2 ຄະນະພັກຮາກຖານ ເປີດບັ້ນດຳເນີນຊີວິດການເມືອງ

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 21 ເມສາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ສະຫາຍ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ, ມີຄະນະພັກ, ສະມາຊິກພັກ ຂອງສອງຄະນະພັກຮາກຖານ ແລະ ຄະນະຮັບຜິດຊອບຂັ້ນແຂວງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ບຸນສົງ ເພັດຈະເລີນ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ວ່າ: ສະພາບການເສື່ອມຖອຍດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເປັນໜຶ່ງສາເຫດທີ່ພາໃຫ້ສະມາຊິກພັກ – ພະນັກງານຂາດຄວາມເປັນແບບຢ່າງ, ການດຳລົງຊີວິດບໍ່ໂປ່ງໃສ, ມີການສວຍໃຊ້ໜ້າທີ່ຕຳແໜ່ງ ແລະ ຍິ່ງໄປກວ່ານັ້ນ ຍັງນຳໄປເຖິງການລະເມີດລະບຽບກົດໝາຍ ແລະ ສະພາບຫຍໍ້ທໍ້ອື່ນໆ ໃນການຈັດຕັ້ງປະຕິບັດວຽກງານ  ຊຶ່ງສົ່ງຜົນກະທົບບໍ່ໜ້ອຍ ເຖິງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຢູ່ໃນແຕ່ລະຂັ້ນ.

ຄຸນສົມບັດສິນທຳປະຕິວັດ ແມ່ນພື້ນຖານຂອງສະຕິສັງຄົມຕິດພັນກັບການດຳລົງຊີວິດຂອງຄົນເຮົາ ຊຶ່ງສະແດງເຖິງຄວາມເຄົາລົບ, ຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ, ອົດທົນຜ່ານຜ່າ ຕໍ່ອຸປະສັກຄວາມຫຍຸ້ງຍາກ, ດຸໝັ່ນ, ປະຢັດ ແລະ ທ່ຽງທຳ, ບໍ່ຫຼິ້ນກິນຟຸມເຟືອຍ, ບໍ່ສໍ້ລາດບັງຫຼວງ, ບໍ່ຖືປະໂຫຍດສ່ວນຕົວສູງກວ່າຜົນປະໂຫຍດສ່ວນລວມ, ມີຄວາມຊື່ສັດຕໍ່ປະເທດຊາດ, ຕໍ່ປະຊາຊົນ.

ເພື່ອເປັນການແກ້ໄຂສະພາບການເສື່ອມຖອຍດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງສະມາຊິກພັກ – ພະນັກງານໄດ້ທັນການ, ແນໃສ່ການກໍ່ສ້າງ ແລະ ປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ກ່ອນອື່ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບພາຍໃນພັກແຕ່ລະຂັ້ນ ໃຫ້ແທດເຖິງ ໜັກແໜ້ນ ແລະ ເຂັ້ມແຂງ ໃນການປະຕິບັດບາງວຽກງານທີ່ສຳຄັນ ຄື: ຄະນະພັກ ຕ້ອງເລັ່ງສຶກສາອົບຮົມການເມືອງ – ແນວຄິດໃຫ້ບັນດາສະມາຊິກພັກ – ພະນັກງານ ເພື່ອເຮັດໃຫ້ເຂົາເຈົ້າເຊື່ອມຊຶມ, ກຳແໜ້ນ ແລະ ຈັດຕັ້ງປະຕິບັດບັນດາແນວທາງ, ແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນການເມືອງ, ມີຄວາມຈົງຮັກພັກດີ, ເອກະພາບຕໍ່ແນວທາງປ່ຽນແປງໃໝ່ ແລະ ອຸດົມການສັງຄົມນິຍົມທີ່ມີຫຼັກການຂອງພັກ, ຕ້ານແນວຄິດຫຼາຍພັກຫຼາຍເຄົ້າ, ເດັດດ່ຽວຕ້ານກົນອຸບາຍ ແລະ ການຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກພ້ອມ ທັງເປັນເຈົ້າການຈຳກັດການເສື່ອມຖອຍດ້ານແນວຄິດການເມືອງ, ເປັນແບບຢ່າງຝຶກຝົນ ຫຼໍ່ຫຼອມຕົນເອງທັງດ້ານແນວຄິດ ແລະ ຄຸນສົມບັດສິນທຳປະຕິວັດໄປພ້ອມໆກັບການຍົກສູງລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ, ວິຊາສະເພາະ ແລະ ຄວາມອາດສາມາດໃນການນຳໃຊ້ວັດຖຸເນັກນິກເຄື່ອງມືທັນສະໄໝຕ່າງໆ ເຂົ້າໃນວຽກງານຂອງຕົນຮັບຜິດຊອບ.

ພາຍຫຼັງສຳເລັດການເຊື່ອມຊືມເອກກະສານຕ່າງໆແລ້ວ ບັນດາສະຫາຍສະມາຊິກພັກ ຈະໄດ້ຂຽນໃບສຳຫຼວດຕົນເອງ ພ້ອມທັງຜ່ານໃບສຳຫຼວດ ເພື່ອຕີລາຄາຕົນເອງ ແລະ ສົ່ງຂ່າວ, ຕໍານິຕິຊົມສະມາຊິກພັກພາຍໃນໜ່ວຍ ແລະ ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພ້ອມນັ້ນ ກໍ່ຍັງມີການຈັດແບ່ງປະເພດສະມາຊິກພັກ ໂດຍອີງໃສ່ 5 ເນື້ອໃນຂອງພັກວາງອອກໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ. ບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.

About admins16