ໜ່ວຍພັກບ້ານສົບພວນ ສຳເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນ

 

ໃນວັນທີ 23 ຕຸລາ 2020 ຢູ່ທີ່ຫ້ອງການບ້ານສົບພວນ, ເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກບ້ານຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພູທອນ ແກ້ວມະນີ ເລຂາພັກບ້ານ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ວິໄລ ສີສະມຸດ ຮອງເລຂາພັກເມືອງ.


ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງຂອງໜ່ວຍພັກບ້ານ ວ່າ: ບ້ານສົບພວນ ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານພັດທະນາຄຳມ່ວນ ຂອງເມືອງຄຳເກີດ, ຫ່າງຈາກຕົວເມືອງປະມານ 8 ກິໂລແມັດ, ມີໄຟຟ້າ, ນໍ້າລິນຊົມໃຊ້, ເສັ້ນທາງໄປມາສະດວກຕະຫຼອດປີ, ບ້ານສົບພວນ ມີ 3 ຊົນເຜົ່າ ຄື: ເຜົ່າລາວລຸ່ມ, ຂະມຸ, ເຜົ່າມົ້ງ, ມີ 153 ຫຼັງຄາເຮືອນ, 175 ຄອບຄົວ ແລະ ມີພົນລະເມືອງທັງໝົດ 808 ຄົນ, ຍິງ 380 ຄົນ.

ຕະຫຼອດໄລຍະ 5 ປີຜ່ານມາ ອົງການຈັດຕັ້ງບ້ານ ໄດ້ຊີ້ນຳ-ນຳພາການຈັດຕັ້ງ 5 ໜ່ວຍງານຂອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ປະຕິບັດຕາມແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ, ເຕົ້າໂຮມຄວາມສາມັກຄີເປັນປືກແຜ່ນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ປົກປັກຮັກສາຄວາມສະຫງົບ, ພ້ອມກັນສ້າງສາພັດທະນາເສດຖະກິດຄອບຄົວ ຕາມແນວທາງການປ່ຽນແປງໃໝ່ຂອງພັກຕະຫຼອດມາ ແລະ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຂອງພັກ, ນຳເອົາມະຕິ-ຄຳສັ່ງຂອງຂັ້ນເທີງ, ຂໍ້ກຳນົດ, ນິຕິກຳຕ່າງໆຂອງພັກ-ຂອງລັດ ມາເຜີຍແຜ່ໃຫ້ສະມາຊິກພັກ ແລະ ແຕ່ລະຄອບຄົວໄດ້ຮັບຮູ້-ເຂົ້າໃຈ.

ດ້ານເສດຖະກິດຂອງບ້ານ ມີດິນກະສີກຳ ປູກໄມ້ກິນໝາກ 125 ເຮັກຕ່າ, ໄມ້ອຸດສາຫະກຳ 110 ເຮັກຕ່າ, ປູກພືດຜັກ 3,5 ເຮັກຕ່າ, ສາມາດສ້າງລາຍຮັບໄດ້ 6.500.000 ກີບ/ຄົນ/ປີ, ມີ 1 ກອງທຶນ ໂດຍມີທຶນໝູນວຽນທັງໝົດ 2.563.078.900ກີບ, ໃນນັ້ນ ປະຊາຊົນປະກອບສ່ວນ 2.277.459.000 ກີບ, ທືນຂອງລັດ 40.434.000 ກີບ.

ພາຍຫລັງຄະນະພັກຊຸດເກົ່າ ອຳລາໜ້າທີ່, ກອງປະຊຸມ ກໍ່ໄດ້ດຳເນີນການປ່ອນບັດ ເອົາຄະນະພັກຊຸດໃໝ່ ໂດຍມີຜູ້ລົງສະໝັກ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະເລີກ  ຕົກລົງເອົາ: ສະຫາຍ ແກ້ວ ໄຊຍະສອນ ເປັນເລຂາ, ສະຫາຍ ໝັ້ນ ຫຼ້າວັນນະສິດ ເປັນຮອງ, ສະຫາຍ ນາງ ເຄນພອນ ໄຊຍະທຳ ແລະ ສະຫາຍ ຕິດ ທຳມະສອນ ເປັນຄະນະ.

ສະຫາຍ ວິໄລ ສີສະມຸດ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອຶ່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານໃນການຊີ້ນຳ – ນຳພາ ໃນໄລຍະຜ່ານມາ ຂອງຄະນະພັກຊຸດເກົ່າ ແລະ ໄດ້ຮຽກຮ້ອງມາຍັງບັນດາສະຫາຍຄະນະພັກຊຸດໃໝ່ ພ້ອມທັງສະມາຊິກພັກທຸກສະຫາຍພາຍໃນໜ່ວຍ ໃຫ້ແບ່ງຄວາມຮັບຜິດຊອບກັນ ເຄື່ອນໄຫວວຽກງານຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ, ສຶກສາຄົ້ນຄ້ວານິຕິກຳຕ່າງໆຂອງພັກ ແລະ ກົດໝາຍຂອງລັດ ນຳມາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ, ປັບປຸງ 5 ໜ່ວຍງານຂອງບ້ານໃຫ້ດີກ່ວາເກົ່າ, ສ້າງຄວາມສາມັກຄີ, ຊີ້ນຳ-ນຳພາພໍ່ແມ່ປະຊາຊົນ ສ້າງສາພັດທະນາບ້ານ ແລະ ສ້າງເສດຖະກິດຄອບຄົວຕາມແນວທາງ ປ່ຽນແປງໃໝ່ຂອງພັກ ໃຫ້ກາຍເປັນບ້ານທີ່ເຂັ້ມແຂງໜັກແໜ້ນກ່ວາເກົ່າ.

About admin11