ໜ່ວຍພັກຫ້ອງການ ຊສ ເມືອງບໍລິຄັນ ຈັດກອງປະຊຸມໃຫຍ່ຄັ້ງທີ 3 ຂອງຕົນ

ໃນວັນທີ 30 ມິນາ 2021 ໜ່ວຍພັກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ຂຶ້ນ ຢູ່ທີ່ຫ້ອງປະຊູມຂອງຕົນ ເປັນປະທານໂດຍ ສະຫາຍ ອານຸກອນ ປະພັດສະລາງ ກໍາມະການພັກເມືອງ ເລຂາໜ່ວຍພັກ ຊສ ເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສີຄໍາ ໄຊຍະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີບັນດາສະຫາຍຄະນະປັບປຸງລະບົບການຈັດຕັ້ງຂັ້ນເມືອງ ພ້ອມດ້ວຍແຂກຖືກເຊີນ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບການນໍາພາ ໃນການຈັດຕັ້ງປະຕິບັດວຽກງານນຳພາໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ເຫັນວ່າຜ່ານມາຄະນະພັກ ໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດໝາຍຂອງລັດ ລົງເຊື່ອມຊືມໃຫ້ແກ່ສະມາຊິກພັກ ເປັນປະຈໍາ, ເຮັດໃຫ້ສໍາມະຊິກພັກ, ພະນັກງານພາຍໃນຫ້ອງການ ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ເຊື່ອໜັ້ນຕໍ່ການນໍາພາຂອງພັກ ເດີນໄປຕາມແນວທາງການປ່ຽນແປງໃໝ່ຂອງພັກ, ຮູ້ຈັກຈໍາແນກມິດສັດຕູໄດ້ຈະແຈ້ງ ເຮັດໃຫ້ຫ້ອງການມີຄວາມສະຫງົບໂດຍພື້ນຖານ, ພະນັກງານສໍາມະຊິກພັກມີຄວາມສາມັກຄີເປັນປືກແຜ່ນໜ້າໜາ ມີຄວາມເປັນລະບຽບຮຽບຮ້ອຍ.

ຈາກນັ້ນ ຄະນະພັກຊຸດເກົ່າກໍ່ໄດ້ອໍາລາໜ້າທີ່ ແລະ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ມີຜູ້ສະມັກ 5 ສະຫາຍ, ຄັດເລືອກເອົາ 3 ສະຫາຍ, ຜົນການປ່ອນບັດເລືອກໄດ້: ສະຫາຍ ອານຸກອນ ປະພັດສະລາງ ເປັນເລຂາ, ສະຫາຍ ພອນໄຊ ບໍລິວັນ ເປັນຮອງເລຂາ, ສະຫາຍ ໄຊສະຫັວນ ເປັນຄະນະກວດກາ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສີຄໍາ ໄຊຍະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ບັນດາສະມາຊິກພັກສາມາດຍາດມາໄດ້ໃນໄລຍະ 5 ປີຜ່ານມາ, ທ່ານຍັງໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ ຈົ່ງເປັນແບບຢ່າງນໍາໜ້າໃຫ້ແກ່ຫ້ອງການ, ສຶກສາອົບຮົມການເມືອງແນວຄິດ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາຄວາມສາມັກຄີໃຫ້ເປັນປືກແຜ່ນແໜ້ນໜາ, ສືບຕໍ່ຊີ້ນໍາ-ນໍາພາ ວຽກງານພາຍໃນກົມກອງຫ້ອງການຂອງຕົນ ໃຫ້ມີຄວາມກ້າວໜ້າຂື້ນຢ່າງບໍ່ຢຸດຢັ້ງ.

About admin11