-
ຂ່າວໃໝ່
- ແມ່ຍິງຮາກຖານຂະແໜງການເງິນແຂວງ ຫວນຄືນມູນເຊື້ອ ວັນແມ່ຍິງສາກົນ ຄົບຮອບ 114 ປີ
- ຍົກລະດັບສ້າງເຄືອຂ່າຍວຽກງານດ້ານການຄ້າມະນຸດ ແລະ ວຽກງານເຍົາວະຊົນ-ອະນຸຊົນ ຊາວໜຸ່ມແຂວງບໍລິຄຳໄຊ
- ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2023 ແລະ ວາງທິດທາງ ປະຈຳປີ 2024 ຫ້ອງສັນຕິບານ ປກສ ແຂວງ
- ກອງທຶນ 1 ດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ມອບສັງກະສີ ໃຫ້ຄອບຄົວທີ່ຖືກເຄາະຮ້າຍ
- ປະກາດແຕ່ງຕັ້ງ ເລຂາພັກເມືອງ ເຈົ້າເມືອງວຽງທອງຜູ້ໃໝ່
- ກອງປະຊຸມຂອງຄະນະກຳມະການ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024
- ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ນະຄອນຮາຍຟ່ອງ ຢ້ຽມຢາມແຂວງບໍລິຄຳໄຊ
- ມອບ-ຮັບ ວຽກງານອອກໃບຕາດິນໃຫ້ຫ້ອງການ ຊສ ເມືອງວຽງທອງ
- ທ່ານນາງ ສີໃສ ລືເດດມູນສອນ ເນັ້ນຫຼາຍດ້ານຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ
- ເປີດການນຳໃຊ້ໄຟເຢືອງທາງຂອງປະຊາຊົນບ້ານໜອງກອກ ເມືອງຄຳເກີດ
- ເມືອງວຽງທອງລະນຶກວັນແມ່ຍິງສາກົນຄົບຮອບ 114 ປີ
- ພິທີປິດບັ້ນດຳເນີນການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະດັບປະລິນຍາໂທ້ ເມືອງທ່າພະບາດ
- ຫຼາຍວຽກງານປິ່ນອ້ອມກໍ່ສ້າງຮາກຖານການເມືອງ ເມືອງວຽງທອງຈະຕ້ອງໄດ້ປັບປຸງແກ້ໄຂ
- ກອງບຸນຜ້າປ່າສາມັກຄີ ກາລະທານຖວາຍວັດສີລາວະນາລາມ ບ້ານອານຸສອນໄຊ
ກ່ຽວກັບແຂວງ
ແຈ້ງການ
ເຊື່ອມຕໍ່ເວັບໄຊອື່ນ
- ລັດຖະບານ
- ສະພາແຫ່ງຊາດ
- ຫ້ອງວ່າການປະທານປະເທດ
- ຈົດໝາຍເຫດທາງລັດຖະການ
- ທະນາຄານແຫ່ງ ສປປ ລາວ
- ຄະນະຈັດຕັ້ງສູນກາງພັກ
- ຄະນະໂຄສະນາອົບຮົມສູນກາງພັກ
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
- ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ
- ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
- ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ
- ຂ່າວສານປະເທດລາວ
- ປະຊາຊົນ
- ວິທະຍຸກະຈາຍສຽງແຫ່ງຊາດ
- ແຂວງ ນະຄອນຫຼວງວຽງຈັນ
- ແຂວງ ຜົ້ງສາລີ
- ແຂວງ ບໍ່ແກ້ວ
- ແຂວງ ຫຼວງນໍ້າທາ
- ແຂວງ ອຸດົມໄຊ
- ແຂວງ ຫົວພັນ
- ແຂວງ ຊຽງຂວາງ
- ແຂວງ ຫຼວງພຣະບາງ
- ແຂວງ ໄຊຍະບູລີ
- ແຂວງ ວຽງຈັນ
- ແຂວງ ໄຊສົມບູນ
- ແຂວງ ຄຳມ່ວນ
- ແຂວງ ສະຫວັນນະເຂດ
- ແຂວງ ສາລະວັນ
- ແຂວງ ຈຳປາສັກ
- ແຂວງ ອັດຕະປື
ຜູ້ເຂົ້າຊົມເວັບໄຊ
Users Today : 158Users Yesterday : 426This Month : 7224This Year : 31796Total Users : 418020Who's Online : 6ເບິ່ງຂ່າວເກົ່າ
Archive for October, 2020
-
ໜ່ວຍພັກອົງການໄອຍະການປະຊາຊົນເຂດ 01 ແຂວງບໍລິຄໍາໄຊ ສະຫຼຸບວຽກງານພັກ ປະຈໍາ 03 ເດືອນ
Posted on October 31, 2020 | No Commentsກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກອົງການໄອຍະການປະຊາຊົນເຂດ 1 ແຂວງບໍລິຄໍາໄຊ ປະຈໍາ 03 ເດືອນ ( ກໍລະກົດ, ສິງຫາ ແລະ ກັນຍາ ) ໄດ້ໄຂຂື້ນໃນ ຕອນບ່າຍ ວັນທີ 29 ຕຸລາ 2020 ໂດຍການເປັນປະທານ […] -
ຫຼາຍພາກສ່ວນ ມອບເຄື່ອງ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມເຂດພາກໃຕ້
Posted on October 31, 2020 | No Commentsເພື່ອເປັນການຊ່ວຍເຫຼືອບັນເທົາທຸກ ປະຊາຊົນເຂດພາກໃຕ້ ທີ່ກຳລັງປະສົບໄພນ້ຳຖ້ວມ ແລະ ພົບຄວາມຫຍຸ້ງຍາກໃນຫຼາຍດ້ານ ມາໃນວັນທີ 30 ຕຸລາ 2020 ຫຼາຍພາກສ່ວນໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຈຳນວນໜຶ່ງ ມາມອບໃຫ້ຫ້ອງວ່າແຂວງບໍລິຄຳໄຊ ເພື່ອນຳໄປມອບໃຫ້ບັນດາແຂວງພາກໃຕ້ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ. ໃນນັ້ນມີ ກອງບັນຊາການທະຫານແຂວງ ມອບເງິນສົດ 20 ລ້ານກີບ, […] -
ນ້ຳເທີນ 1 ຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ເກືອບ 250 ຕື້ກີບ
Posted on October 31, 2020 | No Commentsກອງປະຊຸມສະຫຼຸບວຽກງານຈັດສັນຍົກຍ້າຍ ແລະ ຜ່ານແຜນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາເຂື່່ອນໄຟຟ້ານ້ຳເທີນ 1 ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2020 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ. ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜົນສຳເລັດວຽກງານ ຈັດສັນຍົກຍ້າຍ ແລະ ຊົດເຊີຍຜົນກະທົບຂອງໂຄງການເຂື່ອນໄຟຟ້ານ້ຳເທີນ […] -
ຊາວນາເມືອງປາກກະດິງ ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 80%
Posted on October 30, 2020 | No Commentsຕອນບ່າຍວັນທີ 28 ຕຸລາ 2020ນີ້ ທ່ານ ບົວຈັນ ໄກຍະລາດ ຄະນະຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກກະດິງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການເກັບກ່ຽວເຂົ້ານາປີ ຂອງຊາວກະສິກອນ ຢູ່ພາຍໃນເມືອງ. ຄະນະຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃຫ້ຮູ້ວ່າ: ປີນີ້ ຊາວກະສິກອນ […] -
ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານການສຶກສາ ທົ່ວເມືອງວຽງທອງ
Posted on October 30, 2020 | No Commentsໃນວັນທີ 29 ຕຸລາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງ ບໍລິຄຳໄຊ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານການສຶກສາ-ກິລາ ປະຈໍາສົກຮຽນ 2019-2020 ແລະ ວາງທິດທາງແຜນການປີ 2020-2021 ທົ່ວເມືອງວຽງທອງ […] -
ບໍລິຄັນ ເປີດໂຄງການ ແກ້ໄຂ ແລະ ສະກັດກັ້ນ ການແຜ່ລະບາດຂອງຢາເສບຕິດ ຢູ່ກຸ່ມບ້ານບໍ່
Posted on October 30, 2020 | No Commentsຕອນເຊົ້າວັນທີ 27 ຕຸລາ 2020 ຢູ່ທີ່ຫ້ອງການ ບ້ານບໍ່ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ເປິດກອງປະຊຸມໂຄງການຕ້ານ ແລະ ແກ້ໄຂປະກົດການທີ່ຫຍໍ້ທໍ້ ການແຜ່ລະບາດຂອງຢາເສບຕິດຂື້ນ ໂດຍການເປັນປະທານຂອງທ່ານ ພັຕ ໄມພອນ ລາດສະຈັນດາ ຄະນະກອງບັນຊາການ ປກສ ເມືອງບໍລິຄັນ. ທ່ານ […] -
ນ້ຳຖ້ວມເຂດບ້ານໜອງອໍ້, ນາແປ ເມືອງຄຳເກີດ
Posted on October 29, 2020 | No Commentsເນື່ອງຈາກການກໍ່ຕົວພາຍຸໄຕ້ຝຸ່ນ ໂມລາເວ ( TY MOLAVE ) ເຊີ່ງມີຈຸດສູນກາງຢູ່ທະເລຈີນໃຕ້ ແລ້ວເຄື່ອນຕົວເຂົ້າຝັ່ງເຂດພາກກາງຂອງປະເທດຫວຽດນາມ ແລ້ວພັດຜ່ານເຂດພາກກາງຂອງລາວ ແຕ່ແຂວງບໍລິຄຳໄຊ ລົງຫາຄຳມ່ວນ ແລະ ສະຫວັນນະເຂດ ພາຍຸຫົວນີ້ແມ່ນເລີ່ມເຄື່ອນຕົວເຂົ້າມາແຂວງບໍລິຄຳໄຊ […] -
ເມືອງບໍລິຄັນ ເປີດວຽກງານກໍ່ສ້າງຮາກຖານການເມືືອງຈຸດສຸມໃຈກາງ ກຸ່ມບ້ານນາກຸນ
Posted on October 29, 2020 | No Commentsກອງປະຊຸມ ວຽກວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມໃຈກາງກຸ່ມບ້ານ ນາກຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ່ 28 ຕຸລາ 2020 ຢູ່ສະໂມສອນກຸ່ມບ້ານນາກຸນ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ວາລີ ສຸດທະວົງ ຮອງເລຂາພັກເມືອງບໍລິຄັນ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານຂັ້ນເມືອງ ແລະ ທ່ານ ພັນໂທ […] -
ຫ້ອງສັນຕິບານ ມອບທຶນສົມທົບສ້ອມແປງຫ້ອງນໍ້າ ແລະ ເຮືອນຄົວລວມ
Posted on October 29, 2020 | No Commentsຕອນບ່າຍຂອງວັນທີ 27 ຕຸລາ 2020 ຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ໄດ້ມອບທຶນສົມທົບໃຫ້ແກ່ອົງການຈັດຕັ້ງມະຫາຊົນ ຈໍານວນ 1.000.000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານການກໍ່ສ້າງຫ້ອງນ້ຳ ແລະ ສ້ອມແປງເຮືອນຄົວລວມ ອ້າຍນ້ອງໂສດ ປກສ ແຂວງ, ຕາງໜ້າກ່າວມອບໂດຍ ທ່ານ […] -
ບ້ານໂພນມຸງຄຸນ ເມືອງບໍລິຄັນ ຈັດກອງປະຊຸມປ່ອນບັດເລືອກຕັ້ງນາຍບ້ານຊຸດໃໝ່
Posted on October 29, 2020 | No Commentsວັນທີ 27 ຕຸລາ 2020 ຢູ່ສະໂມສອນບ້ານ ໂພນມຸງຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປ່ອນບັດເລືອກຕັ້ງນາຍບ້ານຂອງຕົນຂື້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ. ບ້ານໂພນມຸງຄຸນ ປະກອບມີ 286 ຫຼັງຄາເຮືອນ, 341 ຄອບຄົວ, ພົນລະເມືອງ […] -
ເມືອງປາກຊັນ ຮັບຟັງການເຜີຍແຜ່ລະບຽບດ້ານຄວາມປອດໄພທາງຫຼວງ
Posted on October 29, 2020 | No Commentsໃນວັນທີ 28 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ສົບທົບກັບກອງໂຄສະນາພະແນກຕຳຫຼວດຈະລາຈອນ ປກສ ແຂວງ ແລະ ອົງການກາແດງແຂວງບໍລິຄຳໄຊ ສືບຕໍ່ເຄື່ອນໄຫວການເຜີຍແຜ່ປູກຈຶດສຳນຶກດ້ານຄວາມປອດໄພທາງຫຼວງ ໂດຍການນຳພາຂອງທ່ານ ບຸນທຳ ຄຳມະວົງ ຫົວໜ້າຂະແໜງຂົນສົ່ງ, ພະແນກໂຍທາງທິການ ແລະ […] -
ມ.ສ ຈອມທອງ ຈັດພິທີເປີດງານກິລາຕ້ານຢາເສບຕິດ
Posted on October 29, 2020 | No Commentsໃນຕອນບ່າຍຂອງວັນທີ 28 ຕຸລາ 2020 ໂຮງຮຽນ ມ.ສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດງານກິລາຕ້ານຢາເສບຕິດຂື້ນ ຢູ່ທີ່ເດີ່ນໂຮງຮຽນມ.ສ ຈອມທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດອນຈັນ ດິດສຸພັນ ຮອງນາຍບ້ານໃຫຍ່ຈອມທອງ, ມີອຳນວຍການໂຮງຮຽນ, ຄູ-ອາຈານ ຕະຫຼອດຮອດກ້ອນກຳລັງຂອງນ້ອງນັກຮຽນ […] -
ຫ້ອງການ ຮສສ ເມືອງວຽງທອງລົງເຜີຍແຜ່ດຳລັດ 272/ລບ
Posted on October 29, 2020 | No Commentsໃນວັນທີ 27 ຕຸລາ 2020 ຫ້ອງການ ຮສສ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ລົງຈັດກອງປະຊຸມເຜີຍແຜ່ດຳລັດເລກທີ 272/ລບ ໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ບ້ານນາດີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ. ທ່ານ ນາງ […] -
ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມແຂວງບໍລິຄຳໄຊ
Posted on October 29, 2020 | No Commentsໃນຕອນເຊົ້າຂອງວັນທີ 28 ຕຸລາ 2020 ຢູ່ໂຮງໝໍແຂວງບໍລິຄຳໄຊ ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໂດຍມີທ່ານ […] -
ຕະຫຼາດປາກຊັນ ວີເອັນແອລ ກຳລັງຈະຖືກກໍ່ສ້າງໃນໄວໆນີ້
Posted on October 29, 2020 | No Commentsພິທີເຊັນສັນຍາສຳປະທານໂຄງການກໍ່ສ້າງຕະຫຼາດປາກຊັນ “ວີເອັນແອລ” ( VNL ) ໄດ້ຈັດຂຶ້ນໃນວັນທີ 27 ຕຸລາ 2020 ຢູ່ໂຮງແຮມດອກຈໍາປາ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ […] -
6 ເດືອນຕົ້ນປີ ກປຊ ບໍລິການປິ່ນປົວບໍ່ເສຍຄ່າ ມີມູນຄ່າເກືອບ 8 ຕື້ກີບ
Posted on October 28, 2020 | No Commentsກອງປະຊຸມຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນແຂວງ ແລະ 7 ເມືອງ 6 ເດືອນຕົ້ນປີ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວວງ ໂດຍການເປັນປະທານຂອງ ທ່ານ ປທ ດຣ ນິກອນ ວົງສະຫວັດ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊ່າດ ແລະ ທ່ານ […] -
ວຽງທອງ ຈັດກອງປະຊຸມ ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2020
Posted on October 28, 2020 | No Commentsຕອນບ່າຍຂອງວັນທີ 27 ຕຸລາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມກໍ່ສ້າງ- ກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີ 2020 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວົງສີ ທອງສີອິນທິປັນຍາ […] -
ກອງຈະລາຈອນເມືອງບໍລິຄັນ ລົງເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງ
Posted on October 27, 2020 | No Commentsໃນຕອນເຊົ້າຂອງວັນທີ່ 23 ຕຸລາ 2020 ກອງຈະລາຈອນ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ໄດ້ລົງເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງໃຫ້ນ້ອງນັກຮຽນ ໂຮງຮຽນ ມໍສໍ ນາກູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ນຳພາໂດຍທ່ານ ພັທ ສີຕານ ວິໄລສຸກສະໄຫວ, ຮອງຫົວໜ້າພະແນກຕຳຫຼວດ, ທັງເປັນຜູ້ຊີ້ນຳ […] -
ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກກະດິງ ພ້ອມຄະນະ ລົງຊຸກຍູ້ຊາວກະສິກອນ
Posted on October 27, 2020 | No Commentsໃນວັນທີ 22 ຕຸລາ 2020 ທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ ແຂວງບໍລິຄຳໄຊ ພ້ອມດ້ວຍວິຊາການປູກຝັງ ແລະ ລ້ຽງສັດ ໄດ້ລົງຊຸກຍູ້ຊາວກະສິກອນປູກໝາກໂມ ຢູ່ບ້ານທົ່ງນາມີ ແລະ ຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດຢູ່ເຂດບ້ານນາຫີນ. ການລົງເຄື່ອນໄຫວຄັ້ງນີ້ […] -
ຝຶກອົບຮົມນັກກວດກາ ແລະ ນັກເດີນສໍາຫຼວດສໍາລັັບການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ 3
Posted on October 27, 2020 | No Commentsໃນວັນທີ 26 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ ໄດ້ຈັດກອງປະຊຸມຝຶກອົບຮົມນັກກວດກາ ແລະ ນັກເດີນສໍາຫຼວດສໍາລັັບການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ 3 ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານຮອງເຈົ້າເມືອງ, ຫົວໜ້າ, ຄະນະຊີ້ນໍາການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຂັ້ນເມືອງ ພາຍໃນແຂວງເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຄົ້ນຄວ້າ, […] -
ປກສ ແຂວງ ລົງເຜີຍແຜ່ການສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ ບໍລິສັດ ສິນທະນາ
Posted on October 27, 2020 | No Commentsໃນຕອນເຊົ້າຂອງວັນທີ 23 ຕຸລາ 2020 ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄໍາໄຊ ໄດ້ລົງເຄື່ອນໄຫວໂຄສະນາ, ຝຶກອົບຮົມ ເຜີຍແຜ່ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດສິນທະນາການຄ້າຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ບ້ານ ອານຸສອນໄຊ ເມືອງປາກຊັນ […] -
ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງປາກກະດິງ ຄັ້ງທີ 4 ສະໄໝທີ VII
Posted on October 27, 2020 | No Commentsກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງປາກກະດິງ ແຂວງບໍລິຄຳໄຊ ຄັ້ງທີ 4 ສະໄຫມທີ VII ໄດ້ຈັດຂື້ນໃນວັນທີ 23 ຕຸລາ 2020 ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ວັນວິໄລ ແດນພູຫຼວງ […] -
ກອງປະຊຸມປືກສາຫາລື ແລະ ຖອດຖອນບົດຮຽນ ວຽກງານປະສານງານຊາຍແດນ
Posted on October 27, 2020 | No Commentsກອງປະຊຸມປືກສາຫາລື ແລະ ຖອດຖອນບົດຮຽນ ຂອງບັນດາຫ້ອງການປະສານງານຊາຍແດນ ໃນຂອບເຂດທົ່ວປະເທດ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 22 – 23 ຕຸລາ 2020 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ພັນເອກ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ທັງເປັນຄະນະຊີ້ນໍາໂຄງການສະກັດກັ້ນຕ້ານຢາເສບຕິດ […] -
ເຈົ້າເມືອງປາກຊັນ ລົງຕິດຕາມການກໍ່ສ້າງທາງຊອຍ ປູເບຕົງຢູ່ບ້ານທ່າບໍ່
Posted on October 26, 2020 | No Commentsໃນຕອນເຊົ້າຂອງວັນທີ 26 ຕຸລາ 2020 ທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ ພ້ອມດ້ວຍວິຊາການຂະແໜງການກ່ຽວຂ້ອງຂອງເມືອງ ໄດ້ລົງຕິດຕາມກວດກາ ເບິ່ງການກໍ່ສ້າງທາງຊອຍ ປູດ້ວຍເບຕົງເສີມເຫຼັກ ຢູູ່ບ້ານທ່າບໍ່ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງໄດ້ຮັບທຶນການຊ່ວຍເຫຼືອລ້າ ຈາກໂຄງການພັດທະນາບ້ານໃໝ່ ແຊມາອຶລ ອູດົງ ຈາກ […] -
ຝຶກອົບຮົມກ່ຽວກັບການຕອບໂຕ້ ແລະ ປ້ອງກັນການລະບາດເຊື້ອພະຍາດໂຄວິດ-19 ໃຫ້ເຈົ້າໜ້າທີ່ປະຈຳຊາຍແດນ
Posted on October 26, 2020 | No Commentsບັ້ນຝຶກອົບຮົມກ່ຽວກັບການຕອບໂຕ້ ແລະ ປ້ອງກັນການລະບາດເຊື້ອພະຍາດໂຄວິດ-19 ( covid-19 ) ໃຫ້ເຈົ້າໜ້າທີ່ປະຈຳຊາຍແດນ ແລະ ເຈົ້າໜ້າທີ່ຫ້ອງການປະສານງານຊາຍແດນ (BLO) ບັນດາ ປກສ ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ […] -
ໜ່ວຍພັກບ້ານສົບພວນ ສຳເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນ
Posted on October 26, 2020 | No Commentsໃນວັນທີ 23 ຕຸລາ 2020 ຢູ່ທີ່ຫ້ອງການບ້ານສົບພວນ, ເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກບ້ານຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພູທອນ ແກ້ວມະນີ ເລຂາພັກບ້ານ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ວິໄລ ສີສະມຸດ ຮອງເລຂາພັກເມືອງ. […] -
ຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ 2 ໜ່ວຍພັກໂຮງຮຽນອະນຸບານໄຊຊະຫວ່າງ
Posted on October 26, 2020 | No Commentsຕອນເຊົ້າຂອງວັນທີ 23 ຕຸລາ 2020, ທີ່ຫ້ອງປະຊຸມ ໂຮງຮຽນອະນຸບານໄຊສະຫວ່າງ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ່ 2 ຂອງໜ່ວຍພັກຕົນຂື້ນ ພາຍໃຕ້ການເປັນປະທານຂອງສະຫາຍ ນ. ຄຳໃບ ໄຊຍະລາດ ເລຂາຫນ່ວຍພັກໂຮງຮຽນ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນ. ຄໍາພອນ ເຮືອງມະນີພັນ […] -
ຄຳເກີດ ຈັດກອງປະຊຸມປຶກສາຫາລື ແຜນພັດທະນາຊັບພະຍາກອນມະນຸດ 5 ປີ
Posted on October 26, 2020 | No Commentsໃນຕອນບ່າຍຂອງວັນທີ 22 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ແຜນພັດທະນາຊັບພະຍາກອນມະນຸດ 5 ປີ ( 2021-2025 ) ໂດຍການເປັນປະທານຂອງທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ. […] -
ພະແນກສຶກສາແຂວງ ຊ່ວຍເຫລືອອຸປະກອນການສຶກສາ ໃຫ້ເມືອງຄຳເກີດ
Posted on October 26, 2020 | No Commentsໃນຕອນບ່າຍຂອງວັນທີ 23 ຕຸລາ 2020, ທີ່ສະໂມສອນໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງຄຳເກີດ ແຂວງບຍໍລິຄຳໄຊ ພະແນກສຶກສາທິການ – ກິລາແຂວງ ພ້ອມດ້ວຍຫ້ອງການສຶກສາ 6 ຕົວເມືອງ ແລະ ການສຶກສາພາກເອກະຊົນ ໄດ້ນຳອຸປະກອນການສຶກສາ ມາມອບໃຫ້ຫ້ອງການສຶກສາເມືອງຄຳເກີດ ໂດຍການນຳພາຂອງທ່ານ ຄຳສີ ຍົມມະລາດ […] -
ປະກາດອົງການຈັດຕັ້ງມະຫາຊົນ ຂົງເຂດການສຶກສາ ຫ້ວຍຫອຍ
Posted on October 26, 2020 | No Commentsໃນວັນທີ 21 ຕຸລາ 2020 ຢູ່ໂຮງຮຽນປະຖົມສົມບູນບ້ານຫ້ວຍຫອຍ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ສ້າງຕັ້ງອົງການຈັດຕັ້ງມະຫາຊົນໂຮງຮຽນ ອະນຸບານ-ປະຖົມ, ມຕ ຫ້ວຍຫອຍ ແລະ ມສ ຫ້ວຍຫອຍຂື້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳທອງ ກອງມະນີ […] -
ກອງປະຊຸມຄົບຄະນະ ບໍລິຫານງານພັກແຂວງ ບໍລິຄໍາໄຊ ຄັ້ງທີ 2 ສະໄໝທີ VII
Posted on October 23, 2020 | No Commentsກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ບໍລິຄໍາໄຊ ຄັ້ງທີ່ 2 ສະໄໝທີ VII ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 22 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງບໍລິຄໍາໄຊ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ […] -
ຊາວໜຸ່ມກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດກິດຈະກໍາ ຢູ່ ມໍປາຍ ປາກຊັນ
Posted on October 23, 2020 | No Commentsເພື່ອປູກຈິດສໍານຶກໃຫ້ຊາວໜຸ່ມ ໄດ້ຮຽນຮູ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາໃໝ່ກ່ຽວກັບຂໍ້ມູນຂ່າວສານ, ລະບົບນິເວດວິທະຍາ, ການອະນຸລັກຮັກສາສິ່ງແວດລ້ອມ ໃນວັນທີ 22 ຕຸລາ 2020 ຊາວໜຸ່ມກະຊວງວິທະຍາສາດ ແລະ ແຕັກໂນໂລຊີ ໄດ້ລົງເຮັດກິດຈະກຳ ຢູ່ ໂຮງຮຽນ ມໍປາຍ ປາກຊັນ ເມືອງປາກຊັນ ແຂວງບໍລິຄຳໄຊ […] -
ຄະນະຊາວໜຸ່ມແຂວງບໍລິຄຳໄຊ ແລະ ຄະນະຊາວໜຸ່ມກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັບມືແຮກສ່ຽວ
Posted on October 23, 2020 | No Commentsພິທີເຊັນບົດບັນທຶກ ການຮ່ວມມືວຽກງານຊາວໜຸ່ມ-ເຍົາວະຊົນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຂຶ້ນ ໃນວັນທີ 23 ຕຸລາ 2020 ຢູ່ສະໂມສອນແຂວງບໍລິຄຳໄຊ, ຝ່າຍຄະນະຊາວໜຸ່ມແຂວງບໍລິຄໍາໄຊ ລົງນາມໂດຍ ສະຫາຍ ທອງມະນີ ໂຄດປັນຍາ […] -
ບໍລິສັດໄຟຟ້ານ້ຳເທີນ 1 ມອບເງິນໃຫ້ແຂວງບໍລິຄຳໄຊ
Posted on October 23, 2020 | No Commentsເພື່ອເປັນການປະກອບສ່ວນ ໃນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ທີ່ໄດ້ສຳເລັດລົງຢ່າງຈົບງາມ ໃນທ້າຍເດືອນກັນຍາທີ່ຜ່ານມາ ໃນຕອນບ່າຍຂອງວັນທີ 23 ຕຸລາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ພິເສດສຸດ ຄະເຊນສຸລະພັນ ຮອງຜູ້ອຳນວຍການຝ່າຍກໍ່ສ້າງ ບໍລິສັດເຂື່ອນໄຟຟ້ານ້ຳເທີນ 1 ໄດ້ນໍາເງິນຈຳນວນ 100 ລ້ານກີບ […] -
ສຳມະນາ ກ່ຽວກັບການປະຕິວັດອຸດສາຫະກໍາ ຄັ້ງທີ 4
Posted on October 23, 2020 | No Commentsກອງປະຊຸມສຳມະນາກ່ຽວກັບການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, […] -
ທ່າພະບາດ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາ ປະຈຳປີ 2020
Posted on October 22, 2020 | No Commentsໃນລະຫວ່າງວັນທີ 20 – 21 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວເມືອງທ່າພະບາດ ປະຈຳ ສົກປີ 2020 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ […] -
ວຽງທອງ ຈັດກອງປະຊຸມວຽກງານລະດົມພົນ ປີ 2020
Posted on October 22, 2020 | No Commentsຕອນເຊົ້າຂອງວັນທີ 21 ຕຸລາ 2020 ຢູ່ຫ້ອງປະຊຸມ ກອງບັນຊາການທະຫານເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມວຽກງານລະດົມພົນ ປີ 2020 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຄະນະກໍາມະການລະດົມພົນຂັ້ນເມືອງ, ນາຍ ແລະ ພົນທະຫານພາຍໃນກົມກອງ ເຂົ້າຮ່ວມ. […] -
ບ້ານໃຫຍ່ຈອມທອງ ສ້າງຂະບວນການ ທຳລາຍບ່ອນແຜ່ພັນຍຸງລາຍ
Posted on October 22, 2020 | No Commentsໃນວັນທີ 22 ຕຸລາ 2020 ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະຫ້ອງການສາທາລະນະສຸກເມືອງ, ຄະນະອໍານວຍການໂຮງໝໍເມືອງ ໄດ້ລົງຊຸກຍູ້ອໍານາດການປົກຄອງ, ພໍ່ແມ່ປະຊາຊົນ ບ້ານໃຫຍ່ຈອມທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ສ້າງຂະບວນການອອກແຮງງານລວມທົ່ວບ້ານ ເພື່ອສະກັດກັ້ນການແຜ່ພັນຂອງຍຸງລາຍ ທີ່ເປັນພາຫະນະນໍາເຊື້ອພະຍາດໄຂ້ເລືອດອອກ. […] -
ເມືອງ ວຽງທອງເລົ່າຄືນມູນເຊື່ອ 3 ວັນ ປະຫວັດສາດ
Posted on October 22, 2020 | No Commentsໃນວັນທີ 21 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດ ຄື: ວັນປະກາດເອກະລາດ 12 ຕຸລາ, ວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ ແລະ ວັນວັນສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກ […] -
ກອງບັນຊາການທະຫານເມືອງບໍລິຄັນ ສະຫຼຸບວຽກງານລະດົມພົນປະຈໍາປີ
Posted on October 21, 2020 | No Commentsໃນວັນທີ 21 ຕຸລາ 2020 ຢູ່ສະໂມສອນກອງບັນຊາການທະຫານເມືອງບໍລິຄັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານລະດົມພົນ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປີ 2020 ຂຶ້ນ, ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ວາລີ ສຸດທະວົງ ຮອງເລຂາພັກເມືອງ ປະທານສະພາພັນທະຂັ້ນເມືອງ. ໃນກອງປະຊຸມໄດ້ຮັບຟັງການຜ່ານລາຍງານ […] -
ກອງປະຊຸມ ຄົບຄະນະບໍລິຫານງານ ສະຫະພັນກຳມະບານເມືອງ ບໍລິຄັນ ຄັ້ງທີ II ສະໄໝທີ 7
Posted on October 21, 2020 | No Commentsກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນກໍາມະບານ ເມືອງບໍລິຄັນ ຄັ້ງທີ II ສະໄໝທີ VIl ໄດ້ໄຂຂື້ນ ໃນວັນທີ 20 ຕຸລາ 2020 ຢູ່ສະໂມສອນຂອງເມືອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນມີ ວໍລະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສາ້ງຊາດເມືອງ, ທ່ານ ຈັນທະຄານ […] -
ບໍລິຄຳໄຊ ສຳເລັດການຍົກລະດັບທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານ-ສະມາຊິກພັກ
Posted on October 21, 2020 | No Commentsພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຮຸ່ນທີ 43 (XLIII) ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ອົງການກວດກາລັດແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ນັກສຶກສາ […] -
ບ້ານໂພນຈະເລີນ ປັບປຸງການຈັດຕັ້ງບາງຕຳແໜ່ງງານ
Posted on October 21, 2020 | No Commentsພິທີປະກາດການຈັດຕັ້ງບາງຕຳແໜ່ງງານ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 20 ຕຸລາ 2020 ຢູ່ທີ່ສະໂມສອນຂອງບ້ານ, ເປັນກຽດເຂົ້້າຮ່ວມຂອງທ່ານ ບຸນເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ. […] -
ປກສ ກຸ່ມບ້ານຫ້ວຍຄຸນ ເປີດປະຊຸມ ໂຄງການ ແກ້ໄຂ ແລະ ສະກັດກັ້ນ ການແຜ່ລະບາດຢາເສບຕິດ
Posted on October 21, 2020 | No Commentsໃນຕອນເຊົ້າຂອງວັນທີ່ 15 ຕຸລາ 2020 ຢູ່ທີ່ຫ້ອງການ ບ້ານຫ້ວຍຄູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ເປິດກອງປະຊຸມ “ໂຄງການ ແກ້ໄຂ ແລະ ສະກັດກັ້ນ ການແຜ່ລະບາດຂອງຢາເສບຕິດ ” ໂດຍການເປັນປະທານຂອງທ່ານ […] -
ປະຊາຊົນບ້ານຄຳມ່ວນ ເລັ່ງເກັບກ່ຽວເຂົ້ານາປີ
Posted on October 21, 2020 | No Commentsຕາມການລາຍງານຂອງທ່ານ ບົວວັນ ປາມ່ອນມະນີ ນາຍບ້ານຄຳມ່ວນ ໃນຄັ້ງວັນທີ່ 20 ຕຸລາ 2020 ໃຫ້ຮູ້ວ່າ: ບ້ານຄຳມ່ວນ ເມືອງຄຳເກີດ ແຂວງບໍລິຄຳໄຊ ປະກອບມີ 141 ຫຼັງຄາເຮືອນ, ມີ 128 ຄອບຄົວ, […] -
ຄຳເກີດ ຈັດອົບຮົມວຽກງານກອງທຶນສິນເຊື່ອບ້ານເປົ້າໝາຍຂອງແຜນງານລາວ/030
Posted on October 20, 2020 | No Commentsເພື່ອເຮັດໃຫ້ການບໍລິຫານ, ການຄຸ້ມຄອງ ວຽກງານກອງທຶນສິນເຊື່ອ ໃນ 27 ບ້ານເປົ້າໝາຍ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ມີຄວາມຢືນຍົງ ແລະ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ດີຂື້ນ ແລະ ລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. […] -
ໄຊຈຳພອນ ສຳເລັດການເກັບກຳຂໍ້ມູນ ການພົ້ນທຸກ ແລະ ການພັດທະນາປະຈຳປີ 2019
Posted on October 20, 2020 | No Commentsຕອນເຊົ້າຂອງວັນທີ 20 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ຈັດກອງປະຊຸມເຜີຍ ການແຜ່ຜັນຂະຫຍາຍ ຜົນການເກັບກຳຂໍ້ມູນການພົ້ນທຸກ ແລະ ການພັດທະນາ ປະຈຳປີ 2019 ຕາມດຳລັດ 348/ລບ […] -
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປາກຊັນ
Posted on October 20, 2020 | No Commentsໃນວັນທີ 20 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປາກຊັນ ປະຈຳສົກຮຽນ 2019 – 2020 ແລະ ທິດທາງແຜນການ ປະຈໍາສົກຮຽນ […] -
ທະນາຄານເອຊີລີດາ ລາວ ຈຳກັດ ສາຂາບໍລິຄຳໄຊ ສາມາດສະໜອງສິນເຊື່ອ ດ້ວຍອັດຕາດອກເບ້ຍເລີ່ມຕົ້ນ 7,99% ຕໍ່ປີ
Posted on October 20, 2020 | No Commentsທະນາຄານເອຊີລີດາ ກໍ່ເປັນອີກຊ່ອງທາງໜຶ່ງທີ່ສາມາດຕອບສະໜອງສິນເຊື່ອ ໃຫ້ແກ່ລູກຄ້າໄດ້ເປັນຢ່າງດີ ສຳລັບຜູ້ທີ່ຕ້ອງການເຮັດທຸລະກິດໃດໜຶ່ງ ທ່ານ ຄຳຫຼ້າ ສີສະຫວາດ ຜູ້ອຳນວຍການທະນາຄານເອຊີລີດາ ລາວ ຈຳກັດ ສາຂາແຂວງບໍລິຄຳໄຊ ໄດ້ສຳພາດຜ່ານສື່ມວນຊົນຂອງແຂວງ ໃນວັນທີ 20 ຕຸລາ 2020 ກ່ຽວກັບການສະໜອງສິນເຊື່ອໃຫ້ແກ່ລູກຄ້າ. ທະນາຄານເອຊີລີດາ ລາວ ຈຳກັດ […] -
ຊາວບ້ານປາກທວາຍ ຮ່ວມທຶນສ້າງທາງຊອຍເບຕົງ ຄວາມຍາວ 1 ກມ
Posted on October 20, 2020 | No Commentsເພື່ອເປັນການສ້າງຄວາມສະດວກສະບາຍໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໃນການທຽວທາງໄປມາຫາສູ່ກັນສະດວກສະບາຍຂຶ້ນ, ໃນວັນທີ 16 ຕຸລາ 2020 ຢູ່ທາງເຂົ້າວັດປ່າ ບ້ານປາກທວາຍ ໄດ້ຈັດພິທີເປີດນໍາໃຊ້ເສັ້ນທາງຊອຍ ຈາກເສັ້ນທາງເລກທີ 13 ໃຕ້ ເຂົ້າຫາວັດປ່າ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາປຸ່ນ ສີຫາລາດ […] -
ເຜີຍແຜ່ດໍາລັດເລກທີ 77/ລບ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ
Posted on October 19, 2020 | No Commentsໃນວັນທີ 10 ຕຸລາ 2020 ຢູ່ທີ່ຫ້ອງການບ້ານນ້ຳຢ້າງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດ ເລກທີ 77/ລບ, ກົດໝາຍຕັ້ງໂຕະໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ຄຸນພະໄຊ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ສົມໃຈ ຊົງລາວ່າງ, ປະທານກວດກາພັກ-ລັດເມືອງ, […] -
ບໍລິຄຳໄຊ ປະເມີນໂຄງການ ຈັດລຽງບຸລິມະສິດ ກ່ອນສະເໜີພິຈາລະນາເຂົ້າແຜນປະຈຳປີ 2021
Posted on October 19, 2020 | No Commentsກອງປະຊຸມປຶກສາຫາລືກ່ຽວກັບການຮັບຮອງຜົນການປະເມີນ ແລະ ການຈັດລຽງບຸລິມະສິດໂຄງການລົງທຶນຂອງລັດ ກ່ອນສະເໜີພິຈາລະນາເຂົ້າແຜນປະຈຳປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີພະແນກການອ້ອມຂ້າງ, […] -
ປ່າໄມ້ແຂວງ ຕິດຕັ້ງປ້າຍເຂດແດນຟື້ນຟູປ່າ ແລະ ປູກປ່າທົດແທນ
Posted on October 18, 2020 | No Commentsໃນຕອນເຊົ້າຂອງວັນທີ 16 ຕຸລາ 2020 ທ່ານ ຂັນມີໄຊ ມີພິມວົງ ຮອງຫົວໜ້າຂະແໜງປ່າໄມ້, ທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ນຳພາອ້າຍນ້ອງວິຊາການຈາກແຂວງ ແລະ ເມືອງ […] -
ຮອງປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ລົງເຮັດວຽກຢູ່ແຂວງບໍລິຄຳໄຊ
Posted on October 16, 2020 | No Commentsໃນຕອນບ່າຍຂອງວັນທີ 16 ຕຸລາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານນາງ ມະນີວັນ ເຢຍປາວເຮີ ຮອງປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ລົງມາຢ້ຽມຢາມ ແລະ […] -
ຊາວໜຸ່ມພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ
Posted on October 16, 2020 | No Commentsໃນວັນທີ 16 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຕຸ້ຍ ຈັນທະມຸງຄຸນ ເລຂາຮາກຖານຊາວໜຸ່ມພະແນກອຸດສາຫະກໍາ-ການຄ້າແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ […] -
ຊາວໜຸ່ມເມືອງບໍລິຄັນ ໄດ້ຮັບນາມມະຍົດທຸງໄຊນຳໜ້າ 4 ບຸກ
Posted on October 16, 2020 | No Commentsໃນວັນທີ 15 ຕຸລາ 2020 ຢູ່ສະໂມສອນໃຫຍ່ຫ້ອງວ່າການເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢຶນ ແລະ ທຸງໄຊນຳໜ້າຊາວໜຸ່ມ 4 ບຸກຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ສະຫາຍ ບຸນມີ ວໍລະຈັກ […] -
2019 ບໍລິຄຳໄຊ ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກວມເອົາ 81,09%
Posted on October 16, 2020 | No Commentsກອງປະຊຸມສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງ ແລະ ກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວອົງຄະນະພັກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2020 ຢູ່ຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ແລະ […] -
ເມືອງຄຳເກີດ ຈະຖືກຮັບຮອງເປັນເມືອງສາມັກຄີປອງດອງ ເປັນເມືອງທີ່ 3 ຂອງແຂວງບໍລິຄຳໄຊ
Posted on October 16, 2020 | No Commentsໃນວັນທີ 15 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມປືກສາຫາລືການກະກຽມ ປະກາດເມືອງຄຳເກີດ ເປັນເມືອງສາມັກຄີປອງດອງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສອນແກ້ວ ກາງປາວວື່ ຮອງປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ທ່ານ ເພັດສະໄໝ ໄຊຍະທິຈັກ ເລຂາພັກເມືອງ, ເຈົ້າເມືອງຄຳເກີດ, ມີບັນດາການນຳຂອງເມືອງ, ຄະນະກຳມະການຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ […] -
ນັກທຸລະກິດໜຸ່ມ ເມືອງປາກກະດິງ ມອບເຄື່ອງຊ່ວຍເຫຼືອຄອບຄົວອານາຖາ ຢູ່ເມືອງວຽງທອງ
Posted on October 16, 2020 | No Commentsເພື່ອເປັນການບັນເທົາທຸກໃຫ້ແກ່ຄອບຄົວທຸກຍາກ ແລະ ອານາຖາ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ ໃນວັນທີ 14 ຕຸລາ 2020 ນັກທຸລະກິດໜຸ່ມທີມງານຮ່ວມໃຈ ເມືອງປາກກະດິງ ແຂວງບໍລິຄຳໄຊ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ນຳເອົາສັງກະສີ 40 ແຜ່ນ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜື່ງ ໄປມອບໃຫ້ແກ່ຄອບຄົວ […] -
ກຸ່ມພັດທະນາ ເຂດຄຳມ່ວນ ເມືອງຄຳເກີດ ສູມໃສ່ເກັບກູ້ເຂົ້ານາປີຢ່າງເປັນຂະບວນພົດຟື້ນ
Posted on October 16, 2020 | No Commentsເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງຄຳເກີດວາງອອກ ເວົ້າລວມ, ເວົ້າສະເພາະກຸ່ມພັດທະນາຄຳມ່ວນເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໃດ້ເທື່ອລະກ່າວ. ທ່ານ ອຳພອນ ພົມມະສານ ເລຂາຄະນະພັກກຸ່ມພັດທະນາຄຳມ່ວນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 15 ຕຸລາ 2020 ວ່າ: ທົ່ວກຸ່ມບ້ານພັດທະນາຄຳມ່ວນ ປະກອບມີ 1.246 ຫຼັງຄາເຮືອນ, ມີ 1.475 […] -
ປາກກະດິງ ທຳລາຍສິນຄ້າເສື່ອມຄຸນນະພາບ 50 ກ່ວາລາຍການ
Posted on October 16, 2020 | No Commentsໃນຕອນເຊົ້າວັນທີ 15 ຕຸລາ 2020 ຢູ່ຫ້ອງການສາທາລະນະສຸກເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີທຳລາຍສິນຄ້າເສື່ອມຄຸນນະພາບ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ທ່ານ ດຣ ຂັນທອງ ວົງໂກສີ ຮັກສາການຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ເຂົ້າຮ່ວມ. […] -
ພະແນກສາທາລະນະສຸກແຂວງ ປະເມີນພະນັກງານ-ລັດຖະກອນ ປະຈຳປີ 2020
Posted on October 16, 2020 | No Commentsໃນບ່າຍຂອງວັນທີ 16 ຕຸລາ 2020 ພະແນກສາທາລະນະສຸກແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2020 ຂຶ້ນ ຢູ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະພະແນກ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ. ໃນພິທີ ທ່ານປະທານ […] -
ອົງການແຊມາອຶລ ອູນດົງ ມອບເຄື່ອງຮັບໃຊ້ຫ້ອງການໃຫ້ແຂວງບໍລິຄໍາໄຊ
Posted on October 16, 2020 | No Commentsໃນຕອນບ່າຍວັນທີ 15 ຕຸລາ 2020 ອົງການແຊມາອຶລ ອູນດົງ ແຫ່ງ ສ.ເກົາຫຼີ ຫຼື ເອີ້ນວ່າໂຄງການພັດທະນາບ້ານແບບໃໝ່ ຂອງອົງການແຊມາອຶລ ອູນດົງ ປະຈຳລາວ ໄດ້ນໍາເອົາຄອມພິວເຕີໂນດບຸກ, ເຄື່ອງສາຍ, ຜ້າສາກຂາວ ແລະ ເຄື່ອງພິມ ຢ່າງລະ 03 […] -
ສະຫລຸບວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມເຂດໃຈກາງ 2 ບ້ານ ເມືອງຄຳເກີດ
Posted on October 15, 2020 | No Commentsຕອນເຊົ້າວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິພີສະຫລຸບວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມເຂດໃຈກາງ ບ້ານໂພນເມືອງນ້ອຍ ແລະ ບ້ານ ນໍ້າພາວ ເປັນປະທານໂດຍທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວຫນ້າກອງບັນຊາການ ປກສ ແຂວງ […] -
ອົງການປົກຄອງແຂວງບໍລິຄໍາໄຊ ມອບເຄື່ອງຊຸກຍູ້ວຽກງານກໍ່ສ້າງຮາກຖານ ມູນຄ່າ 20 ລ້ານກ່ວາກີບ
Posted on October 15, 2020 | No Commentsໃນຕອນບ່າຍວັນທີ 13 ຕຸລາ 2020 ແຂວງ ບໍລິຄໍາໄຊ ໄດ້ນໍາເອົາຄອມພິວເຕີ່ ຈໍານວນ 03 ຊຸດ, ລວມມູນຄ່າ 20,550,000 ກີບ ມາມອບໃຫ້ກອງບັນຊາການ ປກສ ແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມໃຈກາງຂອງແຂວງ ຕາງໜ້າກ່າວມອບໂດຍ ທ່ານ ສາຍຄໍາ […] -
ປະຊາຊົນບ້ານນາເດື່ອ ເກັບກູ້ເຂົ້ານາປີສຳເລັດແລ້ວ 50%
Posted on October 15, 2020 | No Commentsບ້ານນາເດື່ອ ເປັນບ້ານໜຶ່ງ ທີ່ຂຶ້ນກັບເມືອງຄຳເກີດ ແຂວງບໍລິຄຳໄຊ ປະຊາຊົນພາຍໃນບ້ານແມ່ນຢຶດຖືອາຊີບປູກຝັງ-ລ້ຽງສັດເປັນອາຊີບຕົ້ນຕໍ ໂດຍມີເນື້ອທີ່ນາປີທັງໜົດ 80 ເຮັກຕ່າ, ຕາມການລາຍງານຂອງທ່ານ ໄມຕາ ພົມມະຈັນ ຮອງນາຍບ້ານໆນາເດື່ອ ໃນຄັ້ງວັນທີ່ 14 ຕຸລາ 2020 ໃຫ້ຮູ້ວ່າ: […] -
ຄວາມຄືບໜ້າໂຄງການຄຸ້ມຄອງລະບົບນິເວດ ແລະ ສັດປ່າ ແບບປະສົມປະສານ ໄລຍະ 3
Posted on October 15, 2020 | No Commentsກອງປະຊຸມປຶກສາຫາລື ຂອງໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າ ແບບປະສົມປະສານ ໄລຍະ IV ( 2021-2025 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ຕຸລາ 2020 ຢູ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ […] -
ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII
Posted on October 15, 2020 | No Commentsກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ, […] -
ອົງການກອຍກ່າ ແລະ ສປຊ ລົງຢ້ຽມຢາມທິມງານເກັບກູ້ລະເບີດ ທີ່ເມືອງຄຳເກີດ
Posted on October 14, 2020 | No Commentsໃນຕອນບ່າຍຂອງວັນທີ 13 ຕຸລາ 2020, ຄະນະຜູ້ແທນຈາກອົງການກອຍກ່າ ແລະ ອົງການສະຫະປະຊາຊາດ ໄດ້ລົງຢ້ຽມຢາມເມືອງຄຳເກີດ ແຂວງບໍລິຄຳໄຊ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ກີ່ ຊົ່ງລາວ່າງ ຮອງເລຂາພັກເມືອງພ້ອມດ້ວຍຄະນະ. ຈຸດປະສົງການລົງມາຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອພົບປະ, ໂອ້ລົມກ່ຽວກັບການເກັບກູ້ລະເບີດທີ່ບໍ່ທັນແຕກ ຢູ່ເມືອງຄຳເກີດ ຂອງກອງເກັບກູ້ລະເບີດ 58, […] -
ແນວລາວສ້າງຊາດ ບ້ານໂພນໂຮງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ 8
Posted on October 14, 2020 | No Commentsຕອນເຊົ້າຂອງວັນທີ 12 ຕຸລາ 2020 ທີ່ຮ້ານອາຫານຊວນແຊ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ແນວລາວສ້າງຊາດ ຄັ້ງທີ 8 ຂອງບ້ານໂພນໂຮງ ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ນ. ນ້ອຍ ບົວຄຳໂກສີ ຮອງປະທານແນວລາວສ້າງຊາດບ້ານໂພນໂຮງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ […] -
ບໍລິຄຳໄຊ ຈູດທຳລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ
Posted on October 14, 2020 | No Commentsເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ ( 12 ຕຸລາ 2001 – 12 ຕຸລາ 2020 ) ນີ້ ແຂວງບໍລິຄຳໄຊ ໄດ້ຈັດພິທີຈູດເຜົາທໍາລາຍຢາເສບຕິດຂຶ້ນ ໃນຕອນເຊົ້າວັນທີ 12 […] -
ຍທຂ ເຜີຍແຜ່ວຽກງານຄວາມປອດໄພ ບົນທ້ອງຖະໜົນ ຢູ່ ມໍຕົ້ນ ໂພສີ
Posted on October 14, 2020 | No Commentsຕອນບ່າຍ ວັນທີ 13 ຕຸລາ 2020 ຢູ່ສະໂມສອນ ມໍຕົ້ນ ໂພສີ ເມືອງປາກຊັນ ແຂວງບໍລິຄຳໄຊ ທິມງານໂຄສະນາລະບຽບການສັນຈອນທາງບົກ ໄດ້ຈັດການເຜີຍແຜ່ລະບຽບຈະລາຈອນ ໃຫ້ນ້ອງໆນັກຮຽນ ມໍ 3 – 4 ໂດຍການນຳທິມຂອງທ່ານ ບຸນທໍາ ຄໍາມະວົງ […] -
ຄາລາວານທາງແບ່ງຫລັກ 20 ມອບອຸປະກອນ ຊຸກຍູ້ການສຶກສາ ເກືອບ 30 ລ້ານກີບ
Posted on October 14, 2020 | No Commentsໃນວັນທີ 13 ຕຸລາ 2020 ຢຸ່ສະໂມສອນໂຮງຮຽນ ມສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳ ທິມງານຄາລາວານທາງແບ່ງຫລັກ 20 ເມືອງປາກກະດິງ ໄດ້ນຳເຄື່ອງອຸປະກອນການຮຽນ ມາມອບໃຫ້ 3 ໂຮງຮຽນ ຄື: ໂຮງຮຽນປະຖົມທາດພູວຽງ, ປະຖົມຈອມທອງ ແລະ […] -
ບໍລິຄັນ ຈັດປະຊາສໍາພັນການອອກໃບຕາດິນແບບເປັນລະບົບ
Posted on October 14, 2020 | No Commentsໃນວັນທີ 13 ຕຸລາ 2020 ຢູ່ສະໂມສອນ ບ້ານ ນາກຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວັດລ້ອມເມືອງ ໄດ້ລົງຈັດກອງປະຊູມປະຊາສໍາພັນການອອກໃບຕາດິນແບບເປັນລະບົບ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ, ມີທ່ານ ອານຸກອນ […] -
ບໍລິຄຳໄຊ – ຄຳມ່ວນ ແລກປ່ຽນຖອດຖອນບົດຮຽນວຽກງານອະນຸສາວະລີຮ່ວມກັນ
Posted on October 14, 2020 | No Commentsກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນດ້ານວຽກງານອະນຸສາວະລີ ລະຫວ່າງແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 14 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ, ຝ່າຍແຂວງບໍລິຄຳໄຊນຳໂດຍ ທ່ານ ແກ້ວອຸດອນ ໄຊປະເສີດ ຫົວໜ້າຄະນະຮັບຜິດຊອບອະນຸສາວະລີແຂວງບໍລິຄຳໄຊ ແລະ ຝ່າຍແຂວງຄຳມ່ວນ ນຳໂດຍ ທ່ານນາງ ວົງພະຈັນ ສີບຸນເຮືອງ […] -
6 ຄອບຄົວ ບ້ານປາກປຶງ ຖືກຮັບຮອງເປັນຄອບຄົວ ປກຊ ເຂັ້ມແຂງ
Posted on October 13, 2020 | No Commentsໃນຕອນເຊົ້າຂອງວັນທີ 9 ຕຸລາ 2020 ຢູ່ສະໂມສອນ ບ້ານປາກປຶງ, ເມືອງປາກຊັນ, ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ ບ້ານປາກປຶງ ຈຳນວນ 6 ຄອບຄົວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸພາລັກ ໄຊສະນະສີ ຮອງເຈົ້າເມືອງປາກຊັນ, ທ່ານ ພັທ […] -
ເມືອງປາກຊັນ ສະຫລຸບຕີລາຄາບົດຮຽນ ການປະກາດຮັບຮອງເປັນເມືອງສາມັກຄີປອງດອງ
Posted on October 13, 2020 | No Commentsໃນວັນທີ 13 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັນການຈັດພິທີປະກາດເມືອງປາກຊັນ ເປັນເມືອງສາມັກຄີປອງດອງຂອງອົງການແນວລາວສ້າງຊາດ ທີ່ໄດ້ຈັດໃນວັນທີ 21 ສິງຫາ 2020 ທີ່ຜ່ານມາ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປົກຄອງປະຈຳເດືອນກັນຍາ ແລະ ທິດທາງແຜນການເດືອນຕຸລາ 2020 ໂດຍເປັນກຽດເຂົ້້າຮ່ວມຂອງທ່ານ […] -
ວັງຍາງນາວາ ຄອງຂັນຊະນະເລີດ ທ່າວັດນ້ຳງຽບ
Posted on October 13, 2020 | No Commentsງານແຂ່ງຂັນຊ່ວງເຮືອຕາມປະເພນີອອກພັນສາ ປະຈຳປີ ພ.ສ 2563 (ປະເພດ 18-22 ສີພາຍຊາຍ) ໄດ້ຈັດຂຶ້ນ ທີ່ທ່ານ້ຳ ວັດບ້ານນ້ຳງຽບ, ເມືອງປາກຊັນ, ແຂວງບໍລີຄຳໄຊ ໃນວັນທີ 10 ຕຸລາ 2020 ເຊິ່ງມີເຮືອທັງໝົດ 6 ລຳ (ສະເພາະບ້ານພາຍໃນເທດສະບານເມືອງປາກຊັນ) […] -
ບໍລິຄຳໄຊ ວາງແຜນພັດທະນາຊັບພະຍາກອນມະນຸດ ເພື່ອແກ້ໄຂບັນຫາ ພະນັກງານເຫລືອແຕ່ບໍ່ພໍ
Posted on October 13, 2020 | No Commentsເພື່ອເຮັດໃຫ້ການບັນຈຸ, ການຍົກລະດັບ ແລະ ພັດທະນາລັດຖະກອນ ໃຫ້ມີຄວາມສອດຄ່ອງ, ເໝາະສົມ ແລະ ຖືກຕ້ອງ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ກອງປະຊຸມແນະນຳຄືນການສ້າງແຜນພັດທະນາ ແລະ ແຜນປະຕິບັດງານການພັດທະນາຊັບພະຍາກອນມະນຸດ ຂອງແຂວງ 5 ປີ (2021-2025) ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2020 […] -
ຊາວໜຸ່ມ ລະດົມທຶນ-ແຮງງານ ຊ່ວຍຄອບຄົວທຸກຍາກ ແລະ ໂຮງຮຽນປະຖົມສົມບູນໂພນສີ ເກືອບ 100 ລ້ານກີບ
Posted on October 13, 2020 | No Commentsໃນວັນທີ 10 ຕຸລາ 2020 ໄດ້ມີພິທີມອບ-ຮັບເຮືອນ ໃຫ້ຄອບຄົວທ້າວ ຄຳເຊ ກໍແກ້ວວົງໄຊ ປະຊາຊົນບ້ານນ້ຳງຽບ ຄຸ້ມໂພນສີ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງເປັນຄອບຄົວທຸກຍາກແລະ ພື້ນໂຮງຮຽນປະຖົມສົມບູນໂພນສີ ເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, […] -
ໄຊຈຳພອນ ສຳເລັດກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ 3
Posted on October 12, 2020 | No Commentsກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງໄຊຈຳພອນ ແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝທີ 3 ໄດ້ດໍາເນີນໃນລະຫວ່າງວັນທີ 8-9 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂກ່ ໄຊສົມບັດ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ […] -
ພະແນກພາຍໃນແຂວງ ປະເມີນພະນັກງານ-ລັດຖະກອນ ປະຈຳປີ 2020
Posted on October 12, 2020 | No Commentsໃນວັນທີ 12 ຕຸລາ 2020 ພະແນກພາຍໃນແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2020 ຂຶ້ນ ຢູ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ສົມເພັດ ຄຳມະນີ ຫົວໜ້າພະແນກພາຍໃນແຂວງ, ມີຄະນະພະແນກ ແລະ ພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານປະທານ […] -
ກອງປະຊຸມຜັນຂະຫຍາຍຜົນການເກັບກໍາຂໍ້ມູນການພົ້ນທຸກ ແລະ ການພັດທະນາ
Posted on October 12, 2020 | No Commentsໃນວັນທີ 9 ຕຸລາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ຜັນຂະຫຍາຍ ຜົນການເກັບກໍາຂໍ້ມູນ ການພົ້ນທຸກ ແລະ ການພັດທະນາ ປະຈໍາປີ 2019 ຕາມດໍາລັດ 348/ລບ ທົ່ວແຂວງບໍລິຄໍາໄຊ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ […] -
ຝືກອົບຮົມ ເທັກນິກຫລັກການນໍາໃຊ້ຢາປາບສັດຕູພືດໃຫ້ຊາວກະສິກອນ 2 ບ້ານ ເມືອງວຽງທອງ
Posted on October 12, 2020 | No Commentsໃນວັນທີ 9 ຕຸລາ 2020 ທີ່ຫ້ອງການບ້ານ ຈອມທອງ ແລະ ບ້ານ ນາຊວງ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງມາຝຶກອົບຮົມກ່ຽວກັບການນ້ຳໃຊ້ຢາປາບສັດຕູພຶດ ທີ່ຖືກວິທີ ໃຫ້ແກ່ຊາວກະສິກອນ […] -
ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດຄົບຮອບ 26 ປີ
Posted on October 12, 2020 | No Commentsເນື່ອງໃນໂອກາດ ວັນທີ 7 ຕຸລາ ວັນຄູແຫ່ງຊາດ ໄດ້ໝູນວຽນມາຄົບຮອບ 26 ປີ ເຊີ່ງເປັນວັນໜຶ່ງທີ່ຄູລາວມີຄວາມເອກອ້າງທະນົງໃຈຕໍ່ກຽດສັກສີ, ຕໍ່ອາຊີບຄູໃນປະຈຸບັນ ແລະ ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ. ວັນທີ 9 ຕຸລາ 2020 ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີຫວນຄືນມູນເຊື້ອວັນຄູແຫ່ງຊາດ ຄົບຮອບ […] -
ເຜີຍແຜ່ລະບຽບຈະລາຈອນໃຫ້ໄວໝຸ່ມ-ຊາວໝຸ່ມໂຮງຮຽນສາມັນກິນນອນຊົນເຜົ່າ
Posted on October 12, 2020 | No Commentsໃນຕອນບ່າຍຂອງວັນທີ 8 ຕຸລາ 2020, ທີ່ສະໂມສອນໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ກົດໝາຍ, ລະບຽບຈະລາຈອນໃຫ້ໄວໝຸ່ມ-ຊາວໝຸ່ມ ໂດຍການເປັນປະທານຂອງທ່ານ ເຢີວື່ຈົ່ງຕູ້ ວ່າການອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ. ໃນພິທີ ໄດ້ເຜີຍແຜ່ກົດລະບຽບຈະລາຈອນ ໂດຍອີງໃສ່ດຳລັດເລກທີ 188/ນຍ, ລົງວັນທີ 03 ກໍລະກົດ 2007 […] -
ກອງປະຊຸມ ເປີດວຽກງານກໍ່ສ້າງຮາກຖານການເມືອງ ເຂດຈຸດສຸມໃຈກາງ ບ້ານສີວິໄລ
Posted on October 12, 2020 | No Commentsໃນວັນທີ 8 ຕຸລາ 2020 ຢູ່ຫ້ອງການບ້ານ ສີວິໄລ, ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີເປີດການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ເຂດຈຸດສຸມຫຼໍ່ແຫຼມໃຈກາງ ບ້ານ ສີວິໄລ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຮອງກອງບັນຊາການ ປກສ […] -
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານແນວລາວສ້າງຊາດເມືອງ
Posted on October 9, 2020 | No Commentsໃນວັນທີ 8 ຕຸລາ 2020 ທີ່ຫ້ອງປະຊຸມຄະນະປະຈຳພັກເມືອງຄຳເກີດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານແນວລາວສ້າງຊາດເມືອງ ເປັນປະທານໂດຍທ່ານ ຄໍາໝັ້ນ ໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ມີຄະນະກໍາມະການແນວລາວສ້າງຊາດເມືອງ ເຂົ້າຮ່ວມ. ທ່ານ ນ. ວຽງແກ້ວ ສຸວັນນະລາດ ຮອງປະທານແນວລາວສ້າງຊາດເມືອງໄດ້ຂຶ້ນຜ່ານຄຳແນະນຳ ສະບັບເລກທີ 055/ນສຊ, ລົງວັນທີ […] -
ໂຮງຮຽນແຫ່ງຕ່າງໆ ພາຍໃນເມືອງວຽງທອງ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ
Posted on October 8, 2020 | No Commentsໃນວັນທີ 6 ຕຸລາ 2020 ຜ່ານມາ ໂຮງຮຽນອະນຸບານ, ປະຖົມ ແລະ ມ.ສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ ( […] -
ບໍລິຄຳໄຊ – ອັດຕະປື ແລກປ່ຽນຖອດຖອນບົດຮຽນການແພດຮ່ວມກັນ
Posted on October 8, 2020 | No Commentsກອງປະຊຸມພົບປະແລກປ່ຽນ ຖອດຖອນບົດຮຽນດ້ານວິຊາສະເພາະ ລະຫວ່າງ ໂຮງໝໍແຂວງບໍລິຄຳໄຊ ແລະ ໂຮງໝໍແຂວງອັດຕະປື ໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 8 ຕຸລາ 2020 ຢູ່ຫ້ອງປະຊຸມໂຮງໝໍແຂວງບໍລິຄຳໄຊ, ຝ່າຍແຂວງບໍລິຄຳໄຊນຳໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງບໍລິຄຳໄຊ ແລະ ຝ່າຍແຂວງອັດຕະປື ນຳໂດຍ […] -
ນໍ້າງຽບ 1 ມອບລົດ 2 ຄັນໃຫ້ເມືອງບໍລິຄັນ
Posted on October 8, 2020 | No Commentsພິທີມອບ-ຮັບລົດກະບະ ຈຳນວນ 2 ຄັນ ມູນຄ່າ 270 ລ້ານກີບ ລະຫວ່າງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະ ຫ້ອງວ່າການເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2020 ຢູ່ຫ້ອງວ່າການເມືອງບໍລິຄັນ, ເປັນກຽດມອບໂດຍ ທ່ານ ບຸນທະວີ […] -
ຊາວໜຸ່ມບໍລິຄຳໄຊ ນ້ຳໃຈງົດງາມ ທຸ່ມເທເຫື່ອແຮງ ສ້າງເຮືອນໃໝ່ໃຫ້ຄອບຄົວທຸກຍາກ
Posted on October 8, 2020 | No Commentsໃນວັນທີ 6-7 ຕຸລາ 2020 ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພ້ອມຄະນະ ສົມທົບກັບຊາວໜຸ່ມກໍາລັງ ປກສ ແຂວງ 11 ສະຫາຍ, ຊາວໜຸ່ມ ທະຫານແຂວງ 5 ສະຫາຍ, ທະຫານເມືອງປາກຊັນ […] -
ຄະນະ ຊປປລ ເມືອງທ່າພະບາດ ໄດ້ຮັບທຸງໄຊນຳໜ້າ ຊາວໜຸ່ມ 4 ບຸກ
Posted on October 8, 2020 | No Commentsພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2020 ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ ເປັນກຽດເຂົ້າຮ່ວມ ມີ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ […] -
ຊາວໜຸ່ມ ປກສ ແຂວງ ເຜີຍແຜ່ເຊື່ອມຊືມເອກະສານສຳຄັນຂອງຊາວໜຸ່ມ ປປ ລາວ
Posted on October 8, 2020 | No Commentsຮາກຖານຊາວໜຸ່ມກອງບັນຊາການ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ຄັ້ງທີ VI ແລະ ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງຊາວໜຸ່ມ ປກສ ແຂວງ ໃນລະຫວາງວັນທີ 6-7 ຕຸລາ 2020 ໂດຍການເປັນປະທານຂອງທ່ານ ພັນໂທ ກອງລະສັກ ສີສຸກລາດ ຄະນະປະຈຳຊາວໜຸ່ມແຂວງ ເລຂາຮາກຖານຊາວໜຸ່ມ ປກສ […] -
ໂຮງໝໍເມືອງປາກກະດິງໄດ້ຮັບອຸປະກອນການແພດ ມູນຄ່າ 74 ລ້ານກ່ວາກີບ
Posted on October 8, 2020 | No Commentsໃນວັນທີ 6 ຕຸລາ 2020 ຢູ່ທີ່ໂຮງໝໍເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີ ມອບ-ຮັບ ອຸປະກອນການແພດ ມີ: ຕຽງປະສູດລູກ 1 ຕຽງ ແລະ ຕຽງນອນຄົນເຈັບ 6 ຕຽງ. ມູນຄ່າ 74.560.000 […] -
ກອງກໍ່ສ້າງຮາກຖານ ເຂດ 1 ປາກກະດິງ ຈັດຕັ້ງເຊື່ອມຊືມບັນດານິຕິກຳຂອງລັດ
Posted on October 8, 2020 | No Commentsຕອນເຊົ້າວັນທີ 6 ຕຸລາ 2020 ພະນັກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ເຂດ I ເມືອງປາກກະດິງ ແຂວງບໍລິຄຳໄຊ ຈັດຕັ້ງເຜີຍແຜ່ເຊື່ອມຊືມເອກະສານ ແລະ ນິຕິກຳຕ່າງໆ ຢູ່ບ້ານໃຫຍ່ໂພນຈະເລີນ ເມືອງປາກກະດິງ. ກອງປະຊຸມໄດ້ຈັດຂື້ນຢູ່ 2 ຈຸດ ຄື: […] -
3 ເດືອນຜ່ານມາ ພະແນກ ຖວທ ແຂວງ ມີຫຼາຍວຽກງານພົ້ນເດັ່ນ
Posted on October 8, 2020 | No Commentsກອງປະຊຸມສະຫຼຸບວຽກງານຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ປະຈຳ 3 ເດືອນ 7-8-9 ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ຕຸລາ 2020 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງສະຫາຍ ອຸດອນ ສອນສຸລິນ […] -
ເມືອງປາກຊັນ ລະນຶກວັນຄູແຫ່ງຊາດ ຄົບຮອບ 26 ປີ
Posted on October 7, 2020 | No Commentsໃນຕອນເຊົ້າຂອງວັນທີ 5 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີປາຖະກະຖາເລົ່າຫວນຄືນມູນເຊື້ອວັນຄູແຫ່ງຊາດ ຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020 […] -
ບໍລິຄຳໄຊ ຈະນຳໃຊ້ ລະບົບເອເລັກໂຕຣນິກ ຍົກລະດັບປະສິດທິພາບຂອງວຽກງານ
Posted on October 6, 2020 | No Commentsເພື່ອຍົກລະດັບຄຸນນະພາບວຽກງານ ຂອງອົງກອນພາກລັດ ແລະ ເອກະຊົນ ໃຫ້ສະດວກ, ວ່ອງໄວ ແລະ ທັນສະໄໝ ສອດຄ່ອງກັບຍຸກສະໄໝປະຕິວັດອຸດສາຫະກໍາ 4.0 ຂອງໂລກ ໃນວັນທີ 6 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສຳມະນາວຽກງານເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ດິຈີຕອນຂຶ້ນ […] -
5 ແຂວງ ຍົກລະດັບໃນການກວດສອບສານພິດຕົກຄ້າງໃນພືດຜັກ
Posted on October 6, 2020 | No Commentsພິທີເປີດຊຸດຝຶກອົບຮົມການສ້າງຄວາມສາມາດ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເປັນປະທານຂອງທ່ານ ດາລາພອນ ພົນສະຫວັດດີ ຫົວໜ້າຂະແໜງປູກຝັງ, ມີຄະນະວິຊາການຈາກກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ວິຊາການປູກຝັງ 5 ແຂວງ: […] -
ມ.ສ ສີທ່ານາໄຊ ຈັບມື ໂຮງຮຽນເຕັກນິກວິຊາຊີບ ຄວ້າຂັນຫົວໜ້າສຶກສາແຂວງໄປຄອງ
Posted on October 6, 2020 | No Commentsນັດຊີງຊະນະເລີດເຕະບານຊີງຂັນທ່ານຫົວໜ້າສຶກສາທິການ ແລະ ກິລາແຂວງ ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2020 ຢູ່ເດີນເຕະບານໂຮງຮຽນສີທ່ານາໄຊ ເປັນການຊີງໄຊກັນລະຫວ່າງ ທີມເຕະບານຊາຍ ມ.ສ ສີທ່ານາໄຊ ພົບກັບ ມ.ສ ປາກງຽບ ໃນຂະບວນການຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 26 ປີ. […] -
2 ບໍລິສັດ ລົງນາມໃນບົດບັນທຶກຮ່ວມທຸລະກິດ ດ້ານອຸດສະຫະກຳ ແລະ ກະສິກຳ ຢູ່ບໍລິຄຳໄຊ
Posted on October 6, 2020 | No Commentsພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມທຸລະກິດ ລະຫວ່າງບໍລິສັດ ລາວຟູດ ຈຳກັດ ແລະ ບໍລິສັດລາວຟາມຮາວສ໌ ຈຳກັດ ໄດ້ຈັດຂື້ນໃນວັນທີ 5 ຕຸລາ 2020 ຢູ່ຫ້ອງປະຊຸມສະໂມສອນປົກຄອງແຂວງ ລົງນາມເຊັນຝ່າຍບໍລິສັດ ລາວຟູດ ໂດຍທ່ານ ບຸນທ່ຽງ ລັດຕະນະວົງ ປະທານບໍລິສັດ ເມືອງລາວສະໜອງສະບຽງອາຫານຈຳກັດຜູ້ດຽວ […] -
ບໍລິຄຳໄຊ ຫວນຄືນມູນເຊື້ອ ວັນຄູແຫ່ງຊາດ ຄົບຮອບ 26 ປີ
Posted on October 6, 2020 | No Commentsພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020 ) ແລະ ວັນປະກາດເອກະລາ 12 ຕຸລາ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 […] -
ເມືອງວຽງທອງມີຜູ້ຕິດເຊື້ອໄຂ້ຍູງລາຍ 127 ກໍລະນີ
Posted on October 5, 2020 | No Commentsໃນຕອນເຊົ້າຂອງວັນທີ 5 ຕຸລາ 2020 ນີ້ ທ່ານ ດຣ ບຸນລັບ ວົງເສນາ ຫົວໜ້າຫ້ອງການສາທາລະນະສຸກເມືອງ ວຽງທອງ, ແຂວງບໍລິຄໍາໄຊ ໄດ້ລາຍງານສະພາບການລະບາດໄຂ້ຍູງລາຍ ຫຼື ໄຂ້ເລືອດອອກ ຕໍ່ນັັກຂ່າວຂອງເມືອງວ່າ: ນັບແຕ່ເດືອນມັງກອນ ມາຈົນຮອດວັນທີ 5 ຕຸລາ […] -
ບໍລິຄຳໄຊ ໃສ່ໃຈປູກຈິດສຳນຶກ ການຈະລາຈອນ ໃຫ້ນ້ອງໆນັກຮຽນ
Posted on October 5, 2020 | No Commentsໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 02 ຕຸລາ 2020 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ໄດ້ສົມທົບກັບ ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ຫ້ອງການຊາວໜຸ່ມແຂວງ ແລະ ອົງການກາແດງ […] -
ທ່າພະບາດ ຈັດກິດຈະກໍາ ຊົມບັ້ງໄຟພະຍານາກ ໃນຄໍ່າຄືນມື້ວັນບຸນອອກພັນສາ
Posted on October 5, 2020 | No Commentsໃນຕອນຄໍ່າວັນທີ 2 ຕຸລາ 2020 ເຊິ່ງກົງກັບວັນຂຶ້ນ 15 ຄໍ່າເດືອນ 11 ລາວ ເປັນວັນບຸນອອກພັນສາ ປະວໍລະນາ ເຊິ່ງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກໍາ ສົ່ງເສີມການທ່ອງທ່ຽວ ດ້ວຍການຕັ້ງຈຸດເບິ່ງບັ້ງໄຟພະຍານາກ ຢູ່ທີ່ວັດທ່າພະບາດໂພນສັນ ໂດຍມີ ທ່ານ […] -
ນ້ຳງຽບ ຄອງແຊ້ມ ງານບຸນຊ່ວງເຮືອ ທີ່ສະໜາມປາກນ້ຳຊັນ
Posted on October 5, 2020 | No Commentsເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ກັບຄົນລາວຊາວພຸດຕະຫຼອດໄປ ທັງເປັນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ 7 ອົງຄະນະພັກແຂວງບໍລິຄຳໄຊ ເມືອງປາກຊັນ ຈຶ່ງໄດ້ຈັດບຸນຊ່ວງເຮືອ ອອກພັນສາປະວໍລະນາປະຈຳປີ ພສ 2563 ໃນມື້ຂຶ້ນ 15 ຄ່ຳ ເດືອນ 11 ເປັນມື້ອອກພັນສາ ໃນວັນທີ 2 […] -
ໜ່ວຍພັກຮາກຖານອົງການໄອຍະການປະຊາຊົນແຂວງບໍລິຄໍາໄຊສະຫຼຸບວຽກງານພັກປະຈໍາ 03 ເດືອນ
Posted on October 5, 2020 | No Commentsກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກຮາກຖານອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ປະຈໍາ ເດືອນ 7 – 9 ປີ 2020 ໄດ້ໄຂຂື້ນ ໃນຕອນບ່າຍ ວັນທີ 01 ຕຸລາ 2020 ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງ ໂດຍການເປັນປະທານ […] -
ທ່າພະບາດ – ປາກງື່ມ ແລກປ່ຽນບົດຮຽນ ການພັດທະນາເສດຖະກິດ – ສັງຄົມ
Posted on October 2, 2020 | No Commentsກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດ ການພັດທະນາເສດຖະກິດ-ສັງຄົມ ລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2020 ຢູ່ຫ້ອງປະຊຸມປົກຄອງເມືອງປາກງື່ມ. ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ […] -
ເຊັນບົດບັນທຶກຮ່ວມກັນອະນຸລັກພັນສັດປ່າຫາຍາກ ແລະ ໃກ້ຈະສູນພັນ ເຂດພູສີທົນ
Posted on October 2, 2020 | No Commentsໃນວັນທີ 1 ຕຸລາ 2020 ຢູ່ໂຮງຮຽນປະຖົມບ້ານຜາບໍ່ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເຊັນບົດບັນທຶກການອະນຸລັກເຂດອະນຸລັກພັນສັດປ່າຫາຍາກ ແລະ ໃກ້ຈະສູນພັນ ຢູ່ເຂດພູສີທົນ ຮ່ວມກັບບ້ານຜາບໍ່ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ທ່ານ ກອງສີ […] -
ກອງກໍ່ສ້າງຮາກຖານ ເຂດບ້ານບໍ່ ສະຫລຸບວຽກງານປະຈຳໄຕມາດ
Posted on October 2, 2020 | No Commentsໃນຕອນເຊົ້າທີ 30 ກັນຍາ 2020 ກອງກໍ່ສ້າງຮາກຖານ ເຂດ ບ້ານບໍ່ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ສະຫຼຸບວຽກງານກໍ່ສ້າງຮາກຖານໃນໄລຍະ 03 ເດືອນ ແລະ ວາງທິດທາງແຜນການ 03 ເດືອນທ້າຍປີ 2020, ໂດຍການເປັນປະທານຂອງ ທ່ານ ວັນເລີນ […] -
ສ.ວ.ດ 5 ແຂວງ ເພີ່ມທະວີວຽກງານໂຄສະນາ ຜ່ານລະຄອນຕຸກກະຕາ
Posted on October 2, 2020 | No Commentsຊຸດຝຶກອົບຮົມລະຄອນຕຸກກະຕາ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ, ມີທີມງານຄູຝຶກຈາກ ກອງລະຄອນແຫ່ງຊາດ ຂະແໜງຕຸກກະຕາ ແລະ […] -
ຊາວພຸດທະສາສະນິກະຊົນ ແຂວງບໍລິຄຳໄຊ ຮ່ວມໃຈໃສ່ບາດບຸນອອກພັນສາ
Posted on October 2, 2020 | No Commentsເພື່ອຮັກສາຮີດຄອງປະເພນີນີອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ກັບຄົນລາວຊາວພຸດຕະຫຼອດໄປ ໃນມື້ຂຶ້ນ 15 ຄ່ຳ ເດືອນ 11, ກົງກັບວັນທີ 2 ຕຸລາ 2020 ເປັນມື້ອອກພັນສາ ບັນດາການນຳພັກ-ລັດ, ພະນັກງານການນຳອາວຸໂສບຳນານ, ເຖົ້າແກ່ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ຊາວພຸດທະສາສະນິກະຊົນ […] -
ບໍລິຄຳໄຊສຳເລັດການສ້າງຄວາມເຂັ້ມແຂງໃຫ້ວຽກງານ ການບໍລິການ ແລະ ການທ່ອງທ່ຽວ
Posted on October 1, 2020 | No Commentsພິທີປິດຊຸດຝຶກອົບຮົມຫຼັກສູດພື້ນຖານອາຊີບ ດ້ານການບໍລິການ ແລະ ການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2020 ຢູ່ໂຮງແຮມໂຊກບຸນມາ ເມືອງປາກຊັນ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີປະທານສະມາຄົມເຮືອນພັກ, ໂຮງແຮມ […] -
ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
Posted on October 1, 2020 | No Commentsໃນຕອນເຊົ້າຂອງວັນທີ 1 ຕຸລາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ວິທະຍາສາດ ແລະ […] -
ເກີດເຫດໄຟໄໝ້ ໂຮງງານຢາງພາລາຂອງບໍລິສັດກາວເຊີນ ເສຍຫາຍໜັກ
Posted on October 1, 2020 | No Commentsໃນທ່າມກາງແສງແດດທີ່ຮ້ອນອົບເອົ້າ ລະຫວ່າງ 11-12 ໂມງທ່ຽງວັນ ຂອງວັນທີ 1 ຕຸລາ 2020 ໄດ້ເກີດເຫດໄຟໄໝ້ໂຮງງານຢາງພາລາ ບໍລິສັດກາວເຊີ່ນ ຢູ່ເຂດບ້ານທົ່ງ ເມືອງປາກຊັນ ແຂວງບໍລິຄຳໄຊ, ປະກາຍໄຟແມ່ນມີການແຜ່ລາມໄປຢ່າງໄວວາ ເຮັດໃຫ້ບໍລິເວນເຂດບ້ານທົ່ງຫາບ້ານຫ້ວຍຄູນ ຄູ້ມໜອງແດງ ເມືອງບໍລິຄັນ ໄດ້ມີຄວນໄຟປົກຫຸ້ມເປັນບໍລິເວນກວ້າງ. ຕາມການລາຍງານຂອງທ່ານ ໄມ […] -
ແນວລາວສ້າງຊາດບ້ານທົ່ງແປ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ 6 ຂອງຕົນ
Posted on October 1, 2020 | No Commentsຕອນເຊົ້າວັນທີ 30 ກັນຍາ 2020 ນີ້, ທີ່ຫ້ອງການບ້ານທົ່ງແປ່ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ແນວລາວສ້າງຊາດຄັ້ງທີ 6 ຂອງບ້ານຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຢົງນູວື່ ປະທານແນວລາວສ້າງຊາດບ້ານທົ່ງແປ , ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, […] -
ເຜີຍແຜ່ດໍາລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ
Posted on October 1, 2020 | No Commentsຕອນເຊົ້າຂອງວັນທີ 30 ກັນຍາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດ ເລກທີ 77 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ປະກາດການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ປະຈໍາຫ້ອງການຍຸຕິທໍາເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, […] -
ປິດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຈຸດສຸມຫຼໍ່ແຫຼມເຂດບ້ານຜາບໍ່
Posted on October 1, 2020 | No Commentsຕອນເຊົ້າຂອງວັນທີ 29 ກັນຍາ 2020 ຢູ່ບ້ານຜາບໍ່, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປິດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຈຸດສຸມຫຼໍ່ແຫຼມໃຈກາງບ້ານຜາບໍ່ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວົງສິ ທອງສີອິນທິປັນຍາ ເຈົ້້າເມືອງວຽງທອງ, ມີຫົວໜ້າກອງບັນຊາການ ປກສ ເມືອງ, ຮອງກອງບັນຊາການ ປກຊ ເມືອງ, […] -
14 ນ້ອງ ມສ ຈອມທອງ ບໍລິຈາກເລືອດຊ່ວຍເຫລືອສັງຄົມ
Posted on October 1, 2020 | No Commentsໃນວັນທີ 29 ກັນຍາ 2020 ທີມງານສູນເລືອດ ແຂວງບໍລິຄໍາໄຊ ໄດ້ລົງມາຮັບບໍລິຈາກເລືອດຢູ່ໂຮງຮຽນ ມສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ນໍາທີມໂດຍ: ທ່ານ ບຸນຍົງ ປັນຍານຸວົງ ຮອງຫົວໜ້າອົງການກາແດງແຂວງ, ມີຄູ, ອາຈານ, ນ້ອງນັກຮຽນ ຊັ້ນ […] -
ບໍລິຄຳໄຊ ສະຫຼຸບຖອດຖອນບົດຮຽນ ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ 7
Posted on October 1, 2020 | No Commentsກອງປະຊຸມສະຫຼຸບຖອດຖອນບົດຮຽນການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະອະນຸກຳມະການຮັບຜິດຊອບກອງປະຊຸມໃຫຍ່ ຄັ້ງທີ 7 ຂອງແຂວງເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການກະກຽມຄວາມພ້ອມຂອງແຕ່ລະອະນຸກຳມະການ […]