10 ບ້ານ ເມືອງທ່າພະບາດ ໄດ້ຮັບນາມມະຍົດ ບ້ານປ້ອງກັນຄວາມສະຫງົບດີ ປະຈໍາປີ 2021

ວັນທີ 30 ມິຖຸນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດຮັບຮອງ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ປະຈໍາປີ 2021, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ, ຄະນະຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ຄະນະກອງບັນຊາການ ປກສ ເມືອງ, ພະນັກງານ – ນັກຮົບພະແນກທີ່ກ່ຽວຂ້ອງ, ປກສ ກຸ່ມບ້ານ, ເລຂາພັກບ້ານ – ນາຍບ້ານອ້ອມຂ້າງ ເຂົ້າຮ່ວມ.

ໂດຍປະຕິບັດຕາມແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 702/ປກສ ລົງວັນທີ 02 ເມສາ 2021 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເມືອງທ່າພະບາດປະກອບມີ 26 ບ້ານ, ມີ 6,160 ຄອບຄົວ, ມີພົນລະເມືອງ 29,504 ຄົນ, ຍິງ 15,285 ຄົນ, ໃນໄລຍະປີ 2021 ຜ່ານມາ ປກສ ເມືອງ ທ່າພະບາດ ໄດ້ສົມທົບກັບພະນັກງານກໍ່ສ້າງຮາກຖານ, ປກສ ກຸ່ມບ້ານ ແລະ ອໍານາດການຈັດຕັ້ງບ້ານ ລົງເຜີຍແຜ່ ແລະ ຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ, ໄດ້ສຸມໃສ່ກວດກາຄືນ ແລະ ແກ້ໄຂຄອບຄົວທີ່ຍັງຕົກຄ້າງບໍ່ທັນຈົດທະບຽນສໍາມະໂນຄົວ ໂດຍສະເພາະຜູ້ທີ່ມາເປັນໃພ້, ເປັນເຂີຍ, ບຸກຄົນທີ່ຍົກຍ້າຍມາຈາກຕ່າງເມືອງ, ຕ່າງແຂວງ, ເດັກເກີດໃໝ່ ຫັນເຂົ້າສູ່ລະບົບຄຸ້ມຄອງພົນລະເມືອງດ້ວຍລະບົບທັນສະໄໝ(PIM)ໄດ້ 03 ບ້ານ, ປັບປຸງການຈັດຕັ້ງ ປກສ ບ້ານ ໄດ້ 08 ບ້ານ, ໄດ້ກວດກາ ແລະ ປະເມີນຕາມມາດຖານ, ເງື່ອນໄຂ ມີ 26 ບ້ານເຂົ້າຮ່ວມ, ມີ 6,160 ຄອບຄົວ, ສາມາດສ້າງເປັນຄອບຄົວປ້ອງກັນຄວາມສະຫງົບດີ 1,698 ຄອບຄົວ ເທົ່າກັບ 27,56% ແລະ ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 10 ບ້ານ ເທົ່າກັບ 38,4%, ໃນນີ້ກຸ່ມທ່າບົກ ສ້າງໄດ້ 05 ບ້ານ ຄື: ບ້ານ ບ້ານຫ້ວຍເລິກ 91,9%, ບ້ານ ຫາດໄຄ້ 87,3%, ບ້ານ ຍາງເຄືອ 100%, ບ້ານ ໂພນງາມ 98,1%, ບ້ານ ໂພນສະຫວັນ 92,1%, ກຸ່ມພະບາດສ້າງໄດ້ 02 ບ້ານ ຄື: ບ້ານພະບາດໂພນສັນ 95,4%, ບ້ານ ນາແຄນ 82,9%, ກຸ່ມປາກທວາຍສ້າງໄດ້ 03 ບ້ານ ຄື: ບ້ານເວີນທາດ 83,8%, ບ້ານ ປາກທວາຍ 93,7%, ບ້ານ ໜອງເກິນ 89,1%.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄໍາໄຊ ເລກທີ 203/ຂບຊ ລົງວັນທີ 21 ເມສາ 2022 ວ່າດ້ວຍການຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ປະຈໍາປີ 2021 ຈໍານວນ 10 ບ້ານ, ຂໍ້ຕົກລົງຂອງເຈົ້າເມືອງທ່າພະບາດ ເລກທີ 459/ມທບ ລົງວັນທີ 17 ມີນາ 2022 ວ່າດ້ວຍການມອບໃບຢັ້ງຢືນຮັບຮອງຄອບຄົວປ້ອງກັນຄວາມສະຫງົບດີ ຈໍານວນ 1,698 ຄອບຄົວ ແລະ ຄະນະປະທານກໍ່ໄດ້ຜັດປ່ຽນກັນຂື້ນມອບໃບຢັ້ງຢືນ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໃຫ້ຈໍານວນ 10 ບ້ານ ແລະ ຈໍານວນ 1.698 ຄອບຄົວ ຢ່າງສົມກຽດ.

About admins16