1 ປີ ຜ່ານມາ ໂຄງການລົງທຶນພາກເອກະຊົນ ຢູ່ແຂວງບໍລິຄຳໄຊ ກວມ 41%

ກອງປະຊຸມ ສະຫຼຸບວຽກງານສົ່ງເສີມການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຈຳປີ 2020 ແລະ ທິດທາງແຜນການ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຮອງເຈົ້າແຂວງ, ຫົວໜ້າພະແນກການ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ວຽກງານສົ່ງເສີມການລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ແມ່ນວຽກງານໜຶ່ງທີ່ສຳຄັນ ໃນການດຶງດູດການລົງທຶນ ເຂົ້າໃນການພັດທະນາ ເຊິ່ງໄລຍະຜ່ານມາ ການລົງທຶນພາກເອກະຊົນ ກວມ 41% ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ( 2016-2020 ) ທັງໄດ້ກາຍເປັນພື້ນຖານແຫຼ່ງລາຍຮັບງົບປະມານທີ່ສຳຄັນຂອງແຂວງ, ເຊິ່ງ 1 ປີຜ່ານມາ ມີບັນດາໂຄງການທີ່ສະເໜີເຂົ້າມາໃໝ່ ແລະ ບັນດາໂຄງການລາຍງານຂໍທິດຊີ້ນຳ ລວມທັງໝົດ 30 ໂຄງການ ໃນນັ້ນ ເຫັນດີ 11 ໂຄງການ, ລົບລ້າງ 1 ໂຄງການ ແລະ ອີກຈຳນວນໜຶ່ງໄດ້ໃຫ້ພາກສ່ວນກ່ຽວຂ້ອງລົງກວດກາຄືນ.

ໃນຈຳນວນ 11 ໂຄງການນີ້ ມີມູນຄ່າການລົງທຶນ 241,82 ຕື້ກີບ, ໃນນັ້ນ ສຳປະທານ 10 ໂຄງການ: ຂະແໜງບໍ່ແຮ່ 5 ໂຄງການ ມູນຄ່າ 82,23 ຕື້ກີບ, ຂະແໜງບໍລິການ 4 ໂຄງການ ມູນຄ່າ 137,05 ຕື້ກີບ ແລະ ຂະແໜງກະສິກຳ 1 ໂຄງການ ມູນຄ່າ 18,03 ຕື້ກີບ, ກິດຈະການບັນຊີຄວບຄຸມ 1 ໂຄງການ ໃນຂະແໜງກະສິກຳ ມູນຄ່າ 4,50 ຕື້ກີບ.

ພ້ອມນີ້ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ຈຳນວນ 3 ໂຄງການ, ລົບລ້າງໂຄງການທີ່ໄດ້ຮັບອະນຸຍາດຜ່ານມາ 2 ໂຄງການ, ໃຫ້ນະໂຍບາຍຍົກເວັ້ນພາສີອາກອນມູນຄ່າເພີ່ມ 15 ໂຄງການ ມູນຄ່າ 8,96 ລ້ານໂດລາສະຫະລັດ ແລະ 4,86 ຕື້ກີບ.

ຮອດປະຈຸບັນ ທົ່ວແຂວງມີການລົງທຶນໃນຮູບແບບສຳປະທານ ແລະ ກິດຈະການບັນຊີຄວບຄຸມ ທັງໝົດ 114 ໂຄງການ ມູນຄ່າ 25.251,37 ຕື້ກີບ ໃນນັ້ນ ກິດຈະການຂະແໜງກະສິກຳ 29 ໂຄງການ ມູນຄ່າ 1.214,81 ຕື້ກີບ, ໄຟຟ້າ 11 ໂຄງການ ມູນຄ່າ 3.727,09 ຕື້ກີບ, ອຸດສາຫະກຳ 8 ໂຄງການ ມູນຄ່າ 120,48 ຕື້ກີບ, ບໍ່ແຮ່ 53 ໂຄງການ ມູນຄ່າ 19.759,11 ຕື້ກີບ, ບໍລິການ 12 ໂຄງການ ມູນຄ່າ 429,86 ຕື້ກີບ ແລະ ກິດຈະການບັນຊີຄວບຄຸມ 3 ໂຄງການ ມູນຄ່າ 60,64 ຕື້ກີບ ເປັນກິດຈະການຂະແໜງກະສິກຳ.

ສຳລັບທິດທາງແຜນການໃນຕໍ່ໜ້າ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ( 2021-2025 ) ແຂວງໄດ້ກຳນົດຄາດໝາຍ ເພື່ອດຶງດູດການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 2.863,84 ຕື້ກີບ ແລະ ສະເພາະ 2021 ນີ້ ໃຫ້ໄດ້ 365 ຕື້ກີບ, ພ້ອມນີ້ ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ດ້ວຍການສ້າງສະພາບແວດລ້ອມໃນການດຳເນີນທຸລະກິດ ຕາມຄຳສັ່ງເລກທີ 02/ນຍ, ແກ້ໄຂບັນດາສິ່ງກີດຂວາງທີ່ເປັນການກົດໜ່ວງຖ່ວງດຶງການຂະຫຍາຍຕົວ ຂອງບັນດາຫົວໜ່ວຍທຸລະກິດໃຫ້ມີຄວາມຄ່ອງຕົວ, ສຸມໃສ່ດຶງດູດການລົງທຶນໃນຂົງເຂດອຸດສາຫະກຳ ທີ່ສາມາດຂັບເຄື່ອນການເຕີບໂຕທຸລະກິດ, ການຜະລິດເພື່ອຫຼຸດຜ່ອນການນຳເຂົ້າ, ການຜະລິດເພື່ອສົ່ງອອກ, ການຜະລິດທີ່ເປັນຕ່ອງໂສ້ ແລະ ການສ້າງວຽກງານທຳໃຫ້ປະຊາຊົນຫຼາຍຂຶ້ນ, ສຸມໃສ່ການຄົ້ນຄວ້າວິເຄາະວິໄຈຊອກຫາວິທີແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາ, ມີການວາງແຜນງານລະອຽດ ມີວິທະຍາສາດ ສາມາດປະຕິບັດໃຫ້ມີຜົນສຳເລັດດ້ວຍປະສິດທິຜົນສູງ.

About admins14