່ວມຂອງ ທ່ານ ຂັນມີໄຊ ມີພິມວົງ ຫົວໜ້າຂະແໜງປ່າໄມ້ແຂວງ, ທ່ານ ໄຊພອນ ວ່າເຊັ້ງວື່ ຮອງຫົວໜ້າຫ້ອງວ່າການເມືອງວຽງທອງ, […] -
ປກສ ເມືອງ ວຽງທອງ-ໄຊຈໍາພອນ ຮ່ວມກັບ ປກສ ເມືອງແທ່ງເຈື່ອງ ສສ ຫວຽດນາມ ສ້າງຫ້ອງການກຸ່ມຕາມຊາຍແດນ
Posted on November 16, 2021 | No Commentsໃນວັນທີ 13 ພະຈິກ 2021 ຜ່ານມານີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ມີກອງປະຊຸມປືກສາຫາລືກ່ຽວກັບການກໍ່ສ້າງຫ້ອງການກຸ່ມທີ່ມີສາຍແດນຕິດກັບປະເທດ ສສ ຫວຽດນາມ ພາຍໃນ 2 ເມືອງ ຄື: ເມືອງວຽງທອງ ແລະ ເມືອງໄຊຈຳພອນ ໂດຍການເຂົ້າຮ່ວມ […] -
ພະແນກ ຖວທ ສົມທົບທຶນໃນການກໍ່ສ້າງເສັ້ນທາງເບຕົງເຂົ້າຫາ ວັດທ່າໂພນສັນ
Posted on November 16, 2021 | No Commentsເພື່ອສົມທົບທຶນໃນການກໍ່ສ້າງ ເສັ້ນທາງເບຕົງເສິມເຫຼັກເຂົ້າຫາວັດທ່າໂພນສັນ ເມືອງທ່າພະບາດ ໃນຕອນບ່າຍຂອງວັນທີ 15 ພະຈິກ 2021 ຢູ່ທີ່ບ້ານພະບາດໂພນສັນ ທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງ ບໍລິຄຳໄຊ ໄດ້ເປັນກຽດມອບເງິນສົມທົບຊື້ຊີມັງ ມູນຄ່າ 1.260.000 ກີບ […] -
ເປີດຮ້ານວາງສະແດງ ແລະ ຂາຍສິນຄ້າ ຫັດຖະກຳ ODOP ຢູ່ທີ່ເດີ່ນວັດພະບາດ
Posted on November 16, 2021 | No Commentsພິທີເເປີດຮ້ານວາງສະແດງ ແລະ ຂາຍສິນຄ້າ ຫັດຖະກຳ,ສິນຄ້າໂອດ໊ອບ ໜື່ງເມືອງ ໜື່ງຜະລິດຕະພັນ ຢູ່ເມືອງທ່າພະບາດ ແຂວງ ບໍລິຄຳໄຊ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 15 ພະຈິກ 2021 ຢູ່ທີ່ບ້ານພະບາດໂພນສັນ ເມືອງທ່າພະບາດ ເປັນກຽດເຂົ້າຮ່ວມຕັດແທບຜ້າ ຂອງທ່ານ ຄຳແຫວນ ປັນຍານຸວົງ […] -
ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ ລົງຊີ້ນໍາວຽກງານກວດກາຢູ່ເມືອງບໍລິຄັນ
Posted on November 15, 2021 | No Commentsໃນຕອນເຊົ້າຂອງວັນທີ 11-12 ພະຈິກ 2021 ທ່ານ ປອ ດວງຕາ ມໍລະຄາສຸກ ກໍາມະການປະຈຳພັກແຂວງ ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານກວດກາຢູ່ອົງຄະນະພັກເມືອງບໍລິຄັນ, ມີປະທານ, ຮອງປະທານ, ພະນັກງານພາຍໃນຄະນະກວດກາພັກເມືອງ ແລະ ຜູ້ຮັບຜິດຊອບວຽກງານກວດກາຢູ່ຮາກຖານພັກອ້ອມຂ້າງເມືອງເຂົ້າຮ່ວມ. ຈຸດປະສົງໃນການລົງມາຕິດຕາມ, […] -
ເມືອງທ່າພະບາດ ເລີ່ມລົງສັກຢາກັນພະຍາດສັດ ປະຈຳປີ
Posted on November 15, 2021 | No Commentsເນື່ອງໃນໂອກາດ ວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກທີ່ຄົບຮອບອີກວາລະໜຶ່ງໃນວັນທີ 12 ພະຈິກ 2021ຢູ່ທີ່ ບ້ານ ຫົງທອງ ເມືອງທ່າພະບາດໄດ້ເປິດພິທີ ສັກຢາກັນພະຍາດສັດແຫ່ງຊາດປະຈຳປີ 2021ຂື້ນ ໂດຍພາຍໃຕ້ການເປັນ ປະທານຂອງທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງ ທ່າພະບາດ ມີພະນັກງານວິຊາການສັດຕະວັດແພດຈາກຫ້ອງການ ກະສິກຳ […] -
ຄຳເກີດ ເຊື່ອມຊຶມວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
Posted on November 12, 2021 | No Commentsພິທີເຜີຍແຜ່, ເຊື່ອມຊຶມ ຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໄດ້ຈັດຂື້ນໃນວັນທີ 11 ພະຈິກ 2021 ຢູ່ສະໂມສອນເມືອງຄຳເກີດ ແຂວງບໍລິຄຳໄຊ, ໃຫ້ກຽດເຜີຍແຜ່ເອກະສານໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ຫົວໜ້າຄະນະຮັບຜິດຊອບລົງເລິກການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, […] -
ເຈົ້າເມືອງປາກຊັນ ລົງຕິດຕາມການກໍ່ສ້າງເຮືອນ ໃຫ້ແກ່ຄອບຄົວທຸກຍາກ
Posted on November 12, 2021 | No Commentsໃນວັນວັນທີ 12 ພະຈິກ 2021 ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມການປຸກສ້າງທີ່ຢູ່ອາໃສ ໃຫ້ແກ່ຄອບຄົວທຸກຍາກ ແລະ ຄອບຄົວອະນາຖາ ພາຍໃນເມືອງປາກຊັນ ພ້ອມທັງນຳເອົາເຂົ້າສານໜຽວຈຳນວນ 5 ເປົາ, ເປົາລະ 50 ກິໂລ […] -
ສຶສາແຂວງ ເຊື່ອມຊຶມແຜນຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
Posted on November 12, 2021 | No Commentsໃນຕອນເຊົ້າຂອງວັນທີ 12 ພະຈິກ 2021 ຢູ່ສະໂມສອນໃຫຍ່ ຂອງແຂວງບໍລິຄໍາໄຊ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມ ແຜນຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂື້ນ ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວຫນ້າພະແນກສຶກສາທິການ […] -
ປະກາດບ້ານນ້ຳກ້າງ ເປັນບ້ານປ້ອງກັນຊາດເຂັ້ມແຂງ
Posted on November 12, 2021 | No Commentsໃນວັນທີ 11 ພະຈິກ 2021 ຢູ່ບ້ານນໍ້າກ້າງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດຮັບຮອງຄອບຄົວ ແລະ ບ້ານນໍ້າກ້າງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ທ່ານ ພັທ ສົມພົງ […] -
10 ເດືອນ 2021 ການເງິນວຽງທອງ ຈັດເກັບລາຍຮັບໄດ້ ເກືອບ 80% ຂອງແຜນການປີ
Posted on November 12, 2021 | No Commentsໃນວັນທີ 10 ພະຈິກ 2021 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ຫ້ອງການການເງິນເມືອງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານໃນໄລຍະ 10 ເດືອນ ຜ່ານມາ ແລະ ວາງທິດທາງ 2 ເດືອນທ້າຍປີ 2021. ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາລຸນສັກ […] -
ບ້ານ ວັງຫີນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII
Posted on November 12, 2021 | No Commentsໃນວັນທີ 10 ພະຈິກ 2021 ບ້ານ ວັງຫີນ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂຶ້ນ ຢູ່ຫ້ອງປະຊຸມຂອງບ້ານ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມສອນ ພົມມີໄຊ ເລຂາພັກບ້ານ – ນາຍບ້ານ ວັງຫີນ, […] -
ສະມາຄົມ ນັກທຸລະກິດໝຸ່ມ ເມືອງ ວຽງທອງ ສຳເລັດກອງປະຊຸມໃຫຍ່ຄັ້ງທີ III
Posted on November 12, 2021 | No Commentsໃນວັນທີ 9 ພະຈິກ 2021 ສະມາຄົມນັກທຸລະກິດໝຸ່ມ ເມືອງ ວຽງທອງ ແຂວງບໍລິຄໍາໄຊ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂື້ນທີ່ຫ້ອງການ ບ້ານ ນ້ຳຢ້າງ ພາຍໃຕ້ການເປັນປະທານຂອງ ທ່ານ ບົວພາ ໄຊຍະແພງ ປະທານສະມາຄົມນັກທຸລະກິດໝຸ່ມເມືອງວຽງທອງ, ເປັນກຽດເຂົ້າຮ່ວມທ່ານ […] -
2 ເມືອງພູດອຍ ຝຶກອົບຮົມ ການປະເມີນສິ່ງແວດລ້ອມແບບຍຸດທະສາດ
Posted on November 12, 2021 | No Commentsໃນວັນທີ 10 -11 ພະຈິກ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ ໄດ້ຈັດບັ້ນຝືກອົບຮົມການປະເມີນສິ່ງແວດລ້ອມແບບຍຸດທະສາດ(SEA)ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ 2 ເມືອງ ຄຶ: ເມືອງວຽງທອງ ແລະ ເມືອງໄຊຈຳພອນD ບັ້ນຝຶກອົບຮົມ ຈັດຂື້ນຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ ເພື່ອກະກຽມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – […] -
ເມືອງປາກຊັນ ໃຫ້ການຊ່ວຍເຫຼືອບັນເທົາທຸກ ຄອບຄົວທຸກຍາກ
Posted on November 11, 2021 | No Commentsໃນວັນທີ 10 ພະຈິກ 2021 ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ໄປມອບໃຫ້ແກ່ຄອບຄົວທຸກຍາກ ແລະ ຄອບຄົວອະນາຖາ 5 ຄອບຄົວ ຢູ່ບ້ານສີວິໄລ, ບ້ານສວນສະຫວັນ, ບ້ານໂພນສະອາດ ແລະ ບ້ານປາກຊັນ […] -
ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
Posted on November 11, 2021 | No Commentsໃນຕອນເຊົ້າຂອງວັນທີ 10 ພະຈິກ 2021 ນີ້ ຢູ່ທີ່ສະໂມສອນປົກຄອງເມືອງ ໄຊຈຳພອນ ໄດ້ຈັດພິທີເຜິຍແຜ່,ເຊື່ອມຊຶມ ແຜນຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂື້ນ ເປັນກຽດເຂົ້າຮ່ວມເຜີຍແຜ່ຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ຫົວໜ້າຄະນະຮັບຜິດຊອບລົງເລິກການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ຂັ້ນເມືອງ […] -
ສ່ວຍສາອາກອນແຂວງ ເຜີຍແຜ່ລັດຖະບັນຍັດ ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ
Posted on November 10, 2021 | No Commentsໃນຕອນເຊົ້າຂອງວັນທີ 10 ພະຈິກ 2021 ຢູ່ຫ້ອງປະຊຸມຂອງສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ລັດຖະບັນຍັດ ຂອງປະທານປະເທດ ເລກທີ 002/ປປທ ລົງວັນທີ 17 ມິຖຸນາ 2021 ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ດວງຕາ ເພຍແກ້ວ […] -
ວຽງທອງ ປະຕິບັດນະໂຍບາຍ ເງິນອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ທີ່ມີຜົນງານພາລະກິດຮັບໃຊ້ປະຕິວັດຊາດ
Posted on November 10, 2021 | No Commentsພິທີປະຕິບັດນະໂຍບາຍ ມອບເງິນອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2021 ຢູ່ສະໂມສອນເມືອງວຽງທອງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີທ່ານ ຄຳແພນ […] -
ໂຮງຮຽນປະຖົມສົມບູນໂພນດູ່ຫຼັງໃໝ່ ຈະເປີດນຳໃຊ້ໃນມໍ່ໆນີ້
Posted on November 9, 2021 | No Commentsໃນວັນທີ 8 ພະຈິກ 2021 ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ໄດ້ລົງກວດກາ, ຕິດຕາມ ຄວາມຄືບໜ້າການກໍ່ສ້າງ ອາຄານໂຮງຮຽນປະຖົມສົມບູນ ບ້ານ ໂພນດູ່ ເມືອງ ວຽງທອງ, ໂດຍມີການນຳຂັ້ນເມືອງ ແລະ ບໍລິສັດຮັບເໜົາກໍ່ສ້າງ ຮ່ວມພາທາງ. […] -
ບໍລິຄັນ ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
Posted on November 9, 2021 | No Commentsພິທີເຜີຍແຜ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຫາປີ 2023 ຢູ່ເມືອງບໍລິຄັນ ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2021 ຢູ່ສະໂມສອນໃຫຍ່ຂອງເມືອງ ເປັນກຽດຂຶ້ນບັນຍາຍເອກະສານຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງ ທັງເປັນຫົວໜ້າຄະນະຮັບຜິດຊອບລົງເລິກການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງບໍລິຄຳໄຊ […] -
ເມືອງວຽງທອງ ທໍາລາຍສວນຄັນຊາ ກ່ວາ 4 ເຮັກຕ່າ
Posted on November 9, 2021 | No Commentsໃນວັນທີ 2 ພະຈິກ 2021 ເຈົ້າໜ້າທີ ປກຊ-ປກສ ເມືອງ, ທະຫານກອງພັນງໍ 617 ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ສົມທົບກັບອໍານາດການປົກຄອງບ້ານອຸດົມໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ລົງກວດກາແກ້ໄຂບັນຫາການລັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຢູ່ເຂດບ້ານດັ່ງກ່າວ. ໃນການລົງໄປກວດກາຄັ້ງນີ້ […] -
ຄິດຢາກລອງຂາຍຢາເສບຕິດ ແຕ່ຖືກຈັບພ້ອມຂອງກາງຢາບ້າ 6.086 ເມັດ
Posted on November 9, 2021 | No Commentsໃນວັນທີ 30 ຕຸລາ 2021ນີ້ ເວລາ 13ໂມງ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຮັບແຈ້ງຈາກ ພົນລະເມືອງດີວ່າ: ມີກຸ່ມຄົນຈຳນວນໜື່ງ ນັດສົ່ງຢາບ້າຢູ່ທີ່ຈຸດຕະຫຼາດ ເທດສະບານເມືອງບໍລິຄັນ ເພື່ອຈະນຳໄປຂາຍໃຫ້ກັບໄວລຸ່ນ ເຂດພູຄຳ, ເມື່ອໄດ້ຮັບແຫຼ່ງຂ່າວທາງເຈົ້າໜ້າທີ່ວິຊາສະເພາະຈື່ງລົງກວດກາສະຖານທີ່ຕົວຈີງ ເພື່ອຕິດຕາມ […] -
ພິທີເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດ ວິສາຫະກິດຮັກສາຄວາມປອດໄພ ( PKF ລາວ )ຈໍາກັດຜູ້ດຽວ ສາຂາ ແຂວງ ບໍລິຄໍາໄຊ
Posted on November 9, 2021 | No Commentsໃນຕອນເຊົ້າ ວັນທີ 05 ພະຈິກ 2021 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ ແລະ ບໍລິສັດ ວິສາຫະກິດຮັກສາຄວາມປອດໄພ ( PKF ລາວ ) […] -
ປກສ ບໍລິຄຳໄຊ – ຮ່າຕິ່ງ ປືກສາຫາລື ແລະ ເປັນເອກະພາບກັນ ກ່ຽວກັບໂຄງການກໍ່ສ້າງ ຫ້ອງການ ປກສ ບ້ານ
Posted on November 9, 2021 | No Commentsຕອນບ່າຍ ວັນທີ 03 ພະຈິກ 2021 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ ແລະ ກອງບັນຊາການຕໍາຫຼວດແຂວງ ຮ່າງຕິ່ງ ສສ ຫວຽດນາມ ໄດ້ເປີດກອງປະຊຸມປືກສາຫາລື ແລະ ເປັນເອກະພາບກັນ ກ່ຽວກັບໂຄງການກໍ່ສ້າງຫ້ອງການໃຫ້ ກໍາລັງ […] -
ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊື່ອມຊຶມ 3 ຫລັກການ ສະກັດກັ້ນການແກ້ໄຂບັນຫາຢາເສບຕິດ
Posted on November 9, 2021 | No Commentsໃນຕອນເຊົ້າຂອງວັນທີ 8 ພະຈິກ 2021 ຢູ່ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ໄດ້ພິທີເຊື່ອມຊຶມວາລະແຫ່ງຊາດ ໃນຫົວຂໍ້ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ທັງເປັນກຳມະການຄະນະຮັບຜິດຊອບການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ […] -
ເຈົ້າແຂວງ ລົງຕິດຕາມເບິ່ງສະພາບແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເຂື່ອນໄຟຟ້ານໍ້າງຽບ 1
Posted on November 7, 2021 | No Commentsເພື່ອເປັນການຊຸກຍູ້-ສົ່ງເສີມ ແລະ ຕິດຕາມການດໍາເນີນງານຂອງບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ພາຍຫຼັງໂຄງການດັ່ງກ່າວໄດ້ກໍ່ສ້າງສໍາເລັດໃນເດືອນກັນຍາ 2019 ແລະ ໄດ້ຜະລິດພະລັງງານທີ່ສະອາດ, ຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃນ ສ.ປ.ປ. ລາວ, ເວົ້າລວມເວົ້າສະເພາະກໍ່ຄືພໍ່ແມ່ປະຊາຊົນຊາວແຂວງບໍລິຄໍາໄຊ ຂອບເຂດບໍລິເວນລຸ່ມເຂື່ອນ, ໃນຕອນເຊົ້າວັນທີ 5 ພະຈິກ […] -
ກອງປະຊຸມ ປຶກສາຫາລືກ່ຽວກັບການລົງເຄືອນໄຫວ ຜັນຂະຫຍາຍວາລະແຫ່ງຊາດ ພາກທີ 1
Posted on November 3, 2021 | No Commentsໃນວັນທີ 1 ພະຈິກ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງແຂວງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການລົງເຜີຍແຜ່ຜັນຂະຫຍາຍວະລາແຫ່ງຊາດ ພາກທີ່ 1 ແລະ ຜ່ານຂໍ້ຕົກລົງຂອງຄະນະຮັບຜິດຊອບ ໂດຍການເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ […] -
ບ້ານ ນາຊວງ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII
Posted on November 1, 2021 | No Commentsໃນວັນທີ 29 ຕຸລາ 2021 ຜ່ານມາ ບ້ານ ນາຊວງ ເມືອງວຽງທອງ ແຂວງ ບໍລິຄຳໄຊ ໄດ້ດໍາເນີນກອງ ປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂື້ນຢູ່ທີ່ຫ້ອງການບ້ານດັ່ງກ່າວພາຍໃຕ້ການເປັນປະທານຂອງ ທ່ານ ບຸນລິດ ຂຸນທະວົງ ເລຂາພັກບ້ານ-ນາຍບ້ານ ນາຊວງ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ […] -
ເມືອງວຽງທອງ ຈັດພິທີຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ
Posted on November 1, 2021 | No Commentsຕອນເຊົ້າຂອງວັນທີ 28 ຕຸລາ 2021 ຢູ່ສະໂມສອນບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັັດພິທີປິດບັ້ນຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ຂໍ້ຂັດແຍ່ງເດັກຂັ້ນບ້ານ ແລະ ການເຄື່ອນໄຫວວຽກງານຍຸຕິທໍາຮາກຖານ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຕຽງ ໄຊຍະສານ ເລຂາຄະນະພັກຮາກຖານບ້ານ ນາຍບ້ານຫ້ວຍຫອຍ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີໄດ້ຜ່ານບົດສະຫຼຸບການຝຶກອົບຮົມໃນໄລຍະແຕ່ວັນທີ […] -
ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຈັດພິທີປະກາດເລື່ອນຊັ້ນນາຍຕໍາຫຼວດ
Posted on November 1, 2021 | No Commentsຕອນເຊົ້າວັນທີ 29 ຕຸລາ 2021 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ […]