ໜ່ວຍພັກຮາກຖານອົງການໄອຍະການປະຊາຊົນແຂວງບໍລິຄໍາໄຊສະຫຼຸບວຽກງານພັກປະຈໍາ 03 ເດືອນ

  
ກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກຮາກຖານອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ປະຈໍາ ເດືອນ 7 – 9 ປີ 2020 ໄດ້ໄຂຂື້ນ ໃນຕອນບ່າຍ ວັນທີ 01 ຕຸລາ 2020 ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງ ໂດຍການເປັນປະທານ ຂອງສະຫາຍ ທອງໃບ ພຽນວົງ ເລຂາໜ່ວຍພັກຮາກຖານ, ມີຄະນະໜ່ວຍພັກຮາກຖານ, ແຂກຖືກເຊີນ, ພ້ອມດ້ວຍສະມະຊິກພັກສໍາຮອງ – ສົມບູນ ເຂົ້າຮ່ວມ.

ທີ່ປະຊຸມ ໄດ້ຕີລາຄາຄືນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຊັ່ນ: ດ້ານການເມືອງແນວຄິດ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນສໍາຄັນຕົ້ນຕໍ, ນໍາພາຮ່ວມຊີວິດພັກປະຈໍາເດືອນເປັນປົກກະຕິຕໍ່ເນື່ອງ ໂດຍຕິດພັນກັບຄໍາຂັວນ 03 ມີ 04 ຮັບປະກັນຂອງອົງການໄອຍະການປະຊາຊົນສູງສຸດ ວາງອອກ, ເຮັດໃຫ້ສະມະຊິກພັກ, ພະນັກງານລັດຖະກອນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄຸນສົມບັດສີນທໍາປະຕິວັດ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນຂອງອິດທິກໍາລັງປໍລະປັກ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກ.

ວຽກງານຝືກອົບຮົມໂຄສະນາ ແລະ ວາລະສານ: ໄດ້ຈອງວາລະສານກວດກາ, ໜັງສືພິມຕ່າງໆໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ສຶກສາຄົ້ນຄວ້າກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງຕາມກົດໝາຍ, ມີຈັນຍາບັນ, ຈັນຍາທໍາ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ.

ວຽກງານກວດກາພັກ-ກວດກາລັດ: ໄດ້ຖືເປັນວຽກງານໜື່ງທີ່ສໍາຄັນ ເພາະໃນເມື່ອມີການຊີ້ນໍາ-ນໍາພາ ກໍ່ຕ້ອງມີການກວດກາ, ເພື່ອກະຕຸກຊຸກຍູ້ໃຫ້ທຸກຂົງເຂດໄດ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍ, ການສັ່ງຟ້ອງຜູ້ຖືກຫາຂື້ນສານ ແລະ ການປະຕິບັດງານຂອງເຈົ້າໜ້າທີ່ຕໍາຫຼວດ.

ດ້ານວຽກງານວິຊາສະເພາະ: ໄດ້ຮັບຄໍາຮ້ອງຟ້ອງ ແລະ ຄໍາສະເໜີ 05 ສະບັບ, ແກ້ໄຂແລ້ວ 100%, ອອກຄໍາສັ່ງຈັບຕົວ, ຄໍາສັ່ງກັກຂັງພາງ, ຄໍາສັ່ງກວດຄົ້ນ ແລະ ຄໍາສັ່ງປ່ອຍຕົວ ຈໍານວນ 161 ສະບັບ, ລົງສັນນະສູດສະຖານທີ່ເກີດເຫດໄດ້ 07 ຄັ້ງ, ໄດ້ຮັບຄະດີແພ່ງ 16 ເລື່ອງ, ແກ້ໄຂແລ້ວ 16 ເລື່ອງ, ໄດ້ຮັບຄະດີອາຍາ 110 ເລື່ອງ, ແກ້ໄຂແລ້ວ 110 ເລື່ອງ, ເປີດກອງປະຊຸມຮ່ວມກັບສານປະຊາຊົນ ແລະ ອົງການສືບສວນ-ສອບສວນເຈົ້າໜ້າທີ່ຕໍາຫຼວດ ໄດ້ 12 ຄັ້ງ, ລົງກວດກາສະຖານທີ່ກັກຕົວ, ຄ້າຍຄຸມຂັງ-ດັດສ້າງ ໄດ້ 09 ຄັ້ງ, ເຂົ້າຮ່ວມປະຊຸມສານໄດ້ 16 ຄັ້ງ, ສົມທົບກັບຂະແໜງປະຕິບັດຄໍາຕັດສີນຂອງສານ ລົງກວດກາ, ປະເມີນລາຄາຊັບສິນ ຂອງຈໍາເລີຍເພື່ອຂາຍມາໃຊ້ແທນຄ່າເສຍຫາຍຕ່າງໆ ໄດ້ 02 ຄັ້ງ.

ວຽກງານກໍ່ສ້າງພັກ: ໄດ້ເອົາໃຈໃສ່ນໍາພາກໍ່ສ້າງພັກ ໂດຍຍຶດໝັ້ນຕາມ 05 ຫຼັກການ 03 ທິດນໍາ, ເອົາໃຈໃສ່ຕີລາຄາຄຸນນະພາບຂອງສະມະຊິກພັກ ໃນນັ້ນ ໄດ້ສະເໜີມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ 03 ສະຫາຍ, ຍິງ 02 ສະຫາຍ, ຕິດຕາມມະຫາຊົນກ້າວໜ້າເພື່ອຮຽນສະໜັບສະໜູນ 02 ສະຫາຍ.

ດ້ານແບບແຜນການນໍາພາ: ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກ ໂດຍຢຶດຖືປະຕິບັກຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີການວາງແຜນການຊຸກຍູ້, ຕີລາຄາປະເມີນຜົນ, ປະຕິບັດລະບອບສ່ອງແສງລາຍງານໃຫ້ຄະນະພັກຂັ້ນເທິງຢ່າງເປັນປົກກະຕິ.

ໂອກາດດຽວກັນ ກອງປະຊຸມ ຍັງໄດ້ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າ ທີ່ຄົບມາດຖານເງື່ອນໄຂຄົບຖ້ວນຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວວາງອອກ ເຂົ້າເປັນສະມາພັກສໍາຮອງ ຈໍານວນ 02 ສະຫາຍ, ຍິງ 02 ສະຫາຍ.


ຕອນທ້າຍ ກອງປະຊຸມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ສະຫາຍ ທອງໃບ ພຽນວົງ ເລຂາໜ່ວຍພັກຮາກຖານ ເຊິ່ງໄດ້ສະແດງຄໍາຍ້ອງຍໍຊົມເຊີຍ ຄະນະໜ່ວຍພັກ, ສະມະຊິກພັກ ທຸກສະຫາຍ ທີ່ສາມາດເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມທັງເນັ້ນໜັກໃຫ້ສະມະຊິກພັກໃໝ່ ຈົ່ງສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອກາຍເປັນສະມະຊິກພັກຜູ້ທີ່ມີຄວາມກ້າວໜ້າ ແລະ ເປັນແບບຢ່າງຮອບດ້ານໃຫ້ແກ່ມະຫາຊົນ.

About admin11