10 ເດືອນຜ່ານມາ ເມືອງປາກຊັນ ເກັບລາຍຮັບໄດ້ 57,72%

ອີງຕາມການລາຍງານຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຫົວໜ້າຫ້ອງການການເງິນເມືອງປາກຊັນ ໃນວັນທີ 16 ພະຈິກ 2020 ນີ້ໄດ້ໃຫ້ຮູ້ວ່າ : ການຈັດຕັ້ງປະຕິບັດດ້ານລາຍຮັບໃນສົກງົບປະມານປີ 2020 ຂອງເມືອງປາກຊັນ ຕາມແຜນເກັບລາຍຮັບເບື້ອງຕົ້ນທັງໝົດ 8.430.000.000 ກີບ, ຜ່ານການຈັດເກັບລາຍຮັບເຂົ້າງົບປະມານ 10 ເດືອນ, ປີ 2020 ສາມາດເກັບໄດ້ທັງໝົດ 4.311.264.133 ກີບ ເທົ່າກັບ 57,72 % ຂອງແຜນການປີ, ທຽບໃສ່ແຜນ 9 ເດືອນ ປະຕິບັດໄດ້ 61,69% ໃນນັ້ນ ສ່ວຍສາອາກອນ ແຜນການປີທັງໝົດ 4.553.000.000 ກີບ ປະຕິບັດໄດ້ 2.333.189.000 ກີບ ເທົ່າກັບ 51,38%, ພາສີທີ່ດິນ ແຜນທັງໝົດ 1.832.000.000 ກີບ ປະຕິບັດໄດ້ 1.277.441.558 ກີບ ເທົ່າກັບ 69,10%, ລາຍຮັບຄ່າບໍລິການ ແຜນການປີທັງໝົດ 414.300.000 ກີບ ປະຕິບັດໄດ້ 328.250.925 ກີບ ເທົ່າກັບ 79,230%, ຊັບສິນຂອງລັດ ແຜນການປີ 530.000.000 ກີບ, ປະຕິບັດໄດ້ 310.320.553 ກີບ ເທົ່າກັບ 58,55%.

ທິດທາງ 2 ເດືອນທ້າຍປີໃນຕໍ່ໜ້າ ເມືອງປາກຊັນຈະພະຍາຍາມສູ້ຊົນເກັບລາຍຮັບໃຫ້ໄດ້ສຸດຄວາມສາມາດໂດຍເລັ່ງໃສ່ ການທວງໜີ້ສິນ ຈາກອາກອນຈຸນລະວິສະຫະກິດ, ທັງໜີ້ໃນລະບົບແທັກລີດສ໌ ແລະ ໜີ້ປົກກະຕິ, ກວດກາແບບໄວນຳຫົວໜ່ວຍທຸລະກິດ ທີ່ແຂວງມອບໃຫ້ ໂດຍມີການສົມທົບກັບສ່ວຍສາອາກອນແຂວງ, ຊຸກຍູ້ລາຍຮັບການເກັບພາສີທີ່ດິນນຳບ້ານອ້ອມຂ້າງເມືອງ, ໃຫ້ໄດ້ທັນກຳນົດເວລາ, ສົມທົບກັບຫ້ອງການ, ພາກສ່ວນງານກ່ຽວຂ້ອງ ເພື່ອກວດກາຄືນແຜນການເກັບລາຍຮັບ ທີ່ໄດ້ມອບໝາຍໃຫ້ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂອງວຽກງານ, ດ້ານລາຍຮັບງົບປະມານ ໃຫ້ມີຄວາມສອດຄ່ອງ, ເປັນລະບົບ ແລະ ປະຕິບັດຕາມລະບຽບ, ກົດໝາຍ, ນິຕິກຳຕ່າງໆ ໃຫ້ມີຄວາມຈະແຈ້ງ ແລະ ຊັດເຈນດີຂຶ້ນ.

About admins16