ໜ່ວຍພັກຮາກຖານ ອົງການໄອຍະການປະຊາຊົນແຂວງ ດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ກອງປະຊຸມກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຂອງໜ່ວຍພັກຮາກຖານ ອົງການໄອຍະການປະຊາຊົນແຂວງ ບໍລິຄໍາໄຊ, ໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 22 ທັນວາ 2022 ໂດຍການເປັນປະທານຂອງ ສະຫາຍ ທອງໃບ ພຽນວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າອົງການໄອຍາການປະຊາຊົນເເຂວງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະໜ່ວຍພັກຮາກຖານ, ຕະຫຼອດຮອດສະມາຊິກພັກ ສົມບູນ – ສໍາຮອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເຜີຍແຜ່ຄຳສັ່ງຂອງກົມການເມືອງ ສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດວ້ຍການເພີ່ມທະວີໃນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄໍາສັ່ງຄະນະປະຈໍາພັກແຂວງ ສະບັບເລກທີ 827/ຄປພ ຂບຊ, ລົງວັນທີ 23 ກໍລະກົດ 2018, ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີໃນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກໄດ້ເຊື່ອມຊືມ, ພ້ອມທັງທາບທາມຄໍາເຫັນສົ່ງຂ່າວ.

ນອກນັ້ນ ຍັງໄດ້ດໍາເນີນການຜ່ານໃບສໍາຫຼວດຕີລາຄາຈັດປະເພດຕົນເອງ, ຕໍານິກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ຈຸດປະສົງ ກໍ່ເພື່ອເປັນການຕີລາຄາຄຸນນະພາບ ເພື່ອກວດກາໃຫ້ເຫັນຈຸດດີ-ຈຸດອ່ອນຂອງສະມາຊິກພັກ ແລະ ໜ່ວຍພັກຢ່າງຖືກຕ້ອງ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ເປັນການສຶກສາອົບຮົມກໍ່ສ້າງ, ທັງເປັນການປັບປຸງຄວາມສາມັກຄີພາຍໃນພັກ, ປັບປຸງສະມາຊິກພັກ ແລະ ໜ່ວຍພັກໃຫ້ມີການເຕີບໃຫຍ່ເຂັ້ມແຂງ. ເດັດດ່ຽວແກ້ໄຂສະມາຊິກພັກຜູ້ທີ່ເສຍທາດຂາດຄຸນອອກຈາກການຈັດຕັ້ງພັກ, ທັງເປັນບ່ອນອິງໃນການປະຕິບັດນະໂຍບາຍຕໍ່ສະມາຊິກພັກຜູ້ທີ່ດີເດັ່ນ, ເພື່ອຄວາມເປັນເອກະພາບກັນຂອງບັນດາໜ່ວຍພັກ ນໍາໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມມາດຖານເງື່ອນໄຂ 05 ເນື້ອໃນ ຂອງພັກວາງອອກໃຫ້ເຂັ້ມງວດ ແລະ ມີຄຸນນະພາບສູງ.

About admins16