2 ບໍລິສັດ ລົງນາມບົດບັນທຶກ ກໍ່ສ້າງໂຮງງານປະກອບ-ຈຳໜ່າຍກົນຈັກກະສິກຳ ແລະ ລົດໄຟຟ້າ ຂອງ ສ.ເກົາຫຼີ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການກໍ່ສ້າງໂຮງງານປະກອບ ແລະ ຈຳໜ່າຍກົນຈັກກະສິກຳ ແລະ ລົດໄຟຟ້າຂອງ ສ.ເກົາຫຼີ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2020 ຢູ່ພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ເລື່ອວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າໂຄງການ ເຊັນໂດຍທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ ປະທານບໍລິສັດເມືອງລາວສະໜອງສະບຽງອາຫານຈຳກັດຜູ້ດຽວ ແລະ ທ່ານ ຊິມເຊິງກູ ປະທານບໍລິສັດລາວຟາມຮາວສ໌ ຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດເມືອງລາວຟຸດຊັບພຼາຍ ຈຳກັດຜູ້ດຽວ ແລະ ບໍລິສັດ ລາວຟາມຮາວສ໌ ຈຳກັດຜູ້ດຽວ ແມ່ນມີຄວາມຕ້ອງການລົງທຶນພັດທະນາກິດຈະການຕ່າງໆ ເປັນຕົ້ນດ້ານການນຳເຂົ້າ, ຈຳໜ່າຍ ແລະ ປະກອບກົນຈັກກະສິກຳ ຈາກປະເທດ ສ.ເກົາຫຼີ ໂດຍມີ 3 ໂຄງການຫຼັກ ຄື: ໂຄງການລົງທຶນກໍ່ສ້າງໂຮງງານປະກອບ ແລະ ຈຳໜ່າຍກົນຈັກກະສິກຳ ແລະ ລົດໄຟຟ້າຂອງ ສ.ເກົາຫຼີ, ໂຄງການນຳເຂົ້າ, ຈຳໜ່າຍ ແລະ ປະກອບກົນຈັກກະສິກຳມືສອງ ຈາກ ສ.ເກົາຫຼີ ແລະ ໂຄງການຜະລິດ ແລະ ສະໜອງສິນຄ້າກະສິກຳເພື່ອສົ່ງອອກ.

ທັງນີ້ກໍ່ເພື່ອພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໃຫ້ມີການພັດທະນາຢ່າງໜັກແໜ້ນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ສ້າງໃຫ້ປະຊາຊົນມີວຽກເຮັດງານທຳ ມີລາຍຮັບທີ່ຍືນຍົງ ຊອກຄົ້ນຈຸດພິເສດທ່າແຮງບົ່ມຊ້ອນພາຍໃນແຂວງ ປັບປຸງຍົກລະດັບມາດຕະຖານວຽກງານການລົງທຶນດ້ານຕ່າງໆທີ່ສອດຄ່ອງກົນໄກເສດຖະກິດ ແນໃສ່ໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

About admins16