2019 ບໍລິຄຳໄຊ ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກວມເອົາ 81,09%

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງ ແລະ ກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວອົງຄະນະພັກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2020 ຢູ່ຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ແລະ ທ່ານ ປອ ວີສຸກ ພົມພິທັກ ຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກຮາກຖານອ້ອມຂ້າງແຂວງ, ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງ, ປະທານກວດກາ 7 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫຼຸບຫຍໍ້ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຊຸມປີຜ່ານມາ ເຫັນວ່າ ໄດ້ສຸມໃສ່ຜັນຂະຫຍາຍບັນດານິຕິກຳ ທ່ີ່ກຽວຂ້ອງຢ່າງແຂງແຮງ ແລະ ຕໍ່ເນື່ອງ, ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ສ້າງ ແລະ ກວດກາ, ແບ່ງຈຸຊີ້ນຳ ແລະ ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ມີຄວາມເປັນເອກະພາບ ກ່ຽວກັບວິທີຈັດຕັ້ງປະຕິບັດ, ໃຫ້ແຕ່ລະໜ່ວຍພັກ ສ້າງແຜນການຂອງຕົນ ຕິດພັນກັບວິຊາສະເພາະ ແລະ ຈຸດພິເສດຂອງໜ່ວຍພັກ, ພ້ອມທັງຜັນຂະຫຍາຍແຜນການ, ຫັນເປັນແຜນງານລະອຽດແຕ່ລະເນື້ອໃນ ໂດຍມອບຄວາມຮັບຜິດຊອບໃຫ້ຄະນະພັກ, ສະມາຊິກພັກແຕ່ລະສະຫາຍ, ອົງການຈັດຕັ້ງມະຫາຊົນ, ຫ້າໜ່ວຍງານຂັ້ນບ້ານ ນຳເອົາແຜນການ ໄປຈັດຕັ້ງປະຕິບັດໃນແຕ່ລະເດືອນ ແລະ ໄດ້ຕີລາຄາຄຸນນະພາບ, ແບ່ງປະເພດໜ່ວຍພັກ, ສະມາຊິກພັກ 6 ເດືອນ ປະເມີນ 1 ຄັ້ງ, ປີໜຶ່ງ 2 ຄັ້ງ, ຜ່ານການກວດກາຕີລະຄາປະເມີນຜົນຕົວຈິງ ໃນປີ 2019 ທົ່ວແຂວງ ສາມາດສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 622 ໜ່ວຍພັກ ເທົ່າກັບ 81,09% ທຽບໃສ່ປີ 2018 ລື່ນຄາດໝາຍ 8,09%, ໜ່ວຍພັກກາງ 133 ໜ່ວຍພັກ, ໜ່ວຍພັກອ່ອນ 1 ໜ່ວຍພັກ ແລະ ບໍ່ໄດ້ດຳເນີນການກວດກາປະຈຳປີ 7 ໜ່ວຍພັກ ທີ່ຂຶ້ນກັບ 1 ຄະນະພັກຮາກຖານ.

ຫຼັງຈາກນັ້ນ ໃນກອງປະຊຸມ ຍັງໄດ້ໄດ້ມີການສະເໜີແລກປ່ຽນ, ປະກອບຄຳເຫັນຮ່ວມກັນໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນຂໍ້ສະດວກ-ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດບັນດາວຽກງານ ໃນໄລຍະຜ່ານມາ, ວິທີຊຸກຍູ້ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຮັບທັງປະລິມານ ແລະ ຄຸນນະພາບ, ການຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ນິຕິກຳ ໃຫ້ມີຄວາມໜັກແໜ້ນ, ທົ່ວເຖິງ ໃນຂັ້ນຮາກຖານທ້ອງຖິ່ນ, ການຍົກສູງຄວາມຮັບຜິດຊອບ ຂອງຄະນະພັກໃນແຕ່ລະຂັ້ນ ແລະ ວຽກງານອື່ນໆ, ທັງນີ້ ກໍ່ເພື່ອຈະຊອກໃຫ້ເຫັນບັນຫາ, ແກ້ໄຂໃຫ້ຖືກຈຸດ ແລະ ເປັນທິດທາງນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.

About admins14