ໜ່ວຍປະສານງານ ປະຈໍາພື້ນທີ່ ຕາມຊາຍແດນ ບໍລິຄຳໄຊ – ບຶງການ ເປີດປະຊຸມ ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ


ໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ແຂວງບໍລິຄໍາໄຊ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ໂດຍຜ່ານວີດີໂອ ຄອນເຟີເລັນ ກັບ ໜ່ວຍປະສານງານປະຈຳພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແຂວງບືງການ ຣາຊາອານາຈັກໄທ ຄັ້ງທີ 3 ທີ່ແຂວງບໍລິຄໍາໄຊ ໃນວັນທີ 24 ພະຈິກ 2020F ຝ່າຍລາວນຳໂດຍທ່ານ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ທັງເປັນຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ພ້ອມຄະນະ ແລະ ຝ່າຍຣາຊາອານາຈັກໄທ ນຳໂດຍທ່ານ ພົນຕໍາຫຼວດຕີ ສົມສັກ ຄົງໄພບຸນ ຮອງຜູ້ບັງຄັບການຕຳຫຼວດພູທອນ ແຂວງບືງການ ພ້ອມຄະນະ.

ໃນວາລະປະຊຸມ ທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະ 01 ເດືອນຜ່ານມາ, ເຊີ່ງໄດ້ຍົກໃຫ້ເຫັນບັນຫາປະກົດການຫຍໍ້ທໍ້ ແລະ ສະພາບການຕ່າງໆ ທີ່ເກີດຂື້ນຕາມຊາຍແດນໃຫ້ກັນຮັບຊາບ, ທັງສອງຝ່າຍ ໄດ້ປະສານສົບທົບກັນຢ່າງເປັນປົກກະຕິ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືກັນຕ້ານສະກັດກັ້ນການເຄື່ອນຍ້າຍ, ຂົນສົ່ງຄ້າ-ຂາຍຢາເສບຕິດຕາມຂອບເຂດຊາຍແດນ, ຮ່ວມກັນອອກລາດຕະເວນທາງບົກ ແລະ ທາງນ້ຳເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍບໍລິເວຊາຍແດນ.

       ໂອກາດດຽວກັນ ບັນດາຜູ້ແທນກອງປະຊຸມ ກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ບົນພື້ນຖານລະບຽບຫຼັກການ, ຄວາມສາມັກຄີ, ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ 02 ແຂວງ, 02 ປະເທດ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແລະ ກໍານົດທິດທາງແຜນການໃນ 01 ເດືອນຕໍ່ໜ້າຮ່ວມກັນ, ທັງສອງຝ່າຍຍັງຈະສືບຕໍ່ປະສານສົມທັບຮ່ວມມືກັນໃນການເຄື່ອນໄຫວວຽກງານວິຊາສະເພາະ, ການສືບຂ່າວ, ເກັບກໍາສະພາບ, ລົງກວດກາຈຸດຂ້າມລອຍ, ອອກກວດກາລາດຕະເວນທາງບົກ ແລະ ທາງນໍ້າຮ່ວມກັນ, ໃນກໍລະນີມີບັນຫາໃດໜື່ງທີ່ເກີດຂື້ນ ໃນຂອບເຂດບໍລິເວນຊາຍແດນ ໃຫ້ທັງ 02 ຝ່າຍປະສານສົມທົບປືກສາຫາລືເພື່ອພ້ອມກັນແກ້ໄຂໃຫ້ທັນກັບສະພາບການ, ສ້າງສາຍພົວພັນການໄປມາຫາສູ່, ເພື່ອແລກປ່ຽນບົດຮຽນ, ປະສານສົມທົບກັນຕິດຕາມການເຄື່ອນໄຫວເໜັງຕິງຂອງກຸ່ມຄົນບໍ່ດີຮ່ວມກັນ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບັນຫາການຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍເຖື່ອນ, ການເຄື່ອນຍ້າຍຊັບພະຍາກອນທໍາມະຊາດທີ່ຜິດຕໍ່ລະບຽບກົດໝາຍ, ສ້າງກິດຈະກໍາຮ່ວມກັນ ເນື່ອງໃນໂອກາດວັນສໍາຄັນຕ່າງໆ ເພື່ອເພີ່ມຄວາມສາມັກຄີລະຫວ່າງ 02 ແຂວງ, 02 ປະເທດ ໃຫ້ແໜ້ນແຟ້ນ.

        ນອກນັ້ນ ສອງຝ່າຍຍັງໄດ້ຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ຕໍ່ບັນດາເນື້ອໃນທີ່ໄດ້ລະບຸໄວ້ໃນບົດບັນທຶກ ໂດຍອິງໃສ່ສະພາບຄວາມເປັນຈິງ ເພື່ອສ້າງທິດທາງແຜນການ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ ຢ່າງມີປະສິດທິຜົນສູງ ແນ່ໃສ່ເຮັດໃຫ້ບໍລິເວນຂອບເຂດຊາຍແດນຂອງ 02 ປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນແຂວງບໍລິຄໍາໄຊ ສປປ ລາວ ແລະ ແຂວງບືງການ ຣາຊາອານາຈັກໄທ ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

About admin11