1 ປີ ເສດຖະກິດບໍລິຄຳໄຊ ຂະຫຍາຍຕົວ 5,1%

ເຖິງສະພາບການພັດທະນາເສດຖະກິດ-ສັງຄົມ ຈະພົບກັບຄວາມຫຍຸ້ງຍາກ ແຕ່ອົງການປົກຄອງແຂວງ ໄດ້ສຸມໃສ່ປະຕິບັດຫຼາຍວຽກງານທີ່ສຳຄັນ ແລະ ບັນດາຄາດໝາຍດ້ານເສດຖະກິດທີ່ເປັນຈຸດສຸມ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົນເດັ່ນ 1 ປີ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 4 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 31 ມັງກອນ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.

ທ່ານເຈົ້າແຂວງ ໄດ້ຕີລາຄາສະພາບລວມ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 1 ປີຜ່ານມາ ເຫັນວ່າ ເສດຖະກິດຂອງແຂວງ ຍັງມີການຂະຫຍາຍຕົວ ໃນລະດັບ 5,1%, ໂຄງປະກອບເສດຖະກິດໃນປີ 2022 ມີການຫັນປ່ຽນໄປໃນທາງທີ່ດີ ແລະ ເປັນໄປຕາມແຂວງໄດ້ກໍານົດໄວ້, ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ດ້ວຍການຫັນເປັນທັນສະໄໝ ແລະ ສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບງົບປະມານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານ ພູດທ້ອງຖິ່ນ ປະຕິບັດໄດ້ 134,29% ຂອງແຜນການປີ ເປັນເງິນ 79,33 ຕື້ກີບ, ການລົງທຶນເພີ່ມຂຶ້ນ 43,3% ທຽບໃສ່ປີຜ່ານມາ, ສາມາດແກ້ໄຂຄອບຄົວທີ່ບັນລຸມາດຖານທຸກຍາກກວມເອົາ 96,13%, ຄອບຄົວທີ່ຍັງທຸກຍາກ ກວມເອົາ 3,86%, ບ້ານທີ່ບັນລຸມາດຕະຖານພົ້ນທຸກ ກວມເອົາ 91,54%, ບ້ານຍັງທຸກຍາກກວມເອົາ 8,45% ແລະ ບ້ານທີ່ບັນລຸມາດຕະຖານພັດທະນາ ກວມເອົາ 97,57% ຂອງຈໍານວນບ້ານທົ່ວແຂວງ.

ສາມາດຍາດໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ ລວມ 20 ຫຼຽນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ, ປະຕິບັດໂຕຊີ້ບອກດ້ານສາທາລະນະສຸກ ບັນລຸໄດ້ແລ້ວ 10 ຕົວຊີ້ບອກ ຍັງບໍ່ທັນບັນລຸ 1 ຕົວຊີ້ບອກ, ມາດຕະການປ້ອງກັນພະຍາດໂຄວິດ-19 ປະຈຸບັນປະຊາກອນທົ່ວແຂວງໄດ້ຮັບວັກຊີນ ເຂັມ 1 ເທົ່າກັບ 80,3%, ເຂັມ 2 ເທົ່າກັບ 76,1%, ເຂັມກະຕຸ້ນ 1+2 ເທົ່າກັບ 22,4%, ສ້າງບ້ານວັດທະນະທໍາໄດ້ 4 ບ້ານ ເທົ່າກັບ 100% ຂອງແຜນການປີ, ຮັບຮອງບ້ານວັດທະນະທໍາໄດ້ 276 ບ້ານ ເທົ່າກັບ 97,18% ຂອງບ້ານທົ່ວແຂວງ, ສາມາດຂຽນຂ່າວໄດ້ 1.013 ຂ່າວ ລື່ນແຜນ 33,28% ຂອງແຜນປີ ແລະ ດຶງດູດນັກທ່ອງທ່ຽວໄດ້ 142.749 ຄົນ, ກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ສາມາດລະດົມທຶນຊ່ວຍເຫຼືອສັງຄົມ ໄດ້ທັງໝົດ 324 ລ້ານກວ່າກີບ ແລະ ຊ່ວຍເຫຼືອດ້ານການສຶກສາ, ດ້ານສາທາ ແລະ ຄອບຄົວທຸກຍາກ ລວມເປັນເງິນ 566 ລ້ານກວ່າກີບ.

About admins14