13 ວຽກງານ ປີ 2021 ທີ່ອົງການປົກຄອງແຂວງ ຕ້ອງເລັ່ງຈັດຕັ້ງປະຕິບັດ

ເພື່ອຮັບປະກັນຜົນສຳເລັດຂອງວຽກງານພັດທະນາເສດຖະກິດ-ສັງຄົມ ອົງການປົກຄອງແຂວງ ຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານຈຳເປັນ ທ່ານ ໃສຄຳ ທອງລັດ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງບໍລິຄຳໄຊ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2020 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ.

ຜ່ານການຮັບຟັງລາຍງານໂດຍສັງເຂບ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ເຫັນວ່າ ແຂວງບໍລິຄໍາໄຊ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນບາງຂະແຫນງການຍັງສືບຕໍ່ຂະຫຍາຍຕົວ, ການລົງທຶນໃນໂຄງການຂະຫນາດໃຫຍ່ຈໍານວນໜຶ່ງ ຍັງສືບຕໍ່ດໍາເນີນໄປຕາມແຜນທີ່ໄດ້ກໍານົດໄວ້, ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງໄດ້ເປັນຢ່າງດີ ແລະ ບໍ່ມີຜູ້ຕິດເຊື້ອ. ແຕ່ເຖີງຢ່າງໄດກໍ່ຕາມ ຜ່ານການຕິດຕາມ-ກວດກາ ຂອງສະພາປະຊາຊົນແຂວງ ເຫັນວ່າຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ບໍ່ສາມາດຈັດຕັ້ງປະຕິບັດຕາມແຜນທີ່ວາງໄວ້ໃນມະຕິ ສະບັບເລກທີ 08/ສພຂ.ຂບຊ ເປັນຕົ້ນແມ່ນການຟື້ນຟູຂະແຫນງການໃນໂຄງປະກອບເສດຖະກິດ ທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ (ຂະແຫນງການບໍລິການ) ເຊີ່ງມີຜົນກະທົບໂດຍກົງ ຕໍ່ການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ, ການປະຕິບັດຄາດໝາຍພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ບໍ່ສາມາດບັນລຸຕາມແຜນການ, ຂົງເຂດວຽກງານ ວັດທະນະທໍາ-ສັງຄົມ ຍັງມີຫຼາຍຄາດໝາຍບໍ່ບັນລຸ ແລະ ວຽກງານອື່ນໆ.

ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ອົງການປົກຄອງແຂວງ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ຄົ້ນຄວ້າພິຈາລະນາ ບາງເນື້ອໃນເພີ່ມເຕີມ ຄື: ວຽງງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພົວພັນຕ່າງປະເທດ ໂດຍສະເພາະບັນຫາຍຸດທະສາດຊາຍແດນກັບປະເທດໃກ້ຄຽງ ທີ່ເຫັນວ່າມີຄວາມເຫຼື່ອມລໍ້າ, ຄົ້ນຄວ້ານະໂຍບາຍ ແລະ ມາດຕະການລະອຽດຂອງບັນດາຂະແຫນງການ ເພື່ອຫັນວິກິດໃຫ້ເປັນໂອກາດ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ຮັບປະກັນການບັນລຸອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນທີ່ກໍານົດໄວ້ ໃນແຜນການ ປີ 2021 ຈາກຕົວເລກ 2,73% ມາເປັນ 5%, ຈະຕ້ອງເປັນເຈົ້າການຊີ້ນໍາບັນດາຂະແໜງການ, ເພີ່ມທະວີມາດຕະການ ແລະ ເຂັ້ມງວດໃນການຈັດຕັ້ງປະຕິບັດຕົວຈິງ ຕາມເງື່ອນໄຂ ແລະ ທ່າແຮງອັນພົ້ນເດັ່ນຂອງແຂວງ, ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນຂອງລັດ ແຕ່ລະປະເພດໃຫ້ສອດຄ່ອງ ໄປຕາມຂັ້ນຕອນຂອງກົດຫມາຍວ່າດ້ວຍ ການລົງທຶນຂອງລັດ, ຖືເອົາງົບປະມານທີ່ມີເປັນທີ່ຕັ້ງ ມີການເລືອກເຟັ້ນຕາມບູລິມະສິດໃນການກໍານົດໂຄງການລົງທຶນຂອງລັດ ເພື່ອຫຼີກລ້ຽງການສ້າງໜີ້ສິນໃໝ່, ສົ່ງເສີມພາກສ່ວນເອກະຊົນ ໃຫ້ມີສ່ວນຮ່ວມໃນການລົງທຶນເຂົ້າໃນໂຄງການພື້ນຖານໂຄງລ່າງ ໃນຮູບແບບ BOT, PPP ໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ໃນການປະຕິບັດວຽກງານສົ່ງເສີມການລົງທຶນໃຫ້ໄປຕາມ ກົດໝາຍສົ່ງເສີມການ, ສົ່ງເສີມການຈັດຕັ້ງປະຕິບັດແຜນງານ, ໂຄງການ, ໜ້າວຽກ ແລະ ກິດຈະກໍາ ຂອງໂຄງການ ຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ, ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ເຕັກນິກ, ຜົນການຄົ້ນຄວ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດກະສິກໍາໃຫ້ກວ້າງຂວາງ ເພື່ອຍົກສູງຄຸນະພາບ ແລະ ສະມັດຕະພາບ ໃຫ້ສູງຂຶ້ນ ແລະ ຫຍັບມໍ່ເຂົ້າສູ່ມາດຕະຖານສາກົນເທື່ອລະກ້າວ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຜູ້ປະກອບການຈຸນລະວິສາຫະກິດ ແລະ ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ ດ້ານກະສິກໍາ ສາມາດເຂົ້າເຖິງແຫຼ່ງທຶນ ແລະ ກອງທຶນ SME ເພື່ອຍູ້ແຮງການຜະລິດສິນຄ້າ ໃນໝວດສິນຄ້າທີ່ກະທົບໄວຕໍ່ການດໍາລົງຊີວິດຂອງປະຊາຊົນ ເພື່ອໃຫ້ມີລາຄາຫຼຸດລົງ, ພັດທະນາລະບົບຂົນສົ່ງທ່າບົກ ໃຫ້ປະກົດຜົນເປັນຈິງ, ສ້າງພື້ນຖານໂຄງລ່າງທາງດ້ານເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ ໃຫ້ກວ້າງຂວາງ ແລະ ຮັບປະກັນຄຸນນະພາບເພື່ອຮອງຮັບການຂົນສົ່ງພາຍຫຼັງກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ສໍາເລັດ ໄປຄວບຄູ່ກັບການສ້າງ ແລະ ປັບປຸງນິຕິກໍາໃຫ້ຮັດກຸມ ແລະ ເປັນລະບົບຄົບຊຸດ, ນໍາໃຊ້ບັນດາມາດຕະການທີ່ເດັດຂາດ ກ່ຽວກັບການຄຸ້ມຄອງວຽກງານແຮ່ທາດ ຕາມທີ່ກໍານົດໄວ້ໃນມະຕິ ສະບັບເລກທີ 07/ສພຊ, ລົງວັນທີ 02 ກໍລະກົດ 2020 ໃຫ້ເປັນຮູບປະທໍາ ເພື່ອຮັບປະກັນການພັດທະນາບໍ່ແຮ່ ໄປຕາມທິດ ມີຄຸນະພາບ, ປະສິດທິພາບ, ປະສິດທິຜົນ, ຍືນຍົງ, ປະຢັດ, ສີຂຽວ ແລະ ນໍາເອົາຜົນປະໂຫຍດສູງສຸດ ມາໃຫ້ແກ່ ປະເທດຊາດ ກໍ່ຄືແຂວງບໍລິຄໍາໄຊ, ເອົາໃຈໃສ່ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃຫ້ແຂງແຮງໂດຍໃຫ້ມີສ່ວນຮ່ວມ ແລະ ນໍາໃຊ້ທ່າແຮງຂອງພາກທຸລະກິດ ຫຼາຍຂຶ້ນເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸໄດ້ຕາມຄາດໝາຍ, ບັນດາຂະແໜງການໃນຂົງເຂດວັດທະນະທໍາ-ສັງຄົມ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ຕໍ່ກັບຄາດໝາຍທີ່ຍັງບໍ່ບັນລຸ ພ້ອມກັນນີ້ຊອກໃຫ້ເຫັນສາເຫດຂໍ້ຄົງຄ້າງ ແລະ ວິທີການປັບປຸງແກ້ໄຂ, ພ້ອມທັງເພີ່ມທະວີນໍາໃຊ້ມາດຕະການ ເພື່ອໃຫ້ບັນດາຄາດໝາຍທີ່ກໍານົດໃນແຜນໃຫ້ບັນລຸໄດ້ພາຍໃນປີ 2021, ຊຸກຍູ້ສົ່ງເສີມ ການທ່ອງທ່ຽວພາຍໃນ”ລາວທ່ຽວລາວ” ໃຫ້ແຂງແຮງ ແລະ ເປັນຮູບປະທໍາ ໄປຄຽງຄູ່ກັບການຟື້ນຟູສະຖານທີ່ທ່ອງທ່ຽວ ແລະ ແກ້ໄຂຂອດອຸດຕັນ ໃນວຽກງານທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຂະແໜງສຶກສາທິການ ແລະ ກິລາ, ຂະແໜງແຮງງານ ແລະ ສະຫວັດດີການ-ສັງຄົມ ປະສານສົມທົບກັນ ເພື່ອກໍານົດເເຜນການຝຶກອົບຮົມວິຊາຊີບ, ສ້າງ ແລະ ພັດທະນາ ສີມືແຮງງານ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ເພື່ອສາມາດຕອບສະໜອງແຮງງານທີ່ມີຄຸນນະພາບ ໃຫ້ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ ແລະ ເອົາໃຈໃສ່ຊີ້ນໍາຂະແໜງການ ເປັນເຈົ້າການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ ການລະບາດຂອງພະຍາດໂຄວິດ-19 ຕາມແຈ້ງການຂອງສູນກາງແຕ່ລະໄລຍະ, ພ້ອມປຸກລະດົມໃຫ້ທຸກພາກສ່ວນໃນທົ່ວສັງຄົມ ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

About admins16